Biblia Todo Logo
Bìoball air-loidhne

- Sanasan -

ເອຊະຣາ 3 - ພຣະຄຳພີສັກສິ


ການ​ນະມັດສະການ​ໄດ້​ເລີ່ມ​ຂຶ້ນ

1 ຕໍ່ມາ​ໃນ​ເດືອນ​ທີ​ເຈັດ ປະຊາຊົນ​ອິດສະຣາເອນ​ທັງໝົດ​ກໍ​ຕັ້ງ​ຖິ່ນຖານ​ຢູ່​ຕາມ​ບ້ານ​ເມືອງ​ຂອງ​ໃຜ​ລາວ. ແລ້ວ​ພວກເຂົາ​ທຸກຄົນ​ກໍ​ມາ​ເຕົ້າໂຮມ​ກັນ​ທີ່​ນະຄອນ​ເຢຣູຊາເລັມ,

2 ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ, ໝູ່ເພື່ອນ​ປະໂຣຫິດ​ຂອງ​ລາວ ແລະ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ​ພ້ອມ​ທັງ​ຍາດຕິພີ່ນ້ອງ, ໄດ້​ສ້າງ​ແທ່ນບູຊາ​ສຳລັບ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຂຶ້ນ​ໃໝ່ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເຜົາ​ເຄື່ອງ​ບູຊາ​ຖວາຍ​ທີ່​ເທິງ​ແທ່ນ​ນັ້ນ ຕາມ​ຄຳແນະນຳ​ທີ່​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ​ຄົນ​ຂອງ​ພຣະເຈົ້າ.

3 ເຖິງ​ແມ່ນ​ວ່າ ພວກ​ທີ່​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ຢ້ານກົວ​ຊົນຊາດ​ອື່ນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນັ້ນ​ກໍຕາມ ແຕ່​ພວກເຂົາ​ຍັງ​ສ້າງ​ແທ່ນບູຊາ​ຂຶ້ນ​ໃໝ່​ໄວ້​ໃນ​ບ່ອນ​ເກົ່າ​ຂອງ​ມັນ. ແລ້ວ​ພວກເຂົາ​ກໍ​ເຜົາ​ເຄື່ອງ​ຖວາຍບູຊາ​ດ້ວຍໄຟ​ແກ່​ພຣະເຈົ້າຢາເວ​ທີ່​ເທິງ​ແທ່ນ​ນັ້ນ​ອີກເທື່ອໜຶ່ງ ໃນ​ທຸກ​ເຊົ້າ ແລະ​ທຸກ​ແລງ.

4 ພວກເຂົາ​ສະຫລອງ​ເທດສະການ​ປຸກຕູບຢູ່​ຕາມ​ລະບຽບ​ທີ່​ມີ​ໄວ້; ແຕ່ລະ​ວັນ​ພວກເຂົາ​ໄດ້​ຖວາຍ​ເຄື່ອງ​ບູຊາ ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້​ສຳລັບ​ມື້​ນັ້ນ;

5 ນອກຈາກນີ້​ແລ້ວ ພວກເຂົາ​ກໍ​ຍັງ​ໄດ້​ຖວາຍ​ເຄື່ອງ​ບູຊາ​ເປັນ​ປະຈຳ​ດັ່ງນີ້: ການ​ບູຊາ​ເຜົາ​ທັງໝົດ ແລະ​ຖວາຍ​ເຄື່ອງ​ບູຊາ​ໃນ​ມື້​ເດືອນ​ອອກ​ໃໝ່ ແລະ​ຕາມ​ລະບຽບ​ຂອງ​ເທດສະການ​ທຸກຄັ້ງ​ທີ່​ພຣະເຈົ້າຢາເວ​ໄດ້​ກຳນົດ​ໄວ້​ໃຫ້​ນະມັດສະການ ຕະຫລອດ​ທັງ​ເຄື່ອງ​ບູຊາ​ທັງໝົດ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ ຕາມ​ໃຈ​ສະໝັກ​ຂອງ​ໃຜ​ລາວ.

6 ເຖິງແມ່ນ​ວ່າ​ປະຊາຊົນ​ຍັງ​ບໍ່ໄດ້​ເລີ່ມ​ສ້າງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ໃໝ່​ກໍຕາມ ແຕ່​ພວກເຂົາ​ກໍໄດ້​ເລີ່ມຕົ້ນ​ເຜົາ​ເຄື່ອງບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ໃນ​ມື້​ທຳອິດ​ຂອງ​ເດືອນ​ທີ​ເຈັດ.


ການ​ເລີ່ມ​ສ້າງ​ພຣະວິຫານ​ຂຶ້ນ​ໃໝ່

7 ຕໍ່ມາ ປະຊາຊົນ​ກໍ​ຈ່າຍ​ເງິນ​ໃຫ້​ຊ່າງ​ຕັດ​ຫີນ ແລະ​ຊ່າງ​ໄມ້; ແລະ​ໄດ້​ເອົາ​ອາຫານ, ເຄື່ອງດື່ມ ແລະ​ນໍ້າມັນ​ໝາກກອກເທດ ສົ່ງ​ໄປ​ທີ່​ເມືອງ​ຕີເຣ ແລະ ຊີໂດນ ເພື່ອ​ແລກປ່ຽນ​ກັບ​ໄມ້ແປກ​ຈາກ​ເລບານອນ ຊຶ່ງ​ໄມ້​ເຫຼົ່ານີ້​ໄດ້​ຖືກ​ນຳ​ມາ​ທາງ​ທະເລ​ຈາກ​ເມືອງ​ຢົບປາ. ທຸກສິ່ງ​ທີ່​ໄດ້​ລົງມື​ເຮັດ​ນັ້ນ​ແມ່ນ​ໄດ້​ຮັບ​ອະນຸຍາດ​ຈາກ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ.

8 ສະນັ້ນ ໃນ​ເດືອນ​ທີ​ສອງ​ຂອງ​ປີ​ຕໍ່ມາ ເມື່ອ​ກັບ​ມາ​ຮອດ​ບ່ອນ​ຕັ້ງ​ວິຫານ​ຂອງ​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ​ແລ້ວ ພວກເຂົາ​ກໍໄດ້​ລົງມື​ເຮັດ​ວຽກ​ໂລດ. ພວກ​ເຫຼົ່ານີ້​ມີ​ດັ່ງນີ້: ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ, ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ, ພີ່ນ້ອງ​ຮ່ວມ​ຊາດ​ທີ່​ເຫຼືອ​ຢູ່, ບັນດາ​ປະໂຣຫິດ​ຊາວ​ເລວີ ແລະ​ທຸກຄົນ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ທີ່​ໄດ້​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ກໍໄດ້​ຊ່ວຍ​ໃນ​ວຽກ​ການ​ນີ້. ຊາວ​ເລວີ​ທຸກຄົນ​ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ ກໍ​ມີ​ໜ້າທີ່​ຮັບຜິດຊອບ​ຕໍ່​ການ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໃໝ່.

9 ເຢຊູອາ​ຄົນເລວີ ພ້ອມ​ທັງ​ພວກ​ລູກຊາຍ​ຂອງ​ລາວ ແລະ​ຍາດພີ່ນ້ອງ ແລະ​ກາດມີເອນ ພ້ອມ​ທັງ​ພວກ​ລູກຊາຍ​ຂອງຕົນ (ຄື​ຕະກຸນ​ໂຮດາວີຢາ) ໄດ້​ຮ່ວມ​ມື​ກັນ​ຮັບຜິດຊອບ​ໃນ​ການ​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່. (ຊາວ​ເລວີ​ໄດ້​ຮັບ​ການ​ຊ່ວຍເຫລືອ​ຈາກ​ຕະກຸນ​ເຮນາດາດ.)

10 ເມື່ອ​ຄົນ​ເຫຼົ່ານີ້​ໄດ້​ເລີ່ມຕົ້ນ​ວາງ​ຮາກຖານ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ, ບັນດາ​ປະໂຣຫິດ​ທີ່​ນຸ່ງ​ເສື້ອຄຸມ ກໍ​ຖື​ແກ​ປະຈຳ​ໜ້າທີ່​ຂອງ​ພວກເຂົາ ສ່ວນ​ພວກເລວີ​ຈາກ​ຕະກຸນ​ອາສັບ​ກໍ​ຖື​ແສ່ງ​ຢືນ​ຢູ່​ທີ່​ນັ້ນ. ພວກເຂົາ​ສັນລະເສີນ​ພຣະເຈົ້າຢາເວ​ຕາມ​ຄຳແນະນຳ ສືບ​ຕໍ່ກັນ​ມາ​ແຕ່​ສະໄໝ​ຂອງ​ກະສັດ​ດາວິດ​ແຫ່ງ​ອິດສະຣາເອນ.

11 ພວກເຂົາ​ຮ້ອງເພງ​ສັນລະເສີນ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ວ່າ: “ພຣະອົງ ຊົງ​ຄຸນງາມ​ຄວາມດີ ແລະ​ຄວາມຮັກ ທີ່​ພຣະອົງ​ມີ​ແກ່​ຊາດ​ອິດສະຣາເອນ ກໍ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.” ທຸກຄົນ​ຕ່າງ​ກໍ​ຮ້ອງ​ດ້ວຍ​ສຸດຈິດ​ສຸດໃຈ ສັນລະເສີນ​ພຣະເຈົ້າຢາເວ ເພາະ​ຮາກຖານ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ​ຖືກ​ວາງ​ລົງ​ແລ້ວ.

12 ແຕ່​ຍັງ​ມີ​ປະໂຣຫິດ​ຜູ້​ອາວຸໂສ​ຫລາຍ​ຄົນ, ພວກເລວີ, ຫົວໜ້າ​ຕະກຸນ​ຕ່າງໆ​ທີ່​ເຄີຍ​ເຫັນ​ວິຫານ​ຫລັງ​ກ່ອນ​ມາ​ແລ້ວ ເມື່ອ​ໄດ້​ລໍ​ເຝົ້າເບິ່ງ​ການ​ວາງ​ຮາກຖານ​ຂອງ​ວິຫານ​ຢູ່​ນັ້ນ ຕ່າງ​ກໍ​ຮ້ອງໄຫ້ ແລະ​ຄໍ່າຄວນ. ແຕ່​ຄົນອື່ນ​ຢູ່​ໃນ​ທີ່ນັ້ນ​ພາກັນ​ໂຮຮ້ອງ​ຂຶ້ນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ.

13 ບໍ່ມີ​ຜູ້ໃດ​ບອກ​ໄດ້​ວ່າ ເປັນ​ສຽງ​ໂຮຮ້ອງ​ຍິນດີ​ຫລື​ສຽງ​ຮ້ອງໄຫ້ ເພາະ​ສຽງ​ນັ້ນ​ດັງ​ຫຼາຍ​ຈົນ​ຜູ້​ຢູ່ໄກໆ​ກໍ​ຍັງ​ໄດ້ຍິນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan