ເອເຊກຽນ 44 - ພຣະຄຳພີສັກສິປະຕູທິດຕາເວັນອອກຖືກຈັດໄວ້ສຳລັບເຈົ້າຊາຍ 1 ຊາຍຄົນນັ້ນໄດ້ນຳຂ້າພະເຈົ້າໄປທີ່ປະຕູດ້ານນອກ ທາງທິດຕາເວັນອອກຂອງພື້ນທີ່ພຣະວິຫານ. ປະຕູນັ້ນຖືກອັດໄວ້ 2 ແລະພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ປະຕູນີ້ຈະຖືກອັດໄວ້ຢ່າງນີ້ ແລະຈະບໍ່ຖືກໄຂອອກຈັກເທື່ອ. ບໍ່ມີມະນຸດຄົນໃດຈະໄດ້ຮັບອະນຸຍາດໃຫ້ໃຊ້ປະຕູນີ້ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ໄດ້ຜ່ານເຂົ້າໄປທາງປະຕູນີ້. ປະຕູນີ້ຈະຕ້ອງຖືກອັດໄວ້ໃຫ້ແຈບດີ. 3 ແຕ່ເຈົ້າຊາຍທີ່ປົກຄອງອາດເຂົ້າໄປທາງປະຕູນີ້ໄດ້ ເພື່ອກິນອາຫານອັນສັກສິດຢູ່ຕໍ່ໜ້າພຣະເຈົ້າຢາເວ. ລາວຈະເຂົ້າ ແລະຈະອອກຜ່ານປະຕູນີ້ໄປສູ່ຫ້ອງໂຖງທີ່ສົ້ນສຸດ.” ກົດສຳລັບການຮັບເຂົ້າໄປໃນພຣະວິຫານ 4 ແລ້ວຊາຍຄົນນັ້ນກໍນຳຂ້າພະເຈົ້າຜ່ານປະຕູດ້ານເໜືອ ເຂົ້າໄປສູ່ດ້ານໜ້າຂອງພຣະວິຫານ. ເມື່ອຂ້າພະເຈົ້າຫລຽວເບິ່ງ ຈຶ່ງເຫັນວິຫານຂອງພຣະເຈົ້າຢາເວເຕັມໄປດ້ວຍສະຫງ່າຣາສີຂອງພຣະເຈົ້າຢາເວ. ຂ້າພະເຈົ້າໄດ້ໝູບໜ້າລົງກັບພື້ນດິນ 5 ແລະພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງເອົາໃຈໃສ່ກັບທຸກສິ່ງທີ່ເຈົ້າໄດ້ເຫັນແລະໄດ້ຍິນ. ເຮົາກຳລັງຈະບອກເຈົ້າໃຫ້ຮູ້ຂໍ້ບັງຄັບກັບກົດລະບຽບທັງໝົດຂອງພຣະວິຫານຂອງພຣະເຈົ້າຢາເວ. ຈົ່ງຈົດຈຳໃຫ້ດີວ່າ ຄົນຢ່າງໃດທີ່ຄວນໄດ້ຮັບອະນຸຍາດໃຫ້ເຂົ້າ ແລະອອກໄປຈາກພຣະວິຫານໄດ້ ແລະຄົນຢ່າງໃດທີ່ບໍ່ຄວນໄດ້ຮັບອະນຸຍາດ. 6 ຈົ່ງບອກປະຊາຊົນອິດສະຣາເອນຄືຄົນກະບົດເຫຼົ່ານັ້ນວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈະບໍ່ໂຍະຍານອີກຕໍ່ໄປສຳລັບສິ່ງທີ່ໜ້າກຽດຊັງທີ່ພວກເຂົາໄດ້ເຮັດນັ້ນ. 7 ພວກເຂົາໄດ້ເຮັດໃຫ້ພຣະວິຫານຂອງເຮົາເປັນມົນທິນ ໂດຍຍອມໃຫ້ຊາວຕ່າງດ້າວຜູ້ທີ່ບໍ່ໄດ້ຮັບພິທີຕັດຄືປະຊາຊົນທີ່ບໍ່ເຊື່ອຟັງເຮົານັ້ນ ເຂົ້າໄປໃນພຣະວິຫານເມື່ອພວກເຂົາກຳລັງຖວາຍໄຂມັນ ແລະເລືອດໃຫ້ແກ່ເຮົາ. ສະນັ້ນ ປະຊາຊົນຂອງເຮົາຈຶ່ງໄດ້ຝ່າຝືນພັນທະສັນຍາຂອງເຮົາ ໂດຍໄດ້ເຮັດສິ່ງທີ່ໜ້າກຽດຊັງທັງໝົດເຫຼົ່ານັ້ນ. 8 ພວກເຂົາບໍ່ໄດ້ຮັບຜິດຊອບພິທີອັນສັກສິດຢູ່ໃນວິຫານຂອງເຮົາ; ແຕ່ກັບໄດ້ມອບໃຫ້ຊາວຕ່າງຊາດເປັນຜູ້ຮັບຜິດຊອບ. 9 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າປະກາດວ່າ ບໍ່ມີຄົນຕ່າງຊາດທີ່ບໍ່ໄດ້ຮັບພິທີຕັດຜູ້ໜຶ່ງຜູ້ໃດ ຄືຜູ້ທີ່ບໍ່ເຊື່ອຟັງເຮົາຈະໄດ້ເຂົ້າໄປໃນພຣະວິຫານຂອງເຮົາ ແມ່ນແຕ່ຊາວຕ່າງຊາດທີ່ອາໄສຢູ່ທ່າມກາງປະຊາຊົນອິດສະຣາເອນກໍຕາມ ພວກເຂົາຈະເຂົ້າໄປບໍ່ໄດ້ເດັດຂາດ.” ຊາວເລວີບໍ່ໄດ້ຖືກນັບເຂົ້າເປັນປະໂຣຫິດ 10 “ແຕ່ເຮົາຈະລົງໂທດຊາວເລວີເຫຼົ່ານັ້ນ ຄືຜູ້ຮ່ວມກັບຊາວອິດສະຣາເອນຄົນອື່ນໆ ປະຖິ້ມເຮົາແລະໄປຂາບໄຫວ້ບັນດາຮູບເຄົາຣົບ. 11 ພວກເຂົາຈະຮັບໃຊ້ເຮົາຢູ່ໃນພຣະວິຫານໄດ້ ໂດຍຮັບຜິດຊອບເຝົ້າຍາມປະຕູ ແລະໂດຍເຮັດວຽກຢ່າງອື່ນໃນພຣະວິຫານ. ພວກເຂົາຈະຂ້າສັດທີ່ປະຊາຊົນຖວາຍເປັນເຄື່ອງເຜົາບູຊາ ແລະເຄື່ອງບູຊາອື່ນໆ ແລະມີໜ້າທີ່ຮັບໃຊ້ປະຊາຊົນ. 12 ແຕ່ຍ້ອນພວກເຂົາໄດ້ພາປະຊາຊົນອິດສະຣາເອນຂາບໄຫວ້ບັນດາຮູບເຄົາຣົບ ແລະທັງນຳປະຊາຊົນໄປເຮັດບາບໂດຍວິທີນີ້; ສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈຶ່ງສາບານຢ່າງໜັກແໜ້ນວ່າ ພວກເຂົາຕ້ອງຖືກລົງໂທດ. 13 ພວກເຂົາຈະບໍ່ໄດ້ເປັນປະໂຣຫິດຮັບໃຊ້ເຮົາ ຫລືເຂົ້າໄປໃກ້ສິ່ງໃດໆທີ່ສັກສິດສຳລັບເຮົາ ຫລືເຂົ້າໄປໃນບ່ອນສັກສິດທີ່ສຸດ. ນີ້ແຫລະ ຄືໂທດທີ່ພວກເຂົາໄດ້ຮັບ ເພາະສິ່ງອັນໜ້າກຽດຊັງທີ່ພວກເຂົາໄດ້ເຮັດນັ້ນ. 14 ເຮົາໄດ້ມອບວຽກອັນຕໍ່າທີ່ສຸດໃນພຣະວິຫານໃຫ້ພວກເຂົາເຮັດ.” ກົດທີ່ໃຫ້ພວກປະໂຣຫິດປະຕິບັດ 15 “ແຕ່ພວກປະໂຣຫິດຊາວເລວີຜູ້ທີ່ສືບເຊື້ອສາຍຈາກຊາດົກ ໄດ້ສືບຕໍ່ຮັບໃຊ້ເຮົາໃນພຣະວິຫານຢ່າງສັດຊື່ ໃນເມື່ອປະຊາຊົນອື່ນໆໄດ້ຫັນໜ້າໜີໄປຈາກເຮົາ. ສະນັ້ນ ຕໍ່ໄປນີ້ແມ່ນພວກເຂົາເທົ່ານັ້ນ ທີ່ຈະໄດ້ເຂົ້າມາຊ້ອງໜ້າເຮົາ ເພື່ອຖວາຍໄຂມັນ ແລະເລືອດເປັນເຄື່ອງບູຊາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. 16 ແມ່ນພວກເຂົາເທົ່ານັ້ນ ທີ່ຈະໄດ້ເຂົ້າໄປໃນພຣະວິຫານຂອງເຮົາ, ຮັບໃຊ້ທີ່ແທ່ນບູຊາຂອງເຮົາ ແລະນຳພາການນະມັດສະການໃນພຣະວິຫານ. 17 ເມື່ອພວກເຂົາເຂົ້າປະຕູໄປທີ່ເດີ່ນດ້ານໃນຂອງພຣະວິຫານ ພວກເຂົາຕ້ອງນຸ່ງເຄື່ອງຜ້າປ່ານຢ່າງດີ. ຢ່າໃຫ້ພວກເຂົານຸ່ງເຄື່ອງໃດໆທີ່ເຮັດດ້ວຍຂົນແກະ ເວລາພວກເຂົາເຂົ້າມາປະຈຳໜ້າທີ່ຢູ່ໃນເດີ່ນດ້ານໃນ ຫລືຢູ່ໃນພຣະວິຫານ. 18 ເພື່ອເຫື່ອຂອງພວກເຂົາຈະບໍ່ໄຫລອອກ ໃຫ້ພວກເຂົາໃສ່ຜ້າຄຽນຫົວ ແລະນຸ່ງສົ້ງທີ່ເຮັດດ້ວຍຜ້າປ່ານ ແຕ່ບໍ່ໃຫ້ໃສ່ສາຍແອວ. 19 ກ່ອນພວກເຂົາຈະໄປທີ່ເດີ່ນດ້ານນອກ ບ່ອນທີ່ປະຊາຊົນປະຊຸມກັນຢູ່ນັ້ນ ພວກເຂົາຕ້ອງແກ້ເຄື່ອງປະຈຳໜ້າທີ່ໃນພຣະວິຫານອອກໄວ້ໃນຫ້ອງສັກສິດ. ໃຫ້ພວກເຂົານຸ່ງເຄື່ອງຢ່າງອື່ນ ເພື່ອປ້ອງກັນບໍ່ໃຫ້ປະຊາຊົນໄດ້ຮັບອັນຕະລາຍ ຍ້ອນເຄື່ອງນຸ່ງອັນສັກສິດ. 20 ບັນດາປະໂຣຫິດຕ້ອງບໍ່ແຖຫົວ ຫລືປ່ອຍຜົມຕົນໃຫ້ຍາວ. ພວກເຂົາຕ້ອງຮັກສາຜົມໄວ້ໃຫ້ຍາວພໍດີພໍງາມ. 21 ບັນດາປະໂຣຫິດບໍ່ຕ້ອງດື່ມເຫຼົ້າອະງຸ່ນຊະນິດໃດໆ ກ່ອນເຂົ້າໄປທີ່ເດີ່ນດ້ານໃນ. 22 ປະໂຣຫິດຈະແຕ່ງງານກັບແມ່ຮ້າງບໍ່ໄດ້; ລາວຈະຕ້ອງແຕ່ງງານກັບຍິງສາວອິດສະຣາເອນຜູ້ບໍຣິສຸດເທົ່ານັ້ນ ຫລືແຕ່ງງານກັບເມຍໝ້າຍຂອງປະໂຣຫິດຄົນອື່ນ. 23 ບັນດາປະໂຣຫິດຕ້ອງສອນປະຊາຊົນຂອງເຮົາໃຫ້ຮູ້ວ່າ ສິ່ງໃດບໍຣິສຸດ ແລະສິ່ງໃດບໍ່ບໍຣິສຸດ ແລະສິ່ງທີ່ເປັນມົນທິນກັບສິ່ງທີ່ບໍ່ເປັນມົນທິນ. 24 ເມື່ອມີການຖົກຖຽງກັນເກີດຂຶ້ນ ບັນດາປະໂຣຫິດຕ້ອງຕັດສິນຄະດີນັ້ນຕາມກົດບັນຍັດຕ່າງໆຂອງເຮົາ. ພວກເຂົາຕ້ອງຮັກສາເທດສະການຕ່າງໆທາງສາສະໜາ ຕາມກົດແລະຂໍ້ລະບຽບຕ່າງໆຂອງເຮົາ ແລະທັງໃຫ້ພວກເຂົາຮັກສາວັນຊະບາໂຕເປັນວັນບໍຣິສຸດອີກດ້ວຍ. 25 ປະໂຣຫິດຈະຕ້ອງບໍ່ເປັນມົນທິນຍ້ອນແຕະຕ້ອງຊາກສົບ ນອກຈາກວ່າຜູ້ຕາຍນັ້ນຈະເປັນພໍ່ແມ່, ລູກຫລືອ້າຍນ້ອງ ຫລືເອື້ອຍນ້ອງທີ່ຍັງບໍ່ທັນໄດ້ແຕ່ງງານເທື່ອ. 26 ຫລັງຈາກຊຳລະຕົນໃຫ້ໝົດມົນທິນແລ້ວ ລາວຕ້ອງລໍຖ້າຈົນເຖິງເຈັດວັນສາກ່ອນ 27 ແລ້ວຈຶ່ງສາມາດເຂົ້າໄປທີ່ເດີ່ນດ້ານໃນຂອງພຣະວິຫານໄດ້ ແລະຖວາຍເຄື່ອງບູຊາສຳລັບພິທີຊຳລະຕົນເອງ ເພື່ອວ່າລາວຈະຮັບໃຊ້ຢູ່ໃນພຣະວິຫານອີກຕໍ່ໄປ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. 28 ການເປັນປະໂຣຫິດຂອງພວກເຂົານັ້ນແມ່ນສ່ວນແບ່ງ ຊຶ່ງເຮົາໄດ້ມອບໃຫ້ປະຊາຊົນອິດສະຣາເອນສືບຕໍ່ກັນໄປຕະຫລອດທຸກເຊັ່ນຄົນ. ພວກເຂົາຈະບໍ່ມີຊັບສົມບັດໃດໆໃນຊາດອິດສະຣາເອນ; ເພາະເຮົາຈະເປັນທຸກສິ່ງທີ່ພວກເຂົາຈຳເປັນ. 29 ເຄື່ອງຖວາຍພືດຜົນເປັນເມັດ, ເຄື່ອງຖວາຍເພື່ອລຶບລ້າງບາບ ແລະເຄື່ອງຖວາຍເພື່ອຊົດໃຊ້ແທນຄືນຈະເປັນອາຫານຂອງພວກປະໂຣຫິດ ແລະໃຫ້ພວກເຂົາຮັບເອົາທຸກໆສິ່ງໃນຊາດອິດສະຣາເອນ ທີ່ໄດ້ແຍກໄວ້ຕ່າງຫາກສຳລັບເຮົາ. 30 ພວກປະໂຣຫິດຈະໄດ້ຮັບພືດຜົນດີທີ່ສຸດໃນລະດູເກັບກ່ຽວຄັ້ງທຳອິດ ແລະສິ່ງອື່ນໆທຸກຢ່າງທີ່ໄດ້ຖວາຍແກ່ເຮົາ. ທຸກເທື່ອທີ່ປະຊາຊົນເຮັດເຂົ້າຈີ່ ພວກເຂົາຕ້ອງເອົາເຂົ້າຈີ່ກ້ອນທຳອິດໃຫ້ປະໂຣຫິດເປັນເຄື່ອງຖວາຍ ແລະພຣະພອນຂອງເຮົາກໍຈະດຳລົງຢູ່ໃນຄອບຄົວຂອງພວກເຂົາເຈົ້າ. 31 ພວກປະໂຣຫິດບໍ່ຕ້ອງກິນນົກ ຫລືສັດໃດໆທີ່ຕາຍເອງ ຫລືຖືກສັດອື່ນກັດຕາຍ.” |
@ 2012 United Bible Societies. All Rights Reserved.