ເອເຊກຽນ 48 - ພຣະຄຳພີສັກສິເຜົ່າຕ່າງໆໄດ້ຮັບສ່ວນແບ່ງດິນແດນ 1-7 ຊາຍແດນທາງດ້ານເໜືອຂອງດິນແດນ ແມ່ນນັບແຕ່ທິດຕາເວັນອອກ ຈາກທະເລເມດີແຕຣາເນ ເຖິງເມືອງເຮດໂລນ, ຊ່ອງແຄບຮາມັດ, ເມືອງຮາຊາເອໂນນ ແລະຊາຍແດນລະຫວ່າງອານາຈັກດາມັສກັດແລະຮາມັດ. ຈົ່ງໃຫ້ແຕ່ລະເຜົ່າໄດ້ຮັບສ່ວນໜຶ່ງຂອງດິນແດນ ທີ່ຕໍ່ອອກໄປແຕ່ຊາຍແດນທາງທິດຕາເວັນອອກ ຫາທິດຕາເວັນຕົກ ເຖິງທະເລເມດີແຕຣາເນ ຕາມລຳດັບແຕ່ເໜືອສູ່ໃຕ້ມີດັ່ງນີ້: ດານ ອາເຊ ເນັບທາລີ ມານາເຊ ເອຟຣາອິມ ຣູເບັນ ຢູດາ ໃຈກາງຂອງດິນແດນແມ່ນສ່ວນພິເສດ 8 ສ່ວນຕໍ່ໄປຂອງດິນແດນນັ້ນ ຈົ່ງແຍກໄວ້ເພື່ອໃຊ້ເປັນພິເສດ. ດິນແດນນັ້ນໃຫ້ກວ້າງສິບສອງກິໂລແມັດເຄິ່ງ ແຕ່ທິດໃຕ້ຫາທິດເໜືອ ແລະມີລວງຍາວເທົ່າກັບສ່ວນທັງຫລາຍ ຊຶ່ງໄດ້ມອບໃຫ້ເຜົ່າຕ່າງໆ ແຕ່ທິດຕາເວັນອອກຫາທິດຕາເວັນຕົກ. ພຣະວິຫານຈະຖືກຕັ້ງຂຶ້ນພາຍໃນສ່ວນນີ້. 9 ໃນໃຈກາງຂອງສ່ວນນີ້ ບໍລິເວນພິເສດຍາວສິບສອງກິໂລແມັດເຄິ່ງ ແລະກວ້າງສິບກິໂລແມັດ ຈະຕ້ອງຖວາຍແກ່ພຣະເຈົ້າຢາເວ. 10 ພວກປະໂຣຫິດຈະໄດ້ຮັບບໍລິເວນອັນສັກສິດສ່ວນນີ້. ແຕ່ດ້ານຕາເວັນອອກຫາດ້ານຕາເວັນຕົກ ສ່ວນຂອງພວກເຂົາມີຢູ່ສິບສອງກິໂລແມັດເຄິ່ງ ແລະແຕ່ດ້ານເໜືອຫາດ້ານໃຕ້ມີຢູ່ຫ້າກິໂລແມັດ. ພຣະວິຫານຂອງພຣະເຈົ້າຢາເວຈະຕ້ອງຖືກຕັ້ງຂຶ້ນຢູ່ໃນໃຈກາງຂອງບໍລິເວນນີ້. 11 ບໍລິເວນອັນສັກສິດນີ້ ໃຫ້ເປັນຂອງພວກປະໂຣຫິດທີ່ເປັນເຊື້ອສາຍຂອງຊາດົກ. ພວກເຂົາໄດ້ບົວລະບັດຮັບໃຊ້ເຮົາຢ່າງສັດຊື່ ແລະບໍ່ໄດ້ຮ່ວມເຮັດຜິດກັບຊາວອິດສະຣາເອນອື່ນໆ ດັ່ງສະມາຊິກຄົນອື່ນໆໃນເຜົ່າເລວີໄດ້ເຮັດ. 12 ສະນັ້ນ ພວກເຂົາຈຶ່ງຈະໄດ້ຮັບບໍລິເວນໜຶ່ງເປັນພິເສດ ຢູ່ໃກ້ກັບບໍລິເວນທີ່ເປັນຂອງພວກເລວີ ແລະຈະເປັນບໍລິເວນທີ່ສັກສິດທີ່ສຸດ. 13 ພວກເລວີຈະໄດ້ຮັບບໍລິເວນພິເສດຄືກັນ ຢູ່ທາງຕອນໃຕ້ຂອງພວກປະໂຣຫິດ. ດິນແດນນັ້ນໃຫ້ຍາວສິບສອງກິໂລແມັດເຄິ່ງ ແຕ່ດ້ານຕາເວັນອອກຫາດ້ານຕາເວັນຕົກ ແລະໃຫ້ກວ້າງຫ້າກິໂລແມັດຈາກດ້ານເໜືອຫາດ້ານໃຕ້. 14 ບໍລິເວນທີ່ໄດ້ຖືກອຸທິດຖວາຍແກ່ພຣະເຈົ້າຢາເວແລ້ວ ແມ່ນສ່ວນທີ່ສັກສິດໃນດິນແດນທັງໝົດ; ບໍ່ໃຫ້ຂາຍ ຫລືແລກປ່ຽນ, ຫລືປ່ຽນກຳມະສິດໃຫ້ຜູ້ໜຶ່ງຜູ້ໃດເປັນເດັດຂາດ. 15 ບໍລິເວນສ່ວນພິເສດທີ່ຍັງເຫລືອຢູ່ ຍາວສິບສອງກິໂລແມັດເຄິ່ງ ກວ້າງສອງກິໂລແມັດເຄິ່ງນັ້ນ ບໍ່ສັກສິດ, ແຕ່ຕ້ອງໃຫ້ໃຊ້ທົ່ວໄປສຳລັບປະຊາຊົນ. ພວກເຂົາອາດຈະຢູ່ແລະໃຊ້ດິນແດນທີ່ນັ້ນກໍໄດ້. ຕົວເມືອງຈະຕ້ອງຕັ້ງຢູ່ໃຈກາງຂອງບໍລິເວນນີ້ 16 ແລະຈະຕ້ອງເປັນຮູບສີ່ຫລ່ຽມມົນທົນໂດຍແຕ່ລະຂ້າງມີຂະໜາດ ສອງພັນສອງຮ້ອຍຫ້າສິບ ແມັດ. 17 ອ້ອມເມືອງແຕ່ລະດ້ານນັ້ນໃຫ້ມີບ່ອນເປົ່າຫວ່າງແທກໄດ້ ໜຶ່ງຮ້ອຍຊາວຫ້າ ແມັດ ທາງຂວາງ. 18 ຫລັງຈາກສ້າງເມືອງແລ້ວ ໃນບໍລິເວນດິນທີ່ຍັງເຫລືອທາງດ້ານໃຕ້ຂອງບໍລິເວນສັກສິດ ທີ່ຍາວຫ້າກິໂລແມັດ ແລະກວ້າງສອງກິໂລແມັດເຄິ່ງທາງດ້ານຕາເວັນອອກ ແລະທາງດ້ານຕາເວັນຕົກເທົ່າກັນນັ້ນ ໃຫ້ໃຊ້ເປັນດິນປູກຝັງຂອງປະຊາຊົນທີ່ຢູ່ໃນເມືອງ. 19 ຜູ້ໃດຜູ້ໜຶ່ງທີ່ຢູ່ໃນເມືອງບໍ່ວ່າມາຈາກເຜົ່າໃດກໍດີ ໃຫ້ປູກຝັງກິນໃນທີ່ດິນນັ້ນໄດ້. 20 ດັ່ງນັ້ນ ບໍລິເວນທັງໝົດໃນໃຈກາງຂອງທີ່ດິນສ່ວນນີ້ ຊຶ່ງໄດ້ຖືກແຍກໄວ້ຈຶ່ງເປັນຮູບສີ່ຫລ່ຽມມົນທົນ ແລະແຕ່ລະຂ້າງແທກໄດ້ສິບສອງກິໂລແມັດເຄິ່ງ ລວມບໍລິເວນທີ່ຈະເປັນຕົວເມືອງ. 21-22 ທາງດ້ານຕາເວັນອອກແລະດ້ານຕາເວັນຕົກຂອງບໍລິເວນນີ້ ທີ່ພຣະວິຫານຕັ້ງຢູ່ນັ້ນ ມີທີ່ດິນຂອງພວກປະໂຣຫິດ, ທີ່ດິນຂອງພວກເລວີ, ຕົວເມືອງ, ທີ່ດິນຊຶ່ງເຫຼືອໄວ້ໃຫ້ເປັນກຳມະສິດຂອງເຈົ້າຊາຍຜູ້ປົກຄອງ. ດິນແດນນີ້ຂະຫຍາຍອອກໄປສູ່ທາງທິດຕາເວັນອອກ ຈຶ່ງຮອດຊາຍແດນທາງຕາເວັນອອກ ແລະທາງຕາເວັນຕົກຮອດທະເລເມດີແຕຣາເນ ແລະໄປສຸດທາງເໜືອ ຊຶ່ງເປັນສ່ວນຂອງເຜົ່າຢູດາ ແລະໄປສຸດທາງໃຕ້ ຊຶ່ງເປັນສ່ວນຂອງເຜົ່າເບັນຢາມິນ. ດິນແດນທີ່ເປັນຂອງເຜົ່າອື່ນໆ 23-27 ທາງໃຕ້ຂອງສ່ວນພິເສດ ແຕ່ລະເຜົ່າຊຶ່ງຍັງເຫລືອຢູ່ນັ້ນ ຈະຕ້ອງໄດ້ຮັບສ່ວນໜຶ່ງຂອງດິນແດນ ໂດຍນັບຈາກຊາຍແດນທາງດ້ານຕາເວັນອອກ ຈົນເຖິງທະເລເມດີແຕຣາເນທາງດ້ານຕາເວັນຕົກ ຕາມລະດັບແຕ່ທິດເໜືອສູ່ທິດໃຕ້ດັ່ງນີ້: ເບັນຢາມິນ ຊີເມໂອນ ອິດຊາຄາ ເຊບູໂລນ ກາດ 28 ທາງດ້ານໃຕ້ຂອງສ່ວນທີ່ໄດ້ມອບໃຫ້ແກ່ເຜົ່າກາດນັ້ນ ຊາຍແດນນັບຈາກທິດຕາເວັນຕົກສ່ຽງໃຕ້ ມີດັ່ງນີ້: ຕັ້ງແຕ່ຕາມາເຖິງບໍ່ນໍ້າກາເດັດ ແລະທາງດ້ານທິດຕາເວັນຕົກສ່ຽງເໜືອ ຕາມຊາຍແດນຂອງເອຢິບເລີຍເຖິງທະເລເມດີແຕຣາເນ. 29 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ດິນແດນທີ່ໄດ້ຖືກແບ່ງປັນເປັນສ່ວນໃຫ້ເຜົ່າຕ່າງໆຂອງຊາດອິດສະຣາເອນ ເປັນກຳມະສິດນັ້ນແມ່ນຕ້ອງດຳເນີນດ້ວຍວິທີນີ້ແຫຼະ.” ປະຕູທີ່ນະຄອນເຢຣູຊາເລັມ 30-34 ນະຄອນເຢຣູຊາເລັມມີປະຕູເຂົ້າສິບສອງປ່ອງ. ກຳແພງແຕ່ລະດ້ານໃນສີ່ດ້ານນັ້ນແທກໄດ້ສອງພັນສອງຮ້ອຍຫ້າສິບແມັດ ແລະມີປະຕູສາມປ່ອງໃນກຳແພງດ້ານໜຶ່ງ ແຕ່ລະປະຕູໃສ່ຊື່ຂອງເຜົ່າໜຶ່ງ. ປະຕູຂອງກຳແພງດ້ານເໜືອໃສ່ຊື່: ຣູເບັນ, ຢູດາ ແລະເລວີ; ປະຕູຂອງກຳແພງດ້ານຕາເວັນອອກໃສ່ຊື່: ໂຢເຊັບ, ເບັນຢາມິນ ແລະດານ; ປະຕູຂອງກຳແພງດ້ານໃຕ້ໃສ່ຊື່: ຊີເມໂອນ, ອິດຊາຄາ ແລະເຊບູໂລນ; ແລະປະຕູຂອງກຳແພງດ້ານຕາເວັນຕົກໃສ່ຊື່: ກາດ, ອາເຊ ແລະເນັບທາລີ. 35 ລວງຍາວທັງໝົດຂອງກຳແພງທັງສີ່ດ້ານຂອງນະຄອນ ມີເກົ້າພັນແມັດ. ຕັ້ງແຕ່ນີ້ຕໍ່ໄປຊື່ຂອງນະຄອນນີ້ແມ່ນ, “ພຣະເຈົ້າຢາເວສະຖິດຢູ່ທີ່ນີ້.” |
@ 2012 United Bible Societies. All Rights Reserved.