ເອເຊກຽນ 41 - ພຣະຄຳພີສັກສິ1 ຕໍ່ມາ ຊາຍຄົນນັ້ນໄດ້ນຳພາຂ້າພະເຈົ້າເຂົ້າໄປສູ່ຫ້ອງກາງ ຄືບ່ອນສັກສິດ. ເພິ່ນໄດ້ແທກທາງຍ່າງຊຶ່ງນຳເຂົ້າໄປຫາຫ້ອງກາງມີດັ່ງນີ້: ເລິກສາມແມັດ 2 ແລະກວ້າງຫ້າແມັດ ແລະມີຝາໜາສອງແມັດເຄິ່ງທັງສອງດ້ານ. ເພິ່ນແທກຫ້ອງນັ້ນໄດ້ດັ່ງນີ້: ທາງຍາວຊາວແມັດແລະທາງກວ້າງສິບແມັດ. 3 ແລ້ວເພິ່ນກໍໄປທີ່ຫ້ອງສຸດທ້າຍດ້ານໃນ. ເພິ່ນແທກທາງຍ່າງໄປສູ່ຫ້ອງນັ້ນໄດ້ດັ່ງນີ້: ເລິກໜຶ່ງແມັດ ແລະກວ້າງສາມແມັດ ແລະມີຝາໜາແຕ່ລະດ້ານສາມແມັດເຄິ່ງ. 4 ເພິ່ນໄດ້ແທກຫ້ອງນັ້ນ ຊຶ່ງເປັນຮູບສີ່ຫລ່ຽມມົນທົນ ຍາວຂ້າງລະສິບແມັດ. ຫ້ອງນີ້ຢູ່ຟາກໜຶ່ງອີກຂອງຫ້ອງກາງ. ແລ້ວເພິ່ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຫ້ອງນີ້ເປັນບ່ອນສັກສິດທີ່ສຸດ.” ຫ້ອງທີ່ສ້າງຕິດກັບກຳແພງພຣະວິຫານ 5 ຊາຍຄົນນັ້ນໄດ້ແທກຄວາມໜາຂອງຝາດ້ານໃນຕົວຕຶກຂອງພຣະວິຫານ ແລະແທກໄດ້ສາມແມັດ. ຕິດກັບຝານີ້ຄືອ້ອມຮອບພຣະວິຫານ ມີຫ້ອງເລັກຫ້ອງນ້ອຍຕ່າງໆ ກວ້າງສອງແມັດ. 6 ຫ້ອງເຫຼົ່ານີ້ມີຢູ່ສາມຊັ້ນ ຊັ້ນໜຶ່ງມີສາມສິບຫ້ອງ. ກຳແພງຊັ້ນນອກຂອງພຣະວິຫານແຕ່ລະຊັ້ນ ຍິ່ງສູງຂຶ້ນກໍຍິ່ງບາງ ເພື່ອວ່າຫ້ອງຕ່າງໆນັ້ນຈະຕັ້ງຢູ່ກັບຝາໂດຍບໍ່ອີງກຳແພງ. 7 ສະນັ້ນ ກຳແພງຂອງພຣະວິຫານ ເມື່ອເບິ່ງແຕ່ຂ້າງນອກແລ້ວ ເຫັນວ່າມີຄວາມໜາສະເໝີກັນແຕ່ລຸ່ມເຖິງຈອມ. ຕິດກັບກຳແພງຊັ້ນນອກຂອງພຣະວິຫານ ຄືທາງນອກຂອງຫ້ອງຕ່າງໆ ມີຂັ້ນໄດກວ້າງສອງອັນຖືກສ້າງຂຶ້ນ ເພື່ອຍ່າງຂຶ້ນຈາກຊັ້ນລຸ່ມຫາຊັ້ນກາງ ແລະສູ່ຊັ້ນເທິງໄດ້. 8-11 ຝາດ້ານນອກຂອງຫ້ອງເຫຼົ່ານີ້ໜາສອງແມັດເຄິ່ງ; ມີປະຕູອັນໜຶ່ງນຳເຂົ້າໄປສູ່ຫ້ອງຕ່າງໆທາງດ້ານເໜືອພຣະວິຫານ ແລະມີປະຕູອັນໜຶ່ງນຳເຂົ້າໄປສູ່ຫ້ອງຕ່າງໆທາງດ້ານໃຕ້. ຂ້າພະເຈົ້າຍັງເຫັນວ່າ ມີລະບຽງກວ້າງສອງແມັດເຄິ່ງອ້ອມຮອບພຣະວິຫານ ແລະລະບຽງນັ້ນສູງສາມແມັດ ຈາກລະດັບພື້ນດິນຂອງຫ້ອງຕ່າງໆທີ່ຕິດກັບຝາ. ລະຫວ່າງລະບຽງກັບອາຄານມີບ່ອນຫວ່າງກວ້າງສິບແມັດ ລຽບຕາມແຄມຂອງພຣະວິຫານ ຊຶ່ງໃຊ້ເປັນບ່ອນຢູ່ຂອງພວກປະໂຣຫິດ. ອາຄານທີ່ຢູ່ທາງທິດຕາເວັນຕົກ 12 ທີ່ສົ້ນສຸດຂອງບ່ອນຫວ່າງທາງດ້ານຕາເວັນຕົກຂອງພຣະວິຫານນັ້ນ ມີອາຄານຫລັງໜຶ່ງ ຍາວສີ່ສິບຫ້າແມັດ ແລະກວ້າງສາມສິບຫ້າແມັດ; ຝາທັງໝົດທີ່ອ້ອມຮອບນັ້ນໜາສອງແມັດເຄິ່ງ. ຈຳນວນທັງໝົດທີ່ໄດ້ຈາກການວັດແທກພຣະວິຫານ 13 ຊາຍຄົນນັ້ນໄດ້ແທກດ້ານນອກຂອງພຣະວິຫານ ຈຶ່ງມີລວງຍາວຫ້າສິບແມັດ ແລະຈາກດ້ານຫລັງຂອງພຣະວິຫານຂ້າມບ່ອນຫວ່າງເປົ່າ ໄປຫາສົ້ນສຸດຂອງອາຄານທາງທິດຕາເວັນຕົກ ແທກໄດ້ຫ້າສິບແມັດເຊັ່ນດຽວກັນ. 14 ໄລຍະທາງທີ່ແທກຂ້າມດ້ານໜ້າຂອງພຣະວິຫານ ລວມທັງບ່ອນຫວ່າງເປົ່າທັງສອງດ້ານນັ້ນ ມີຫ້າສິບແມັດເຊັ່ນດຽວກັນ. 15 ເພິ່ນແທກລວງຍາວຂອງອາຄານໄປທາງທິດຕາເວັນຕົກ ລວມທັງທາງຍ່າງທີ່ຍາວເລີຍໄປສູ່ສອງດ້ານນັ້ນ ມີຫ້າສິບແມັດເຊັ່ນດຽວກັນ. ຫ້ອງທາງເຂົ້າຂອງພຣະວິຫານ, ຫ້ອງສັກສິດ ແລະຫ້ອງສັກສິດທີ່ສຸດ ລາຍລະອຽດທີ່ຢູ່ໃນອາຄານພຣະວິຫານ 16 ໄດ້ປູດ້ວຍໄມ້ ແຕ່ພື້ນຈົນຮອດປ່ອງຢ້ຽມ. ປ່ອງຢ້ຽມເຫຼົ່ານີ້ມີຜ້າກັ້ງອັດໄວ້. 17 ສ່ວນຝາດ້ານໃນຂອງພຣະວິຫານ ຊຶ່ງສູງຂຶ້ນໄປຈົນຮອດຂອບປະຕູຂ້າງເທິງນັ້ນໄດ້ຖືກແກະສະຫລັກ 18 ເປັນຮູບຕົ້ນຕານກັບເຄຣຸບໃສ່. ຕົ້ນຕານແລະເຄຣຸບໄດ້ຖືກສະຫລັບຕໍ່ເນື່ອງກັນໄປຈົນອ້ອມຫ້ອງ. ສັດແຕ່ລະໂຕມີສອງໜ້າ 19 ຄືໜ້າຄົນໄດ້ປິ່ນໄປທາງຕົ້ນຕານທາງດ້ານໜຶ່ງ ແລະໜ້າສິງໄດ້ປິ່ນໄປທາງຕົ້ນຕານອີກດ້ານໜຶ່ງ ແລະເປັນເຊັ່ນນີ້ໄປຕະຫລອດຈົນສຸດຝາ 20 ຕັ້ງແຕ່ພື້ນຈົນຈຸຂອບເທິງຂອງປະຕູທັງຫລາຍ. 21 ສ່ວນເສົາປະຕູຂອງບ່ອນສັກສິດນັ້ນ ເປັນຮູບສີ່ຫລ່ຽມມົນທົນ. ຕໍ່ໜ້າທາງເຂົ້າຂອງບ່ອນສັກສິດທີ່ສຸດນັ້ນມີສິ່ງໜຶ່ງເບິ່ງເໝືອນ ແທ່ນບູຊາທີ່ເຮັດດ້ວຍໄມ້ 22 ແທ່ນບູຊາແທ່ນໜຶ່ງທີ່ເຮັດດ້ວຍໄມ້ ສູງໜຶ່ງແມັດເຄິ່ງແລະກວ້າງໜຶ່ງແມັດ. ເສົາທີ່ແຈ, ພື້ນຖານ, ກັບຂອບຂອງແທ່ນ ລ້ວນແຕ່ເຮັດດ້ວຍໄມ້ທັງນັ້ນ. ຊາຍຜູ້ນັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ນີ້ແຫຼະແມ່ນໂຕະທີ່ຕັ້ງໄວ້ຢູ່ຕໍ່ໜ້າພຣະເຈົ້າຢາເວ.” ປະຕູຂອງພຣະວິຫານ 23 ປາຍທາງຍ່າງໄປສູ່ບ່ອນສັກສິດນັ້ນມີປະຕູອັນໜຶ່ງ ແລະປາຍທາງຍ່າງໄປສູ່ບ່ອນສັກສິດທີ່ສຸດກໍມີປະຕູອັນໜຶ່ງຄືກັນ. 24 ເປັນບານປະຕູຄູ່ທີ່ເປີດໄປມາໄດ້ທາງກາງ. 25 ທີ່ປະຕູຂອງຫ້ອງສັກສິດນັ້ນມີຮູບຕົ້ນຕານ ແລະຮູບເຄຣຸບທີ່ແກະສະຫລັກຢ່າງດີ ເໝືອນກັນກັບທີ່ຝາຂອງພຣະວິຫານ. ທາງຍ່າງໄປສູ່ຫ້ອງທາງເຂົ້ານັ້ນແມ່ນໄດ້ປູດ້ວຍໄມ້. 26 ທາງດ້ານຂ້າງຂອງຫ້ອງນີ້ມີປ່ອງຢ້ຽມ ແລະຕາມຝາກໍໄດ້ຕົບແຕ່ງດ້ວຍຮູບຕົ້ນຕານ. |
@ 2012 United Bible Societies. All Rights Reserved.