ເອຊະຣາ 1 - ພຣະຄຳພີສັກສິໄຊຣັດສັ່ງໃຫ້ຊາວຢິວກັບຄືນເມືອ 1 ໃນປີທຳອິດທີ່ກະສັດໄຊຣັດແຫ່ງເປີເຊຍຂຶ້ນເປັນຈັກກະພັດ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວຜ່ານປາກຜູ້ທຳນວາຍເຢເຣມີຢາກາຍເປັນຈິງ. ພຣະເຈົ້າຢາເວໄດ້ດົນໃຈກະສັດໄຊຣັດໃຫ້ອອກຄຳສັ່ງ ແລະຂຽນຂໍ້ຄຳສັ່ງນັ້ນສົ່ງອອກໄປ ແລະໃຫ້ອ່ານດັງໆຕາມທຸກບ່ອນທົ່ວອານາຈັກຂອງເພິ່ນ ໂດຍມີຂໍ້ຄວາມດັ່ງນີ້: 2 “ຕໍ່ໄປນີ້ແມ່ນຄຳສັ່ງຂອງກະສັດໄຊຣັດ ຈັກກະພັດແຫ່ງເປີເຊຍ. ພຣະເຈົ້າຢາເວ ພຣະເຈົ້າແຫ່ງສະຫວັນ ໄດ້ໃຫ້ຂ້າພະເຈົ້າປົກຄອງອານາຈັກທັງໝົດທົ່ວທັງແຜ່ນດິນໂລກ ແລະໃຫ້ຂ້າພະເຈົ້າຮັບຜິດຊອບສ້າງວິຫານຫລັງໜຶ່ງຂຶ້ນໃຫ້ພຣະອົງທີ່ນະຄອນເຢຣູຊາເລັມໃນຢູດາຍ. 3 ຂໍໃຫ້ພຣະເຈົ້າສະຖິດຢູ່ນຳພວກທ່ານ ຜູ້ທີ່ເປັນປະຊາຊົນຂອງພຣະອົງ. ພວກທ່ານຈະຕ້ອງໄປທີ່ນະຄອນເຢຣູຊາເລັມ ແລະສ້າງວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນຂຶ້ນໃໝ່ ຄືພຣະອົງເປັນພຣະເຈົ້າທີ່ສະຖິດໃນນະຄອນເຢຣູຊາເລັມ. 4 ຖ້າປະຊາຊົນຂອງພຣະອົງຜູ້ໃດທີ່ຢູ່ຕ່າງຖິ່ນຢາກກັບຄືນເມືອ ແລະຕ້ອງການຄວາມຊ່ວຍເຫລືອ ກໍໃຫ້ຄົນບ້ານໃກ້ເຮືອນຄຽງຊ່ວຍເຫລືອພວກເຂົາ. ຈົ່ງເອົາເງິນແລະຄຳ, ສະບຽງອາຫານ ແລະຝູງສັດ, ຕະຫລອດທັງເຄື່ອງບູຊາໃຫ້ພວກເຂົາ ເພື່ອຈະຖວາຍໃນວິຫານຂອງພຣະເຈົ້າທີ່ນະຄອນເຢຣູຊາເລັມ.” 5 ແລ້ວຫົວໜ້າຕະກຸນຕ່າງໆໃນເຜົ່າຢູດາ ແລະ ເຜົ່າເບັນຢາມິນ, ບັນດາປະໂຣຫິດ ແລະ ຊາວເລວີ, ພ້ອມທັງຄົນອື່ນໆທີ່ພຣະເຈົ້າດົນໃຈ ຕ່າງກໍໄດ້ຕຽມຕົວເພື່ອກັບໄປສ້າງວິຫານຂອງພຣະເຈົ້າຢາເວທີ່ນະຄອນເຢຣູຊາເລັມ. 6 ຊາວບ້ານໃກ້ເຮືອນຄຽງທຸກຄົນໄດ້ຊ່ວຍເຫລືອໂດຍໃຫ້ສິ່ງຂອງແກ່ພວກເຂົາຫລາຍຢ່າງ ດັ່ງນີ້: ເຄື່ອງໃຊ້ທີ່ເປັນເງິນ, ເປັນຄຳ, ສະບຽງອາຫານ, ຝູງສັດ, ສິ່ງຂອງມີຄ່າອື່ນໆ ນອກຈາກເຄື່ອງຖວາຍບູຊາດ້ວຍໃຈສະໝັກສຳລັບພຣະວິຫານ. 7 ກະສັດໄຊຣັດໄດ້ນຳເອົາຖ້ວຍກັບຈອກທີ່ກະສັດເນບູກາດເນັດຊາ ໄດ້ຢຶດເອົາໄປຈາກວິຫານຂອງພຣະເຈົ້າຢາເວທີ່ນະຄອນເຢຣູຊາເລັມ ແລະໄດ້ເກັບສິ່ງເຫຼົ່ານີ້ໄວ້ໃນວິຫານພະຂອງຕົນ ມອບຄືນໃຫ້ແກ່ພວກເຂົາ. 8 ເພິ່ນເອົາຂອງເຫຼົ່ານັ້ນສົ່ງໃຫ້ມິດເຣດາດຫົວໜ້າຄັງຫລວງ ຜູ້ທີ່ເຮັດບັນຊີລາຍການສິ່ງຂອງໃຫ້ເຊັດບັດຊາ ຜູ້ປົກຄອງແຂວງຢູດາຍ 9 ມີດັ່ງຕໍ່ໄປນີ້: ຖ້ວຍຄຳສຳລັບຖວາຍບູຊາ 30 ໃບ ຖ້ວຍເງິນສຳລັບຖວາຍບູຊາ 1.000 ໃບ ຖ້ວຍຢ່າງອື່ນ 29 ໃບ 10 ຖ້ວຍນ້ອຍເປັນຄຳ 30 ໃບ ຖ້ວຍນ້ອຍເປັນເງິນ 410 ໃບ ເຄື່ອງໃຊ້ອື່ນໆ 1.000 ໃບ 11 ຖ້ວຍຄຳແລະຖ້ວຍເງິນລວມທັງໝົດມີ 5.400 ໃບ ພ້ອມກັບສິ່ງອື່ນໆທີ່ເຊັດບັດຊາໄດ້ນຳກັບຄືນໄປ ຕອນທີ່ເພິ່ນເອງ ແລະພວກທີ່ເປັນຊະເລີຍໃນຕ່າງຖິ່ນຄົນອື່ນໆໄດ້ອອກຈາກບາບີໂລນກັບຄືນສູ່ນະຄອນເຢຣູຊາເລັມ. |
@ 2012 United Bible Societies. All Rights Reserved.