ເອເຊກຽນ 46 - ພຣະຄຳພີສັກສິເຈົ້າຊາຍແລະເທດສະການຕ່າງໆ 1 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ປະຕູໃຫຍ່ທີ່ນຳໄປສູ່ເດີ່ນດ້ານໃນທາງທິດຕາເວັນອອກນັ້ນ ຕ້ອງອັດໄວ້ຕະຫລອດວັນ ເຮັດວຽກໃນຫົກວັນ ແຕ່ໃຫ້ໄຂໃນວັນທີເຈັດ ແລະວັນເດືອນຂຶ້ນໃໝ່. 2 ເຈົ້າຊາຍຜູ້ປົກຄອງຈະໄປຈາກເດີ່ນດ້ານນອກ ສູ່ຫ້ອງໂຖງທາງປະຕູໃຫຍ່ ແລະຢືນຢູ່ໃກ້ເສົາຂອງປະຕູເຂົ້າ ໃນຂະນະທີ່ພວກປະໂຣຫິດເຜົາສັດຂອງຕົນຖວາຍບູຊາທັງໂຕ ແລະຖວາຍເຄື່ອງບູຊາເພື່ອຄວາມສາມັກຄີທຳ. ເພິ່ນຈະຕ້ອງນະມັດສະການທີ່ປະຕູໃຫຍ່ ແລ້ວກໍກັບອອກໄປ. ພວກເຂົາຈະບໍ່ອັດປະຕູໃຫຍ່ນັ້ນຈົນກວ່າຈະເຖິງຕອນແລງ. 3 ແຕ່ລະວັນຊະບາໂຕກັບແຕ່ລະວັນສະຫລອງເດືອນຂຶ້ນໃໝ່ ປະຊາຊົນທັງໝົດຈະຕ້ອງກົ້ມຂາບນ້ອມນະມັດສະການພຣະເຈົ້າຢາເວ ຕໍ່ໜ້າປະຕູໃຫຍ່ຄືກັນ. 4 ໃນວັນຊະບາໂຕ ເຈົ້າຊາຍຈະຕ້ອງນຳມາຖວາຍແກ່ພຣະເຈົ້າຢາເວດັ່ງນີ້: ລູກແກະເຖິກຫົກໂຕ ແລະແກະເຖິກໂຕໜຶ່ງ ທັງໝົດໃຫ້ເປັນສັດທີ່ມີສຸຂະພາບດີແລະບໍ່ມີຕຳໜິ. 5 ພ້ອມແກະເຖິກໂຕນີ້ ໃຫ້ເພິ່ນນຳເອົາພືດຜົນເປັນເມັດມາຖວາຍສິບເຈັດລິດເຄິ່ງ; ແລະພ້ອມລູກແກະເຖິກແຕ່ລະໂຕ ໃຫ້ນຳສິ່ງທີ່ເຈົ້າຊາຍເຫັນສົມຄວນມາຖວາຍກໍໄດ້. ສຳລັບແປ້ງສິບເຈັດລິດເຄິ່ງນັ້ນ ໃຫ້ຖວາຍນໍ້າມັນໝາກກອກເທດສາມລິດພ້ອມ. 6 ໃນວັນສະຫລອງເດືອນຂຶ້ນໃໝ່ ເພິ່ນຈະຕ້ອງຖວາຍງົວເຖິກໜຸ່ມໜຶ່ງໂຕ, ລູກແກະເຖິກຫົກໂຕ, ແກະເຖິກໜຶ່ງໂຕ ທັງໝົດໃຫ້ເປັນສັດທີ່ມີສຸຂະພາບດີແລະບໍ່ມີຕຳໜິ. 7 ພ້ອມງົວເຖິກແລະແກະເຖິກແຕ່ລະໂຕນັ້ນ ໃຫ້ນຳເອົາພືດຜົນເປັນເມັດມາຖວາຍສິບເຈັດລິດເຄິ່ງ ແລະພ້ອມລູກແກະເຖິກແຕ່ລະໂຕນັ້ນ ໃຫ້ນຳສິ່ງທີ່ເຈົ້າຊາຍເຫັນສົມຄວນມາຖວາຍກໍໄດ້. ໃຫ້ຖວາຍນໍ້າມັນໝາກກອກເທດສາມລິດ ພ້ອມກັບພືດຜົນເປັນເມັດສິບເຈັດລິດເຄິ່ງ. 8 ເຈົ້າຊາຍຈະຕ້ອງອອກຈາກຫ້ອງໂຖງ ທາງປະຕູໃຫຍ່ບ່ອນເກົ່າທີ່ຕົນໄດ້ເຂົ້າມາ. 9 ເມື່ອປະຊາຊົນຂອງດິນແດນເຂົ້າມາຕໍ່ໜ້າພຣະເຈົ້າຢາເວ ບໍ່ວ່າງານສະຫລອງໃດໆກໍດີ ຜູ້ທີ່ເຂົ້າມາທາງປະຕູດ້ານເໜືອໃຫ້ອອກໄປທາງປະຕູດ້ານໃຕ້ ຫລັງຈາກທີ່ນະມັດສະການແລ້ວ ແລະຜູ້ທີ່ເຂົ້າມາທາງປະຕູດ້ານໃຕ້ໃຫ້ອອກໄປທາງປະຕູດ້ານເໜືອ. ບໍ່ໃຫ້ຜູ້ໃດກັບອອກໄປທາງປະຕູເກົ່າທີ່ຕົນໄດ້ເຂົ້າມາ, ແຕ່ໃຫ້ອອກໄປທາງປະຕູກົງກັນຂ້າມ. 10 ເຈົ້າຊາຍຈະຕ້ອງເຂົ້າມາໃນເມື່ອປະຊາຊົນເຂົ້າມາ ແລະອອກໄປໃນເມື່ອປະຊາຊົນອອກໄປ. 11 ໃນວັນກິນລ້ຽງຫລືວັນສະຫລອງຕ່າງໆ ໃຫ້ຖວາຍພືດຜົນເປັນເມັດສິບເຈັດລິດເຄິ່ງ ພ້ອມກັບງົວເຖິກ ຫລືແກະເຖິກໂຕໜຶ່ງ ແລະພ້ອມກັບລູກແກະແຕ່ລະໂຕນັ້ນ ສຸດແລ້ວແຕ່ຜູ້ຢາກຖວາຍ. ໃຫ້ຖວາຍນໍ້າມັນໝາກກອກເທດສາມລິດ ພ້ອມກັບພືດຜົນເປັນເມັດສິບເຈັດລິດເຄິ່ງ. 12 ເມື່ອເຈົ້າຊາຍຜູ້ປົກຄອງຢາກຈະຖວາຍເຄື່ອງບູຊາ ຕາມໃຈສະໝັກຂອງຕົນແກ່ພຣະເຈົ້າຢາເວ ບໍ່ວ່າຈະນຳສັດມາເຜົາທັງໂຕຖວາຍບູຊາ ຫລືຖວາຍເຄື່ອງເພື່ອຄວາມສາມັກຄີທຳກໍຕາມ; ໃຫ້ໄຂປະຕູໃຫຍ່ທາງດ້ານຕາເວັນອອກໄປສູ່ເດີ່ນໃນໃຫ້ເພິ່ນ. ເພິ່ນຈະຕ້ອງຖວາຍເຄື່ອງຕາມແບບຢ່າງອັນດຽວກັນກັບທີ່ເພິ່ນຖວາຍໃນວັນຊະບາໂຕ; ຫລັງຈາກເສັດສິ້ນແລ້ວ ປະຕູກໍຈະຖືກອັດໄວ້ ຫລັງຈາກທີ່ເພິ່ນກັບຄືນອອກໄປ.” ເຄື່ອງທີ່ຈະຕ້ອງຖວາຍບູຊາປະຈຳວັນ 13 “ທຸກໆເຊົ້າໃຫ້ນຳລູກແກະອາຍຸໜຶ່ງປີ ໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິມາເຜົາທັງໂຕຖວາຍບູຊາແກ່ພຣະເຈົ້າຢາເວ. ເຄື່ອງບູຊາເຊັ່ນນີ້ຈະຕ້ອງຖວາຍທຸກວັນ. 14 ເຊັ່ນດຽວກັນໃຫ້ຖວາຍແປ້ງເຂົ້າສາມກິໂລກຼາມ ພ້ອມກັບນໍ້າມັນໝາກກອກເທດໜຶ່ງລິດປົນໃສ່ກັບແປ້ງ. ກົດສຳລັບການຖວາຍແກ່ພຣະເຈົ້າຢາເວດັ່ງນີ້ ໃຫ້ປະຕິບັດກັນຢ່າງເຂັ້ມງວດສືບໆໄປ. 15 ສ່ວນລູກແກະ, ແປ້ງເຂົ້າ ແລະນໍ້າມັນໝາກກອກເທດນີ້ ຕ້ອງນຳມາຖວາຍແກ່ອົງພຣະຜູ້ເປັນເຈົ້າທຸກໆເຊົ້າຕະຫລອດໄປ.” ດິນແດນທີ່ເປັນສ່ວນຂອງເຈົ້າຊາຍ 16 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ຖ້າເຈົ້າຊາຍຜູ້ປົກຄອງມອບທີ່ດິນ ຊຶ່ງເປັນກຳມະສິດຂອງຕົນໃຫ້ລູກຊາຍຜູ້ໃດຜູ້ໜຶ່ງເປັນຂອງຂວັນ ທີ່ດິນນັ້ນກໍຈະເປັນຊັບສົມບັດສ່ວນໜຶ່ງໃນຄອບຄົວຂອງລູກຊາຍຜູ້ນັ້ນ. 17 ແຕ່ຖ້າເຈົ້າຊາຍຜູ້ປົກຄອງມອບທີ່ດິນຂອງຕົນສ່ວນໃດສ່ວນໜຶ່ງ ໃຫ້ຜູ້ໃດຜູ້ໜຶ່ງທີ່ຮັບໃຊ້ໃນຣາຊການຂອງຕົນ ທີ່ດິນນັ້ນກໍຈະກາຍເປັນຊັບສົມບັດຂອງເຈົ້າຊາຍຄືນອີກ ເມື່ອເຖິງປີແຫ່ງການປົດປ່ອຍ ທີ່ດິນນັ້ນຈະເປັນຂອງເພິ່ນ ແລະເພິ່ນກັບບັນດາລູກຊາຍຂອງເພິ່ນເທົ່ານັ້ນ ສາມາດເປັນກຳມະສິດທີ່ດິນໄດ້ຢ່າງຖາວອນ. 18 ເຈົ້າຊາຍຜູ້ປົກຄອງຈະຕ້ອງບໍ່ຢຶດເອົາຊັບສົມບັດຢ່າງໃດໆຂອງປະຊາຊົນ. ທີ່ດິນທຸກຕອນຊຶ່ງເພິ່ນມອບໃຫ້ພວກລູກຊາຍ ຈະຕ້ອງໄດ້ມາແຕ່ດິນແດນທີ່ໄດ້ຖືກມອບໝາຍໃຫ້ເພິ່ນ ເພື່ອວ່າເພິ່ນຈະບໍ່ກົດຂີ່ ແລະຢຶດທີ່ດິນຂອງປະຊາຊົນຂອງເຮົາສ່ວນໜຶ່ງສ່ວນໃດ.” ເຮືອນຄົວທີ່ຢູ່ໃນພຣະວິຫານ 19 ແລ້ວຊາຍຄົນນັ້ນກໍໄດ້ນຳຂ້າພະເຈົ້າ ໄປທີ່ທາງເຂົ້າຫ້ອງຕ່າງໆຊຶ່ງຢູ່ຊື່ກັບທິດເໜືອ ໃກ້ກັບປະຕູໃຫຍ່ທາງດ້ານໃຕ້ຂອງເດີ່ນດ້ານໃນ. ຫ້ອງສັກສິດເຫຼົ່ານີ້ແມ່ນສຳລັບພວກປະໂຣຫິດ. ເພິ່ນໄດ້ຊີ້ໄປທາງບ່ອນໜຶ່ງທາງດ້ານຕາເວັນຕົກຂອງຫ້ອງຕ່າງໆ 20 ແລະໄດ້ກ່າວວ່າ, “ນີ້ແມ່ນບ່ອນໃຫ້ພວກປະໂຣຫິດຕົ້ມຊີ້ນ ທີ່ໄດ້ຖວາຍເປັນເຄື່ອງບູຊາເພື່ອລຶບລ້າງບາບ ຫລືເຄື່ອງຖວາຍໃນການຊົດໃຊ້ຄືນ ແລະປີ້ງເຄື່ອງຖວາຍທີ່ເຮັດຈາກແປ້ງເຂົ້າ ເພື່ອວ່າບໍ່ໃຫ້ສິ່ງສັກສິດໃດໆຖືກນຳອອກໄປທີ່ເດີ່ນຂ້າງນອກ ຊຶ່ງປະຊາຊົນອາດຈະໄດ້ຮັບອັນຕະລາຍ.” 21-22 ແລ້ວເພິ່ນກໍໄດ້ນຳຂ້າພະເຈົ້າໄປສູ່ເດີ່ນດ້ານນອກ ແລະຊີ້ໃຫ້ຂ້າພະເຈົ້າເຫັນວ່າໃນແຕ່ລະແຈທັງສີ່ນັ້ນ ມີເດີ່ນນ້ອຍຍາວຊາວແມັດ ແລະກວ້າງສິບຫ້າແມັດ. 23 ແຕ່ລະດ້ານມີກຳແພງຫີນອ້ອມຮອບ ແລະມີເຕົາໄຟສ້າງເລີຍຕິດກັບກຳແພງ. 24 ຊາຍຄົນນັ້ນໄດ້ບອກຂ້າພະເຈົ້າວ່າ, “ເຮືອນຄົວເຫຼົ່ານີ້ແມ່ນບ່ອນທີ່ຄົນຮັບໃຊ້ໃນພຣະວິຫານ ຕົ້ມເຄື່ອງຖວາຍບູຊາທີ່ປະຊາຊົນນຳມາ.” |
@ 2012 United Bible Societies. All Rights Reserved.