ເອເຊກຽນ 42 - ພຣະຄຳພີສັກສິອາຄານສອງຫລັງທີ່ຢູ່ໃກ້ພຣະວິຫານ 1 ແລ້ວຊາຍຄົນນີ້ກໍໄດ້ນຳຂ້າພະເຈົ້າເຂົ້າໄປສູ່ເດີ່ນທາງນອກ ແລະພາຂ້າພະເຈົ້າໄປທີ່ອາຄານຫລັງໜຶ່ງທາງດ້ານເໜືອຂອງພຣະວິຫານ ຊຶ່ງຢູ່ບໍ່ໄກຈາກອາຄານເບື້ອງສົ້ນສຸດ ທາງທິດຕາເວັນຕົກຂອງພຣະວິຫານພໍເທົ່າໃດ. 2 ອາຄານຫລັງນີ້ຍາວຫ້າສິບແມັດ ແລະກວ້າງຊາວຫ້າແມັດ. 3 ທາງດ້ານໜຶ່ງນັ້ນຢູ່ກົງກັບບ່ອນເປົ່າຫວ່າງຂອງພຣະວິຫານ ກວ້າງສິບແມັດ; ແລະອີກດ້ານໜຶ່ງຢູ່ຊື່ກັບພື້ນປູດ້ວຍຫີນທີ່ເດີ່ນຂ້າງນອກ. ອາຄານນີ້ມີສາມຊັ້ນ ແຕ່ລະຊັ້ນຢອງກັນຂຶ້ນ. 4 ທາງດ້ານເໜືອຂອງອາຄານຫລັງນີ້ມີທາງຍ່າງ ກວ້າງຫ້າແມັດ ແລະຍາວຫ້າສິບແມັດ ໂດຍມີທາງເຂົ້າທາງດ້ານໜຶ່ງອີກ. 5 ຫ້ອງຕ່າງໆທີ່ຢູ່ຊັ້ນເທິງຂອງອາຄານ ແຄບກວ່າຫ້ອງທີ່ຢູ່ຊັ້ນກາງ ແລະຫ້ອງທີ່ຢູ່ຊັ້ນລຸ່ມ ຍ້ອນສ້າງຢອງກັນຂຶ້ນໄປ. 6 ຫ້ອງຕ່າງໆທັງສາມຊັ້ນນັ້ນຢູ່ເທິງລະບຽງ ແລະບໍ່ມີເສົາຄໍ້າດັ່ງອາຄານຕ່າງໆຢູ່ໃນເດີ່ນ. 7 ທີ່ຊັ້ນລຸ່ມຝາຊັ້ນນອກຂອງອາຄານຍາວຊາວຫ້າແມັດ 8 ຊຶ່ງແມ່ນເຄິ່ງໜຶ່ງຂອງລວງຍາວ; ອີກຊາວຫ້າແມັດທີ່ເຫຼືອນັ້ນໄດ້ຖືກສ້າງໃຫ້ເປັນຫລາຍໆຫ້ອງ. ທີ່ຊັ້ນເທິງມີຫ້ອງຕ່າງໆ ຢູ່ຕະຫລອດລວງຍາວຂອງອາຄານ. 9 ຢູ່ລຸ່ມຫ້ອງເຫຼົ່ານີ້ ທີ່ສົ້ນສຸດທາງດ້ານຕາເວັນອອກຂອງອາຄານ ຄືບ່ອນເລີ່ມຕົ້ນຂອງກຳແພງນັ້ນ 10 ມີປະຕູໄຂອອກໄປສູ່ເດີ່ນດ້ານນອກ. ທາງດ້ານໃຕ້ຂອງພຣະວິຫານມີຕຶກຫລັງໜຶ່ງຄ້າຍຄືກັນ ຢູ່ບໍ່ໄກຈາກອາຄານທາງດ້ານຕາເວັນຕົກສຸດຂອງພຣະວິຫານ. 11 ຢູ່ຕໍ່ໜ້າຫ້ອງຕ່າງໆນັ້ນມີທາງຍ່າງເໝືອນກັນກັບທາງດ້ານເໜືອ. ມັນມີຂະໜາດເທົ່າກັນ, ມີແບບຄືກັນ ແລະທັງມີປະຕູເຂົ້າຢ່າງດຽວກັນ. 12 ມີປະຕູອັນໜຶ່ງຢູ່ທາງລຸ່ມຫ້ອງຕ່າງໆ ເທິງດ້ານໃຕ້ຂອງຕົວອາຄານ ທີ່ທາງສົ້ນສຸດຂອງດ້ານທິດຕາເວັນອອກ ບ່ອນທີ່ເລີ່ມຕົ້ນມີກຳແພງ. 13 ຊາຍຄົນນັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ອາຄານທັງສອງຫລັງນີ້ສັກສິດ. ບັນດາປະໂຣຫິດທີ່ເຂົ້າໄປຢູ່ຊ້ອງໜ້າພຣະເຈົ້າຢາເວ ກິນເຄື່ອງຖວາຍອັນສັກສິດບໍຣິສຸດຢູ່ໃນຕຶກເຫຼົ່ານັ້ນ. ເພາະຫ້ອງຕ່າງໆນັ້ນສັກສິດ ບັນດາປະໂຣຫິດຈະວາງເຄື່ອງຖວາຍອັນສັກສິດທີ່ສຸດໄວ້ໃນທີ່ນັ້ນ ເຊັ່ນ: ເຄື່ອງຖວາຍພືດຜົນເປັນເມັດກັບເຄື່ອງຖວາຍສຳລັບລຶບລ້າງບາບ ຫລືເຄື່ອງຖວາຍເພື່ອຊົດໃຊ້ແທນຄືນ. 14 ເມື່ອພວກປະໂຣຫິດທີ່ເຂົ້າມາໃນພຣະວິຫານ ແລະຢາກໄປທີ່ເດີ່ນຂ້າງນອກ; ພວກເຂົາຕ້ອງແກ້ເຄື່ອງນຸ່ງອັນສັກສິດທີ່ພວກຕົນນຸ່ງໃນຂະນະທີ່ຮັບໃຊ້ຢູ່ນັ້ນອອກໄວ້ໃນຫ້ອງເຫຼົ່ານີ້. ພວກເຂົາຕ້ອງໃສ່ເຄື່ອງອື່ນກ່ອນ ຈຶ່ງຈະອອກໄປບ່ອນທີ່ປະຊາຊົນມາເຕົ້າໂຮມກັນໄດ້.” ເນື້ອທີ່ຂອງພຣະວິຫານຖືກວັດແທກ 15 ເມື່ອຊາຍຄົນນັ້ນໄດ້ວັດແທກເນື້ອທີ່ຂ້າງໃນຂອງພຣະວິຫານແລ້ວໆ ເພິ່ນໄດ້ນຳຂ້າພະເຈົ້າຜ່ານອອກໄປທາງປະຕູດ້ານທິດຕາເວັນອອກ ແລະຕໍ່ມາໄດ້ວັດແທກເນື້ອທີ່ທາງຂ້າງນອກ. 16 ເພິ່ນໄດ້ເອົາໄມ້ແທກມາວັດແທກດ້ານຕາເວັນອອກ ແລະຮູ້ວ່າໄດ້ສອງຮ້ອຍຫ້າສິບແມັດ. 17-19 ແລ້ວເພິ່ນກໍໄດ້ແທກດ້ານເໜືອ, ດ້ານໃຕ້ ແລະດ້ານຕາເວັນຕົກ ແລະໄດ້ຮູ້ວ່າແຕ່ລະດ້ານເທົ່າກັນໝົດ ຄືສອງຮ້ອຍຫ້າສິບແມັດ. 20 ເພິ່ນໄດ້ແທກກຳແພງທີ່ໄດ້ອ້ອມຮອບທັງສີ່ດ້ານ. ກຳແພງນີ້ເປັນສີ່ຫລ່ຽມມົນທົນ ຂ້າງລະສອງຮ້ອຍຫ້າສິບແມັດ ແລະໄດ້ໃຊ້ສຳລັບແຍກສິ່ງບໍຣິສຸດຈາກສິ່ງທຳມະດາ. |
@ 2012 United Bible Societies. All Rights Reserved.