Biblia Todo Logo
Bìoball air-loidhne

- Sanasan -

ເອຊະຣາ 2 - ພຣະຄຳພີສັກສິ


ລາຍຊື່​ຂອງ​ຜູ້​ທີ່​ເປັນ​ຊະເລີຍ​ກັບຄືນ​ຈາກ​ຕ່າງຖິ່ນ
( ນມຢ 7:4-73 )

1 ມີ​ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຫລາຍ​ຄົນ​ໄດ້​ອອກ​ຈາກ​ແຂວງ​ບາບີໂລນ ແລະ​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ​ແລະ​ຢູດາຍ; ແຕ່ລະຄົນ​ໄດ້​ກັບຄືນ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ໃຜ​ລາວ. ຄອບຄົວ​ຂອງ​ພວກເຂົາ​ໄດ້​ເປັນ​ຊະເລີຍ​ແລະ​ອາໄສ​ຢູ່​ໃນ​ບາບີໂລນ ຕັ້ງແຕ່​ສະໄໝ​ທີ່​ກະສັດ​ເນບູ​ກາດເນັດຊາ​ໄດ້​ຈັບ​ພວກເຂົາ​ໄປ​ທີ່​ນັ້ນ.

2 ບັນດາ​ຜູ້ນຳ​ຂອງ​ພວກເຂົາ​ມີ​ດັ່ງນີ້: ເຊຣຸບບາເບນ, ເຢຊູອາ, ເນເຫມີຢາ, ເສຣາອີຢາ, ເຣເອລາອີຢາ, ມໍເດໄກ, ບິນຊານ, ມີຊະປາ, ບິກໄຫວ, ເຣຫຸມ ແລະ​ບາອານາ. ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ຕະກຸນ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ພ້ອມ​ທັງ​ຈຳນວນ​ຄົນ​ຂອງ​ແຕ່ລະ​ຕະກຸນ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ:

3 ປາຣົດ - 2.172 ຄົນ

4 ເຊຟາຕີຢາ - 372 ຄົນ

5 ອາຣາ - 775 ຄົນ

6 ປາຮາດ-ໂມອາບ (ເຊື້ອສາຍ​ຂອງ​ເຢຊູອາ ແລະ ໂຢອາບ) - 2.812 ຄົນ

7 ເອລາມ - 1.254 ຄົນ

8 ຊັດຕຸ - 945 ຄົນ

9 ຊັກກາຍ - 760 ຄົນ

10 ບານີ - 642 ຄົນ

11 ເບບາຍ - 623 ຄົນ

12 ອາຊະກາດ - 1.222 ຄົນ

13 ອາໂດນີກຳ - 666 ຄົນ

14 ບິກໄຫວ - 2.056 ຄົນ

15 ອາດິນ - 454 ຄົນ

16 ອາເຕ (ມີ​ຊື່​ໜຶ່ງ​ອີກ​ວ່າ​ເຮເຊກີຢາ) - 98 ຄົນ

17 ເບໄຊ - 323 ຄົນ

18 ໂຢຣາ - 112 ຄົນ

19 ຮາຊຸມ - 223 ຄົນ

20 ກິບບາ - 95 ຄົນ

21 ຄົນ​ທີ່​ບັນພະບຸລຸດ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ດັ່ງ​ຕໍ່ໄປນີ້ ກໍໄດ້​ກັບຄືນ​ຄືກັນ: ເບັດເລເຮັມ - 123 ຄົນ

22 ເນໂຕຟາ - 56 ຄົນ

23 ອານາທົດ - 128 ຄົນ

24 ອາຊະມາເວດ - 42 ຄົນ

25 ກີຣີອາດ​ເຢອາຣີມ, ເກຟີຣາ ແລະ​ເບເອໂຣດ - 743 ຄົນ

26 ຣາມາ ແລະ ເກບາ - 621 ຄົນ

27 ມິກມາດ - 122 ຄົນ

28 ເບັດເອນ ແລະ​ອາອີ - 223 ຄົນ

29 ເນໂບ - 52 ຄົນ

30 ມັກບິດ - 156 ຄົນ

31 ເອລາມ​ພວກ​ອື່ນ - 1.254 ຄົນ

32 ຮາຣິມ - 320 ຄົນ

33 ໂລດ, ຮາດິດ ແລະ​ໂອໂນ - 725 ຄົນ

34 ເຢຣິໂກ - 345 ຄົນ

35 ເສນາຢາ - 3.630 ຄົນ

36 ຕໍ່ໄປນີ້​ແມ່ນ​ບັນຊີ​ລາຍຊື່​ຂອງ​ຕະກຸນ​ຂອງ​ປະໂຣຫິດ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ເຢດາອີຢາ (ເຊື້ອສາຍ​ຂອງ​ເຢຊູອາ) - 973 ຄົນ

37 ອິມເມ - 1.052 ຄົນ

38 ປັດຊູ - 1.247 ຄົນ

39 ຮາຣິມ - 1.017 ຄົນ

40 ຕະກຸນ​ຕ່າງໆ​ຂອງ​ຊາວ​ເລວີ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ເຢຊູອາ ແລະ ກາດມີເອນ (ເຊື້ອສາຍ​ຂອງ​ໂຮດາວີຢາ) - 74 ຄົນ

41 ນັກດົນຕຼີ​ປະຈຳ​ພຣະວິຫານ (ເຊື້ອສາຍ​ຂອງ​ອາສັບ) - 128 ຄົນ

42 ຄົນເຝົ້າຍາມ​ປະຈຳ​ພຣະວິຫານ (ເຊື້ອສາຍ​ຂອງ​ຊັນລຸມ, ອາເຕ, ຕານໂມນ, ອັກກຸບ, ຮາຕີຕາ, ແລະ​ໂຊໄບ) - 139 ຄົນ

43 ຕະກຸນ​ຕ່າງໆ​ຂອງ​ຄົນ​ເຮັດ​ວຽກ​ປະຈຳ​ພຣະວິຫານ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ຊີຮາ, ຮາສູຟາ, ຕັບບາອົດ,

44 ເກໂຣດ, ສີອາຮາ, ປາໂດນ,

45 ເລບານາ, ຮາກາບາ, ອັກກຸບ,

46 ຮາກາບ, ຊານໄມ, ຮານານ,

47 ກິດເດນ, ກາຮາ, ເຣອາອີຢາ,

48 ເຣຊິນ, ເນໂກດາ, ກັດຊຳ,

49 ອຸດຊາ, ປາເສຢາ, ເບສາຍ,

50 ອາສະນາ, ເມອູນິມ, ເນຟີສິມ,

51 ບັກບຸກ, ຮາກູຟາ, ຮາກຮູ,

52 ບາຊະລຸດ, ເມຮິດາ, ຮາກຊາ,

53 ບາກໂກ, ສີເສຣາ, ເຕມາ,

54 ເນຊີຢາ ແລະ​ຮາຕີຟາ.

55 ຕະກຸນ​ຕ່າງໆ​ຂອງ​ຄົນ​ຮັບໃຊ້​ຂອງ​ກະສັດ​ໂຊໂລໂມນ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ໂສໄຕ, ຮາໂສເຟເຣັດ, ເປຣູດາ,

56 ຢາອາລາ, ດາກໂກນ, ກິດເດນ,

57 ເຊຟາຕີຢາ, ຮັດຕິນ, ໂປເກເຣັດ​ຮັດເຊບາອິມ ແລະ​ອາມີ.

58 ຈຳນວນ​ເຊື້ອສາຍ​ທັງໝົດ​ຂອງ​ຄົນ​ເຮັດ​ວຽກ​ໃນ​ພຣະວິຫານ ແລະ​ຄົນ​ຮັບໃຊ້​ຂອງ​ກະສັດ​ໂຊໂລໂມນ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ທັງໝົດ 392 ຄົນ.

59-60 ມີ​ຈຳນວນ 652 ຄົນ ໃນ​ຕະກຸນ​ເດລາອີຢາ, ໂຕບີຢາ ແລະ​ເນໂກດາ ທີ່​ໄດ້​ກັບຄືນ​ມາ​ຈາກ​ເມືອງ​ເຕນເມລາ, ເຕນຮາກຊາ, ເຄຣຸບ, ອັດດານ ແລະ​ອິມເມ; ແຕ່​ພວກເຂົາ​ພິສູດ​ບໍ່ໄດ້​ວ່າ ພວກ​ຕົນ​ເປັນ​ເຊື້ອສາຍ​ຂອງ​ຊາວ​ອິດສະຣາເອນ.

61-62 ຕະກຸນ​ຕ່າງໆ​ຕໍ່ໄປນີ້​ແມ່ນ​ປະໂຣຫິດ​ທີ່ ບໍ່ມີ​ເອກະສານ ເພື່ອ​ພິສູດ​ເຖິງ​ບັນພະບຸລຸດ​ຂອງຕົນ ມີ​ດັ່ງນີ້: ໂຮບາອີຢາ, ຮັກກົດ ແລະ​ບາກຊິນໄລ. (ບັນພະບຸລຸດ​ຂອງ​ຕະກຸນ​ຂອງ​ບາກຊິນໄລ​ທີ່​ເປັນ​ປະໂຣຫິດ ໄດ້​ແຕ່ງງານ​ກັບ​ຍິງ​ຜູ້ໜຶ່ງ​ຈາກ​ຕະກຸນ​ບາກຊິນໄລ​ແຫ່ງ​ກິເລອາດ ແລະ​ໄດ້​ໃສ່​ຊື່​ຕາມ​ຕະກຸນ​ພໍ່ເຖົ້າ​ຂອງ​ຕົນ.) ເນື່ອງ​ຈາກ​ຄົນ​ເຫຼົ່ານີ້​ພິສູດ​ບໍ່ໄດ້​ວ່າ ແມ່ນ​ຜູ້ໃດ​ທີ່​ເປັນ​ບັນພະບຸລຸດ​ຂອງຕົນ; ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່ໄດ້​ຮັບໃຊ້​ເປັນ​ປະໂຣຫິດ.

63 ຜູ້ປົກຄອງ​ຊາວຢິວ​ໄດ້​ສັ່ງ​ບໍ່​ໃຫ້​ພວກເຂົາ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ ຈົນກວ່າ​ຈະ​ມີ​ປະໂຣຫິດ​ທີ່​ສາມາດ​ໃຊ້​ອຸຣິມ ແລະ​ທຸມມິມ.

64 ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ທີ່​ກັບຄືນ​ມາ​ສູ່​ປະເທດ ທັງໝົດ 42.360 ຄົນ

65 ຄົນ​ຮັບໃຊ້​ຊາຍ​ຍິງ​ຂອງ​ພວກເຂົາ 7.337 ຄົນ; ນັກດົນຕຼີ​ຊາຍ​ຍິງ - 200 ຄົນ

66 ມ້າ - 736 ໂຕ; ລໍ - 245 ໂຕ

67 ອູດ - 435 ໂຕ; ລາ - 6.720 ໂຕ

68 ເມື່ອ​ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ກັບຄືນ​ມາ​ສູ່​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ນະຄອນ​ເຢຣູຊາເລັມ​ແລ້ວ ກໍໄດ້​ມີ​ຫົວໜ້າ​ບາງຄົນ​ຖວາຍ​ເຄື່ອງ​ບູຊາ​ຕາມ​ໃຈ​ສະໝັກ ເພື່ອ​ຊ່ວຍ​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຢູ່​ໃນ​ບ່ອນ​ເດີມ​ຂຶ້ນ​ໃໝ່.

69 ພວກເຂົາ​ໄດ້​ຖວາຍ​ເພື່ອ​ວຽກງານ​ນີ້​ຫລາຍ​ເທົ່າທີ່ຈະ​ຫລາຍ​ໄດ້ ຊຶ່ງ​ຈຳນວນ​ທັງໝົດ ມີ​ດັ່ງນີ້: ຄຳ​ປະມານ 500 ກິໂລກຼາມ, ເງິນ​ປະມານ 2.800 ກິໂລກຼາມ ແລະ​ເສື້ອຄຸມ​ຂອງ​ປະໂຣຫິດ 100 ຜືນ.

70 ບັນດາ​ປະໂຣຫິດ​ຊາວ​ເລວີ​ແລະ​ປະຊາຊົນ​ບາງ​ພວກ ກໍໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ ຫລື​ຢູ່​ໃກ້​ນະຄອນ​ເຢຣູຊາເລັມ; ພວກ​ນັກດົນຕຼີ, ພວກ​ເຝົ້າຍາມ​ພຣະວິຫານ ແລະ​ພວກ​ເຮັດ​ວຽກ​ປະຈຳ​ພຣະວິຫານ​ກໍ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເມືອງ; ແລະ​ຊາວ​ອິດສະຣາເອນ​ທີ່​ຍັງເຫລືອ ກໍໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເມືອງ​ທີ່​ພວກ​ບັນພະບຸລຸດ​ຂອງ​ພວກຕົນ​ເຄີຍ​ອາໄສ​ຢູ່.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan