ເອເຊກຽນ 6 - ພຣະຄຳພີສັກສິອົງພຣະຜູ້ເປັນເຈົ້າປະນາມການໄຫວ້ຮູບເຄົາຣົບ 1 ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ, 2 “ມະນຸດເອີຍ ຈົ່ງແນມໄປທີ່ພູເຂົາທັງຫລາຍຂອງຊາດອິດສະຣາເອນ ແລະບອກຖ້ອຍຄຳຂອງເຮົາແກ່ພູເຂົາເຫຼົ່ານັ້ນ. 3 ຈົ່ງບອກພູເຂົາຕ່າງໆຂອງຊາດອິດສະຣາເອນໃຫ້ຟັງຖ້ອຍຄຳຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າບອກພູເຂົາແລະເນີນພູທັງຫລາຍ, ຫ້ວຍກັບຮ່ອມພູທັງຫລາຍວ່າ ເຮົາຈະໃຊ້ດາບທຳລາຍບ່ອນຕ່າງໆທີ່ປະຊາຊົນຂາບໄຫວ້ຮູບເຄົາຣົບ. 4 ແທ່ນບູຊາທັງຫລາຍຈະຖືກຮື້ຖິ້ມ ແລະແທ່ນເຜົາເຄື່ອງຫອມກໍຈະຖືກທຳລາຍ. ປະຊາຊົນທັງໝົດໃນທີ່ນັ້ນຈະຖືກຂ້າຕໍ່ໜ້າຮູບເຄົາຣົບຂອງພວກເຂົາ. 5 ເຮົາຈະເຮັດໃຫ້ຊາກສົບຂອງປະຊາຊົນອິດສະຣາເອນກະຈັດກະຈາຍໄປ; ເຮົາຈະເຮັດໃຫ້ກະດູກທັງໝົດຂອງພວກເຂົາກະຈັດກະຈາຍຢູ່ອ້ອມແທ່ນບູຊາ. 6 ເມືອງທັງໝົດຂອງຊາດອິດສະຣາເອນຈະຖືກທຳລາຍ ເພື່ອວ່າແທ່ນບູຊາກັບຮູບເຄົາຣົບຕ່າງໆຂອງພວກເຂົາຈະຖືກທຳລາຍໝົດເປັນຊີ້ນໆ, ແທ່ນເຜົາເຄື່ອງຫອມຂອງພວກເຂົາຈະຖືກຕີໃຫ້ແຕກເປັນປ່ຽງໆ ແລະທຸກໆສິ່ງທີ່ພວກເຂົາໄດ້ເຮັດນັ້ນກໍຈະສູນຫາຍໄປ. 7 ປະຊາຊົນຈະຖືກຂ້າໃນທຸກທີ່ທຸກບ່ອນ ແລະພວກທີ່ຍັງເຫລືອມີຊີວິດຢູ່ຈະຮັບຮູ້ວ່າເຮົາແມ່ນພຣະເຈົ້າຢາເວ. 8 ເຮົາຈະປ່ອຍໃຫ້ບາງຄົນຫລົບໜີຈາກການຖືກສັງຫານໝູ່ ແລະຖືກກະຈັດກະຈາຍໄປໃນທ່າມກາງຊົນຊາດຕ່າງໆ 9 ບ່ອນທີ່ພວກເຂົາຈະໃຊ້ຊີວິດຢູ່ເປັນຊະເລີຍໃນຕ່າງຖິ່ນ. ໃນທີ່ນັ້ນ ພວກເຂົາຈະລະນຶກເຖິງເຮົາ ແລະຮູ້ວ່າເຮົາລົງໂທດພວກເຂົາໃຫ້ໄດ້ຮັບການອັບອາຍຂາຍໜ້າ ກໍເພາະຈິດໃຈທີ່ຂາດຄວາມເຊື່ອຈຶ່ງພາໃຫ້ຫ່າງເຫີນຈາກເຮົາໄປ ແລະພວກເຂົາຮັກຮູບເຄົາຣົບຫລາຍກວ່າຮັກເຮົາ. ພວກເຂົາຈະກຽດຊັງຕົນເອງ ເພາະຄວາມຊົ່ວຊ້າ ແລະສິ່ງເສື່ອມເສຍທັງຫລາຍທີ່ພວກເຂົາໄດ້ເຮັດ. 10 ພວກເຂົາຈະຮູ້ວ່າເຮົາແມ່ນອົງພຣະຜູ້ເປັນເຈົ້າ ແລະການຕັກເຕືອນຂອງເຮົານັ້ນກໍບໍ່ໄດ້ເປັນການຂົ່ມຂູ່ລ້າໆ.” 11 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ຈົ່ງຕົບມືສາ ຈົ່ງທືບຕີນເຖີດ ຈົ່ງຮ້ອງຢ່າງໂສກເສົ້າເສຍໃຈເພາະຄວາມຊົ່ວທັງໝົດ ຄືສິ່ງອັນໜ້າກຽດຊັງຕ່າງໆທີ່ຊາວອິດສະຣາເອນໄດ້ເຮັດ. ພວກເຂົາຈະຕາຍໃນເສິກສົງຄາມ ຫລືໃນການອຶດຢາກ ຫລືຍ້ອນການເຈັບໄຂ້ໄດ້ປ່ວຍ. 12 ພວກທີ່ຢູ່ຫ່າງໄກຈະເຈັບໄຂ້ ແລະຕາຍ; ພວກທີ່ຢູ່ອ້ອມແອ້ມຈະຖືກຂ້າໃນສົງຄາມ; ພວກທີ່ລອດມາໄດ້ກໍຈະອຶດຕາຍ. ພວກເຂົາຈະໄດ້ຊີມຣິດແຫ່ງຄວາມໂກດຮ້າຍຂອງເຮົາຢ່າງສຸດຂີດ. 13 ຊາກສົບທັງຫລາຍຈະກະຈັດກະຈາຍ ປະປົນຢູ່ກັບຮູບເຄົາຣົບຕ່າງໆອ້ອມແທ່ນບູຊາ ມັນຈະຖືກກະຈັດກະຈາຍໄປທົ່ວເນີນພູສູງ, ຢູ່ເທິງຈອມພູທຸກໆໜ່ວຍ, ຢູ່ກ້ອງຕົ້ນໄມ້ໃບຂຽວ ແລະຕົ້ນໂອກທຸກຕົ້ນ ຄືຢູ່ໃນທຸກບ່ອນທີ່ພວກເຂົາໄດ້ເຜົາເຄື່ອງບູຊາຖວາຍແກ່ຮູບເຄົາຣົບຂອງພວກເຂົາ. ແລ້ວທຸກຄົນກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ. 14 ເຮົາຈະໃຊ້ຣິດອຳນາດຂອງເຮົາທຳລາຍປະເທດຂອງພວກເຂົາ. ເຮົາຈະເຮັດໃຫ້ເປັນດິນແດນເປົ່າຫວ່າງ, ແຕ່ຖິ່ນແຫ້ງແລ້ງກັນດານທາງພາກໃຕ້ ຈົນຮອດເມືອງຣິບລາທາງທິດເໜືອ ໂດຍຈະບໍ່ປະທີ່ໃດໃຫ້ຊາວອິດສະຣາເອນອາໄສຢູ່. ແລ້ວທຸກຄົນກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.” |
@ 2012 United Bible Societies. All Rights Reserved.