ເອເຊກຽນ 45 - ພຣະຄຳພີສັກສິທີ່ດິນຊຶ່ງເປັນສ່ວນຂອງພຣະເຈົ້າຢູ່ໃນປະເທດ 1 ເມື່ອທີ່ດິນໄດ້ຖືກແບ່ງໃຫ້ເປັນສ່ວນຂອງແຕ່ລະເຜົ່າແລ້ວ ຈົ່ງຖວາຍທີ່ດິນຕອນໜຶ່ງໃຫ້ເປັນສ່ວນຂອງພຣະເຈົ້າຢາເວ. ທີ່ດິນຕອນນີ້ໃຫ້ຍາວສິບສອງກິໂລແມັດເຄິ່ງ ແລະໃຫ້ກວ້າງສິບກິໂລແມັດ. ທີ່ດິນຕອນນີ້ທັງໝົດຈະສັກສິດ. 2 ໃນບໍລິເວນນີ້ ໃຫ້ມີພື້ນທີ່ເປັນຮູບສີ່ຫລ່ຽມມົນທົນສຳລັບພຣະວິຫານ ແຕ່ລະຂ້າງໃຫ້ມີ ສອງຮ້ອຍຫ້າສິບແມັດ ອ້ອມຮອບດ້ວຍທີ່ເປົ່າຫວ່າງກວ້າງຊາວຫ້າແມັດ. 3 ເຄິ່ງໜຶ່ງຂອງບໍລິເວນນີ້ໃຫ້ເປັນດິນຕອນໜຶ່ງຍາວສິບສອງກິໂລແມັດເຄິ່ງ ແລະກວ້າງຫ້າກິໂລແມັດ ໂດຍໃຫ້ແທກອອກໄວ້ເປັນບ່ອນປຸກສ້າງພຣະວິຫານ ຄືບ່ອນສັກສິດທີ່ສຸດ. 4 ບ່ອນນີ້ຈະເປັນສ່ວນສັກສິດຂອງປະເທດ ແຍກໄວ້ສຳລັບພວກປະໂຣຫິດຜູ້ທີ່ຮັບໃຊ້ອົງພຣະຜູ້ເປັນເຈົ້າໃນພຣະວິຫານນີ້. ທີ່ບໍລິເວນນີ້ຈະມີເຮືອນຂອງພວກເຂົາ ແລະມີດິນຕອນທີ່ຖືກຈັດໄວ້ສຳລັບພຣະວິຫານ. 5 ອີກສ່ວນໜຶ່ງຂອງບໍລິເວນນີ້ ຈົ່ງຈັດໄວ້ໃຫ້ເປັນກຳມະສິດຂອງພວກເລວີ ຜູ້ທີ່ເຮັດວຽກໃນພຣະວິຫານ. ໃນທີ່ນັ້ນຈະເປັນໝູ່ບ້ານຕ່າງໆໃຫ້ພວກເຂົາຢູ່. 6 ຖັດຈາກບໍລິເວນອັນສັກສິດນີ້ ໃຫ້ມີທີ່ດິນຕອນໜຶ່ງອີກ ຍາວສິບສອງກິໂລແມັດເຄິ່ງ ແລະກວ້າງສອງກິໂລແມັດເຄິ່ງ. ດິນຕອນນີ້ໃຫ້ຈັດໄວ້ເປັນເມືອງໜຶ່ງ ທີ່ປະຊາຊົນອິດສະຣາເອນຢູ່ອາໄສ. ທີ່ດິນທີ່ຖືກຈັດໄວ້ໃຫ້ເຈົ້າຊາຍ 7 ໃຫ້ຈັດດິນແດນສ່ວນໜຶ່ງໄວ້ໃຫ້ເຈົ້າຊາຍຜູ້ປົກຄອງຢູ່ເຊັ່ນກັນ. ແຕ່ຊາຍແດນທາງທິດຕາເວັນຕົກຂອງບ່ອນສັກສິດ ຈະເລີຍໄປທາງທິດຕາເວັນຕົກຈົນເຖິງທະເລເມດີແຕຣາເນ; ແລະຈາກຊາຍແດນທາງທິດຕາເວັນອອກ ຈະເລີຍໄປເຖິງຊາຍແດນທາງທິດຕາເວັນອອກຂອງປະເທດດ້ວຍ. ເພື່ອວ່າລວງຍາວຂອງດິນແດນຈະເທົ່າກັນກັບພື້ນທີ່ໜຶ່ງຂອງພື້ນທີ່ຕ່າງໆ ທີ່ໄດ້ຖືກມອບໝາຍໃຫ້ແຕ່ລະເຜົ່າໃນບັນດາເຜົ່າຂອງຊາດອິດສະຣາເອນ. 8 ພື້ນທີ່ນີ້ຈະເປັນສ່ວນຂອງເຈົ້າຊາຍຜູ້ຈະປົກຄອງໄດ້ຮັບຢູ່ໃນດິນແດນອິດສະຣາເອນ ເພື່ອວ່າເພິ່ນຈະບໍ່ຂົ່ມເຫັງປະຊາຊົນອີກຕໍ່ໄປ, ແຕ່ຈະໃຫ້ດິນແດນສ່ວນທີ່ເຫຼືອຂອງປະເທດນັ້ນ ເປັນຂອງປະຊາຊົນອິດສະຣາເອນເຜົ່າຕ່າງໆ. ກົດສຳລັບໃຫ້ເຈົ້າຊາຍປະຕິບັດ 9 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ພວກຜູ້ປົກຄອງຊາດອິດສະຣາເອນເອີຍ ພວກເຈົ້າໄດ້ເຮັດບາບມາດົນນານແລ້ວ ຈົ່ງເຊົາເຮັດການຮຸນແຮງ ແລະການກົດຂີ່ຂອງພວກເຈົ້ານັ້ນສາ. ຈົ່ງເຮັດສິ່ງທີ່ຖືກຕ້ອງແລະຍຸດຕິທຳ. ຈົ່ງເຊົາຂັບໄລ່ປະຊາຊົນຂອງເຮົາ ໃຫ້ໜີຈາກດິນແດນທີ່ເປັນກຳມະສິດຂອງພວກເຂົາສາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. 10 ທຸກຄົນຈະຕ້ອງໃຊ້ອັດຕາຊັ່ງ ແລະແທກຢ່າງສັດຊື່: 11 ເອຟາທີ່ໃຊ້ຕວງຂອງແຫ້ງໃຫ້ເທົ່າກັບບາດສຳລັບຕວງຂອງເປັນນໍ້າ. ໜ່ວຍທີ່ເປັນມາດຕະຖານຄື: ໂຮເມ. ຜົນຂອງໜ່ວຍວັດແທກມີດັ່ງນີ້: ໂຮເມ ເທົ່າກັບ 10 ເອຟາ ເທົ່າກັບ 10 ບາດ. 12 ໜ່ວຍອັດຕາຊັ່ງຂອງພວກເຈົ້າໃຫ້ມີດັ່ງນີ້: 20 ເກຣາ ເທົ່າກັບ 1 ເຊເກນ 60 ເຊເກນ ເທົ່າກັບ 1 ມີນາ 13-15 ຕໍ່ໄປນີ້ແມ່ນອັດຕາທີ່ພວກເຈົ້າຕ້ອງຖວາຍບູຊາ ມີດັ່ງນີ້: ເຂົ້າບາເລ: 1 ສ່ວນ 60 ຂອງຜົນລະປູກຂອງພວກເຈົ້າ ເຂົ້າເດືອຍ: 1 ສ່ວນ 60 ຂອງຜົນລະປູກຂອງພວກເຈົ້າ ນໍ້າມັນໝາກກອກເທດ: 1 ສ່ວນ 100 ຂອງຜົນຜະລິດຂອງພວກເຈົ້າ (ສ່ວນອັດຕາຊັ່ງຕວງນັ້ນໃຫ້ໃຊ້ ບາດ: 10 ບາດເທົ່າກັບ 1 ໂຮເມ ແລະ 1 ໂຮເມ ເທົ່າກັນກັບ 1 ໂກເຣ.) ແກະ 1 ໃນ 200 ໂຕ ຈາກຝູງທີ່ທົ່ງຫຍ້າຂອງຊາດອິດສະຣາເອນ. ພວກເຈົ້າຕ້ອງນຳພືດຜົນເປັນເມັດມາຖວາຍ, ນຳສັດທັງຫລາຍມາເຜົາຖວາຍທັງໂຕ ແລະນຳສັດທັງຫລາຍມາຖວາຍເພື່ອຄວາມສາມັກຄີທຳ ສຳລັບການບາບຂອງພວກເຈົ້າຈະໄດ້ຮັບການອະໄພ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. 16 ປະຊາຊົນທຸກໆຄົນໃນດິນແດນຈະຕ້ອງນຳ ເຄື່ອງຖວາຍເຫຼົ່ານີ້ ໄປໃຫ້ເຈົ້າຊາຍຜູ້ປົກຄອງຊາດອິດສະຣາເອນ. 17 ມັນແມ່ນໜ້າທີ່ຂອງລາວທີ່ຈະຈັດຫາສັດມາເຜົາຖວາຍບູຊາ ເອົາພືດຜົນເປັນເມັດ ແລະເຫຼົ້າອະງຸ່ນມາຖວາຍສຳລັບຊົນຊາດອິດສະຣາເອນທັງໝົດ ຍາມເທດສະການເດືອນຂຶ້ນໃໝ່, ໃນວັນຊະບາໂຕ ແລະໃນເທດສະການອື່ນໆ. ລາວຕ້ອງຈັດຫາເຄື່ອງບູຊາເພື່ອຖວາຍລຶບລ້າງບາບ, ເຄື່ອງຖວາຍພືດຜົນເປັນເມັດ, ເຄື່ອງຖວາຍບູຊາເຜົາທັງໝົດ ແລະເຄື່ອງຖວາຍເພື່ອຄວາມສາມັກຄີທຳ ມາຖວາຍເພື່ອເປັນການຍົກບາບແກ່ປະຊາຊົນອິດສະຣາເອນ.” ເທດສະການຕ່າງໆ ( ອພຍ 12:1-20 ; ລລວ 23:33-43 ) 18 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ໃນວັນທີໜຶ່ງຂອງເດືອນທີໜຶ່ງ ເຈົ້າຈະຕ້ອງຖວາຍບູຊາງົວເຖິກໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິ ເພື່ອຊຳລະພຣະວິຫານໃຫ້ໝົດມົນທິນ. 19 ປະໂຣຫິດຈະເອົາເລືອດສັດບາງສ່ວນທີ່ເປັນເຄື່ອງຖວາຍບູຊາລຶບລ້າງບາບ ໄປທາໃສ່ຂອບປະຕູຂອງພຣະວິຫານ, ໃສ່ເທິງແຈທັງສີ່ຂອງແທ່ນບູຊາ ແລະໃສ່ເທິງເສົາຂອງປະຕູທີ່ເຂົ້າໄປສູ່ເດີ່ນດ້ານໃນ. 20 ໃນວັນທີເຈັດຂອງເດືອນ ໃຫ້ເຈົ້າເຮັດຢ່າງດຽວກັນໃນນາມຂອງຜູ້ທີ່ເຮັດບາບ ໂດຍບໍ່ໄດ້ຕັ້ງໃຈ ຫລືໂດຍການຮູ້ເທົ່າບໍ່ເຖິງການ. ໂດຍວິທີນີ້ເຈົ້າກໍຈະຮັກສາພຣະວິຫານໃຫ້ສັກສິດ. 21 ໃນວັນທີສິບສີ່ຂອງເດືອນທີໜຶ່ງ ເຈົ້າຈະຕ້ອງເລີ່ມການສະຫລອງປັດສະຄາ. ໃຫ້ທຸກຄົນກິນເຂົ້າຈີ່ບໍ່ມີເຊື້ອແປ້ງເປັນເວລາເຈັດວັນ. 22 ໃນວັນທີໜຶ່ງຂອງເທດສະການນັ້ນ ເຈົ້າຊາຍຜູ້ປົກຄອງຈະຕ້ອງຖວາຍງົວເຖິກໂຕໜຶ່ງ ເປັນເຄື່ອງບູຊາເພື່ອລຶບລ້າງບາບຂອງຕົນ ແລະຂອງປະຊາຊົນທຸກໆຄົນ. 23 ແຕ່ລະວັນໃນເຈັດວັນຂອງເທດສະການນັ້ນ ລາວຈະຕ້ອງຖວາຍບູຊາງົວເຖິກເຈັດໂຕ ກັບແກະເຖິກເຈັດໂຕ ທີ່ມີສຸຂະພາບດີແລະບໍ່ມີຕຳໜິ ໂດຍໃຫ້ເຜົາທັງໝົດຖວາຍແກ່ພຣະເຈົ້າຢາເວ, ແຕ່ລະວັນລາວຈະຕ້ອງຖວາຍແບ້ເຖິກໂຕໜຶ່ງ ເປັນເຄື່ອງບູຊາລຶບລ້າງບາບ. 24 ສຳລັບງົວເຖິກແລະແກະເຖິກແຕ່ລະໂຕທີ່ນຳມາຖວາຍນັ້ນ ໃຫ້ຖວາຍພືດຜົນເປັນເມັດສິບເຈັດລິດເຄິ່ງ ກັບນໍ້າມັນໝາກກອກເທດສາມລິດພ້ອມ. 25 ສຳລັບເທດສະການປຸກຕູບຢູ່ ຊຶ່ງເລີ່ມຕັ້ງແຕ່ວັນທີສິບຫ້າຂອງເດືອນທີເຈັດ; ເຈົ້າຊາຍກໍຈະຖວາຍແຕ່ລະວັນໃນເຈັດວັນນັ້ນຢ່າງດຽວກັນ ຄືເຄື່ອງຖວາຍບູຊາລຶບລ້າງບາບ ແລະເຄື່ອງຖວາຍບູຊາພືດຜົນເປັນເມັດກັບນໍ້າມັນໝາກກອກເທດ.” |
@ 2012 United Bible Societies. All Rights Reserved.