ເອເຊກຽນ 8 - ພຣະຄຳພີສັກສິເອເຊກຽນເຫັນນິມິດຂອງພຣະເຈົ້າເທື່ອທີສອງ ( 8:1–10:22 ) ຮູບເຄົາຣົບຢູ່ໃນພຣະວິຫານ 1 ໃນວັນທີຫ້າຂອງເດືອນທີຫົກ ອັນກົງກັບປີທີຫົກ ແຫ່ງການເປັນຊະເລີຍໃນຕ່າງຖິ່ນຂອງພວກເຮົານັ້ນ ບັນດາຜູ້ປົກຄອງຂອງພວກຊະເລີຍໃນຕ່າງຖິ່ນຈາກຢູດາຍ ກຳລັງນັ່ງຢູ່ໃນເຮືອນຂອງຂ້າພະເຈົ້າກັບຂ້າພະເຈົ້າ. ໃນທັນໃດນັ້ນ ຣິດອຳນາດຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າກໍມາຄວບຄຸມຂ້າພະເຈົ້າ. 2 ຂ້າພະເຈົ້າຈຶ່ງເງີຍໜ້າຂຶ້ນເບິ່ງ ແລະເຫັນນິມິດເປັນໄຟທີ່ເໝືອນຮ່າງຂອງມະນຸດ. ແຕ່ແອວລົງໄປຮ່າງກາຍນັ້ນເບິ່ງເໝືອນໄຟ ແລະແຕ່ແອວຂຶ້ນໄປຮ່າງກາຍນັ້ນໃສເຫລື້ອມ ເປັນເງົາເໝືອນທອງສຳຣິດ. 3 ທ່ານໄດ້ເດ່ສ່ວນທີ່ເບິ່ງຄືມືນັ້ນອອກມາຈັບຜົມຂ້າພະເຈົ້າ. ແລ້ວໃນນິມິດນີ້ ພຣະວິນຍານຂອງພຣະເຈົ້າກໍຍົກຂ້າພະເຈົ້າຂຶ້ນສູ່ອາກາດ ແລະນຳຂ້າພະເຈົ້າໄປທີ່ນະຄອນເຢຣູຊາເລັມ. ພຣະອົງໄດ້ນຳຂ້າພະເຈົ້າເຂົ້າໄປຂ້າງໃນເດີ່ນປະຕູທາງທິດເໜືອຂອງພຣະວິຫານ ບ່ອນທີ່ມີຮູບເຄົາຣົບຂອງຄວາມຫວງແຫນ ຊຶ່ງກະທຳໃຫ້ເກີດຄວາມຫວງແຫນ. 4 ໃນທີ່ນັ້ນ ຂ້າພະເຈົ້າກໍໄດ້ເຫັນສະຫງ່າຣາສີຂອງພຣະເຈົ້າແຫ່ງຊາດອິດສະຣາເອນ ດັ່ງທີ່ຂ້າພະເຈົ້າໄດ້ເຫັນທີ່ແຄມແມ່ນໍ້າເກບາກ. 5 ພຣະເຈົ້າໄດ້ກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງແນມເບິ່ງໄປທາງທິດເໜືອ.” ຂ້າພະເຈົ້າຈຶ່ງແນມເບິ່ງ ແລະໃນທີ່ນັ້ນໃກ້ກັບແທ່ນບູຊາທີ່ຂ້າງທາງຍ່າງ ຂ້າພະເຈົ້າໄດ້ເຫັນຮູບເຄົາຣົບທີ່ເຮັດໃຫ້ພຣະເຈົ້າກິ້ວໂກດ. 6 ແລ້ວພຣະອົງກໍກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ເຈົ້າເຫັນບໍວ່າມີຫຍັງແດ່ເກີດຂຶ້ນ? ຈົ່ງເບິ່ງສິ່ງອັນໜ້າກຽດຊັງທີ່ປະຊາຊົນອິດສະຣາເອນກຳລັງເຮັດຢູ່ໃນທີ່ນີ້ ໂດຍຂັບໄລ່ເຮົາໃຫ້ໄປໄກແສນໄກຈາກບ່ອນສັກສິດຂອງເຮົາ. ເຈົ້າຈະໄດ້ເຫັນສິ່ງທີ່ໜ້າອັບອາຍຫລາຍກວ່ານີ້.” 7 ແລ້ວພຣະອົງກໍໄດ້ນຳຂ້າພະເຈົ້າໄປທີ່ທາງເຂົ້າຂ້າງນອກເດີ່ນ ແລະຊີ້ໃຫ້ຂ້າພະເຈົ້າເຫັນຮູທີ່ກຳແພງ. 8 ພຣະອົງກ່າວວ່າ, “ມະນຸດເອີຍ ເຈາະກຳແພງບ່ອນນີ້ໄປ.” ຂ້າພະເຈົ້າກໍເຈາະກຳແພງເຂົ້າໄປ ແລະໄດ້ພົບປະຕູບານໜຶ່ງ. 9 ພຣະອົງບອກຂ້າພະເຈົ້າວ່າ, “ຈົ່ງເຂົ້າໄປ ແລະເບິ່ງສິ່ງຊົ່ວຊ້າອັນໜ້າກຽດຊັງທີ່ພວກເຂົາກຳລັງເຮັດຢູ່ໃນທີ່ນັ້ນ.” 10 ສະນັ້ນ ຂ້າພະເຈົ້າຈຶ່ງເຂົ້າໄປເບິ່ງ. ກຳແພງທັງໝົດກໍເຕັມໄປແຕ່ຮູບແຕ້ມຂອງຝູງງູ ແລະສັດຕ່າງໆທີ່ເປັນມົນທິນ ແລະຮູບສິ່ງຂອງອື່ນໆອີກທີ່ຊາວອິດສະຣາເອນກຳລັງຂາບໄຫວ້ຢູ່. 11 ບັນດາຜູ້ນຳຊາວອິດສະຣາເອນເຈັດສິບຄົນກໍຢູ່ທີ່ນັ້ນ ແລະຢາອາຊານີຢາລູກຊາຍຂອງຊາຟານກໍຮ່ວມຢູ່ດ້ວຍ, ແຕ່ລະຄົນກຳລັງຖືຖາດເຜົາບູຊາເຄື່ອງຫອມທີ່ກຳລັງລຸກໄໝ້ຢູ່ ແລະຄວັນກໍກຳລັງຟົ້ງຂຶ້ນ. 12 ພຣະອົງຈຶ່ງຖາມຂ້າພະເຈົ້າວ່າ, “ມະນຸດເອີຍ ເຈົ້າເຫັນບໍ ສິ່ງທີ່ບັນດາຜູ້ນຳຂອງຊາດອິດສະຣາເອນກຳລັງເຮັດຢູ່ຢ່າງລັບລີ້ນັ້ນ? ແຕ່ລະຄົນກໍມີບ່ອນຂາບໄຫວ້ຮູບເຄົາຣົບຂອງຕົນ. ການແກ້ຕົວຂອງພວກເຂົາຄື: ‘ພຣະເຈົ້າຢາເວບໍ່ເຫັນພວກເຮົາດອກ ພຣະເຈົ້າຢາເວໄດ້ປະຖິ້ມປະເທດຂອງເຮົາສາແລ້ວ.”’ 13 ແລ້ວພຣະອົງກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຈົ້າຈະໄດ້ເຫັນພວກເຂົາເຮັດໃນສິ່ງທີ່ໜ້າກຽດຊັງຫລາຍກວ່ານີ້ອີກ.” 14 ສະນັ້ນ ພຣະອົງຈຶ່ງນຳຂ້າພະເຈົ້າໄປທີ່ປະຕູທາງທິດເໜືອຂອງວິຫານຂອງພຣະເຈົ້າຢາເວ ແລະຊີ້ໃຫ້ຂ້າພະເຈົ້າເຫັນພວກຜູ້ຍິງກຳລັງຮ້ອງໄຫ້ເຖິງພະຕາມມຸດ ທີ່ໄດ້ຕາຍໄປ. 15 ຕໍ່ມາ ພຣະອົງກໍຖາມວ່າ, “ມະນຸດເອີຍ ເຈົ້າເຫັນສິ່ງນັ້ນບໍ? ເຈົ້າຈະໄດ້ເຫັນສິ່ງທີ່ໜ້າກຽດຊັງຫລາຍກວ່ານີ້ອີກ.” 16 ສະນັ້ນ ພຣະອົງຈຶ່ງນຳຂ້າພະເຈົ້າເຂົ້າໄປເດີ່ນຂ້າງໃນວິຫານຂອງພຣະເຈົ້າຢາເວ. ໃກ້ທາງເຂົ້າພຣະວິຫານຂອງພຣະເຈົ້າຢາເວ ຄືລະຫວ່າງແທ່ນບູຊາ ແລະໜ້າປະຕູໃນທີ່ນັ້ນມີພວກຜູ້ຊາຍຢູ່ປະມານຊາວຫ້າຄົນ. ພວກເຂົາໄດ້ຫັນຫລັງໃສ່ພຣະວິຫານຂອງພຣະເຈົ້າຢາເວ ແລະກຳລັງຂາບລົງໄປທາງທິດຕາເວັນອອກເພື່ອຂາບໄຫວ້ຕາເວັນທີ່ກຳລັງຂຶ້ນ. 17 ພຣະອົງໄດ້ກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ເຈົ້າເຫັນສິ່ງນັ້ນບໍ? ປະຊາຊົນຢູດາຍເຫຼົ່ານີ້ບໍ່ແມ່ນແຕ່ພໍໃຈເຮັດໃນສິ່ງທີ່ໜ້າກຽດຊັງ ແລະເຮັດໃຫ້ຄວາມຮຸນແຮງລຸກລາມໄປທົ່ວທັງປະເທດເທົ່ານັ້ນ. ເບິ່ງແມ, ພວກເຂົາຍັງຕ້ອງມາເຮັດສິ່ງເຫຼົ່ານັ້ນໃນວິຫານນີ້ ແລະຍົວະໃຫ້ເຮົາໂກດຮ້າຍຕື່ມອີກ. ເບິ່ງດຸ, ພວກເຂົາດູໝິ່ນປະໝາດເຮົາສໍ່າໃດ ທັງເຮັດໃຫ້ເຮົາຂັດເຄືອງໃຈຫລາຍທີ່ສຸດ. 18 ພວກເຂົາຈະໄດ້ຊີມຣິດແຫ່ງຄວາມໂກດຮ້າຍຂອງເຮົາ. ເຮົາຈະບໍ່ໄວ້ຊີວິດ ຫລືສະແດງຄວາມເມດຕາໃດໆຕໍ່ພວກເຂົາ. ເຖິງແມ່ນພວກເຂົາຈະຮ້ອງພາວັນນາອະທິຖານຕໍ່ເຮົາ ຈົນສຸດສຽງກໍຕາມ ແຕ່ເຮົາຈະບໍ່ຟັງພວກເຂົາ.” |
@ 2012 United Bible Societies. All Rights Reserved.