ເອຊະຣາ 9 - ພຣະຄຳພີສັກສິເອຊະຣາແກ້ບັນຫາເລື່ອງການແຕ່ງງານກັບຄົນຕ່າງຊາດ 1 ຫລັງຈາກທຸກສິ່ງໄດ້ສຳເລັດແລ້ວ ກໍມີພວກຜູ້ນຳຂອງຊາວອິດສະຣາເອນບາງຄົນໄດ້ມາຫາຂ້າພະເຈົ້າ ແລະບອກວ່າ, “ປະຊາຊົນ ບັນດາປະໂຣຫິດ ແລະຊາວເລວີບໍ່ໄດ້ຮັກສາຕົວຄື: ບໍ່ແຍກອອກຈາກປະຊາຊົນທີ່ຢູ່ໃນປະເທດໃກ້ຄຽງນີ້ ເຊັ່ນ: ອຳໂມນ, ໂມອາບ ແລະເອຢິບຫລືຈາກຊາວການາອານ, ຮິດຕີ, ເປຣີຊີ, ເຢບຸດ ແລະອາໂມ. ພວກເຂົາໄດ້ເຮັດໃນສິ່ງທີ່ໜ້າກຽດຊັງເໝືອນກັນກັບພວກນີ້ໄດ້ເຮັດ. 2 ຜູ້ຊາຍຊາວຢິວໄດ້ແຕ່ງງານກັບພວກຜູ້ຍິງຕ່າງຊາດ; ດັ່ງນັ້ນ ປະຊາຊົນຜູ້ບໍຣິສຸດຂອງພຣະເຈົ້າຈຶ່ງກາຍເປັນປະຊາຊົນຜູ້ບໍ່ບໍຣິສຸດ. ບັນດາຜູ້ນຳ ແລະບັນດາຂ້າຣາຊການໄດ້ເປັນຕົວການໃນເລື່ອງນີ້.” 3 ເມື່ອຂ້າພະເຈົ້າໄດ້ຍິນດັ່ງນີ້ ຂ້າພະເຈົ້າກໍຈີກເຄື່ອງນຸ່ງດ້ວຍຄວາມສິ້ນຫວັງ, ດຶງຜົມແລະໜວດ ແລະນັ່ງລົງດ້ວຍຄວາມເປັນທຸກໃຈ. 4 ຂ້າພະເຈົ້ານັ່ງເປັນທຸກໃຈຢູ່ຈົນເຖິງເວລາຖວາຍເຄື່ອງບູຊາໃນຍາມແລງ ແລະປະຊາຊົນກໍມາອ້ອມຮອບຂ້າພະເຈົ້າ ຄືທຸກຄົນທີ່ຢ້ານຢຳໃນຖ້ອຍຄຳທີ່ພຣະເຈົ້າຂອງຊາດອິດສະຣາເອນກ່າວໄວ້ ກ່ຽວກັບການບາບຂອງພວກທີ່ໄດ້ກັບຄືນມາຈາກເປັນຊະເລີຍໃນຕ່າງຖິ່ນ. 5 ເມື່ອເຖິງເວລາເຜົາບູຊາໃນຍາມແລງ ຂ້າພະເຈົ້າໄດ້ລຸກຂຶ້ນຈາກບ່ອນທີ່ຂ້າພະເຈົ້ານັ່ງລົງເປັນທຸກໃຈ ແລະຍັງນຸ່ງເສື້ອຂາດຢູ່. ຂ້າພະເຈົ້າຄຸເຂົ່າລົງພາວັນນາອະທິຖານ ໂດຍຍົກມືຂຶ້ນຫາພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າ. 6 ຂ້າພະເຈົ້າກ່າວວ່າ, “ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍລະອາຍທີ່ຈະເງີຍໜ້າຂຶ້ນຕໍ່ໜ້າພຣະອົງ. ບາບຂອງພວກຂ້ານ້ອຍສູງຂຶ້ນເໜືອຫົວແລ້ວ; ມັນສູງຈຸຟ້າສະຫວັນ. 7 ພວກຂ້ານ້ອຍທີ່ເປັນປະຊາຊົນຂອງພຣະອົງໄດ້ເຮັດບາບຢ່າງໃຫຍ່ຫລວງ ຕັ້ງແຕ່ສະໄໝປູ່ຍ່າຕາຍາຍຂອງພວກຂ້ານ້ອຍຈົນມາເຖິງປັດຈຸບັນນີ້. ຍ້ອນບາບຂອງພວກຂ້ານ້ອຍ, ບັນດາກະສັດແລະບັນດາປະໂຣຫິດຂອງພວກຂ້ານ້ອຍ ຈຶ່ງໄດ້ຕົກຢູ່ໃນອຳນາດຂອງກະສັດຕ່າງຊາດ. ດັ່ງນັ້ນ ພວກຂ້ານ້ອຍຈຶ່ງຖືກຂ້າ, ຖືກປຸ້ນ ແລະຖືກຈັບໄປເປັນຊະເລີຍ. ພວກຂ້ານ້ອຍໄດ້ຮັບຄວາມອັບອາຍຂາຍໜ້າທີ່ສຸດ ແລະກໍຍັງອັບອາຍຢູ່ເທົ່າທຸກວັນນີ້. 8 ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ ພຣະອົງມີພຣະຄຸນຕໍ່ພວກຂ້ານ້ອຍທີ່ສຸດ ພຣະອົງໃຫ້ພວກຂ້ານ້ອຍບາງຄົນໜີພົ້ນຈາກການເປັນທາດຮັບໃຊ້ ແລະດຳເນີນຊີວິດຢ່າງປອດໄພຢູ່ໃນບ່ອນສັກສິດນີ້. ພຣະອົງໄດ້ໂຜດໃຫ້ພວກຂ້ານ້ອຍ ໜີພົ້ນຈາກການເປັນທາດຮັບໃຊ້ມາໄດ້ ແລະທັງໃຫ້ພວກຂ້ານ້ອຍມີຊີວິດໃໝ່. 9 ພວກຂ້ານ້ອຍໄດ້ເປັນທາດຮັບໃຊ້, ແຕ່ພຣະເຈົ້າບໍ່ໄດ້ປ່ອຍໃຫ້ພວກຂ້ານ້ອຍເປັນທາດຮັບໃຊ້ຕໍ່ໄປ. ພຣະອົງໄດ້ເຮັດໃຫ້ບັນດາຈັກກະພັດແຫ່ງເປີເຊຍພໍໃຈໃນພວກຂ້ານ້ອຍ ແລະໃຫ້ພວກເພິ່ນອະນຸຍາດແກ່ພວກຂ້ານ້ອຍມີຊີວິດຢູ່ຕໍ່ໄປ ເພື່ອສ້າງວິຫານຂອງພຣະເຈົ້າຂຶ້ນໃໝ່ ຊຶ່ງແຕ່ກ່ອນເປັນບ່ອນທີ່ຮົກຮ້າງເພພັງ ແລະໃຫ້ພວກຂ້ານ້ອຍອາໄສຢູ່ໃນແຂວງຢູດາຍ ແລະໃນນະຄອນເຢຣູຊາເລັມຢ່າງປອດໄພ. 10 ຂ້າແດ່ພຣະເຈົ້າຂອງພວກຂ້ານ້ອຍ ແຕ່ບັດນີ້ ພວກຂ້ານ້ອຍຈະເວົ້າຢ່າງໃດ ເມື່ອເຫດການໄດ້ເປັນໄປຢ່າງນີ້? ພວກຂ້ານ້ອຍໄດ້ຝ່າຝືນຂໍ້ຄຳສັ່ງຂອງພຣະອົງອີກແລ້ວ 11 ຊຶ່ງພຣະອົງໄດ້ມອບໃຫ້ພວກຂ້ານ້ອຍຜ່ານທາງພວກຜູ້ທຳນວາຍ ຜູ້ຮັບໃຊ້ຂອງພຣະອົງ. ພວກເພິ່ນບອກພວກຂ້ານ້ອຍວ່າ, ດິນແດນທີ່ພວກຂ້ານ້ອຍຈະຢຶດເອົານັ້ນເປັນດິນແດນທີ່ມີມົນທິນ ເພາະຄົນຢູ່ໃນບ່ອນນັ້ນໄດ້ເຮັດໃນສິ່ງທີ່ໜ້າກຽດແລະສົກກະປົກຢູ່ທົ່ວໄປ. 12 ພວກເພິ່ນໄດ້ບອກວ່າ, ພວກຂ້ານ້ອຍບໍ່ຕ້ອງແຕ່ງງານກັບຄົນເຫຼົ່ານີ້ເລີຍ ແລະຢ່າຊ່ວຍພວກເຂົາໃຫ້ຈະເລີນ ຫລືປະສົບຄວາມສຳເລັດແຕ່ຢ່າງໃດ ຖ້າພວກຂ້ານ້ອຍຢາກມີຄວາມຊົມຊື່ນໃນດິນແດນ ແລະຢາກໃຫ້ດິນແດນນີ້ຕົກທອດໄປເຖິງພວກລູກຫລານຕະຫລອດໄປ. 13 ເຖິງແມ່ນວ່າ ທຸກສິ່ງໄດ້ເກີດຂຶ້ນກັບພວກຂ້ານ້ອຍເພື່ອເປັນການລົງໂທດ ເພາະບາບແລະຄວາມຜິດທີ່ພວກຂ້ານ້ອຍໄດ້ເຮັດກໍຕາມ ພວກຂ້ານ້ອຍກໍຍັງຮູ້ດີວ່າ ພຣະອົງຄືພຣະເຈົ້າຂອງພວກຂ້ານ້ອຍ ໄດ້ລົງໂທດພວກຂ້ານ້ອຍນີ້ ໜ້ອຍກວ່າທີ່ພວກຂ້ານ້ອຍສົມຄວນຈະໄດ້ຮັບ ແລະອະນຸຍາດໃຫ້ພວກຂ້ານ້ອຍຍັງມີຊີວິດຢູ່. 14 ດ້ວຍເຫດໃດ ພວກຂ້ານ້ອຍຈຶ່ງບໍ່ເຮັດຕາມຂໍ້ຄຳສັ່ງຂອງພຣະອົງອີກ ແລະແຕ່ງງານກັບພວກຄົນຊົ່ວຊ້າເຫຼົ່ານີ້? ຖ້າພວກຂ້ານ້ອຍເຮັດລົງໄປ ພຣະອົງກໍຈະໂກດຮ້າຍທີ່ສຸດ ຈົນຈະທຳລາຍພວກຂ້ານ້ອຍຢ່າງໝົດສິ້ນໄດ້ ແລະຈະບໍ່ໃຫ້ຜູ້ໃດລອດຊີວິດຢູ່ໄດ້. 15 ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນ ພຣະອົງຊົງຍຸດຕິທຳ, ແຕ່ພຣະອົງກໍປ່ອຍພວກຂ້ານ້ອຍໃຫ້ຍັງມີຊີວິດຢູ່. ພວກຂ້ານ້ອຍຂໍສາລະພາບຄວາມຜິດຂອງພວກຂ້ານ້ອຍຕໍ່ພຣະອົງ; ພວກຂ້ານ້ອຍບໍ່ມີສິດຫຍັງທີ່ຈະເຂົ້າມາຢູ່ຊ້ອງໜ້າພຣະອົງ.” |
@ 2012 United Bible Societies. All Rights Reserved.