Biblia Todo Logo
Bìoball air-loidhne

- Sanasan -

ເອເຊກຽນ 47 - ພຣະຄຳພີສັກສິ


ລຳນໍ້າ​ທີ່​ໄຫລ​ອອກ​ຈາກ​ພຣະວິຫານ

1 ຊາຍ​ຜູ້ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ກັບຄືນ​ມາ​ທີ່​ປະຕູ​ເຂົ້າ​ພຣະວິຫານ. ມີ​ນໍ້າ​ໄຫລ​ອອກ​ມາ​ຈາກ​ລຸ່ມ​ທາງ​ປະຕູເຂົ້າ​ໄປ​ສູ່​ທາງທິດ​ຕາເວັນອອກ ສູ່​ທິດ​ທີ່​ຢູ່​ກົງ​ກັບ​ພຣະວິຫານ. ລຳນໍ້າ​ນັ້ນ​ໄດ້​ໄຫລ​ລົງ​ຈາກ​ເບື້ອງ​ລຸ່ມ​ຂອງ​ພຣະວິຫານ​ດ້ານ​ໃຕ້ ແລະ​ຜ່ານ​ດ້ານ​ໃຕ້​ຂອງ​ແທ່ນບູຊາ​ໄປ.

2 ແລ້ວ​ຊາຍ​ຄົນ​ນັ້ນ​ກໍໄດ້​ນຳ​ຂ້າພະເຈົ້າ​ອອກ​ຈາກ​ບໍລິເວນ​ພຣະວິຫານ ໂດຍ​ທາງ​ປະຕູ​ດ້ານ​ເໜືອ ແລະ​ນຳ​ຂ້າພະເຈົ້າ​ອ້ອມ​ໄປ​ສູ່​ປະຕູ​ທີ່​ຢູ່​ກົງ​ກັບ​ທິດ​ຕາເວັນອອກ. ມີ​ຫ້ວຍນ້ອຍ​ຫ້ວຍໜຶ່ງ​ໄຫລ​ອອກ​ຈາກ​ທີ່​ດ້ານ​ໃຕ້​ຂອງ​ປະຕູ​ເຂົ້າ.

3 ຊາຍ​ຄົນ​ນັ້ນ​ໄດ້​ໃຊ້​ເຊືອກ​ວັດແທກ​ສາຍນໍ້າ​ໄປ​ທາງທິດ​ຕາເວັນອອກ ຈຶ່ງ​ເຫັນ​ວ່າ​ມີ​ຢູ່​ຫ້າຮ້ອຍ​ແມັດ ແລະ​ບອກ​ໃຫ້​ຂ້າພະເຈົ້າ​ຂ້າມ​ຫ້ວຍ​ນໍ້າ​ໄປ​ໃນ​ທີ່ນັ້ນ. ນໍ້າ​ເລິກ​ພຽງແຕ່​ຂໍ້ຕີນ.

4 ແລ້ວ​ເພິ່ນ​ກໍໄດ້​ແທກ​ອີກ​ຫ້າຮ້ອຍ​ແມັດ ແລະ​ນໍ້າ​ກໍ​ເລິກ​ພຽງ​ຫົວເຂົ່າ. ເພິ່ນ​ແທກ​ຫ້າຮ້ອຍ​ແມັດ​ລົງ​ໄປ​ອີກ ນໍ້າ​ເລິກ​ພຽງ​ແອວ.

5 ເພິ່ນ​ໄດ້​ແທກ​ຕື່ມ​ອີກ​ຫ້າຮ້ອຍ​ແມັດ ໃນ​ທີ່ນັ້ນ​ນໍ້າ​ເລິກ​ທີ່ສຸດ ຈົນ​ຂ້າພະເຈົ້າ​ລຸຍ​ໄປ​ບໍ່ໄດ້. ນໍ້າ​ເລິກ​ຫຼາຍ​ທີ່​ຈະ​ຂ້າມ​ໄປ ນອກຈາກ​ລອຍ​ເອົາ​ເທົ່ານັ້ນ.

6 ເພິ່ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ສັງເກດ​ສິ່ງ​ທັງໝົດ​ນີ້​ຢ່າງ​ເອົາໃຈໃສ່.” ແລ້ວ​ຊາຍ​ຄົນ​ນັ້ນ​ກໍໄດ້​ນຳ​ຂ້າພະເຈົ້າ​ກັບຄືນ​ໄປ​ທີ່​ແຄມ​ຫ້ວຍນໍ້າ,

7 ແລະ​ເມື່ອ​ຂ້າພະເຈົ້າ​ໄປຮອດ​ບ່ອນ​ນັ້ນ​ແລ້ວ ຂ້າພະເຈົ້າ​ກໍ​ເຫັນ​ວ່າ​ທີ່​ແຄມ​ຫ້ວຍນໍ້າ​ແຕ່ລະ​ຟາກ​ນັ້ນ ມີ​ຕົ້ນໄມ້​ຢ່າງ​ຫລວງຫລາຍ.

8 ເພິ່ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ນໍ້າ​ນີ້​ໄຫລ​ຜ່ານ​ດິນແດນ​ໄປ​ທາງທິດ​ຕາເວັນອອກ ແລະ​ໄຫລ​ລົງ​ໄປ​ສູ່​ຮ່ອມພູ​ຈໍແດນ​ແລະ​ໄປ​ສູ່​ທະເລຕາຍ. ເມື່ອ​ໄຫລ​ລົງ​ໄປ​ໃນ​ທະເລຕາຍ ນໍ້າ​ນີ້​ກໍ​ເຮັດ​ໃຫ້​ນໍ້າເຄັມ​ໃນ​ທະເລ​ກາຍເປັນ​ນໍ້າຈືດ.

9 ບ່ອນໃດ​ທີ່​ລຳນໍ້າ​ນີ້​ໄຫລ​ໄປ ບ່ອນ​ນັ້ນ​ກໍ​ຈະ​ມີ​ສັດ​ແລະ​ປາ​ທຸກໆ​ຊະນິດ. ລຳນໍ້າ​ນີ້​ຈະ​ເຮັດ​ໃຫ້​ນໍ້າ​ໃນ​ທະເລຕາຍ​ນັ້ນ​ຈືດ ແລະ​ເມື່ອ​ມັນ​ໄຫລ​ໄປ​ທີ່​ໃດ ກໍ​ຈະ​ນຳ​ຊີວິດ​ໄປ​ສູ່​ທີ່​ນັ້ນ.

10 ຕັ້ງແຕ່​ນໍ້າພຸ​ເອນ-ເກດີ​ໄປ ຈົນເຖິງ​ນໍ້າພຸ​ເອເນັກລາອີມ ຈະ​ມີ​ຊາວ​ຫາປາ​ຕາມ​ແຄມ​ຝັ່ງ​ທະເລ ແລະ​ພວກເຂົາ​ຈະ​ກາງ​ມອງ​ຂອງ​ພວກເຂົາ​ຕາກ​ໄວ້​ໃນ​ທີ່ນັ້ນ. ທີ່​ນັ້ນ​ຈະ​ມີ​ປາ​ຫລາຍ​ຊະນິດ ດັ່ງ​ທີ່​ມີ​ຢູ່​ໃນ​ທະເລ​ເມດີແຕຣາເນ.

11 ສ່ວນ​ນໍ້າ​ໃນ​ບຶງ ແລະ​ນໍ້າ​ໃນ​ໜອງ​ຕາມ​ແຄມ​ຝັ່ງ​ທະເລ​ຈະ​ບໍ່​ຈືດ ແຕ່​ຈະ​ກາຍເປັນ​ບໍ່​ເກືອ.

12 ແຕ່ລະ​ຟາກ​ຂອງ​ລຳນໍ້າ​ນັ້ນ​ຈະ​ມີ​ຕົ້ນໄມ້​ທຸກ​ຊະນິດ ເກີດຂຶ້ນ​ເພື່ອ​ເປັນ​ອາຫານ. ໃບ​ຂອງ​ຕົ້ນໄມ້​ເຫຼົ່ານີ້​ຈະ​ບໍ່​ຫ່ຽວແຫ້ງ​ຈັກເທື່ອ ແລະ​ຕົ້ນໄມ້​ນັ້ນ​ຈະ​ບໍ່​ຢຸດ​ເກີດ​ໝາກ​ຈັກເທື່ອ. ຕົ້ນໄມ້​ເຫຼົ່ານີ້​ຈະ​ໃຫ້​ໝາກໄມ້​ສົດ​ແຕ່ລະ​ເດືອນ ເພາະ​ໄດ້​ຮັບ​ນໍ້າ​ລໍ່ລ້ຽງ ທີ່​ໄຫລ​ມາ​ຈາກ​ພຣະວິຫານ. ຕົ້ນໄມ້​ຕ່າງໆ​ຈະ​ໃຫ້​ໝາກໄມ້​ເປັນ​ອາຫານ ແລະ​ໃບ​ຂອງ​ມັນ​ກໍ​ຈະ​ຖືກ​ນຳ​ມາ​ເພື່ອ​ໃຊ້​ໃນ​ການ​ປິ່ນປົວ​ຄົນ.”


ອານາເຂດ​ຂອງ​ດິນແດນ​ທີ່​ມີ​ຢູ່

13 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ຕໍ່ໄປນີ້​ແມ່ນ​ອານາເຂດ​ຂອງ​ດິນແດນ​ທີ່​ຈະ​ຕ້ອງ​ແບ່ງປັນ​ກັນ​ໃນ​ທ່າມກາງ​ສິບສອງ​ເຜົ່າ ລວມ​ທັງ​ເຜົ່າ​ຂອງ​ໂຢເຊັບ ທີ່​ຈະ​ຕ້ອງ​ໄດ້​ຮັບ​ສອງ​ສ່ວນ.

14 ເຮົາ​ໄດ້​ສັນຍາ​ຕໍ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ຢ່າງ​ໜັກແໜ້ນ​ວ່າ ເຮົາ​ຈະ​ໃຫ້​ພວກເຂົາ​ເປັນ​ກຳມະສິດ​ດິນແດນ​ນີ້; ບັດນີ້ ຈົ່ງ​ແບ່ງປັນ​ໃນ​ທ່າມກາງ​ພວກເຈົ້າ​ໃຫ້​ເທົ່າກັນ​ເຖີດ.

15 ເຂດແດນ​ທາງ​ທິດເໜືອ ນັບ​ໄປ​ແຕ່​ດ້ານ​ຕາເວັນອອກ​ຂອງ​ທະເລ​ເມດີແຕຣາເນ ຈົນເຖິງ​ເມືອງ​ເຮດໂລນ, ຊ່ອງ​ແຄບ​ຮາມັດ​ເຖິງ​ເຊດາດ,

16 ເມືອງ​ຕ່າງໆ​ຂອງ​ເບໂຣທາ ແລະ​ຊິບຣາອິມ (ເມືອງ​ເຫຼົ່ານັ້ນ​ໄດ້​ຕັ້ງ​ຢູ່​ລະຫວ່າງ​ເຂດແດນ​ຂອງ​ອານາຈັກ​ດາມັສກັດ ແລະ​ອານາຈັກ​ຮາມັດ) ແລະ​ເມືອງ​ຕີໂກນ (ໄດ້​ຕັ້ງ​ຢູ່​ຕາມ​ຊາຍແດນ​ຂອງ​ອານາຈັກ​ແຫ່ງ​ຮາອູຣານ.)

17 ສະນັ້ນ ເຂດແດນ​ທາງ​ທິດເໜືອ ຈຶ່ງ​ນັບ​ໄປ​ຈາກ​ດ້ານ​ຕາເວັນອອກ​ຂອງ​ທະເລ​ເມດີແຕຣາເນ​ຈົນເຖິງ​ເມືອງ​ຮາຊາ​ເອໂນນ ລວມທັງ​ຊາຍແດນ​ຂອງ​ຂົງເຂດ​ດາມັສກັດ ແລະ​ຮາມັດ​ໄປ​ທາງ​ທິດເໜືອ.

18 ຊາຍແດນ​ທາງທິດ​ຕາເວັນອອກ​ນັບ​ແຕ່​ດ້ານ​ໃຕ້ ຈາກ​ຈຸດ​ລະຫວ່າງ​ເຂດແດນ​ດາມັສກັດ ແລະ​ຮາອູຣານ ພ້ອມດ້ວຍ​ແມ່ນໍ້າ​ຈໍແດນ​ລວມເປັນ​ຊາຍແດນ ລະຫວ່າງ​ດິນແດນ​ອິດສະຣາເອນ​ດ້ານ​ຕາເວັນຕົກ ແລະ​ເມືອງ​ກີເລອາດ​ດ້ານ​ຕາເວັນອອກ​ໄປ​ເຖິງ​ເມືອງ​ຕາມາ ທີ່​ທະເລຕາຍ.

19 ຊາຍແດນ​ດ້ານ​ໃຕ້ ນັບ​ຈາກ​ທິດ​ຕາເວັນອອກ​ສ່ຽງໃຕ້​ຂອງ​ຕາມາ ເຖິງ​ນໍ້າພຸ​ກາເດັດ​ເມຣີບາ ແມ່ນ​ໄປ​ທາງ​ທິດ​ຕາເວັນຕົກ​ສ່ຽງເໜືອ ລຽບຕາມ​ຊາຍແດນ​ປະເທດ​ເອຢິບ​ຈົນເຖິງ​ທະເລ​ເມດີແຕຣາເນ.

20 ຊາຍແດນ​ທາງ​ທິດ​ຕາເວັນຕົກ​ປະກອບ​ດ້ວຍ ທະເລ​ເມດີແຕຣາເນ​ໄປ​ສູ່​ພາກ​ເໜືອ ເຖິງ​ຈຸດ​ໜຶ່ງ​ຢູ່​ທາງ​ຕາເວັນ​ຕົກ​ຂອງ​ຊ່ອງແຄບ​ຮາມັດ.

21 ຈົ່ງ​ແບ່ງປັນ​ດິນແດນ​ນີ້​ໃນ​ທ່າມກາງ​ບັນດາ​ເຜົ່າ​ຂອງ​ພວກເຈົ້າ;

22 ມັນ​ເປັນ​ກຳມະສິດ​ອັນ​ຖາວອນ​ຂອງ​ພວກເຈົ້າ. ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ ແລະ​ຜູ້​ທີ່​ມີ​ລູກ​ເກີດ​ໃນ​ທີ່​ນີ້ ກໍ​ມີ​ສ່ວນ​ໃນ​ດິນແດນ​ນີ້​ຄືກັນ​ເມື່ອ​ເຈົ້າ​ແບ່ງປັນ​ດິນແດນ. ໃຫ້​ຖື​ພວກເຂົາ​ເປັນ​ພົນລະເມືອງ​ອິດສະຣາເອນ​ຢ່າງ​ເຕັມ​ສ່ວນ ແລະ​ໃຫ້​ພວກເຂົາ​ໃຊ້​ສະຫລາກ​ເອົາ​ສ່ວນ​ດິນແດນ​ກັບ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ.

23 ຊາວ​ຕ່າງດ້າວ​ແຕ່ລະຄົນ​ທີ່​ອາໄສ​ຢູ່​ນຳ ຈະ​ໄດ້​ຮັບ​ສ່ວນແບ່ງ​ຂອງຕົນ​ກັບ​ປະຊາຊົນ​ໃນ​ເຜົ່າ​ທີ່​ຕົນ​ຢູ່ນຳ​ນັ້ນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan