ເອຊະຣາ 6 - ພຣະຄຳພີສັກສິຄຳສັ່ງຂອງໄຊຣັດຖືກຄົ້ນພົບອີກ 1 ດັ່ງນັ້ນ ກະສັດດາຣິອຸດຈຶ່ງໄດ້ອອກຄຳສັ່ງ ໃຫ້ຄົ້ນຫາເອກະສານປະຈຳວັງທີ່ມ້ຽນໄວ້ຢູ່ໃນແຂວງບາບີໂລນ. 2 ແລ້ວໜັງສືມ້ວນໜຶ່ງກໍຖືກຄົ້ນພົບໃນເມືອງເອັກບາທານາ ແຂວງເມເດຍ ຊຶ່ງມີຖ້ອຍຄຳດັ່ງຕໍ່ໄປນີ້: 3 “ໃນຣາຊການປີທີໜຶ່ງຂອງກະສັດໄຊຣັດ ເພິ່ນໄດ້ອອກຄຳສັ່ງໃຫ້ສ້າງວິຫານຂອງພຣະເຈົ້າຂຶ້ນໃໝ່ທີ່ນະຄອນເຢຣູຊາເລັມ ເພື່ອໃຫ້ເປັນບ່ອນເຜົາເຄື່ອງຖວາຍບູຊາ. ວິຫານນັ້ນໃຫ້ສູງໄດ້ຊາວເຈັດແມັດ ແລະໃຫ້ກວ້າງໄດ້ຊາວເຈັດແມັດ. 4 ສ່ວນຝານັ້ນ ໃຫ້ສ້າງດ້ວຍຫີນເປັນສາມຊັ້ນ ຊຶ່ງທຸກສາມຊັ້ນໃດ ໃຫ້ມີໄມ້ກາດຢູ່ເທິງອັນໜຶ່ງ. ຄ່າໃຊ້ຈ່າຍທັງໝົດໃຫ້ຕົກເປັນເງິນຂອງຄັງຫລວງ. 5 ສ່ວນເຄື່ອງໃຊ້ເປັນຄຳແລະເປັນເງິນຂອງວິຫານຂອງພຣະເຈົ້າ ຊຶ່ງກະສັດເນບູກາດເນັດຊາ ໄດ້ເອົາມາຈາກພຣະວິຫານໃນນະຄອນເຢຣູຊາເລັມແລະໄດ້ນຳມາບາບີໂລນນັ້ນ ໃຫ້ນຳເອົາຄືນໄປໄວ້ບ່ອນເກົ່າ ຄືທີ່ວິຫານຂອງພຣະເຈົ້າ.” ກະສັດດາຣິອຸດສັ່ງໃຫ້ສືບຕໍ່ສ້າງພຣະວິຫານ 6 ແລ້ວກະສັດດາຣິອຸດກໍໄດ້ສົ່ງຄຳຕອບມາດັ່ງນີ້: “ເຖິງ ຕັດເຕໄນ ຜູ້ປົກຄອງພາກຕາເວັນຕົກຂອງແມ່ນໍ້າເອີຟຣັດ ພ້ອມທັງເຊຕາກໂບເຊໄນ ລວມທັງບັນດາເຈົ້າໜ້າທີ່ຢູ່ໃນທີ່ນັ້ນ ຢ່າສູ່ວົນນຳເລື່ອງວິຫານຂອງພຣະເຈົ້າ ແລະຢ່າສູ່ຫຍຸ້ງກ່ຽວໃນການກໍ່ສ້າງນີ້ເລີຍ. 7 ຈົ່ງປ່ອຍໃຫ້ຜູ້ປົກຄອງຊາວຢິວ ແລະພວກຜູ້ນຳຊາວຢິວ ສ້າງວິຫານຂອງພຣະເຈົ້າຂຶ້ນໃໝ່ຢູ່ໃນບ່ອນເກົ່ານັ້ນເສຍ. 8 ດັ່ງນັ້ນ ເຮົາຈຶ່ງສັ່ງໃຫ້ພວກທ່ານຊ່ວຍພວກເຂົາສ້າງວິຫານຂອງພຣະເຈົ້າຂຶ້ນໃໝ່. ຄ່າໃຊ້ຈ່າຍໃຫ້ເອົາໄດ້ທັນທີຈາກຄັງຫລວງ ທີ່ເປັນເງິນໄດ້ມາຈາກການເສຍສ່ວຍປະຈຳແຂວງ ທາງພາກຕາເວັນຕົກຂອງແມ່ນໍ້າເອີຟຣັດ ເພື່ອວ່າວຽກນີ້ຈະດຳເນີນໄປຢ່າງບໍ່ມີການຢຸດສະງັກ. 9 ທຸກໆວັນ ພວກທ່ານຕ້ອງຈັດຫາລູກງົວເຖິກ, ແກະ, ຫລືລູກແກະ ເພື່ອເປັນເຄື່ອງບູຊາຖວາຍແກ່ພຣະເຈົ້າແຫ່ງສະຫວັນ ພ້ອມທັງເຂົ້າເດືອຍ, ເກືອ, ເຫຼົ້າອະງຸ່ນ ແລະນໍ້າມັນໝາກກອກເທດໃຫ້ແກ່ບັນດາປະໂຣຫິດທີ່ນະຄອນເຢຣູຊາເລັມຕາມຄວາມຕ້ອງການ. 10 ການເຮັດຢ່າງນີ້ ກໍເພື່ອພວກເຂົາຈະໄດ້ຖວາຍເຄື່ອງບູຊາໃຫ້ເປັນທີ່ພໍພຣະໄທພຣະເຈົ້າແຫ່ງສະຫວັນ ແລະໃຫ້ພາວັນນາອະທິຖານຂໍພຣະພອນຈາກພຣະເຈົ້າສຳລັບເຮົາແລະສຳລັບບັນດາພວກລູກຊາຍຂອງເຮົາດ້ວຍ. 11 ເຮົາສັ່ງຕໍ່ໄປວ່າ ຖ້າຜູ້ໃດຜູ້ໜຶ່ງບໍ່ປະຕິບັດຕາມຄຳສັ່ງນີ້ ກໍໃຫ້ຖອນໄມ້ຂື່ເຮືອນຂອງຜູ້ນັ້ນອອກ ແລະແຫລມປາຍໄມ້ຂື່ນັ້ນສຽບໃສ່ໃຫ້ທະລຸຮ່າງກາຍຂອງລາວ. ເຮືອນຂອງລາວຈະກາຍເປັນກອງຂີ້ເຫຍື້ອ. 12 ຂໍພຣະເຈົ້າຜູ້ເລືອກເອົານະຄອນເຢຣູຊາເລັມໃຫ້ເປັນບ່ອນທີ່ຄົນນະມັດສະການພຣະອົງ; ຈົ່ງກຳຈັດກະສັດຄົນໃດ ຫລືຊົນຊາດໃດທີ່ລະເມີດຄຳສັ່ງ ແລະປອງທຳລາຍວິຫານຂອງພຣະເຈົ້ານີ້. ເຮົາຄືດາຣິອຸດ ເປັນຜູ້ອອກຄຳສັ່ງນີ້. ຈົ່ງປະຕິບັດໃຫ້ຄົບຖ້ວນຕາມນັ້ນທຸກປະການ.” ພຣະວິຫານຖືກອຸທິດຖວາຍ 13 ແລ້ວຜູ້ປົກຄອງຕັດເຕໄນ, ເຊຕາກໂບເຊໄນ, ພ້ອມທັງບັນດາເຈົ້າໜ້າທີ່ດ້ວຍກັນ ກໍປະຕິບັດຕາມຄຳສັ່ງຂອງກະສັດທຸກປະການ. 14 ພວກຜູ້ນຳຊາວຢູດາໄດ້ກໍ່ສ້າງພຣະວິຫານຢ່າງກ້າວໜ້າດີ ໂດຍໄດ້ຮັບການໜູນໃຈຈາກຜູ້ທຳນວາຍຮັກກາຍແລະເຊກາຣີຢາເຊື້ອສາຍຂອງອິດໂດ. ພວກເຂົາໄດ້ກໍ່ສ້າງພຣະວິຫານສຳເລັດຕາມຄຳສັ່ງຂອງພຣະເຈົ້າແຫ່ງຊາດອິດສະຣາເອນ ແລະຂອງບັນດາຈັກກະພັດແຫ່ງເປີເຊຍ ຄື: ໄຊຣັດ, ດາຣິອຸດ ແລະອາກຕາເຊເຊັດ. 15 ພວກເຂົາໄດ້ກໍ່ສ້າງພຣະວິຫານສຳເລັດໃນວັນທີສາມຂອງເດືອນອາດາກ ໃນຣາຊການປີທີຫົກຂອງກະສັດດາຣິອຸດ. 16 ແລ້ວປະຊາຊົນອິດສະຣາເອນ ພວກປະໂຣຫິດຊາວເລວີ ແລະຄົນອື່ນໆທັງໝົດທີ່ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ກໍໄດ້ຮ່ວມກັນອຸທິດຖວາຍວິຫານຂອງພຣະເຈົ້າດ້ວຍຄວາມຊົມຊື່ນຍິນດີ. 17 ສຳລັບການອຸທິດຖວາຍວິຫານຂອງພຣະເຈົ້ານີ້ ພວກເຂົາໄດ້ຖວາຍງົວເຖິກໜຶ່ງຮ້ອຍໂຕ, ແກະເຖິກສອງຮ້ອຍໂຕ, ລູກແກະເຖິກສີ່ຮ້ອຍໂຕເປັນເຄື່ອງບູຊາ ແລະພວກເຂົາໄດ້ຖວາຍແບ້ເຖິກສິບສອງໂຕ ເປັນການລົບລ້າງບາບ ຄືໂຕໜຶ່ງສຳລັບເຜົ່າໜຶ່ງ. 18 ພວກເຂົາຍັງໄດ້ແຕ່ງຕັ້ງບັນດາປະໂຣຫິດແລະຊາວເລວີໃຫ້ເປັນຜູ້ເຮັດວຽກໃນໜ້າທີ່ຂອງພວກເຂົາເພື່ອຮັບໃຊ້ພຣະເຈົ້າທີ່ນະຄອນເຢຣູຊາເລັມ ຕາມຄຳແນະນຳທີ່ໄດ້ມີບັນທຶກໄວ້ຢູ່ໃນໜັງສືຂອງໂມເຊ. ງານສະຫລອງປັດສະຄາ 19 ປະຊາຊົນທີ່ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ໄດ້ສະຫລອງປັດສະຄາ ໃນວັນທີສິບສີ່ຂອງເດືອນທີໜຶ່ງໃນປີຕໍ່ມາ. 20 ພວກປະໂຣຫິດແລະຊາວເລວີທຸກຄົນໄດ້ຊຳລະຕົນໃຫ້ບໍຣິສຸດຕາມກົດບັນຍັດ. ຊາວເລວີໄດ້ຂ້າລູກແກະເປັນເຄື່ອງບູຊາໃນວັນປັດສະຄາ ສຳລັບປະຊາຊົນທັງໝົດທີ່ໄດ້ກັບຄືນມາ, ສຳລັບພວກປະໂຣຫິດ ແລະສຳລັບພວກເຂົາເອງ. 21 ຜູ້ທີ່ມີສິດກິນເຄື່ອງຖວາຍບູຊານັ້ນມີດັ່ງນີ້: ພວກອິດສະຣາເອນທຸກຄົນທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ແລະທຸກຄົນທີ່ເຊົາເຮັດຕາມຄົນບໍ່ນັບຖືພຣະເຈົ້າທີ່ອາໄສຢູ່ໃນດິນແດນ ແລະຜູ້ທີ່ມານະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ. 22 ພວກເຂົາສະຫລອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງຢ່າງຊົມຊື່ນຍິນດີເປັນເວລາເຈັດວັນ ເພາະວ່າພຣະເຈົ້າຢາເວໄດ້ເຮັດໃຫ້ຈັກກະພັດອັດຊີເຣຍ ພໍໃຈໃນພວກຕົນ ແລະເພິ່ນໄດ້ສະໜັບສະໜູນການສ້າງວິຫານຂອງພຣະເຈົ້າ ແຫ່ງຊາດອິດສະຣາເອນຂຶ້ນໃໝ່. |
@ 2012 United Bible Societies. All Rights Reserved.