ເອຊະຣາ 7 - ພຣະຄຳພີສັກສິເອຊະຣາມາຮອດນະຄອນເຢຣູຊາເລັມ 1 ຫລາຍປີຕໍ່ມາ ເມື່ອອາກຕາເຊເຊັດເປັນກະສັດແຫ່ງເປີເຊຍ ໄດ້ມີຊາຍຄົນໜຶ່ງຊື່ວ່າ ເອຊະຣາ. ລາວສືບເຊື້ອສາຍມາຈາກມະຫາປະໂຣຫິດອາໂຣນ ຕາມດັ່ງນີ້: ເອຊະຣາເປັນລູກຊາຍຂອງເສຣາອີຢາ, ເສຣາອີຢາເປັນລູກຊາຍຂອງອາຊາຣີຢາ, ອາຊາຣີຢາເປັນລູກຊາຍຂອງຮິນກີຢາ, 2 ຮິນກີຢາເປັນລູກຊາຍຂອງຊານລູມ, ຊານລູມເປັນລູກຊາຍຂອງຊາດົກ, ຊາດົກເປັນລູກຊາຍຂອງອາຮີຕຸບ, 3 ອາຮີຕຸບເປັນລູກຊາຍຂອງອາມາຣີຢາ, ອາມາຣີຢາເປັນລູກຊາຍຂອງອາຊາຣີຢາ, ອາຊາຣີຢາເປັນລູກຊາຍຂອງເມຣາອີໂຢດ, 4 ເມຣາອີໂຢດເປັນລູກຊາຍຂອງເຊຣາຮີຢາ, ເຊຣາຮີຢາເປັນລູກຊາຍຂອງອຸດຊີ, ອຸດຊີເປັນລູກຊາຍຂອງບຸກກີ, 5 ບຸກກີເປັນລູກຊາຍຂອງອາບີຊູອາ, ອາບີຊູອາເປັນລູກຊາຍຂອງຟີເນຮາ, ຟີເນຮາເປັນລູກຊາຍຂອງເອເລອາຊາ, ເອເລອາຊາເປັນລູກຊາຍຂອງອາໂຣນ. 6-7 ເອຊະຣາເປັນຜູ້ຮອບຮູ້ດ້ານກົດບັນຍັດ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ມອບໃຫ້ໂມເຊ. ຍ້ອນເອຊະຣາເປັນຜູ້ມີພຣະພອນຂອງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ກະສັດຈຶ່ງໃຫ້ທຸກສິ່ງຕາມທີ່ລາວຂໍຮ້ອງ. ໃນຣາຊການປີທີເຈັດຂອງກະສັດອາກຕາເຊເຊັດ ເອຊະຣາໄດ້ເດີນທາງຈາກບາບີໂລນມາສູ່ນະຄອນເຢຣູຊາເລັມ ພ້ອມທັງຊາວອິດສະຣາເອນພວກໜຶ່ງ ທີ່ປະກອບດ້ວຍບັນດາປະໂຣຫິດຊາວເລວີ, ພວກນັກດົນຕຼີປະຈຳວິຫານ, ພວກເຝົ້າຍາມພຣະວິຫານ ແລະພວກຄົນງານ. 8-9 ພວກເຂົາໄດ້ຈາກບາບີໂລນໃນວັນທີໜຶ່ງຂອງເດືອນໜຶ່ງ ແລະດ້ວຍຄວາມຊ່ວຍເຫລືອຂອງພຣະເຈົ້າ ພວກເຂົາໄດ້ມາຮອດນະຄອນເຢຣູຊາເລັມ ໃນວັນທີໜຶ່ງຂອງເດືອນຫ້າໃນປີທີເຈັດຂອງກະສັດນັ້ນ. 10 ເອຊະຣາໄດ້ອຸທິດຊີວິດຂອງຕົນ ສຶກສາຮໍ່າຮຽນກົດບັນຍັດຂອງພຣະເຈົ້າຢາເວ ປະຕິບັດຕາມກົດບັນຍັດນັ້ນ ແລະໄດ້ສອນກົດບັນຍັດແລະລະບຽບການທັງໝົດໃຫ້ແກ່ປະຊາຊົນອິດສະຣາເອນ. ຈົດໝາຍທີ່ອາກຕາເຊເຊັດມອບໃຫ້ເອຊະຣາ 11 ກະສັດອາກຕາເຊເຊັດໄດ້ມອບຈົດໝາຍໃຫ້ເອຊະຣາ ປະໂຣຫິດແລະນັກຮຽນຮູ້ຜູ້ທີ່ມີຄວາມຮອບຮູ້ດ້ານກົດບັນຍັດ ແລະຂໍ້ຄຳສັ່ງທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ຊາດອິດສະຣາເອນ. ຈົດໝາຍນັ້ນມີຖ້ອຍຄຳດັ່ງຕໍ່ໄປນີ້: 12 “ຈາກກະສັດອາກຕາເຊເຊັດ ເຖິງປະໂຣຫິດເອຊະຣາ ນັກຮຽນຮູ້ດ້ານກົດບັນຍັດຂອງພຣະເຈົ້າແຫ່ງສະຫວັນ. 13 ບັດນີ້ ເຮົາໄດ້ອອກຄຳສັ່ງທົ່ວອານາຈັກ ໃຫ້ປະຊາຊົນອິດສະຣາເອນທຸກຄົນ, ບັນດາປະໂຣຫິດ ແລະຊາວເລວີຜູ້ມີໃຈປາຖະໜາຢາກຈະກັບໄປທີ່ນະຄອນເຢຣູຊາເລັມ ໃຫ້ໄປນຳທ່ານໄດ້. 14 ເຮົາ ພ້ອມດ້ວຍທີ່ປຶກສາຂອງເຮົາເຈັດຄົນ ໄດ້ສົ່ງທ່ານໄປສືບສວນເບິ່ງ ສະຖານະການໃນຢູດາຍ ແລະນະຄອນເຢຣູຊາເລັມ ເພື່ອຢາກຮູ້ວ່າກົດບັນຍັດຂອງພຣະເຈົ້າຂອງທ່ານ ຊຶ່ງໄດ້ຖືກມອບໝາຍໃຫ້ແກ່ທ່ານນັ້ນ ຖືກປະຕິບັດຕາມໄດ້ດີສໍ່າໃດ. 15 ທ່ານຈົ່ງເອົາເຄື່ອງຖວາຍເປັນເງິນແລະຄຳໄປນຳ ຊຶ່ງເຮົາພ້ອມດ້ວຍທີ່ປຶກສາຂອງເຮົາຢາກຈະຖວາຍແກ່ພຣະເຈົ້າຂອງຊາດອິດສະຣາເອນ ອົງທີ່ສະຖິດຢູ່ໃນນະຄອນເຢຣູຊາເລັມ. 16 ສ່ວນເງິນແລະຄຳທັງໝົດທີ່ທ່ານຮວບຮວມມາໄດ້ຈາກທົ່ວແຂວງບາບີໂລນ ແລະເຄື່ອງຖວາຍຊຶ່ງຊາວອິດສະຣາເອນ ແລະບັນດາປະໂຣຫິດຂອງພວກເຂົາ ໄດ້ຖວາຍແກ່ວິຫານຂອງພຣະເຈົ້າຂອງພວກເຂົາທີ່ນະຄອນເຢຣູຊາເລັມນັ້ນ ກໍໃຫ້ທ່ານເອົາໄປນຳຄືກັນ. 17 ທ່ານຈົ່ງຈ່າຍເງິນນີ້ຢ່າງລະມັດລະວັງ ເພື່ອຊື້ລູກງົວເຖິກ, ແກະເຖິກ, ລູກແກະ, ເຂົ້າ, ເຫຼົ້າອະງຸ່ນ ແລະໃຫ້ເອົາສິ່ງເຫຼົ່ານີ້ຖວາຍເທິງແທ່ນບູຊາທີ່ວິຫານຂອງພຣະເຈົ້າຂອງທ່ານໃນນະຄອນເຢຣູຊາເລັມ. 18 ທ່ານອາດຈະເອົາເງິນແລະຄຳທີ່ຍັງເຫລືອຢູ່ນີ້ໄປໃຊ້ຕາມທີ່ທ່ານແລະເພື່ອນຮ່ວມຊາດຂອງທ່ານເຫັນສົມຄວນ ແຕ່ໃຫ້ເປັນໄປຕາມຄວາມປະສົງຂອງພຣະເຈົ້າຂອງພວກທ່ານ. 19 ທ່ານຈົ່ງຖວາຍເຄື່ອງໃຊ້ທຸກຢ່າງທີ່ທ່ານໄດ້ຮັບສຳລັບການບົວລະບັດວິຫານຂອງພຣະເຈົ້າຂອງທ່ານ ຈົ່ງເອົາໄປວາງໄວ້ຕໍ່ໜ້າພຣະເຈົ້າແຫ່ງນະຄອນເຢຣູຊາເລັມ. 20 ແລະສິ່ງອື່ນໆອີກທີ່ທ່ານຕ້ອງການສຳລັບວິຫານຂອງພຣະເຈົ້າຂອງທ່ານ ທ່ານສາມາດເອົາຈາກຄັງຫລວງໄດ້. 21 ເຮົາໄດ້ອອກຄຳສັ່ງເຖິງບັນດາຂ້າຣາຊການຄັງເງິນທັງໝົດ ຢູ່ແຂວງພາກຕາເວັນຕົກຂອງແມ່ນໍ້າເອີຟຣັດ ໃຫ້ຈັດຫາທຸກສິ່ງຢ່າງຮີບດ່ວນຕາມຄວາມຕ້ອງການ ແກ່ເອຊະຣາ ຜູ້ເປັນປະໂຣຫິດແລະນັກຮຽນຮູ້ດ້ານກົດບັນຍັດຂອງພຣະເຈົ້າແຫ່ງສະຫວັນ. 22 ຈົນເຖິງກຳນົດ ເປັນເງິນຈຳນວນປະມານ ສາມພັນສີ່ຮ້ອຍ ກິໂລກຼາມ, ເຂົ້າເດືອຍ ສິບພັນ ກິໂລກຼາມ, ເຫຼົ້າອະງຸ່ນ ສອງພັນ ລິດ, ນໍ້າມັນໝາກກອກເທດ ສອງພັນ ລິດ ແລະເກືອໃຫ້ເອົາຕາມທີ່ຕ້ອງການ. 23 ທ່ານຕ້ອງຈັດຫາທຸກໆສິ່ງຢ່າງລະມັດລະວັງ ຕາມທີ່ພຣະເຈົ້າແຫ່ງສະຫວັນຕ້ອງການສຳລັບວິຫານຂອງພຣະເຈົ້າແຫ່ງສະຫວັນ ແລະໃຫ້ແນ່ໃຈວ່າພຣະອົງຈະບໍ່ໂກດຮ້າຍເຮົາ ຫລືຕໍ່ຜູ້ທີ່ຂຶ້ນປົກຄອງແທນເຮົາ. 24 ທ່ານບໍ່ຄວນເກັບພາສີຈາກພວກປະໂຣຫິດ, ພວກເລວີ, ພວກນັກດົນຕຼີ, ພວກຄົນເຝົ້າຍາມ, ພວກຄົນງານ ແລະຄົນອື່ນໆ ທີ່ມີສ່ວນກ່ຽວຂ້ອງກັບວິຫານຂອງພຣະເຈົ້ານີ້. 25 ເອຊະຣາເອີຍ ທ່ານຈົ່ງໃຊ້ສະຕິປັນຍາທີ່ພຣະເຈົ້າຂອງທ່ານໂຜດໃຫ້ນັ້ນ ແຕ່ງຕັ້ງບັນດາຜູ້ບໍລິຫານແລະຜູ້ຕັດສິນຄວາມ ເພື່ອປົກຄອງປະຊາຊົນທັງໝົດໃນພາກຕາເວັນຕົກຂອງແມ່ນໍ້າເອີຟຣັດ ຄືຜູ້ທີ່ດຳລົງຊີວິດຢູ່ຕາມກົດບັນຍັດຂອງພຣະເຈົ້າຂອງທ່ານ. ທ່ານຕ້ອງສັ່ງສອນກົດບັນຍັດນີ້ໃຫ້ແກ່ຜູ້ທີ່ຍັງບໍ່ທັນຮູ້ຈັກ. 26 ຖ້າຜູ້ໃດບໍ່ເຊື່ອຟັງກົດບັນຍັດຂອງພຣະເຈົ້າຂອງທ່ານ ຫລືກົດໝາຍຕ່າງໆຂອງອານາຈັກ ຜູ້ນັ້ນຈະຕ້ອງຖືກລົງໂທດທັນທີ ດັ່ງນີ້: ໂດຍການປະຫານຊີວິດ, ຖືກເນລະເທດ, ຖືກຢຶດຊັບສິນ ຫລືຖືກຄຸກ.” ເອຊະຣາສັນລະເສີນພຣະເຈົ້າ 27 ແລ້ວເອຊະຣາກໍກ່າວວ່າ, “ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກຂ້ານ້ອຍ ພຣະອົງໄດ້ເຮັດໃຫ້ກະສັດເຕັມໃຈຍ້ອງຍໍໃຫ້ກຽດແກ່ວິຫານຂອງພຣະເຈົ້າຢາເວໃນນະຄອນເຢຣູຊາເລັມ. 28 ໂດຍພຣະຄຸນຂອງພຣະເຈົ້າ, ຂ້ານ້ອຍຈຶ່ງໄດ້ຮັບຄວາມກະລຸນາຈາກກະສັດ, ຈາກບັນດາທີ່ປຶກສາຂອງເພິ່ນ ແລະຈາກບັນດາຂ້າຣາຊການຜູ້ມີອຳນາດທຸກຄົນຂອງເພິ່ນ; ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍໄດ້ໃຫ້ຂ້ານ້ອຍມີຄວາມກ້າຫານ ແລະຂ້ານ້ອຍຈຶ່ງສາມາດຊັກຊວນເອົາຫົວໜ້າຕະກຸນຕ່າງໆ ຂອງຊາດອິດສະຣາເອນຫລາຍຄົນໃຫ້ກັບຄືນມາດ້ວຍກັນກັບຂ້ານ້ອຍ.” |
@ 2012 United Bible Societies. All Rights Reserved.