ເອເຊກຽນ 9 - ພຣະຄຳພີສັກສິນະຄອນເຢຣູຊາເລັມຖືກລົງໂທດ 1 ແລ້ວຂ້າພະເຈົ້າກໍໄດ້ຍິນພຣະອົງຮ້ອງຂຶ້ນວ່າ, “ຈົ່ງມາພີ້ ພວກເຈົ້າຜູ້ທີ່ຈະມາລົງໂທດນະຄອນ ຈົ່ງຖືເອົາອາວຸດຂອງພວກເຈົ້າມານຳ.” 2 ໃນທັນໃດນັ້ນ ຊາຍຫົກຄົນໄດ້ອອກມາແຕ່ປະຕູຂ້າງນອກ ທາງທິດເໜືອຂອງພຣະວິຫານແຕ່ລະຄົນຖືອາວຸດຄົບມື. ໃນພວກເຂົານັ້ນມີຊາຍຜູ້ໜຶ່ງມານຳ ຊຶ່ງນຸ່ງເຄື່ອງຜ້າປ່ານເນື້ອລະອຽດດີ ແລະຖືເຄື່ອງຂຽນຢ່າງໜຶ່ງມາດ້ວຍ. ພວກເຂົາທັງໝົດມາຢືນຢູ່ໃກ້ກັບແທ່ນບູຊາທີ່ເປັນທອງສຳຣິດ. 3 ແລ້ວສະຫງ່າຣາສີຂອງພຣະເຈົ້າແຫ່ງຊາດອິດສະຣາເອນ ກໍໄດ້ພຸ່ງຂຶ້ນຈາກເຄຣຸບ ໃນບ່ອນທີ່ເຄີຍຕັ້ງຢູ່ນັ້ນ ແລະເຄື່ອນຍ້າຍໄປທາງປະຕູເຂົ້າຂອງພຣະວິຫານ. ພຣະເຈົ້າຢາເວເອີ້ນໃສ່ຊາຍຜູ້ນຸ່ງເຄື່ອງທີ່ເຮັດດ້ວຍຜ້າປ່ານນັ້ນວ່າ, 4 “ຈົ່ງໄປທົ່ວນະຄອນເຢຣູຊາເລັມ ແລະເຮັດເຄື່ອງໝາຍໃສ່ໜ້າຜາກທຸກຄົນທີ່ທຸກໃຈແລະເດືອດຮ້ອນ ເພາະສິ່ງອັນໜ້າກຽດຊັງທັງໝົດທີ່ຄົນໃນເມືອງນີ້ໄດ້ເຮັດຂຶ້ນ.” 5 ແລ້ວຂ້າພະເຈົ້າກໍໄດ້ຍິນພຣະອົງກ່າວແກ່ຊາຍຄົນອື່ນວ່າ, “ຈົ່ງຕາມລາວໄປທົ່ວເມືອງ ແລະຂ້າພົນລະເມືອງຖິ້ມ. ຢ່າໄວ້ຊີວິດຜູ້ໃດ; ຢ່າສູ່ເມດຕາຜູ້ໃດ. 6 ຈົ່ງຂ້າຄົນເຖົ້າ, ຊາຍໜຸ່ມ, ຍິງໜຸ່ມ, ບັນດາແມ່ ແລະພວກເດັກນ້ອຍ. ແຕ່ຢ່າແຕະຕ້ອງຜູ້ໃດທີ່ມີເຄື່ອງໝາຍທີ່ໜ້າຜາກ. ຈົ່ງເລີ່ມແຕ່ພຣະວິຫານຂອງເຮົາໄປ.” ສະນັ້ນ ພວກເຂົາຈຶ່ງໄດ້ເລີ່ມສັງຫານບັນດາຜູ້ປົກຄອງທີ່ກຳລັງຢືນຢູ່ໃນພຣະວິຫານ. 7 ແລ້ວພຣະອົງກໍກ່າວແກ່ພວກເຂົາວ່າ, “ຈົ່ງເຮັດໃຫ້ພຣະວິຫານເປັນມົນທິນ. ໃຫ້ເດີ່ນພຣະວິຫານເຕັມໄປແຕ່ຊາກສົບ. ລົງມືຈັດການໄດ້.” ດັ່ງນັ້ນ ພວກເຂົາຈຶ່ງລົງມືຂ້າປະຊາຊົນທີ່ຢູ່ໃນເມືອງນັ້ນ. 8 ຂະນະທີ່ການສັງຫານໝູ່ກຳລັງດຳເນີນໄປນັ້ນ ຂ້າພະເຈົ້າຢູ່ທີ່ນັ້ນແຕ່ຜູ້ດຽວ. ຂ້າພະເຈົ້າໄດ້ໝູບໜ້າລົງກັບພື້ນດິນ ແລະຮ້ອງຂຶ້ນວ່າ, “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ພຣະອົງໂກດຮ້າຍນະຄອນເຢຣູຊາເລັມ ຈົນພຣະອົງຈະຂ້າທຸກໆຄົນທີ່ຍັງເຫລືອຢູ່ໃນຊາດອິດສະຣາເອນບໍ?” 9 ແລ້ວພຣະອົງກໍຕອບວ່າ, “ປະຊາຊົນອິດສະຣາເອນ ແລະຢູດາໄດ້ເຮັດຜິດ ເພາະການບາບອັນຮ້າຍແຮງ. ພວກເຂົາໄດ້ຂ້າຄົນທົ່ວທັງດິນແດນ ແລະເຮັດໃຫ້ນະຄອນເຢຣູຊາເລັມເຕັມໄປດ້ວຍຄາດຕະກອນ. ພວກເຂົາເວົ້າວ່າ ‘ພຣະເຈົ້າຢາເວໄດ້ປະຖິ້ມປະເທດຂອງພວກເຮົາ ພຣະເຈົ້າຢາເວບໍ່ຮູ້ເຫັນສິ່ງໃດ.’ 10 ແຕ່ເຮົາຈະບໍ່ເມດຕາພວກເຂົາ; ເຮົາຈະເຮັດຕໍ່ພວກເຂົາຕາມທີ່ພວກເຂົາໄດ້ເຮັດຕໍ່ຄົນອື່ນໆ.” 11 ແລ້ວຊາຍຜູ້ນຸ່ງເຄື່ອງທີ່ເຮັດດ້ວຍຜ້າປ່ານນັ້ນ ກໍໄດ້ກັບຄືນມາລາຍງານວ່າ, “ຂ້ານ້ອຍໄດ້ປະຕິບັດຕາມຄຳສັ່ງຂອງພຣະອົງແລ້ວ.” |
@ 2012 United Bible Societies. All Rights Reserved.