Biblia Todo Logo
Bìoball air-loidhne

- Sanasan -

ເອເຊກຽນ 40 - ພຣະຄຳພີສັກສິ


ພຣະເຈົ້າ​ໃຫ້​ເຫັນ​ນິມິດ​ຂອງ​ພຣະວິຫານ​ໃນ​ອະນາຄົດ ( 40:1–48:35 ) ເອເຊກຽນ​ຖືກ​ນຳ​ຕົວ​ໄປ​ທີ່​ນະຄອນ​ເຢຣູຊາເລັມ

1 ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ຂຶ້ນ​ປີໃໝ່ ຊຶ່ງ​ເປັນ​ປີທີ​ຊາວຫ້າ ຫລັງຈາກ​ທີ່​ພວກເຮົາ​ໄດ້​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ອັນ​ກົງ​ກັບ​ປີ​ທີ​ຊາວສີ່​ຫລັງຈາກ​ທີ່​ນະຄອນ​ເຢຣູຊາເລັມ​ຖືກ​ຢຶດ​ໄດ້. ໃນ​ມື້​ນັ້ນ ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ໄດ້​ເຂົ້າ​ຄວບຄຸມ​ຂ້າພະເຈົ້າ ແລະ​ພຣະອົງ​ໄດ້​ນຳ​ຂ້າພະເຈົ້າ​ໄປ.

2 ໃນ​ນິມິດ​ນັ້ນ ພຣະເຈົ້າ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ທີ່​ດິນແດນ​ອິດສະຣາເອນ ແລະ​ວາງ​ຂ້າພະເຈົ້າ​ໄວ້​ເທິງ​ພູສູງ​ແຫ່ງ​ໜຶ່ງ. ຂ້າພະເຈົ້າ​ໄດ້​ເຫັນ​ອາຄານ​ຈຸ້ມ​ໜຶ່ງ ຢູ່​ເບື້ອງ​ໜ້າ​ຂ້າພະເຈົ້າ ຊຶ່ງ​ເປັນ​ດັ່ງ​ເມືອງ​ໜຶ່ງ.

3 ພຣະອົງ​ໄດ້​ນຳ​ຂ້າພະເຈົ້າ​ເຂົ້າ​ໄປ​ໃກ້ໆ ແລະ​ຂ້າພະເຈົ້າ​ກໍໄດ້​ເຫັນ​ຊາຍ​ຜູ້ໜຶ່ງ​ເຫລືອງເຫລື້ອມ​ດັ່ງ​ທອງສຳຣິດ. ເພິ່ນ​ຢືນ​ຢູ່​ທາງ​ປະຕູເຂົ້າ ຖື​ເຊືອກ​ແທກ​ທີ່​ເຮັດ​ດ້ວຍ​ຜ້າປ່ານ​ແລະ​ມີ​ໄມ້ແທກ.

4 ຊາຍ​ຜູ້ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ເຝົ້າເບິ່ງ​ເຖີດ. ຈົ່ງ​ຕັ້ງໃຈ​ຟັງ​ແລະ​ເອົາໃຈໃສ່​ຕໍ່​ທຸກໆສິ່ງ​ທີ່​ເຮົາ​ສຳແດງ​ໃຫ້​ເຈົ້າ​ເຫັນ; ດ້ວຍເຫດນີ້​ແຫຼະ ເຈົ້າ​ຈຶ່ງ​ຖືກ​ນຳ​ມາ​ທີ່​ນີ້. ເຈົ້າ​ຈະ​ຕ້ອງ​ໄປ​ບອກ​ປະຊາຊົນ​ອິດສະຣາເອນ​ໃຫ້​ຮູ້​ທຸກໆ​ສິ່ງ​ທີ່​ເຈົ້າ​ເຫັນ​ນີ້.”


ປະຕູ​ທີ່​ຢູ່​ທາງດ້ານ​ຕາເວັນອອກ

5 ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ນັ້ນ​ແມ່ນ​ພຣະວິຫານ ແລະ​ມີ​ກຳແພງ​ອ້ອມຮອບ. ຊາຍ​ຜູ້ນັ້ນ​ໄດ້​ໃຊ້​ໄມ້ແທກ ຊຶ່ງ​ຍາວ​ສາມ​ແມັດ ແລະ​ແທກ​ກຳແພງ. ກຳແພງ​ນັ້ນ​ສູງ​ສາມ​ແມັດ ແລະ​ໜາ​ສາມ​ແມັດ.

6 ແລ້ວ​ເພິ່ນ​ກໍ​ໄປ​ທີ່​ປະຕູ​ທາງ​ດ້ານ​ທິດ​ຕາເວັນອອກ. ເພິ່ນ​ຍ່າງ​ຂຶ້ນ​ຂັ້ນໄດ​ໄປ ແລະ​ທີ່​ເທິງ​ຈອມ​ນັ້ນ​ເພິ່ນ​ແທກ​ທາງ​ເຂົ້າ; ທາງ​ເຂົ້າ​ນັ້ນ​ເລິກ​ໄດ້​ສາມ​ແມັດ.

7-10 ເລີຍ​ປະຕູ​ໄປ​ແມ່ນ​ທາງຍ່າງ ຊຶ່ງ​ມີ​ຫ້ອງ​ເຝົ້າຍາມ​ສາມ​ຫ້ອງ​ຢູ່​ແຕ່ລະ​ດ້ານ. ແຕ່ລະ​ຫ້ອງ​ມີ​ສາມ​ແມັດ​ທຸກ​ຂ້າງ ແລະ​ກຳແພງ​ຂັ້ນ​ລະຫວ່າງ​ຫ້ອງ​ນັ້ນ​ໜາ​ສອງ​ແມັດ​ເຄິ່ງ. ເລີຍ​ຫ້ອງ​ເຝົ້າຍາມ​ໄປ​ແມ່ນ​ທາງຍ່າງ​ຍາວ​ສາມ​ແມັດ ທີ່​ນຳ​ໄປ​ສູ່​ຫ້ອງ​ໂຖງ ຊຶ່ງ​ກົງ​ກັບ​ພຣະວິຫານ. ເພິ່ນ​ແທກ​ຫ້ອງ​ນີ້ ແລະ​ເຫັນ​ວ່າ​ເລິກ​ສີ່​ແມັດ. ສຸດ​ຫ້ອງ​ນີ້​ແມ່ນ​ທາງຍ່າງ ຊຶ່ງ​ໃກ້​ກັບ​ພຣະວິຫານ​ທີ່ສຸດ ແລະ​ກຳແພງ​ຕ່າງໆ​ທີ່​ຢູ່​ໄກ​ສຸດ​ໜາ​ໄດ້​ໜຶ່ງ​ແມັດ. (ຫ້ອງ​ເຝົ້າຍາມ​ເຫຼົ່ານີ້​ແຕ່ລະ​ຂ້າງ​ທາງຍ່າງ​ມີ​ຂະໜາດ​ເທົ່າກັນ ແລະ​ກຳແພງ​ລະຫວ່າງ​ແຕ່ລະ​ຫ້ອງ​ກໍ​ມີ​ຄວາມໜາ​ເທົ່າກັນ.)

11 ຕໍ່ມາ ຊາຍ​ຜູ້ນັ້ນ​ໄດ້​ແທກ​ຄວາມກວ້າງ​ຂອງ​ທາງຍ່າງ​ທາງ​ປະຕູເຂົ້າ. ມັນ​ແທກ​ໄດ້​ຫົກ​ແມັດ​ເຄິ່ງ ແລະ​ລະຫວ່າງ​ປະຕູ​ທີ່​ໄຂ​ຢູ່​ນັ້ນ​ແທກ​ໄດ້​ຫ້າ​ແມັດ.

12 ຕໍ່ໜ້າ​ຂອງ​ແຕ່ລະ​ຫ້ອງ​ເຝົ້າຍາມ​ມີ​ກຳແພງ​ຕໍ່າໆ ສູງ​ຫ້າສິບ​ເຊັນ ແລະ​ໜາ​ຫ້າສິບ​ເຊັນ​ຄືກັນ. (ຫ້ອງ​ເຝົ້າຍາມ​ນັ້ນ​ມີ​ສາມ​ແມັດ​ທຸກ​ດ້ານ.)

13 ແລ້ວ​ເພິ່ນ​ກໍ​ແທກ​ໄລຍະ​ທາງ​ຈາກ​ຫລັງ​ກຳແພງ​ຫ້ອງ​ໜຶ່ງ ເຖິງ​ຫລັງ​ກຳແພງ​ຫ້ອງ​ທາງຍ່າງ​ຂ້າມ ແລະ​ແທກ​ໄດ້​ສິບສອງ​ແມັດ​ເຄິ່ງ.

14 ຄື​ຫ້ອງ​ທີ່​ໄກ​ສຸດ​ນຳ​ອອກ​ໄປ​ສູ່​ເດີ່ນ. ເພິ່ນ​ແທກ​ຫ້ອງ​ນັ້ນ ແລະ​ທາງ​ກວ້າງ​ແທກ​ໄດ້​ສິບ​ແມັດ.

15 ລວງ​ຍາວ​ທັງໝົດ​ຂອງ​ທາງຍ່າງ ຕັ້ງແຕ່​ກຳແພງ​ນອກ​ຂອງ​ປະຕູ​ເຂົ້າ​ຈົນ​ໄປ​ເຖິງ​ສົ້ນສຸດ​ຂອງ​ຫ້ອງ​ສຸດທ້າຍ ແທກ​ໄດ້​ຊາວຫ້າ​ແມັດ.

16 ທີ່​ກຳແພງ​ຂ້າງ​ນອກ​ຂອງ​ທຸກໆ​ຫ້ອງ ແລະ​ກຳແພງ​ຂ້າງ​ໃນ ລະຫວ່າງ​ແຕ່ລະ​ຫ້ອງ​ມີ​ປ່ອງນ້ອຍ. ຕາມ​ກຳແພງ​ຂ້າງ​ໃນ​ທີ່​ກົງ​ກັບ​ທາງຍ່າງ​ນັ້ນ ໄດ້​ຖືກ​ແກະສະຫລັກ​ເປັນ​ຮູບ​ຕົ້ນ​ຕານ.


ເດີ່ນ​ທາງ​ຂ້າງ​ນອກ

17 ຊາຍ​ຄົນ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ຜ່ານ​ປະຕູ​ໄປ​ສູ່​ເດີ່ນ. ໃນ​ທີ່ນັ້ນ ມີ​ສາມສິບ​ຫ້ອງ​ທີ່​ໄດ້​ສ້າງ​ຕິດ​ກັບ​ກຳແພງ​ດ້ານນອກ ແລະ​ເບື້ອງ​ໜ້າ​ຂອງ​ຫ້ອງ​ເຫຼົ່ານີ້​ມີ​ພື້ນ​ທີ່​ປູ​ດ້ວຍ​ຫີນ

18 ຊຶ່ງ​ຍາວ​ອອກ​ໄປ​ອ້ອມ​ເດີ່ນ. ເດີ່ນ​ທາງ​ດ້ານນອກ​ນີ້​ຢູ່​ຕາມ​ບ່ອນ​ທີ່​ມີ​ລະດັບ​ຕໍ່າ​ກວ່າ​ເດີ່ນ​ຂ້າງ​ໃນ.

19 ຢູ່​ທີ່​ນັ້ນ ມີ​ປະຕູ​ໃນ​ບ່ອນ​ທີ່​ມີ​ລະດັບ​ສູງ ຊຶ່ງ​ນຳ​ໄປ​ສູ່​ເດີ່ນ​ທາງ​ດ້ານໃນ. ຊາຍ​ຜູ້ນັ້ນ​ໄດ້​ແທກ​ໄລຍະ​ທາງ​ລະຫວ່າງ​ປະຕູ​ທັງສອງ ຈຶ່ງ​ແທກ​ໄດ້​ຫ້າສິບ​ແມັດ.


ປະຕູ​ທາງ​ດ້ານ​ເໜືອ

20 ແລ້ວ​ຊາຍ​ຜູ້ນັ້ນ​ກໍໄດ້​ແທກ​ປະຕູ​ທາງ​ດ້ານ​ເໜືອ ຊຶ່ງ​ນຳ​ເຂົ້າ​ໄປ​ສູ່​ເດີ່ນ​ທາງ​ດ້ານນອກ.

21 ຫ້ອງ​ເຝົ້າຍາມ​ສາມ​ຫ້ອງ​ທີ່​ຢູ່​ແຕ່ລະ​ຟາກ​ຂອງ​ທາງຍ່າງ​ນັ້ນ ກຳແພງ​ທີ່​ຂັ້ນ​ລະຫວ່າງ​ຫ້ອງ​ກັບ​ຫ້ອງໂຖງ ທັງໝົດ​ແທກ​ໄດ້​ຂະໜາດ​ດຽວກັນ​ກັບ​ທາງ​ໄປ​ສູ່​ປະຕູ​ດ້ານ​ຕາເວັນອອກ. ຄວາມຍາວ​ທັງໝົດ​ຂອງ​ປະຕູ​ແທກ​ໄດ້​ຊາວຫ້າ​ແມັດ ແລະ​ທາງກວ້າງ​ທັງໝົດ​ແທກ​ໄດ້​ສິບສອງ​ແມັດ​ເຄິ່ງ.

22 ຫ້ອງໂຖງ, ປ່ອງຢ້ຽມ ແລະ​ຮູບ​ແກະສະຫລັກ​ຂອງ​ຕົ້ນ​ຕານ ລ້ວນແຕ່​ຄື​ກັນ​ກັບ​ທາງ​ປະຕູ​ດ້ານ​ທິດ​ຕາເວັນອອກ. ໃນ​ທີ່​ນີ້​ມີ​ຂັ້ນໄດ​ເຈັດ​ຂັ້ນ​ທີ່​ນຳ​ໄປ​ສູ່​ປະຕູ ແລະ​ສົ້ນສຸດ​ຂອງ​ຫ້ອງໂຖງ​ນັ້ນ​ກົງ​ກັນ​ກັບ​ເດີ່ນ.

23 ຈາກ​ປະຕູ​ທາງ​ດ້ານ​ເໜືອ​ນີ້ ຂ້າມ​ເດີ່ນ​ໄປ​ແມ່ນ​ປະຕູ​ອື່ນໆ​ອີກ​ທີ່​ນຳ​ໄປ​ສູ່​ເດີ່ນ​ຂ້າງ​ໃນ ຄື​ກັບ​ທາງທິດ​ຕາເວັນອອກ​ທຸກຢ່າງ. ຊາຍ​ຄົນ​ນັ້ນ​ໄດ້​ແທກ​ໄລຍະ​ທາງ ລະຫວ່າງ​ສອງ​ປະຕູ​ນັ້ນ​ຈຶ່ງ​ມີ​ຢູ່​ຫ້າສິບ​ແມັດ.


ປະຕູ​ທາງດ້ານ​ໃຕ້

24 ຕໍ່ມາ ຊາຍ​ຄົນ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ທາງດ້ານ​ໃຕ້ ແລະ​ໃນ​ທີ່ນັ້ນ​ຂ້າພະເຈົ້າ​ໄດ້​ເຫັນ​ປະຕູ​ອື່ນ​ອີກ. ເພິ່ນ​ໄດ້​ແທກ​ປະຕູ​ນັ້ນ ແລະ​ມີ​ຂະໜາດ​ດຽວກັນ​ກັບ​ປະຕູ​ອື່ນໆ.

25 ໃນ​ຫ້ອງ​ຕ່າງໆ​ຕາມ​ທາງ​ໄປ​ສູ່​ປະຕູ​ມີ​ປ່ອງຢ້ຽມ​ດັ່ງ​ບ່ອນ​ອື່ນໆ. ລວງຍາວ​ທັງໝົດ​ຂອງ​ປະຕູ​ນີ້​ມີ​ຊາວຫ້າ​ແມັດ ແລະ​ລວງກວ້າງ​ມີ​ສິບສອງ​ແມັດ​ເຄິ່ງ.

26 ມີ​ຂັ້ນໄດ​ເຈັດ​ຂັ້ນ​ທີ່​ນຳ​ຂຶ້ນ​ໄປ​ສູ່​ທີ່​ນັ້ນ ແລະ​ສົ້ນສຸດ​ຂອງ​ຫ້ອງໂຖງ​ກໍ​ນຳ​ອອກ​ໄປ​ສູ່​ເດີ່ນ. ທີ່​ນັ້ນ​ມີ​ຮູບ​ຕົ້ນ​ຕານ ທີ່​ໄດ້​ຖືກ​ແກະສະຫລັກ​ໄວ້​ຕາມ​ກຳແພງ​ທາງ​ດ້ານໃນ ຊຶ່ງ​ກົງ​ກັນ​ກັບ​ທາງຍ່າງ.

27 ໃນ​ທີ່​ນີ້​ກໍ​ຄືກັນ ມີ​ປະຕູ​ທີ່​ນຳ​ອອກ​ໄປ​ສູ່​ເດີ່ນ​ທາງ​ດ້ານໃນ. ຊາຍ​ຄົນ​ນັ້ນ​ໄດ້​ແທກ​ໄລຍະ​ທາງ​ໄປ​ເຖິງ​ປະຕູ​ທີ​ສອງ​ນີ້​ມີ​ຢູ່​ຫ້າສິບ​ແມັດ.


ເດີ່ນ​ທີ່​ຢູ່​ທາງ​ດ້ານໃນ: ປະຕູ​ດ້ານ​ໃຕ້

28 ຊາຍ​ຄົນ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ຜ່ານ​ໄປ​ທາງ​ປະຕູ​ດ້ານ​ໃຕ້​ສູ່​ເດີ່ນ​ດ້ານໃນ. ເພິ່ນ​ໄດ້​ແທກ​ປະຕູ ແລະ​ມີ​ຂະໜາດ​ດຽວກັນ​ກັບ​ປະຕູ​ຕ່າງໆ ໃນ​ກຳແພງ​ທາງ​ດ້ານນອກ.

29-30 ຫ້ອງ​ເຝົ້າຍາມ, ຫ້ອງໂຖງ ແລະ​ກຳແພງ​ທາງ​ດ້ານໃນ​ກໍ​ມີ​ຂະໜາດ​ດຽວກັນ​ກັບ​ທີ່​ທາງ​ປະຕູ​ດ້ານ​ອື່ນ. ຕາມ​ຫ້ອງ​ຕ່າງໆ​ຂອງ​ປະຕູ​ນີ້​ມີ​ປ່ອງຢ້ຽມ​ຄືກັນ. ລວງຍາວ​ທັງໝົດ​ມີ​ຊາວຫ້າ​ແມັດ ແລະ​ລວງກວ້າງ​ມີ​ສິບສອງ​ແມັດ​ເຄິ່ງ.

31 ສ່ວນ​ຫ້ອງໂຖງ​ນັ້ນ​ແມ່ນ​ຢູ່​ກົງ​ກັນ​ກັບ​ເດີ່ນ​ອື່ນໆ ແລະ​ຮູບ​ຕົ້ນ​ຕານ​ກໍໄດ້​ຖືກ​ແກະສະຫລັກ​ໄວ້​ຕາມ​ຝາ​ລຽບ​ຕາມ​ທາງຍ່າງ. ມີ​ຂັ້ນໄດ​ແປດ​ຂັ້ນ​ທີ່​ນຳ​ຂຶ້ນ​ໄປ​ສູ່​ປະຕູ​ນີ້.


ເດີ່ນ​ທີ່​ຢູ່​ທາງ​ດ້ານໃນ: ປະຕູ​ດ້ານ​ຕາເວັນອອກ

32 ຊາຍ​ຄົນ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ຜ່ານ​ໄປ​ທີ່​ປະຕູ​ທາງທິດ​ຕາເວັນອອກ ສູ່​ເດີ່ນ​ດ້ານໃນ. ເພິ່ນ​ໄດ້​ແທກ​ປະຕູ ແລະ​ມີ​ຂະໜາດ​ດຽວກັນ​ກັບ​ປະຕູ​ອື່ນໆ.

33 ຫ້ອງ​ເຝົ້າຍາມ, ຫ້ອງໂຖງ ແລະ​ກຳແພງ​ທາງ​ດ້ານໃນ ມີ​ຂະໜາດ​ດຽວກັນ​ກັບ​ທີ່​ທາງ​ປະຕູ​ດ້ານ​ອື່ນ. ມີ​ປ່ອງຢ້ຽມ​ອ້ອມຮອບ ແລະ​ໃນ​ຫ້ອງໂຖງ​ກໍ​ຄືກັນ. ລວງຍາວ​ທັງໝົດ​ມີ​ຊາວຫ້າ​ແມັດ ແລະ​ລວງກວ້າງ​ທັງໝົດ​ມີ​ສິບສອງ​ແມັດ​ເຄິ່ງ.

34 ຫ້ອງໂຖງ​ຢູ່​ກົງ​ກັນ​ກັບ​ເດີ່ນ​ທາງ​ດ້ານນອກ. ຮູບ​ຕົ້ນ​ຕານ​ໄດ້​ຖືກ​ແກະສະຫລັກ​ໄວ້​ຕາມ​ຝາ​ລຽບ​ຕາມ​ທາງຍ່າງ. ມີ​ຂັ້ນໄດ​ແປດ​ຂັ້ນ​ທີ່​ນຳ​ຂຶ້ນ​ໄປ​ສູ່​ປະຕູ​ນີ້.


ເດີ່ນ​ທີ່​ຢູ່​ທາງ​ດ້ານໃນ: ປະຕູ​ດ້ານ​ເໜືອ

35 ແລ້ວ​ຊາຍ​ຄົນ​ນັ້ນ​ກໍ​ນຳ​ຂ້າພະເຈົ້າ​ໄປ​ທີ່​ປະຕູ​ດ້ານ​ເໜືອ. ເພິ່ນ​ໄດ້​ແທກ​ປະຕູ​ນັ້ນ ແລະ​ມີ​ຂະໜາດ​ດຽວກັນ​ກັບ​ປະຕູ​ດ້ານ​ອື່ນໆ.

36 ເຊັ່ນດຽວ​ກັນ ດ້ານ​ນີ້​ມີ​ຫ້ອງ​ເຝົ້າຍາມ​ຄືກັນ ຊຶ່ງ​ຖືກ​ຕົບແຕ່ງ​ທີ່​ຝາ​ທາງ​ດ້ານໃນ, ມີ​ຫ້ອງໂຖງ ແລະ​ມີ​ປ່ອງຢ້ຽມ​ອ້ອມ ຄື​ລວງຍາວ​ທັງໝົດ​ມີ​ຊາວຫ້າ​ແມັດ ແລະ​ລວງກວ້າງ​ມີ​ສິບສອງ​ແມັດ​ເຄິ່ງ.

37 ຫ້ອງໂຖງ ຢູ່​ກົງ​ກັນ​ກັບ​ເດີ່ນ​ທາງ​ດ້ານນອກ. ຮູບ​ຕົ້ນ​ຕານ​ໄດ້​ຖືກ​ແກະສະຫລັກ​ໄວ້​ຕາມ​ຝາ​ລຽບ​ຕາມ​ທາງຍ່າງ. ມີ​ຂັ້ນໄດ​ແປດ​ຂັ້ນ​ທີ່​ນຳ​ຂຶ້ນ​ໄປ​ສູ່​ປະຕູ​ນີ້.


ອາຄານ​ທີ່​ຢູ່​ໃກ້​ປະຕູ​ດ້ານ​ເໜືອ

38 ທີ່​ເດີ່ນ​ດ້ານນອກ​ນັ້ນ ແມ່ນ​ຫ້ອງ​ທີ່​ຕໍ່ໄປ​ສູ່​ປະຕູ​ດ້ານໃນ​ທາງ​ດ້ານ​ເໜືອ. ປະຕູ​ນີ້​ໄຂ​ໄປ​ສູ່​ຫ້ອງໂຖງ​ຊຶ່ງ​ຢູ່​ກົງ​ກັນ​ກັບ​ເດີ່ນ ແລະ​ໃນ​ທີ່ນັ້ນ ພວກເຂົາ​ໄດ້​ລ້າງ​ຊາກ​ສັດ​ທີ່​ຈະ​ເຜົາ​ເປັນ​ເຄື່ອງ​ບູຊາ.

39 ໃນ​ຫ້ອງ​ໂຖງ​ນີ້​ມີ​ໂຕະ​ສີ່​ໜ່ວຍ ຄື​ຂ້າງລະ​ສອງ​ໜ່ວຍ. ແມ່ນ​ເທິງ​ໂຕະ​ເຫຼົ່ານີ້ ທີ່​ພວກເຂົາ​ໄດ້​ຂ້າ​ສັດ​ຕ່າງໆ​ເພື່ອ​ເປັນ​ເຄື່ອງ​ເຜົາ​ຖວາຍບູຊາ ບໍ່​ວ່າ​ເຜົາ​ສັດ​ທັງ​ໂຕ​ຖວາຍບູຊາ ຫລື​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ ຫລື​ຖວາຍບູຊາ​ເພື່ອ​ຊົດໃຊ້​ແທນຄືນ.

40 ດ້ານນອກ​ຫ້ອງ​ນີ້​ມີ​ໂຕະ​ສີ່​ໜ່ວຍ​ຄ້າຍ​ຄືກັນ ຄື​ສອງ​ໜ່ວຍ​ຕັ້ງ​ຢູ່​ທາງ​ຟາກ​ໜຶ່ງ​ຂອງ​ປະຕູ​ເຂົ້າ​ດ້ານ​ເໜືອ ແລະ​ສອງ​ໜ່ວຍ​ຕັ້ງ​ຢູ່​ອີກ​ຟາກ​ໜຶ່ງ.

41 ທັງໝົດ​ລວມ​ກັນ​ມີ​ໂຕະ​ແປດ​ໜ່ວຍ​ທີ່​ໃຊ້​ຂ້າ​ສັດ​ເພື່ອ​ຖວາຍບູຊາ ຄື​ສີ່​ໜ່ວຍ​ຢູ່​ໃນ​ຫ້ອງ ແລະ​ອີກ​ສີ່​ໜ່ວຍ​ຢູ່​ທີ່​ເດີ່ນ.

42 ໂຕະ​ສີ່​ໜ່ວຍ​ທາງ​ດ້ານນອກ​ຕໍ່​ອອກ​ໄປ ຊຶ່ງ​ໃຊ້​ຈັດແຈງ​ເຜົາ​ສັດ​ທັງ​ໂຕ​ເພື່ອ​ຖວາຍບູຊາ​ນັ້ນ ແມ່ນ​ໃຊ້​ຫີນ​ທີ່​ສະກັດ​ແລ້ວ​ເຮັດ. ໂຕະ​ເຫຼົ່ານັ້ນ​ສູງ​ຫ້າສິບ​ເຊັນ ພື້ນ​ຂອງ​ໂຕະ​ເປັນ​ຮູບ​ສີ່​ຫລ່ຽມ​ມົນທົນ ຍາວ​ຂ້າງລະ​ເຈັດສິບຫ້າ​ເຊັນ. ເຄື່ອງມື​ທັງໝົດ​ທີ່​ໃຊ້​ໃນ​ການ​ຂ້າ​ສັດ​ຖວາຍບູຊາ ປະ​ໄວ້​ທີ່​ເທິງ​ໂຕະ​ເຫຼົ່ານີ້.

43 ວົງຮອບ​ຂອງ​ຂອບ​ໂຕະ​ນັ້ນ​ໄດ້​ເຮັດ​ເປັນ​ຊັ້ນ​ກວ້າງ​ເຈັດ​ເຊັນ​ເຄິ່ງ. ຊີ້ນ​ສັດ​ທີ່​ຈະ​ຖວາຍບູຊາ​ນັ້ນ ພວກເຂົາ​ໄດ້​ວາງ​ໄວ້​ທີ່​ເທິງ​ໂຕະ.

44 ແລ້ວ​ເພິ່ນ​ກໍ​ນຳ​ຂ້າພະເຈົ້າ​ເຂົ້າ​ໄປ​ໃນ​ເດີ່ນ​ດ້ານໃນ. ໃນ​ເດີ່ນ​ດ້ານໃນ​ນີ້​ມີ​ສອງ​ຫ້ອງ​ທີ່​ໄຂ​ໄວ້ ຫ້ອງ​ໜຶ່ງ​ຢູ່​ກົງ​ກັບ​ດ້ານ​ໃຕ້​ຢູ່​ໃກ້ໆ​ກັບ​ປະຕູ​ທາງ​ທິດເໜືອ ແລະ​ມີ​ຫ້ອງ​ອື່ນ​ອີກ ຊຶ່ງ​ຢູ່​ກົງ​ກັບ​ດ້ານ​ເໜືອ​ໃກ້ໆ​ກັບ​ປະຕູ​ທາງດ້ານ​ໃຕ້.

45 ຊາຍ​ຄົນ​ນັ້ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຫ້ອງ​ທີ່​ຢູ່​ກົງ​ກັບ​ທາງ​ທິດໃຕ້​ນັ້ນ ແມ່ນ​ໄວ້​ໃຫ້​ບັນດາ​ປະໂຣຫິດ​ທີ່​ໄດ້​ຮັບໃຊ້​ໃນ​ພຣະວິຫານ

46 ແລະ​ຫ້ອງ​ທີ່​ຢູ່​ກົງ​ກັບ​ທິດເໜືອ​ແມ່ນ​ໄວ້​ໃຫ້​ພວກ​ປະໂຣຫິດ ທີ່​ໄດ້​ຮັບໃຊ້​ທີ່​ແທ່ນບູຊາ. ພວກ​ປະໂຣຫິດ​ລ້ວນແຕ່​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ຊາດົກ; ມີ​ແຕ່​ພວກເຂົາ​ເທົ່ານັ້ນ ຄື​ສະມາຊິກ​ຂອງ​ເຜົ່າເລວີ ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ໃກ້​ພຣະເຈົ້າຢາເວ​ເພື່ອ​ຮັບໃຊ້​ພຣະອົງ.”


ເດີ່ນ​ທີ່​ຢູ່​ດ້ານໃນ ແລະ​ອາຄານ​ພຣະວິຫານ

47 ຊາຍ​ຄົນ​ນັ້ນ​ໄດ້​ແທກ​ເດີ່ນ​ທາງ​ດ້ານໃນ ຊຶ່ງ​ເປັນ​ຮູບ​ສີ່​ຫລ່ຽມ​ມົນທົນ ແຕ່ລະ​ຂ້າງ​ມີ​ຫ້າສິບ​ແມັດ. ສ່ວນ​ພຣະວິຫານ​ນັ້ນ​ຢູ່​ທາງ​ດ້ານ​ຕາເວັນຕົກ ແລະ​ຢູ່​ຕໍ່ໜ້າ​ຂອງ​ພຣະວິຫານ​ມີ​ແທ່ນບູຊາ​ແທ່ນ​ໜຶ່ງ.

48 ແລ້ວ​ເພິ່ນ​ກໍ​ນຳ​ຂ້າພະເຈົ້າ​ເຂົ້າ​ໄປ​ສູ່​ຫ້ອງ ຊຶ່ງ​ເປັນ​ທາງ​ເຂົ້າ​ຂອງ​ພຣະວິຫານ. ເພິ່ນ​ແທກ​ທາງ​ເຂົ້າ​ພຣະວິຫານ​ໄດ້​ດັ່ງນີ້: ເລິກ​ສອງ​ແມັດ​ເຄິ່ງ​ແລະ​ກວ້າງ​ເຈັດ​ແມັດ ມີ​ຝາ​ໜາ​ແມັດ​ເຄິ່ງ​ທັງສອງ​ດ້ານ.

49 ມີ​ຂັ້ນໄດ​ນຳ​ຂຶ້ນ​ໄປ​ສູ່​ຫ້ອງ​ປະຕູ​ເຂົ້າ ຊຶ່ງ​ກວ້າງ​ສິບ​ແມັດ ແລະ​ເລິກ​ຫົກ​ແມັດ. ທີ່​ທາງ​ເຂົ້າ​ມີ​ເສົາ​ສອງ​ຕົ້ນ​ຊຶ່ງ​ຕັ້ງ​ຢູ່​ຂ້າງລະ​ເສົາ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan