ເອເຊກຽນ 7 - ພຣະຄຳພີສັກສິຊາດອິດສະຣາເອນໃກ້ເຖິງຈຸດຈົບ 1 ຖ້ອຍຄຳຂອງພຣະເຈົ້າຢາເວກໍໄດ້ມາເຖິງຂ້າພະເຈົ້າວ່າ, 2 “ມະນຸດເອີຍ ອັນນີ້ ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກຳລັງກ່າວແກ່ດິນແດນຂອງຊາດອິດສະຣາເອນຄື: ຕໍ່ໄປນີ້ແມ່ນຈຸດຈົບຂອງດິນແດນທັງໝົດ. 3 ຊາດອິດສະຣາເອນເອີຍ ຈຸດຈົບໄດ້ມາເຖິງແລ້ວ. ເຈົ້າຈະໄດ້ຊີມຣິດແຫ່ງຄວາມໂກດຮ້າຍຂອງເຮົາ ເພາະເຮົາຈະຕັດສິນລົງໂທດເຈົ້າໃນສິ່ງທີ່ເຈົ້າໄດ້ເຮັດ. ເຮົາຈະຕອບແທນສິ່ງອັນໜ້າກຽດຊັງທັງໝົດທີ່ເຈົ້າໄດ້ປະພຶດ. 4 ເຮົາຈະບໍ່ໄວ້ຊີວິດຂອງເຈົ້າ ຫລືສະແດງຄວາມເມດຕາໃດໆຕໍ່ເຈົ້າ. ເຮົາຈະລົງໂທດເຈົ້າ ເພາະສິ່ງອັນໜ້າກຽດຊັງທີ່ເຈົ້າໄດ້ເຮັດນັ້ນ ເພື່ອເຈົ້າຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.” 5 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: “ໄພພິບັດຈະມາເຖິງເຈົ້າບໍ່ຂາດສາຍ. 6 ເຖິງຈຸດຈົບສາແລ້ວ. ອັນນີ້ແມ່ນຄາວສຸດທ້າຍ. ໝົດສິ້ນກັນສາແລ້ວ. 7 ຈຸດຈົບກຳລັງມາເຖິງປະຊາຊົນທີ່ອາໄສຢູ່ໃນດິນແດນນີ້. ເວລານັ້ນມາໃກ້ແລ້ວ ເມື່ອການສະຫລອງທີ່ພູແຫ່ງຮູບປັ້ນຈະບໍ່ມີອີກຕໍ່ໄປ ມີແຕ່ຄວາມສັບສົນວຸ້ນວາຍເທົ່ານັ້ນ. 8 ແຕ່ໃນໄວໆນີ້ ເຈົ້າຈະໄດ້ຊີມຣິດແຫ່ງຄວາມໂກດຮ້າຍທັງໝົດຂອງເຮົາ. ເຮົາຈະຕັດສິນລົງໂທດສິ່ງທີ່ເຈົ້າໄດ້ເຮັດ ແລະເຮົາຈະຕອບແທນສິ່ງອັນໜ້າກຽດຊັງທັງໝົດທີ່ເຈົ້າໄດ້ເຮັດນັ້ນ. 9 ເຮົາຈະບໍ່ໄວ້ຊີວິດເຈົ້າ ຫລືສະແດງຄວາມເມດຕາໃດໆຕໍ່ເຈົ້າ. ເຮົາຈະທຳລາຍເຈົ້າໃນສິ່ງອັນໜ້າກຽດຊັງທີ່ເຈົ້າໄດ້ເຮັດນັ້ນ ເພື່ອເຈົ້າຈະໄດ້ຮູ້ວ່າເຮົາແມ່ນພຣະເຈົ້າຢາເວ ຜູ້ທີ່ລົງໂທດ. 10 ວັນແຫ່ງໄພພິບັດກຳລັງມາເຖິງຊາດອິດສະຣາເອນ. ຄວາມຮຸນແຮງຈະເພີ່ມຂຶ້ນ. ຄວາມຈອງຫອງກໍສູງຂຶ້ນສຸດຍອດແລ້ວ. 11 ຄວາມຮຸນແຮງຂະຫຍາຍຕົວເປັນອາວຸດຂອງຄວາມຊົ່ວຮ້າຍ. ບໍ່ມີສິ່ງໃດທີ່ເປັນຂອງພວກເຂົາຈະເຫຼືອຢູ່ເຊັ່ນ: ຊັບສົມບັດ, ຄວາມສະຫງ່າງາມ ຫລືສະຫງ່າຣາສີ. 12 ເວລານັ້ນກຳລັງມາ. ເວລາກໍໃກ້ເຂົ້າມາແລ້ວ ເມື່ອການຊື້ຂາຍຈະບໍ່ມີປະໂຫຍດຫຍັງໝົດ ເພາະການລົງໂທດຈະຕົກຖືກທຸກໆຄົນຄືກັນ. 13 ບໍ່ມີຄົນຄ້າຂາຍຜູ້ໃດທີ່ຈະມີຊີວິດຢູ່ນານພໍ ເພື່ອເອົາສິ່ງທີ່ຕົນໄດ້ສູນເສຍໄປນັ້ນກັບຄືນມາ ເພາະຄວາມໂກດຮ້າຍຕົກຖືກທຸກໆຄົນ. ຄົນໃດທີ່ຊົ່ວຊ້າ ຄົນນັ້ນກໍມີຊີວິດຢູ່ບໍ່ໄດ້. 14 ເມື່ອສຽງແກດັງຂຶ້ນທຸກຄົນຕ່າງກໍຕຽມພ້ອມ, ແຕ່ບໍ່ມີຜູ້ໃດເຂົ້າເຮັດເສິກ ເພາະຄວາມໂກດຮ້າຍຂອງເຮົາຈະຕົກຖືກທຸກໆຄົນຄືກັນ. ຊາດອິດສະຣາເອນຈະຖືກລົງໂທດຍ້ອນເຮັດບາບ 15 ການສູ້ຮົບກຳລັງເກີດຂຶ້ນຢູ່ຕາມທ້ອງຖະໜົນຫົນທາງ ຕະຫລອດທັງການເຈັບໄຂ້ໄດ້ປ່ວຍ ແລະການອຶດຢາກກໍມີຢູ່ຕາມເຮືອນ. ຜູ້ໃດຜູ້ໜຶ່ງທີ່ອອກໄປຢູ່ຕາມບ້ານນອກຈະຕາຍໃນການສູ້ຮົບ; ຜູ້ໃດຜູ້ໜຶ່ງທີ່ຢູ່ໃນເມືອງ ຈະຕົກເປັນເຫຍື່ອຂອງການເຈັບໄຂ້ໄດ້ປ່ວຍແລະການອຶດຢາກ. 16 ບາງຄົນຈະປົບໜີໄປເທິງພູຕ່າງໆ ດັ່ງຝູງນົກເຂົາທີ່ສະທ້ານຢ້ານກົວມາແຕ່ຮ່ອມພູທັງຫລາຍ. ພວກເຂົາທັງໝົດຈະຄວນຄາງເພາະການບາບທີ່ພວກເຂົາໄດ້ເຮັດ. 17 ມືທຸກຄົນຈະອ່ອນເພຍເປ້ຍລ່ອຍ ແລະຫົວເຂົ່າກໍຈະສັ່ນເຊັນ. 18 ພວກເຂົາຈະນຸ່ງຜ້າກະສອບເຂົ້າແລະຈະສັ່ນເຊັນທັງຕົວດ້ວຍຄວາມຢ້ານ. ພວກເຂົາຈະແຖຫົວຕົນເອງ ແລະລ້ວນແຕ່ໄດ້ຮັບຄວາມອັບອາຍຂາຍໜ້າ. 19 ພວກເຂົາຈະໂຍນເງິນແລະຄຳຂອງຕົນຖິ້ມ ຕາມທ້ອງຖະໜົນຫົນທາງດັ່ງຖິ້ມຂີ້ເຫຍື້ອ ຍ້ອນວ່າທັງເງິນແລະຄຳຊ່ວຍພວກເຂົາບໍ່ໄດ້ອີກແລ້ວ ເມື່ອພຣະເຈົ້າຢາເວຖອກເທຄວາມໂກດຮ້າຍຂອງພຣະອົງ. ພວກເຂົາໃຊ້ມັນໃຫ້ຕອບສະໜອງຄວາມຕ້ອງການບໍ່ໄດ້ ຫລືໃຫ້ກະເພາະອີ່ມຍ້ອນເງິນຄຳບໍ່ໄດ້. ເງິນແລະຄຳພາໃຫ້ພວກເຂົາເຮັດບາບ. 20 ຄັ້ງໜຶ່ງ ພວກເຂົາເຄີຍອວດອົ່ງທະນົງຕົວໃນເຄື່ອງເອ້ອັນສວຍງາມຂອງພວກເຂົາ; ແຕ່ພວກເຂົາກໍໄດ້ໃຊ້ມັນເຮັດຮູບເຄົາຣົບຕ່າງໆອັນໜ້າກຽດຊັງ. ສະນັ້ນ ເຮົາຈຶ່ງເຮັດໃຫ້ຊັບສົມບັດນັ້ນ ຊຸກດັນໃຫ້ພວກເຂົາເກີດເບື່ອໜ່າຍ. 21 ເຮົາຈະປ່ອຍໃຫ້ພວກຄົນຕ່າງດ້າວມາປຸ້ນພວກເຂົາ ພວກຝ່າຝືນກົດໝາຍຈະຢຶດເອົາຊັບສົມບັດທັງໝົດຂອງພວກເຂົາໄປ ແລະເຮັດໃຫ້ເປັນມົນທິນ. 22 ເຮົາຈະບໍ່ເຂົ້າໄປຫຍຸ້ງກ່ຽວ ເມື່ອຊັບສົມບັດໃນພຣະວິຫານຂອງເຮົາເປັນມົນທິນ ແລະເມື່ອບັນດານັກປຸ້ນບຸກເຂົ້າໄປທຳລາຍພຣະວິຫານນັ້ນ. 23 ທຸກໆສິ່ງເກີດອົນລະຫົນວຸ້ນວາຍ ຄືດິນແດນເຕັມໄປດ້ວຍຄາດຕະກອນ ແລະໃນຕົວເມືອງຕ່າງໆກໍລ້ວນແຕ່ໃຊ້ການຮຸນແຮງ. 24 ເຮົາຈະນຳຊາດຕ່າງໆທີ່ໂຫດຮ້າຍທີ່ສຸດມາທີ່ນີ້ ແລະຈະປ່ອຍໃຫ້ພວກເຂົາຢຶດເອົາເຮືອນຂອງພວກເຈົ້າ. ຄົນແຂງແຮງທີ່ສຸດໃນພວກເຈົ້າຈະສູນເສຍຄວາມໝັ້ນໃຈ ເມື່ອເຮົາໄດ້ນຳເອົາຊົນຊາດທັງຫລາຍມາເຮັດໃຫ້ບ່ອນຕ່າງໆທີ່ພວກເຈົ້ານະມັດສະການນີ້ເປັນມົນທິນ. 25 ຄວາມສິ້ນຫວັງກຳລັງມາເຖິງ. ພວກເຈົ້າຈະຊອກຫາສັນຕິສຸກ ແຕ່ຈະບໍ່ພົບຈັກເທື່ອ. 26 ໄພພິບັດຈະມາເຖິງພວກເຈົ້າບໍ່ຂາດສາຍ ແລະຂ່າວຮ້າຍກໍຈະມາເຖິງພວກເຈົ້າດັ່ງສາຍນໍ້າ. ພວກເຈົ້າຈະຮ້ອງຂໍໃຫ້ບັນດາຜູ້ທຳນວາຍບອກເຖິງເຫດການທີ່ຈະເກີດຂຶ້ນລ່ວງໜ້າສູ່ພວກເຈົ້າຟັງ. ບັນດາປະໂຣຫິດຈະບໍ່ມີຫຍັງສັ່ງສອນປະຊາຊົນ ແລະບັນດາເຖົ້າແກ່ກໍຈະບໍ່ໃຫ້ຄຳແນະນຳຫຍັງ. 27 ກະສັດຈະໄວ້ທຸກ ເຈົ້າຊາຍຈະໝົດຄວາມຫວັງ ແລະປະຊາຊົນກໍຈະສັ່ນເຊັນດ້ວຍຄວາມຢ້ານ. ເຮົາຈະລົງໂທດພວກເຈົ້າໃຫ້ສົມກັບສິ່ງທັງໝົດທີ່ພວກເຈົ້າໄດ້ເຮັດ ແລະຈະຕັດສິນພວກເຈົ້າຢ່າງດຽວກັນກັບທີ່ພວກເຈົ້າໄດ້ຕັດສິນຄົນອື່ນ. ສິ່ງນີ້ແຫລະ ຈະສະແດງໃຫ້ພວກເຈົ້າຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.” |
@ 2012 United Bible Societies. All Rights Reserved.