Biblia Todo Logo
Bìoball air-loidhne

- Sanasan -

ເອຊະຣາ 10 - ພຣະຄຳພີສັກສິ


ການ​ສາລະພາບ​ຜິດບາບ​ຂອງ​ປະຊາຊົນ

1 ໃນ​ຂະນະທີ່​ເອຊະຣາ​ກຳລັງ​ກົ້ມ​ພາວັນນາ​ອະທິຖານ​ຕໍ່ໜ້າ​ວິຫານ​ຂອງ​ພຣະເຈົ້າ ທັງ​ຮ້ອງໄຫ້​ແລະ​ສາລະພາບ​ບາບ​ເຫຼົ່ານີ້​ຢູ່, ກໍ​ມີ​ຊາວ​ອິດສະຣາເອນ​ເປັນ​ໝູ່ໃຫຍ່ ທັງ​ຊາຍ​ຍິງ ແລະ​ເດັກນ້ອຍ​ໄດ້​ມາ​ອ້ອມຮອບ​ເພິ່ນ​ທັງ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.

2 ແລ້ວ​ເຊການີຢາ​ລູກຊາຍ​ຂອງ​ເຢຮີເອນ​ຈາກ​ຕະກຸນ​ເອລາມ ກໍ​ເວົ້າ​ກັບ​ເອຊະຣາ​ວ່າ, “ພວກ​ຂ້ານ້ອຍ​ຂາດ​ຄວາມເຊື່ອ​ໃນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ໂດຍ​ໄປ​ແຕ່ງງານ​ກັບ​ຜູ້ຍິງ​ຕ່າງຊາດ; ແຕ່​ເຖິງ​ຢ່າງ​ໃດ​ກໍດີ ຊາດ​ອິດສະຣາເອນ​ຍັງ​ມີ​ຄວາມຫວັງ​ຢູ່.

3 ບັດນີ້ ພວກ​ຂ້ານ້ອຍ​ຕ້ອງ​ເຮັດ​ພັນທະສັນຍາ​ອັນ​ຈິງຈັງ​ຕໍ່​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ວ່າ ພວກ​ຂ້ານ້ອຍ​ຈະ​ສົ່ງ​ຜູ້ຍິງ​ເຫຼົ່ານີ້​ກັບ​ພວກ​ລູກ​ໜີໄປ. ພວກ​ຂ້ານ້ອຍ​ຈະ​ຂໍ​ເຮັດ​ຕາມ​ທ່ານ​ແລະ​ຄົນອື່ນໆ ທີ່​ເຄົາຣົບ​ນັບຖື​ຄຳສັ່ງ​ຂອງ​ພຣະເຈົ້າ. ພວກ​ຂ້ານ້ອຍ​ຈະ​ເຮັດ​ຕາມ​ທີ່​ກົດບັນຍັດ​ກ່າວ​ໄວ້.

4 ແມ່ນ​ຄວາມ​ຮັບຜິດຊອບ​ຂອງທ່ານ​ທີ່​ຕ້ອງ​ລົງມື​ດຳເນີນການ. ສ່ວນ​ພວກ​ຂ້ານ້ອຍ​ແລ້ວ​ຈະ​ໜູນຫລັງ​ທ່ານ; ສະນັ້ນ ທ່ານ​ຈົ່ງ​ລົງມື​ດຳເນີນການ​ໂລດ.”

5 ສະນັ້ນ ເອຊະຣາ​ຈຶ່ງ​ເລີ່ມ​ລົງມື​ດຳເນີນການ ໂດຍ​ໃຫ້​ຫົວໜ້າ​ພວກ​ປະໂຣຫິດ​ຊາວ​ເລວີ ແລະ​ປະຊາຊົນ​ທັງໝົດ​ສາບານ​ວ່າ ພວກ​ຕົນ​ຈະ​ປະຕິບັດ​ຕາມ​ທີ່​ເຊການີຢາ​ສະເໜີ​ມາ.

6 ແລ້ວ​ເອຊະຣາ​ກໍໄດ້​ອອກ​ຈາກ​ດ້ານ​ໜ້າ​ຂອງ​ວິຫານ​ຂອງ​ພຣະເຈົ້າ ໄປ​ຫາ​ບ່ອນ​ທີ່​ເຢໂຮຮານານ​ລູກຊາຍ​ຂອງ​ເອລີອາຊິບ​ອາໄສ​ຢູ່ ແລະ​ຄ້າງຄືນ ຢູ່​ທີ່​ນັ້ນ​ທັງ​ໂສກເສົ້າ ແລະ​ຮ້ອງໄຫ້​ເພາະ​ຄວາມ​ບໍ່​ສັດຊື່​ຂອງ​ພວກ​ທີ່​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ເພິ່ນ​ບໍ່​ກິນ​ຫລື​ດື່ມ​ຫຍັງ​ໝົດ.

7 ມີ​ຄົນ​ຖື​ຄຳສັ່ງ​ໄປ​ທົ່ວ​ນະຄອນ​ເຢຣູຊາເລັມ​ແລະ​ແຂວງ​ຢູດາຍ​ວ່າ ທຸກຄົນ​ທີ່​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ໃຫ້​ມາ​ໂຮມກັນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ

8 ໂດຍ​ຄຳສັ່ງ​ຂອງ​ພວກ​ຫົວໜ້າ​ປະຊາຊົນ. ຖ້າ​ຜູ້ໃດ​ບໍ່ຍອມ​ມາ​ພາຍ​ໃນ​ສາມ​ວັນ ກໍ​ໃຫ້​ຢຶດເອົາ​ຊັບສິນ​ຂອງ​ຜູ້ນັ້ນ ແລະ​ຜູ້ນັ້ນ​ຈະ​ເສຍສິດ​ໃນ​ການ​ເປັນ​ສະມາຊິກ​ຂອງ​ຊຸມນຸມ​ປະຊາຊົນ.

9 ພາຍ​ໃນ​ສາມ​ວັນ ຄື​ວັນ​ທີ​ຊາວ​ຂອງ​ເດືອນ​ເກົ້າ ໃຫ້​ຜູ້ຊາຍ​ທຸກຄົນ​ທີ່​ຢູ່​ໃນ​ເຂດແດນ​ຂອງ​ເຜົ່າ​ຢູດາ​ແລະ​ເບັນຢາມິນ​ມາ​ທ້ອນໂຮມກັນ​ທີ່​ເດີ່ນ​ວິຫານ​ຂອງ​ພຣະເຈົ້າ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ. ມື້​ນັ້ນ​ຝົນ​ຕົກ​ໜັກ ຍ້ອນ​ປາກົດການ​ຂອງ​ດິນຟ້າ​ອາກາດ ແລະ​ຄວາມ​ສຳຄັນ​ຂອງ​ການ​ປະຊຸມ ທຸກຄົນ​ຈຶ່ງ​ຕົກ​ສະທ້ານ​ຢ້ານກົວ​ຈົນ​ຕົວສັ່ນ.

10 ປະໂຣຫິດ​ເອຊະຣາ​ໄດ້​ຢືນ​ຂຶ້ນ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ພວກທ່ານ​ຂາດ​ຄວາມເຊື່ອ ແລະ​ໄດ້​ນຳ​ເອົາ​ຄວາມຜິດ​ມາ​ສູ່​ຊາດ​ອິດສະຣາເອນ ຍ້ອນ​ການ​ແຕ່ງງານ​ກັບ​ຜູ້ຍິງ​ຕ່າງຊາດ.

11 ບັດນີ້ ໃຫ້​ພວກທ່ານ​ສາລະພາບ​ບາບ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກທ່ານ ແລະ​ປະພຶດ​ໃຫ້​ພຣະອົງ​ພໍພຣະໄທ. ຈົ່ງ​ແຍກຕົວ​ອອກ​ຈາກ​ຄົນຕ່າງຊາດ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຮົາ ແລະ​ກຳຈັດ​ພວກເມຍ​ຕ່າງຊາດ​ຂອງ​ພວກເຈົ້າ​ໃຫ້​ອອກ​ໜີໄປ​ເສຍ.”

12 ປະຊາຊົນ​ໄດ້​ຮ້ອງ​ຕອບ​ຂຶ້ນ​ວ່າ, “ພວກ​ຂ້ານ້ອຍ​ຈະ​ປະຕິບັດ​ຕາມ​ທຸກສິ່ງ​ທີ່​ທ່ານ​ເວົ້າ​ມາ.”

13 ແຕ່​ພວກເຂົາ​ເວົ້າ​ຕື່ມ​ອີກ​ວ່າ, “ປະຊາຊົນ​ມີ​ມາກມາຍ, ຝົນ​ກໍ​ຕົກ​ແຮງ, ພວກ​ຂ້ານ້ອຍ​ບໍ່​ອາດ​ຢືນ​ຢູ່​ນອກ​ນີ້​ໄດ້​ດອກ. ມັນ​ບໍ່ແມ່ນ​ເປັນ​ເລື່ອງ​ທີ່​ຈະ​ເຮັດ​ໃຫ້​ແລ້ວ​ໃນ​ມື້​ໜຶ່ງ ຫລື​ສອງ​ມື້ ເພາະ​ມີ​ຫລາຍ​ຄົນ​ໃນ​ພວກ​ຂ້ານ້ອຍ​ໄດ້​ພົວພັນ​ໃນ​ບາບ​ນີ້.

14 ໃຫ້​ບັນດາ​ຂ້າຣາຊການ​ຂອງ​ພວກເຮົາ​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ນີ້ ຮັບຜິດຊອບ​ເລື່ອງ​ນີ້​ສາ. ແລ້ວ​ໃຫ້​ຜູ້​ທີ່​ມີ​ເມຍ​ຄົນຕ່າງຊາດ ພ້ອມ​ທັງ​ພວກຫົວໜ້າ ແລະ​ພວກ​ຜູ້ຕັດສິນ​ທີ່​ຢູ່​ໃນ​ເມືອງ ນັດ​ກັນ​ມາ​ໃໝ່​ຕາມ​ເວລາ​ທີ່​ກຳນົດ​ໄວ້. ດ້ວຍ​ວິທີ​ນີ້​ກໍ​ຈະ​ເຮັດ​ໃຫ້​ພຣະເຈົ້າ​ຂອງ​ພວກເຮົາ​ເຊົາ​ໂກດຮ້າຍ​ໃນ​ເລື່ອງ​ນີ້.”

15 ບໍ່ມີ​ຜູ້ໃດ​ຄັດຄ້ານ​ແຜນການ​ນີ້ ນອກຈາກ​ໂຢນາທານ​ລູກຊາຍ​ຂອງ​ອາສາເຮນ ແລະ​ຢາເຊອີຢາ​ລູກຊາຍ​ຂອງ​ຕິກວາ. ທັງສອງ​ໄດ້​ຮັບ​ການ​ສະໜັບ​ສະໜູນ ຈາກ​ເມຊຸນລຳ​ແລະ​ຊັບເບທາຍ​ຄົນເລວີ.

16 ພວກ​ທີ່​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ກໍ​ຍອມຮັບ​ເອົາ​ແຜນການ​ນີ້; ດັ່ງນັ້ນ ປະໂຣຫິດ​ເອຊະຣາ​ຈຶ່ງ​ແຕ່ງຕັ້ງ ຄົນ​ໃນ​ທ່າມກາງ​ບັນດາ​ຫົວໜ້າ​ຕະກຸນ​ໃຫ້​ຈົດ​ຊື່​ຂອງ​ພວກເຂົາ. ພວກເຂົາ​ໄດ້​ເລີ່ມ​ສືບສວນ​ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ສິບ

17 ແລະ​ພາຍ​ໃນ​ສາມ​ເດືອນ​ຕໍ່ມາ ການ​ສືບສວນ​ກ່ຽວກັບ​ທຸກໆ​ຄະດີ​ຂອງ​ຜູ້ຊາຍ​ທີ່​ມີ​ເມຍ​ຕ່າງຊາດ​ກໍໄດ້​ສິ້ນສຸດ​ລົງ.


ພວກ​ຜູ້ຊາຍ​ທີ່​ມີ​ເມຍ​ຕ່າງຊາດ

18 ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ພວກ​ຜູ້ຊາຍ​ທີ່​ມີ​ເມຍ​ຕ່າງຊາດ ມີ​ດັ່ງນີ້: ພວກ​ປະໂຣຫິດ ລາຍຊື່​ຕາມ​ຕະກຸນ: ຕະກຸນ​ເຢຊູອາ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ທີ່​ເປັນ​ລູກຊາຍ​ຂອງ​ໂຢຊາດັກ: ມາອາເສອີຢາ, ເອລີເອເຊ, ຢາຣິບ​ແລະ​ເກດາລີຢາ.

19 ພວກເຂົາ​ໄດ້​ສັນຍາ​ວ່າ​ຈະ​ຢ່າຮ້າງ​ເມຍ ແລະ​ໄດ້​ຖວາຍ​ແກະເຖິກ​ໂຕໜຶ່ງ​ເປັນ​ເຄື່ອງ​ບູຊາ ເພື່ອ​ລົບລ້າງ​ບາບ​ຂອງ​ພວກຕົນ.

20 ຕະກຸນ​ອິມເມ: ຮານານີ ແລະ​ເຊບາດີຢາ.

21 ຕະກຸນ​ຮາຣິມ: ມາອາເສອີຢາ, ເອລີຢາ, ເຊມາອີຢາ, ເຢຮີເອນ ແລະ​ອຸດຊີຢາ.

22 ຕະກຸນ​ປັດຊູ: ເອລີໂອນາຍ, ມາອາເສອີຢາ, ອິດຊະມາເອນ, ເນທາເນນ, ໂຢຊາບັດ ແລະ​ເອລາສາ.

23 ຊາວ​ເລວີ: ໂຢຊາບັດ, ຊີເມອີ, ເກລາອີຢາ (ມີ​ຊື່​ອີກ​ວ່າ​ເກລີຕາ), ເປທາຮີຢາ, ຢູດາ ແລະ​ເອລີເອເຊ.

24 ນັກດົນຕຼີ: ເອລີອາຊິບ ພວກ​ເຝົ້າຍາມ​ພຣະວິຫານ: ຊານລູມ, ເຕເລັມ ແລະ​ອູຣິ.

25 ຄົນອື່ນໆ: ຕະກຸນ​ປາຣົດ: ຣາມີຢາ, ອິດຊີຢາ, ມັນກີຢາ, ມີຢາມິນ, ເອເລອາຊາ, ມັນກີຢາ ແລະ​ເບນາອີຢາ.

26 ຕະກຸນ​ເອລາມ: ມັດຕານີຢາ, ເຊກາຣີຢາ, ເຢຮີເອນ, ອັບດີ, ເຢເຣໂມດ ແລະ​ເອລີຢາ.

27 ຕະກຸນ​ຊັດຕຸ: ເອລີໂອນາຍ, ເອລີອາຊິບ, ມັດຕານີຢາ, ເຢເຣໂມດ, ຊາບັດ ແລະ​ອາຊີຊາ.

28 ຕະກຸນ​ເບບາຍ: ເຢໂຮຮານານ, ຮານານີຢາ, ຊັບບາຍ ແລະ​ອັດໄລ.

29 ຕະກຸນ​ບານີ: ເມຊຸນລຳ, ມັນລຸກ, ອາດາອີຢາ, ຢາຊຸບ, ເຊອານ ແລະ​ເຢເຣໂມດ.

30 ຕະກຸນ​ປາຮາດ​ໂມອາບ: ອັດນາ, ເກລານ, ເບນາອີຢາ, ມາອາເສອີຢາ, ມາຕານີຢາ, ເບຊາເລນ, ບິນນູອີ ແລະ​ມານາເຊ.

31 ຕະກຸນ​ຮາຣິມ: ເອລີເອເຊ, ອິດຊີຢາ, ມັນກີຢາ, ເຊມາອີຢາ, ຊີເມໂອນ,

32 ເບັນຢາມິນ, ມັນລຸກ ແລະ​ເຊມາຣີຢາ.

33 ຕະກຸນ​ຮາຊຸມ: ມັດເຕໄນ, ມັດຕາຕາ, ຊາບັດ, ເອລີເຟເລັດ, ເຢເຣມາຍ, ມານາເຊ ແລະ​ຊີເມອີ

34 ຕະກຸນ​ບານີ: ມາອາດາຍ, ອຳຣາມ, ອູເອນ,

35 ເບນາອີຢາ, ເບເດອີຢາ, ເກລູຮີ,

36 ວານີຢາ, ເມເຣໂມດ, ເອລີອາຊິບ,

37 ມັດຕານິຢາ, ມັດເຕໄນ ແລະ​ຢາອາສູ.

38 ຕະກຸນ​ບິນນູອີ: ຊີເມອີ,

39 ເຊເລມີຢາ, ນາທານ, ອາດາອີຢາ,

40 ມັກນາເດບາຍ, ຊາຊາຍ, ຊາຣາຍ,

41 ອາຊາເຣນ, ເຊເລມີຢາ, ເຊມາຣີຢາ,

42 ຊານລູມ, ອາມາຣີຢາ ແລະ​ໂຢເຊັບ.

43 ຕະກຸນ​ເນໂບ: ເຢອີເອນ, ມັດຕີທີຢາ, ຊາບັດ, ເຊບີນາ, ຢັດດາຍ, ໂຢເອນ ແລະ​ເບນາອີຢາ.

44 ຜູ້ຊາຍ​ເຫຼົ່ານີ້​ທັງໝົດ​ໄດ້​ມີ​ເມຍ​ຄົນຕ່າງຊາດ. ພວກເຂົາ​ໄດ້​ຢ່າຮ້າງ​ກັບ​ເມຍ ແລະ​ສົ່ງ​ເມຍ ແລະ​ລູກ​ຂອງ​ພວກເຂົາ​ໜີໄປ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan