Biblia Todo Logo
Bìoball air-loidhne

- Sanasan -

ເອຊະຣາ 4 - ພຣະຄຳພີສັກສິ


ການ​ສ້າງ​ພຣະວິຫານ​ຂຶ້ນ​ໃໝ່​ຖືກ​ຂັດຂວາງ

1 ພວກ​ສັດຕູ​ຂອງ​ຊາວ​ຢູດາ​ແລະ​ຊາວ​ເບັນຢາມິນ​ໄດ້ຍິນ​ວ່າ ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ໄດ້​ກັບຄືນ​ມາ ແລະ​ກຳລັງ​ສ້າງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຂຶ້ນ​ໃໝ່.

2 ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ຫາ​ເຊຣຸບບາເບນ ແລະ​ພວກ​ຫົວໜ້າ​ຂອງ​ຕະກຸນ​ຕ່າງໆ ແລະ​ກ່າວ​ວ່າ, “ຂໍ​ໃຫ້​ພວກເຮົາ​ໄດ້​ຮ່ວມ​ຊ່ວຍ​ສ້າງ​ພຣະວິຫານ​ດ້ວຍ. ພວກເຮົາ​ແລະ​ພວກທ່ານ​ກໍ​ນະມັດສະການ​ພຣະເຈົ້າ​ອົງ​ດຽວກັນ ແລະ​ເຄີຍ​ໄດ້​ເຜົາ​ເຄື່ອງ​ບູຊາ​ແກ່​ພຣະອົງ ຕັ້ງແຕ່​ຄາວ​ທີ່​ກະສັດ​ເອສາຮັດໂດນ​ແຫ່ງ​ອັດຊີເຣຍ​ໄດ້​ສົ່ງ​ພວກເຮົາ​ມາ​ຢູ່​ທີ່ນີ້.”

3 ເຊຣຸບບາເບນ, ເຢຊູອາ ແລະ​ພວກ​ຫົວໜ້າ​ຂອງ​ຕະກຸນ​ຕ່າງໆ ໄດ້​ຕອບ​ພວກເຂົາ​ວ່າ, “ພວກເຮົາ​ບໍ່​ຕ້ອງການ​ໃຫ້​ພວກເຈົ້າ​ຊ່ວຍ​ສ້າງ​ວິຫານ​ສຳລັບ​ພຣະເຈົ້າ​ຂອງ​ພວກເຮົາ​ດອກ. ພວກເຮົາ​ຈະ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຂຶ້ນ​ເອງ ຕາມ​ຄຳສັ່ງ​ຂອງ​ກະສັດ​ໄຊຣັດ​ກະສັດ​ແຫ່ງ​ເປີເຊຍ.”

4 ແລ້ວ​ປະຊາຊົນ​ທີ່​ໄດ້​ຢູ່​ໃນ​ດິນແດນ​ນັ້ນ ກໍ​ພະຍາຍາມ​ເຮັດ​ໃຫ້​ຊາວຢິວ​ຢ້ານກົວ ແລະ​ທໍ້ຖອຍ​ໃຈ ເພື່ອ​ໃຫ້​ພວກເຂົາ​ເຊົາ​ສ້າງ​ພຣະວິຫານ.

5 ພວກເຂົາ​ຍັງ​ໄດ້​ໃຫ້​ສິນບົນ​ແກ່​ພວກ​ຂ້າຣາຊການ​ເປີເຊຍ ເພື່ອ​ໃຫ້​ດຳເນີນການ​ຕໍ່ຕ້ານ​ພວກ​ຢິວ. ພວກເຂົາ​ສືບຕໍ່​ເຮັດ​ຢູ່​ຢ່າງນີ້ ຕະຫລອດ​ຣາຊການ​ຂອງ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ ຈົນເຖິງ​ຣາຊການ​ຂອງ​ກະສັດ​ດາຣິອຸດ ແຫ່ງ​ເປີເຊຍ.


ການ​ກໍ່ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່​ຖືກ​ຂັດຂວາງ

6 ໃນ​ຣາຊການ​ຂອງ​ກະສັດ​ເຊເຊັດ ເຫຼົ່າ​ສັດຕູ​ຂອງ​ປະຊາຊົນ​ທີ່​ຢູ່​ໃນ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ ໄດ້​ນຳ​ຂໍ້​ກ່າວຫາ​ຂຽນ​ເປັນ​ລາຍລັກອັກສອນ​ມາ​ຕໍ່ສູ້​ພວກເຂົາ.

7 ແລະ​ຕໍ່ມາ​ອີກ ໃນ​ຣາຊການ​ຂອງ​ກະສັດ​ອາກຕາເຊເຊັດ​ແຫ່ງ​ເປີເຊຍ. ບີຊະລາມ, ມິດເຣດາດ, ຕາເບເອນ ແລະ​ຜູ້​ຮ່ວມງານ​ຂອງ​ພວກເຂົາ ໄດ້​ຂຽນ​ຈົດໝາຍ​ໄປ​ຫາ​ກະສັດ​ອາກຕາເຊເຊັດ. ຈົດໝາຍ​ສະບັບ​ນີ້​ຂຽນ​ຂຶ້ນ​ເປັນ​ພາສາ​ອາຣາມິກ ແລະ​ກໍ​ຕ້ອງ​ມີ​ຜູ້​ແປ​ໃນ​ເວລາ​ອ່ານ.

8 ເຊັ່ນດຽວ​ກັນ ເຣຮູມ​ຜູ້​ປົກຄອງ​ແຂວງ ແລະ​ຊິມໄຊ​ເລຂາທິການ​ປະຈຳ​ແຂວງ ກໍໄດ້​ຂຽນ​ຈົດໝາຍ​ຕໍ່ໄປນີ້​ຫາ​ກະສັດ​ອາກຕາເຊເຊັດ​ກ່ຽວກັບ​ນະຄອນ​ເຢຣູຊາເລັມ ໂດຍ​ມີ​ຂໍ້​ຄວາມ​ດັ່ງນີ້:

9 “ຈາກ​ເຣຮູມ​ຜູ້ປົກຄອງ​ແຂວງ, ຈາກ​ຊິມໄຊ​ເລຂາທິການ​ປະຈຳ​ແຂວງ, ຈາກ​ຜູ້​ຮ່ວມງານ​ຂອງ​ພວກເຂົາ, ຈາກ​ພວກ​ຜູ້ຕັດສິນ ແລະ​ຈາກ​ບັນດາ​ຂ້າຣາຊການ​ຄົນອື່ນໆ ທັງໝົດ​ທີ່​ມາ​ຈາກ​ຖິ່ນຖານ​ເອເຣັກ, ບາບີໂລນ ແລະ​ຊູຊາ​ທີ່​ດິນແດນ​ເອລາມ,

10 ພ້ອມ​ທັງ​ປະຊາຊົນ​ອື່ນໆ​ທີ່​ຖືກ​ເຈົ້າ​ອາຊູບານີປານ ຜູ້​ຍິ່ງໃຫຍ່​ແລະ​ມີ​ອຳນາດ ໄດ້​ຍົກຍ້າຍ​ພວກເຂົາ​ອອກ​ຈາກ​ບ້ານເກີດ​ເມືອງນອນ​ໃຫ້​ມາ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ນະຄອນ​ຊາມາເຣຍ ແລະ​ຕາມ​ບ່ອນ​ອື່ນໆ​ໃນ​ແຂວງ​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ.”

11 ໃຈຄວາມ​ຂອງ​ຈົດໝາຍ​ນັ້ນ​ມີ​ຖ້ອຍຄຳ​ດັ່ງ​ຕໍ່ໄປນີ້: “ຈາກ ບັນດາ​ຜູ້ຮັບໃຊ້​ຂອງທ່ານ​ທີ່​ຢູ່​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ຂໍຮຽນ​ກະສັດ​ອາກຕາເຊເຊັດ.

12 ພວກ​ຂ້ານ້ອຍ​ຂໍຮຽນ​ໃຫ້​ທ່ານ​ຊາບ​ວ່າ ຊາວຢິວ​ແຕ່​ແຄວ້ນ​ອື່ນໆ​ຂອງທ່ານ​ທີ່​ໄດ້​ມາ​ຢູ່​ໃນ​ບ່ອນ​ນີ້ ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ທັງ​ໄດ້​ສ້າງ​ເມືອງ​ຊົ່ວຊ້າ ແລະ​ເມືອງ​ຂອງ​ພວກ​ກະບົດ​ຂຶ້ນ​ໃໝ່. ພວກເຂົາ​ເລີ່ມ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່ ແລະ​ອີກ​ບໍ່ດົນ​ກໍ​ຈະ​ສຳເລັດ.

13 ຂ້າແດ່​ພະຣາຊາ ຖ້າ​ເມືອງ​ນີ້​ຖືກ​ສ້າງ​ຂຶ້ນ​ໃໝ່​ແລະ​ກຳແພງ​ເມືອງ​ຖືກ​ສ້າງ​ສຳເລັດ​ແລ້ວ​ປະຊາຊົນ​ຈະ​ຢຸດ​ເສຍສ່ວຍ ແລະ​ລາຍໄດ້​ຂອງ​ຫລວງ​ກໍ​ຈະ​ລົດໜ້ອຍ​ຖອຍລົງ.

14 ດຽວນີ້​ຍ້ອນ​ພວກ​ຂ້ານ້ອຍ​ຢູ່​ໃຕ້​ບັງຄັບ​ຂອງທ່ານ ພວກ​ຂ້ານ້ອຍ​ຈຶ່ງ​ບໍ່​ຢາກ​ຈະ​ເຫັນ​ເຫດການ​ນີ້​ເກີດຂຶ້ນ; ດັ່ງນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ຂໍ​ໃຫ້​ຄຳແນະນຳ​ວ່າ:

15 ທ່ານ​ຈົ່ງ​ອອກ​ຄຳສັ່ງ​ໃຫ້​ຄົ້ນຫາ​ເອກະສານ ຊຶ່ງ​ບັນພະບຸລຸດ​ຂອງທ່ານ​ໄດ້​ເກັບມ້ຽນ​ໄວ້. ຖ້າ​ທ່ານ​ຄົ້ນເບິ່ງ ທ່ານ​ກໍ​ຈະ​ເຫັນ​ວ່າ ເມືອງ​ນີ້​ໄດ້​ເກີດ​ມີ​ການ​ກະບົດ​ຢູ່​ເລື້ອຍໆ ແລະ​ຕັ້ງແຕ່​ສະໄໝ​ກ່ອນ​ເປັນ​ຕົ້ນ​ມາ ບັນດາ​ກະສັດ​ແລະ​ບັນດາ​ຜູ້ປົກຄອງ​ແຂວງ​ໄດັ​ຮັບ​ຄວາມ​ເດືອດຮ້ອນ​ຢູ່​ສະເໝີ. ປະຊາຊົນ​ກໍ​ເປັນ​ຜູ້​ທີ່​ປົກຄອງ​ຍາກ. ດ້ວຍເຫດນີ້ ເມືອງ​ນີ້​ຈຶ່ງ​ຖືກ​ທຳລາຍ.

16 ສະນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ຂໍ​ຢືນຢັນ​ວ່າ, ຖ້າ​ເມືອງ​ນີ້​ຖືກ​ສ້າງ​ຂຶ້ນ​ໃໝ່​ແລະ​ກຳແພງ​ຖືກ​ສ້າງ​ສຳເລັດ​ແລ້ວ ທ່ານ​ກໍ​ຈະ​ບໍ່​ສາມາດ​ຄວບຄຸມ ເຂດ​ທາງພາກ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ​ໄດ້​ອີກ​ຕໍ່ໄປ.”

17 ກະສັດ​ຈຶ່ງ​ສົ່ງ​ຈົດໝາຍ​ຕອບ​ມາ ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້: “ຂໍ​ຄຳນັບ​ມາ​ເຖິງ​ເຣຮູມ ຜູ້ປົກຄອງ​ແຂວງ, ຊິມໄຊ ເລຂາ​ປະຈຳ​ແຂວງ, ພ້ອມ​ດ້ວຍ​ຜູ້​ຮ່ວມງານ​ທີ່​ຢູ່​ໃນ​ນະຄອນ​ຊາມາເຣຍ​ແລະ​ໃນ​ດິນແດນ​ອື່ນໆ ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ.

18 ຈົດໝາຍ​ທີ່​ພວກທ່ານ​ໄດ້​ສົ່ງ​ມາ​ນັ້ນ ກໍໄດ້​ມີ​ຜູ້ອ່ານ ແລະ​ແປ​ຕໍ່ໜ້າ​ຂ້າພະເຈົ້າ​ແລ້ວ.

19 ຂ້າພະເຈົ້າ​ຈຶ່ງ​ອອກ​ຄຳສັ່ງ​ໃຫ້​ທຳການ​ສອບສວນ ແລະ​ໄດ້​ພົບ​ໂດຍ​ແທ້ຈິງ​ວ່າ ຕັ້ງແຕ່​ບູຮານ​ມາ ນະຄອນ​ເຢຣູຊາເລັມ​ໄດ້​ກະບົດ​ຕໍ່​ສິດອຳນາດ​ຂອງ​ກະສັດ ແລະ​ກໍ​ເຄີຍ​ເປັນ​ບ່ອນ​ທີ່​ເຕັມ​ໄປ​ດ້ວຍ​ພວກ​ກະບົດ ແລະ​ພວກ​ທີ່​ສ້າງ​ຄວາມ​ເດືອດຮ້ອນ.

20 ບັນດາ​ກະສັດ​ຜູ້​ມີ​ອຳນາດ​ໃຫຍ່​ໄດ້​ຂຶ້ນ​ຄອງ​ຢູ່​ທີ່​ນັ້ນ ແລະ​ໄດ້​ປົກຄອງ​ທົ່ວ​ແຂວງ​ທັງໝົດ​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ໂດຍ​ໃຊ້​ອິດທິພົນ​ເກັບ​ພາສີ ແລະ​ຫາ​ລາຍໄດ້.

21 ສະນັ້ນ ຈົ່ງ​ໃຫ້​ທ່ານ​ອອກ​ຄຳສັ່ງ​ແກ່​ຄົນ​ເຫຼົ່ານັ້ນ ໃຫ້​ຢຸດ​ສ້າງ​ເມືອງ​ຂຶ້ນ​ໃໝ່ ຈົນກວ່າ​ຂ້າພະເຈົ້າ​ຈະ​ໃຫ້​ຄຳສັ່ງ​ໃໝ່​ອີກ.

22 ໃຫ້​ປະຕິບັດ​ຕາມນີ້​ໃນ​ທັນທີ​ທັນໃດ​ໂລດ ເພື່ອ​ວ່າ​ຂ້າພະເຈົ້າ​ຈະ​ບໍ່​ເສຍ​ຜົນປະໂຫຍດ​ກ່ຽວກັບ​ເລື່ອງນີ້​ຕໍ່ໄປ.”

23 ພໍ​ຈົດໝາຍ​ຂອງ​ກະສັດ​ອາກຕາເຊເຊັດ​ຖືກ​ອ່ານ​ສູ່​ເຣຮູມ, ຊິມໄຊ ແລະ​ຜູ້​ຮ່ວມງານ​ຂອງ​ພວກເຂົາ; ພວກເຂົາ​ກໍ​ຟ້າວ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ໃຊ້​ອຳນາດ​ບັງຄັບ​ຊາວຢິວ​ໃຫ້​ຢຸດເຊົາ​ການ​ກໍ່ສ້າງ​ເມືອງ.


ການ​ກໍ່ສ້າງ​ພຣະວິຫານ​ເລີ່ມ​ຂຶ້ນ​ອີກ

24 ການ​ກໍ່ສ້າງ​ວິຫານ​ຂອງ​ພຣະເຈົ້າ​ໄດ້​ຢຸດ​ສະຫງັກ​ລົງ ແລະ​ຄ້າງຄາ​ຢູ່​ຢ່າງ​ນັ້ນ ຈົນເຖິງ​ຣາຊການ​ປີ​ທີ​ສອງ​ຂອງ​ກະສັດ​ດາຣິອຸດ​ແຫ່ງ​ເປີເຊຍ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan