ເອເຊກຽນ 43 - ພຣະຄຳພີສັກສິອົງພຣະຜູ້ເປັນເຈົ້າກັບຄືນມາສູ່ພຣະວິຫານ 1 ຊາຍຄົນນັ້ນໄດ້ນຳຂ້າພະເຈົ້າໄປທີ່ປະຕູທີ່ຢູ່ກົງກັບທິດຕາເວັນອອກ 2 ແລະໃນທີ່ນັ້ນ ສະຫງ່າຣາສີຂອງພຣະເຈົ້າແຫ່ງຊາດອິດສະຣາເອນ ກໍປາກົດໃຫ້ຂ້າພະເຈົ້າເຫັນທາງທິດຕາເວັນອອກ. ສຽງຂອງພຣະເຈົ້າດັງກ້ອງເໝືອນສຽງນໍ້າທະເລ ແລະແຜ່ນດິນໂລກກໍສະຫວ່າງສະໄຫວດ້ວຍສະຫງ່າຣາສີຂອງພຣະອົງ. 3 ນິມິດນີ້ຄືກັນກັບຄາວທີ່ຂ້າພະເຈົ້າໄດ້ເຫັນ ເມື່ອພຣະເຈົ້າໄດ້ສະເດັດມາເພື່ອທຳລາຍນະຄອນເຢຣູຊາເລັມ ແລະຄາວທີ່ຂ້າພະເຈົ້າໄດ້ເຫັນທີ່ແຄມແມ່ນໍ້າເກບາກ. ແລ້ວຂ້າພະເຈົ້າກໍກົ້ມຂາບລົງກັບພື້ນດິນ. 4 ສະຫງ່າຣາສີຂອງພຣະເຈົ້າຢາເວໄດ້ຜ່ານໄປທາງປະຕູດ້ານຕາເວັນອອກ ແລະເຂົ້າໄປສູ່ພຣະວິຫານ. 5 ພຣະວິນຍານໄດ້ຍົກຂ້າພະເຈົ້າຂຶ້ນ ແລະນຳຂ້າພະເຈົ້າເຂົ້າໄປສູ່ເດີ່ນທາງໃນບ່ອນທີ່ຂ້າພະເຈົ້າເຫັນໄດ້ວ່າ ພຣະວິຫານນັ້ນເຕັມໄປດ້ວຍສະຫງ່າຣາສີຂອງພຣະເຈົ້າຢາເວ. 6 ຊາຍຜູ້ນັ້ນຢືນຢູ່ໃກ້ໆຂ້າພະເຈົ້າໃນບ່ອນນັ້ນ ແລະຂ້າພະເຈົ້າກໍໄດ້ຍິນພຣະອົງກ່າວແກ່ຂ້າພະເຈົ້າອອກມາຈາກພຣະວິຫານວ່າ, 7 “ມະນຸດເອີຍ ນີ້ແຫລະແມ່ນບັນລັງຂອງເຮົາ. ເຮົາຈະຢູ່ທີ່ນີ້ໃນທ່າມກາງປະຊາຊົນອິດສະຣາເອນ ແລະປົກຄອງພວກເຂົາຕະຫລອດໄປ. ປະຊາຊົນອິດສະຣາເອນຕະຫລອດທັງບັນດາກະສັດຂອງພວກເຂົາ ຈະຕ້ອງບໍ່ເຮັດໃຫ້ນາມອັນບໍຣິສຸດຂອງເຮົາເປັນທີ່ອັບອາຍຂາຍໜ້າອີກຕໍ່ໄປ ໂດຍຂາບໄຫວ້ພະອື່ນ ຫລືໂດຍຝັງສົບຂອງ ກະສັດຂອງພວກເຂົາທີ່ໄດ້ຕາຍໄປແລ້ວໃນທີ່ນີ້ອີກ. 8 ກະສັດທັງຫລາຍສ້າງຂອບປະຕູ ແລະເສົາປະຕູວັງຂອງພວກເຂົາ ໃສ່ຕໍ່ໜ້າຂອບປະຕູກັບເສົາປະຕູຂອງພຣະວິຫານຂອງເຮົາ ເພື່ອວ່າຈະໃຫ້ມີແຕ່ຝາເທົ່ານັ້ນຂັ້ນລະຫວ່າງວິຫານຂອງເຮົາແລະເຮືອນຂອງພວກເຂົາ. ພວກເຂົາໄດ້ເຮັດໃຫ້ນາມຂອງເຮົາເປັນທີ່ອັບອາຍຂາຍໜ້າ ໂດຍສິ່ງອັນໜ້າກຽດຊັງທີ່ພວກເຂົາໄດ້ເຮັດ; ສະນັ້ນ ເຮົາຈຶ່ງໂກດຮ້າຍ ແລະທຳລາຍພວກເຂົາ. 9 ບັດນີ້ ພວກເຂົາຕ້ອງເຊົາຂາບໄຫວ້ພະອື່ນໆ ແລະຍົກຍ້າຍຊາກສົບຂອງບັນດາກະສັດຂອງພວກເຂົາ ອອກໄປ ຖ້າພວກເຂົາເຮັດ ເຮົາຈະຢູ່ໃນທ່າມກາງພວກເຂົາຕະຫລອດໄປ.” 10 “ມະນຸດເອີຍ ຈົ່ງບອກປະຊາຊົນອິດສະຣາເອນໃຫ້ຮູ້ເຖິງເລື່ອງພຣະວິຫານ ແລະໃຫ້ພວກເຂົາສຶກສາແຜນຜັງຂອງພຣະວິຫານນັ້ນ. ໃຫ້ພວກເຂົາລະອາຍໃຈໃນບາບທີ່ພວກເຂົາໄດ້ເຮັດ. 11 ແລ້ວຖ້າພວກເຂົາລະອາຍໃຈໃນສິ່ງທີ່ພວກເຂົາໄດ້ເຮັດນັ້ນ ຈົ່ງອະທິບາຍແຜນຜັງຂອງພຣະວິຫານສູ່ພວກເຂົາຟັງເຊັ່ນ: ແບບແຜນ, ທາງເຂົ້າແລະທາງອອກ, ຮູບຮ່າງຂອງພຣະວິຫານ, ການຈັດແຈງທຸກໆສິ່ງ, ຕະຫລອດທັງຂໍ້ບັງຄັບ ແລະກົດລະບຽບຕ່າງໆດ້ວຍ. ຈົ່ງຂຽນທັງໝົດນີ້ໃຫ້ພວກເຂົາ ເພື່ອພວກເຂົາຈະເຫັນໄດ້ວ່າຄວນຈັດແຈງທຸກໆສິ່ງຢ່າງໃດ ແລະຈະປະຕິບັດຕາມກົດຂໍ້ບັງຄັບທັງໝົດໄດ້ຢ່າງໃດ. 12 ອັນນີ້ແມ່ນກົດຂອງພຣະວິຫານ ຄືບໍລິເວນທັງໝົດຂອງພຣະວິຫານ ທີ່ບໍລິເວນອ້ອມຮອບເທິງຈອມພູທັງໝົດ ເປັນບ່ອນສັກສິດທີ່ສຸດ.” ແທ່ນບູຊາ 13 ຕໍ່ໄປນີ້ເປັນການວັດແທກແທ່ນບູຊາ ໂດຍໃຊ້ໜ່ວຍວັດແທກຢ່າງດຽວກັບໜ່ວຍວັດແທກຂອງພຣະວິຫານ. ອ້ອມຮອບຖານຂອງແທ່ນບູຊານັ້ນເປັນຮາງ ເລິກເຄິ່ງແມັດແລະກວ້າງເຄິ່ງແມັດ ໂດຍມີຂອບນອກສູງຊາວຫ້າເຊັນ. 14 ສ່ວນທີ່ຕໍ່າສຸດຂອງແທ່ນຄືແຕ່ຈອມຫາຖານສູງໜຶ່ງແມັດ. ຕອນຕໍ່ໄປເລິກເຂົ້າຈາກຂອບອ້ອມຮອບແທ່ນນັ້ນເຄິ່ງແມັດ ແລະສູງສອງແມັດ. ຕອນຕໍ່ໄປນັ້ນອີກເລິກເຂົ້າຈາກຂອບອ້ອມຮອບແທ່ນນັ້ນ ເຄິ່ງແມັດທັງໝົດ. 15 ຕອນເທິງນີ້ທີ່ເປັນບ່ອນເຜົາເຄື່ອງບູຊາ ສູງສອງແມັດເຊັ່ນກັນ. ຈອມທີ່ແຈທັງສີ່ນັ້ນ ສູງກວ່າບ່ອນຕ່າງໆ. 16 ຈອມຂອງແທ່ນເປັນຮູບສີ່ຫລ່ຽມມົນທົນ ຊຶ່ງແຕ່ລະຂ້າງມີຫົກແມັດ. 17 ສ່ວນທາງກາງນັ້ນເປັນຮູບສີ່ຫລ່ຽມມົນທົນຄືກັນ ຊຶ່ງແຕ່ລະຂ້າງມີເຈັດແມັດ ພ້ອມກັບມີຂອບນອກອີກ ສູງຊາວຫ້າເຊັນ. (ຮາງນັ້ນກວ້າງສິບຫ້າເຊັນ.) ຂັ້ນໄດຂຶ້ນໄປສູ່ແທ່ນບູຊານັ້ນຕັ້ງຢູ່ທາງດ້ານຕາເວັນອອກ. ເອເຊກຽນຖວາຍແທ່ນບູຊາແກ່ອົງພຣະຜູ້ເປັນເຈົ້າ 18 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງຟັງສິ່ງທີ່ເຮົາບອກເຈົ້າ. ເມື່ອແທ່ນບູຊາໄດ້ຖືກສ້າງຂຶ້ນແລ້ວ ໃຫ້ເຈົ້າຖວາຍແທ່ນນັ້ນໂດຍເຜົາເຄື່ອງບູຊາໃສ່ເທິງແທ່ນ ແລະຊິດເລືອດຂອງສັດທີ່ເຈົ້າໄດ້ຂ້າຖວາຍບູຊາໃສ່ດ້ວຍ. 19 ບັນດາປະໂຣຫິດເຫຼົ່ານັ້ນທີ່ເປັນຄົນຂອງເຜົ່າເລວີ ຜູ້ສືບເຊື້ອສາຍມາຈາກຊາດົກ ແມ່ນພວກດຽວເທົ່ານັ້ນທີ່ຈະເຂົ້າມາຮັບໃຊ້ຊ້ອງໜ້າເຮົາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. ເຈົ້າຈະຕ້ອງຫາງົວເຖິກໜຸ່ມ ມາເປັນເຄື່ອງຖວາຍບູຊາເພື່ອລຶບລ້າງບາບ. 20 ເຈົ້າຕ້ອງເອົາເລືອດບາງສ່ວນທາທີ່ຈອມຕ່າງໆຂອງແທ່ນບູຊາທຸກແຈທີ່ແຈສ່ວນກາງຂອງແທ່ນບູຊາ ແລະອ້ອມຮອບທີ່ຂອບທັງໝົດຂອງແທ່ນດ້ວຍ. ດ້ວຍວິທີນີ້ ເຈົ້າຈະຊຳລະແທ່ນໃຫ້ບໍຣິສຸດ ແລ້ວຈົ່ງອຸທິດຖວາຍແທ່ນນັ້ນ. 21 ໃຫ້ເຈົ້າເອົາງົວເຖິກທີ່ໄດ້ຖວາຍບູຊາເພື່ອລຶບລ້າງບາບໄປເຜົາໃນບ່ອນທີ່ໄດ້ຈັດໄວ້ໃຫ້ ທີ່ທາງນອກຂອງພຣະວິຫານ. 22 ມື້ຕໍ່ມາ ໃຫ້ເຈົ້າເອົາແບ້ເຖິກທີ່ມີສຸຂະພາບດີ ແລະບໍ່ມີຕຳໜິມາຖວາຍເປັນເຄື່ອງບູຊາລຶບລ້າງບາບ. ຈົ່ງຊຳລະແທ່ນບູຊາດ້ວຍເລືອດຂອງມັນ ຕາມວິທີດຽວກັນກັບທີ່ເຈົ້າໄດ້ເຮັດກັບງົວເຖິກ. 23 ເມື່ອເຈົ້າເຮັດເສັດສິ້ນແລ້ວ ຈົ່ງນຳເອົາງົວເຖິກໜຸ່ມກັບແກະເຖິກໜຸ່ມມາຖວາຍຕໍ່ໜ້າພຣະເຈົ້າຢາເວ. 24 ສັດທັງສອງນັ້ນຕ້ອງໃຫ້ມີສຸຂະພາບດີແລະບໍ່ມີຕຳໜິ. ບັນດາປະໂຣຫິດຈະໂຮຍເກືອໃສ່ມັນ ແລະເຜົາເປັນເຄື່ອງບູຊາຖວາຍຕໍ່ໜ້າພຣະເຈົ້າຢາເວ. 25 ແຕ່ລະວັນເປັນເວລາເຈັດວັນ ເຈົ້າຕ້ອງຖວາຍແບ້ໂຕໜຶ່ງ, ງົວເຖິກໂຕໜຶ່ງ ແລະແກະເຖິກໂຕໜຶ່ງ ເປັນເຄື່ອງຖວາຍບູຊາເພື່ອລຶບລ້າງບາບ. ສັດທັງໝົດນີ້ຕ້ອງເປັນສັດທີ່ມີສຸຂະພາບດີແລະບໍ່ມີຕຳໜິ. 26 ຕະຫລອດເຈັດວັນນັ້ນ ປະໂຣຫິດຕ້ອງອຸທິດຖວາຍແທ່ນບູຊາ ແລະຈັດແຈງແທ່ນໄວ້ເພື່ອໃຫ້ໃຊ້ການໄດ້. 27 ເມື່ອອາທິດໜຶ່ງຜ່ານໄປແລ້ວ ໃຫ້ບັນດາປະໂຣຫິດຖວາຍເຄື່ອງເຜົາບູຊາ ແລະຖວາຍເພື່ອຄວາມສາມັກຄີທຳຂອງປະຊາຊົນໃສ່ເທິງແທ່ນນັ້ນໄດ້. ແລ້ວເຮົາກໍຈະພໍໃຈກັບພວກເຈົ້າທຸກຄົນ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. |
@ 2012 United Bible Societies. All Rights Reserved.