Biblia Todo Logo
Bìoball air-loidhne

- Sanasan -

ເອເຊກຽນ 5 - ພຣະຄຳພີສັກສິ


ເອເຊກຽນ​ຕັດ​ຜົມ​ຕົນເອງ

1 ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ມະນຸດ​ເອີຍ ຈົ່ງ​ໃຊ້​ດາບ​ຄົມໆ​ແຖ​ໜວດ​ກັບ​ຕັດ​ຜົມ​ຂອງ​ເຈົ້າ ແລ້ວ​ຈົ່ງ​ຊັ່ງ​ຜົມ​ຂອງ​ເຈົ້າ​ໃສ່​ຊິງ ແລະ​ແບ່ງ​ມັນ​ອອກ​ເປັນ​ສາມ​ສ່ວນ.

2 ຈົ່ງ​ເຜົາ​ສ່ວນ​ທີ​ໜຶ່ງ​ໃນ​ເມືອງ ເມື່ອ​ການ​ປິດລ້ອມ​ໄດ້​ສິ້ນສຸດ​ລົງ​ແລ້ວ. ຈົ່ງ​ໃຊ້​ດາບ​ຂອງ​ເຈົ້າ​ຟັນ​ສ່ວນ​ໜຶ່ງ​ອີກ ເມື່ອ​ເຈົ້າ​ຍ່າງ​ອ້ອມ​ໄປມາ​ທີ່​ນອກເມືອງ. ສ່ວນ​ທີ່​ເຫຼືອ​ນັ້ນ ຈົ່ງ​ຫວ່ານ​ຂຶ້ນ​ໃຫ້​ລົມ​ພັດ​ກະຈັດ​ກະຈາຍ​ໄປ ແລະ​ເຮົາ​ຈະ​ໃຊ້​ດາບ​ຂອງເຮົາ​ໄລ່​ຕາມ​ຟັນ.

3 ຈົ່ງ​ຮັກສາ​ເສັ້ນ​ຜົມ​ບາງເລັກນ້ອຍ ແລະ​ຫໍ່​ໄວ້​ໃນ​ຖົງ​ເສື້ອ​ຂອງເຈົ້າ.

4 ແລ້ວ​ຈົ່ງ​ເອົາ​ຜົມ​ບາງ​ເສັ້ນ​ໃນ​ນັ້ນ​ອອກ​ມາ​ອີກ ແລະ​ຈູດ​ໄຟ​ເຜົາ. ໄຟ​ນັ້ນ​ຈະ​ໄໝ້​ລາມ​ໄປ​ທົ່ວ​ທັງ​ຊົນຊາດ​ອິດສະຣາເອນ.”

5 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ຈົ່ງ​ເບິ່ງ​ນະຄອນ​ເຢຣູຊາເລັມ​ພຸ້ນ​ແມ. ເຮົາ​ໄດ້​ວາງ​ນາງ​ໄວ້​ທີ່​ສູນກາງ​ຂອງ​ໂລກ ໂດຍ​ມີ​ບັນດາ​ປະເທດ​ອື່ນ​ທັງໝົດ​ຢູ່​ອ້ອມຮອບ.

6 ແຕ່​ນະຄອນ​ເຢຣູຊາເລັມ​ໄດ້​ກະບົດ​ຕໍ່​ຂໍ້ຄຳສັ່ງ​ຂອງເຮົາ ແລະ​ສະແດງ​ວ່າ​ນາງ​ຊົ່ວຊ້າ​ກວ່າ​ບັນດາ​ປະເທດ​ອື່ນໆ ແລະ​ບໍ່​ເຊື່ອຟັງ​ກວ່າ​ບັນດາ​ປະເທດ​ທີ່​ຢູ່​ອ້ອມຮອບ​ນາງ​ນັ້ນ. ນະຄອນ​ເຢຣູຊາເລັມ​ປະຖິ້ມ​ຂໍ້ຄຳສັ່ງ​ຂອງ​ເຮົາ ແລະ​ທັງ​ບໍ່​ຍອມ​ນັບຖື​ກົດບັນຍັດ​ຕ່າງໆ​ຂອງເຮົາ​ດ້ວຍ.

7 ນະຄອນ​ເຢຣູຊາເລັມ​ເອີຍ ບັດນີ້ ຈົ່ງ​ຟັງ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ. ໂດຍ​ບໍ່​ຟັງ​ກົດບັນຍັດ​ຕ່າງໆ​ຂອງເຮົາ ຫລື​ຮັກສາ​ຂໍ້ຄຳສັ່ງ​ທັງຫລາຍ​ຂອງເຮົາ​ນັ້ນ ເຈົ້າ​ໄດ້​ກໍ່​ຄວາມ​ເດືອດຮ້ອນ​ຫລາຍກວ່າ​ບັນດາ​ປະເທດ​ທີ່​ຢູ່​ອ້ອມຮອບ​ເຈົ້າ. ເຈົ້າ​ໄດ້​ເຮັດ​ຕາມ​ປະເພນີ​ຕ່າງໆ​ຂອງ​ບັນດາ​ຊົນຊາດ​ອື່ນໆ.

8 ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ກ່າວ​ວ່າ, ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ. ເຮົາ​ຈະ​ຕັດສິນ​ລົງໂທດ​ເຈົ້າ ໃນ​ບ່ອນ​ທີ່​ບັນດາ​ຊົນຊາດ​ທັງໝົດ​ເຫັນ​ເຈົ້າ​ໄດ້.

9 ຍ້ອນ​ເຮົາ​ກຽດຊັງ​ສິ່ງ​ທັງໝົດ​ທີ່​ເຈົ້າ​ເຮັດ​ນັ້ນ ເຮົາ​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ​ຢ່າງ​ທີ່​ເຮົາ​ບໍ່ເຄີຍ​ເຮັດ​ມາ​ກ່ອນ ແລະ​ການ​ລົງໂທດ​ຢ່າງ​ນີ້​ກໍ​ຈະ​ບໍ່ມີ​ອີກ​ຈັກເທື່ອ.

10 ຜົນ​ກໍ​ຄື ພວກ​ຜູ້​ເປັນ​ພໍ່​ແມ່​ໃນ​ນະຄອນ​ເຢຣູຊາເລັມ​ຈະ​ກິນ​ລູກ​ຂອງ​ຕົນເອງ ແລະ​ພວກ​ລູກໆ​ກໍ​ຈະ​ກິນ​ພໍ່​ແມ່​ຂອງ​ຕົນເອງ. ເຮົາ​ຈະ​ລົງໂທດ​ເຈົ້າ; ສ່ວນ​ພວກ​ທີ່​ຍັງເຫລືອ​ມີ​ຊີວິດ​ຢູ່​ນັ້ນ ເຮົາ​ຈະ​ກະຈັດ​ກະຈາຍ​ພວກເຂົາ​ໄປ​ທົ່ວ​ທຸກ​ທິດ.”

11 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເພາະ​ສະນັ້ນ ໃນ​ເມື່ອ​ເຮົາ​ມີ​ຊີວິດ​ຢູ່ ຍ້ອນ​ເຈົ້າ​ໄດ້​ເຮັດ​ໃຫ້​ວິຫານ​ຂອງເຮົາ​ເປັນ​ມົນທິນ ດ້ວຍ​ການ​ເຮັດ​ຊົ່ວ​ທຸກຢ່າງ​ອັນ​ໜ້າກຽດຊັງ; ສະນັ້ນ ເຮົາ​ຈະ​ຕັດ​ເຈົ້າ​ອອກ ໂດຍ​ປາສະຈາກ​ຄວາມ​ເມດຕາ​ກະລຸນາ.

12 ສ່ວນ​ໜຶ່ງ​ຂອງ​ປະຊາຊົນ​ຂອງ​ເຈົ້າ​ນັ້ນ​ຈະ​ຕາຍ​ຍ້ອນ​ການ​ເຈັບໄຂ້​ໄດ້ປ່ວຍ ຕະຫລອດ​ທັງ​ການ​ອຶດຢາກ​ຢູ່​ໃນເມືອງ; ສ່ວນ​ໜຶ່ງ​ນັ້ນ​ຈະ​ຖືກ​ຄົມ​ດາບ​ຢູ່​ນອກເມືອງ ແລະ​ສ່ວນ​ສຸດທ້າຍ​ນັ້ນ​ເຮົາ​ຈະ​ໃຫ້​ກະຈັດ​ກະຈາຍ​ໄປ​ຕາມ​ລົມ ແລະ​ທັງ​ຈະ​ໃຊ້​ດາບ​ໄລ່​ຕິດຕາມ​ພວກເຂົາ​ໄປ​ດ້ວຍ.

13 ເຈົ້າ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ ແລະ​ໂມໂຫ​ຂອງເຮົາ ຈົນກວ່າ​ເຮົາ​ຈະ​ພໍໃຈ. ເມື່ອ​ສິ່ງ​ທັງໝົດ​ນີ້​ເກີດຂຶ້ນ ເຈົ້າ​ຈະ​ມີ​ຄວາມ​ແນ່ໃຈ​ວ່າ ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ເຈົ້າ​ຢ່າງ​ຮຸນແຮງ​ຈົນ​ສຸດຂີດ ຍ້ອນ​ຄວາມ​ບໍ່​ສັດຊື່​ຂອງ​ເຈົ້າ.

14 ຄົນ​ໃນ​ປະເທດ​ຕ່າງໆ​ທີ່​ຢູ່​ອ້ອມຮອບ​ເຈົ້າ ແລະ​ທຸກຄົນ​ທີ່​ຜ່ານ​ໄປ​ກໍ​ຈະ​ເຫັນ​ວ່າ ເຮົາ​ໄດ້​ເຮັດ​ໃຫ້​ນະຄອນ​ເຢຣູຊາເລັມ​ຮົກຮ້າງ ແລະ​ໄຮ້​ກຽດ.

15 ເມື່ອ​ເຮົາ​ໃຈຮ້າຍ ແລະ​ໂກດເຄືອງ ແລະ​ລົງໂທດ​ເຈົ້າ​ນັ້ນ ບັນດາ​ຊົນຊາດ​ທັງໝົດ​ທີ່​ຢູ່​ອ້ອມຮອບ​ເຈົ້າ​ຈະ​ສະທ້ານ​ຢ້ານກົວ. ພວກເຂົາ​ຈະ​ແນມເບິ່ງ​ເຈົ້າ​ດ້ວຍ​ຄວາມ​ກຽດຊັງ ແລະ​ຈະ​ຫຍໍ້ຫຍັນ​ເຈົ້າ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້ກ່າວ​ດັ່ງນີ້ແຫຼະ.

16 ເຮົາ​ຈະ​ຕັດ​ສະບຽງ​ອາຫານ​ຂອງ​ເຈົ້າ ແລະ​ປະ​ໃຫ້​ເຈົ້າ​ອຶດ​ຕາຍ. ເຈົ້າ ຈະ​ເຈັບປວດ​ດ້ວຍ​ຄວາມ​ອຶດຫິວ ດັ່ງ​ຖືກ​ລູກທະນູ​ອັນ​ແຫລມຄົມ​ທຳລາຍ.

17 ເຮົາ​ຈະ​ສົ່ງ​ການ​ອຶດຢາກ ແລະ​ຝູງ​ສັດປ່າ​ມາ​ຂ້າ​ລູກ​ຂອງ​ເຈົ້າ ພ້ອມ​ທັງ​ຈະ​ສົ່ງ​ການ​ເຈັບໄຂ້​ໄດ້ປ່ວຍ, ການ​ຮຸນແຮງ ແລະ​ສົງຄາມ​ມາ​ຂ້າ​ເຈົ້າ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan