ເອເຊກຽນ 4 - ພຣະຄຳພີສັກສິເອເຊກຽນເຫັນພາບນະຄອນຖືກປິດລ້ອມ 1 ພຣະເຈົ້າໄດ້ກ່າວວ່າ, “ມະນຸດເອີຍ ຈົ່ງເອົາດິນຈີ່ກ້ອນໜຶ່ງມາວາງໄວ້ຢູ່ຕໍ່ໜ້າເຈົ້າ ແລະແກະຮູບເມືອງໜຶ່ງທີ່ສະແດງເຖິງນະຄອນເຢຣູຊາເລັມໃສ່ເທິງດິນຈີ່ກ້ອນນັ້ນ. 2 ແລ້ວເພື່ອສະແດງວ່ານະຄອນເຢຣູຊາເລັມຖືກປິດລ້ອມ ໃຫ້ຂຸດຮ່ອງ, ປ້ານດິນເຮັດຄັນຄູ, ເຮັດຄ້າຍ ແລະເຮັດອາວຸດຍິງຕໍ່ສູ້ເພື່ອປິດລ້ອມເມືອງໄວ້. 3 ຈົ່ງເອົາເຫຼັກແຜ່ນໜຶ່ງມາຕັ້ງເປັນກຳແພງກັ້ນລະຫວ່າງເຈົ້າກັບເມືອງໄວ້. ຈົ່ງປິ່ນໜ້າໃສ່ເມືອງ. ເມືອງຖືກປິດລ້ອມ ແລະແມ່ນເຈົ້າເອງທີ່ເປັນຜູ້ປິດລ້ອມເມືອງ. ອັນນີ້ຈະເປັນໝາຍສຳຄັນເພື່ອເຕືອນຊົນຊາດອິດສະຣາເອນ. 4-5 ແລ້ວເຈົ້າຈົ່ງນອນຕະແຄງຂ້າງຊ້າຍ ແລະເຮົາ ກໍຈະວາງຄວາມຜິດຂອງຊົນຊາດອິດສະຣາເອນໄວ້ເທິງເຈົ້າ. ເຈົ້າຈະທົນທຸກຢູ່ທີ່ນັ້ນ ສາມຮ້ອຍເກົ້າສິບວັນ ເພາະຄວາມຜິດຂອງພວກເຂົາ. ເຮົາລົງໂທດເຈົ້າໜຶ່ງວັນສຳລັບໂທດຂອງພວກເຂົາໜຶ່ງປີ. 6 ເມື່ອໝົດໂທດນັ້ນແລ້ວ ຈົ່ງປິ່ນເບື້ອງນອນຕະແຄງຂ້າງຂວາ ແລະທົນທຸກສຳລັບຄວາມຜິດຂອງຢູດາຍອີກເປັນເວລາສີ່ສິບວັນ ຄືວັນໜຶ່ງຕໍ່ປີໜຶ່ງສຳລັບໂທດຂອງພວກເຂົາ. 7 ຈົ່ງຈ້ອງຕາເບິ່ງນະຄອນເຢຣູຊາເລັມຖືກປິດລ້ອມ. ຈົ່ງຍົກກຳປັ້ນໃສ່ເມືອງນີ້ ແລະປະກາດພຣະທຳຕໍ່ສູ້ມັນ. 8 ເຮົາຈະມັດເຈົ້າໄວ້ໃຫ້ແໜ້ນເພື່ອວ່າເຈົ້າຈະປິ່ນໄປມາບໍ່ໄດ້ ຈົນກວ່າການປິດລ້ອມນັ້ນສິ້ນສຸດລົງ. 9 ບັດນີ້ ເຈົ້າຈົ່ງເອົາສິ່ງເຫຼົ່ານີ້ມາ: ເຂົ້າບາເລ, ເຂົ້າເດືອຍ, ໝາກຖົ່ວຂຽວ, ໝາກຖົ່ວແດງ, ເຂົ້າຟາງ ແລະເຂົ້າບາເລແຂງ. ຈົ່ງປັ້ນສິ່ງທັງໝົດເຂົ້າກັນ ແລະເຮັດເຂົ້າຈີ່. ເຈົ້າຈະກິນເຂົ້າຈີ່ນີ້ແຫຼະ ຕະຫລອດສາມຮ້ອຍເກົ້າສິບວັນ ທີ່ເຈົ້ານອນຕະແຄງຂ້າງຊ້າຍ. 10 ເຈົ້າຈະໄດ້ຮັບອະນຸຍາດໃຫ້ກິນເຂົ້າຈີ່ ສອງຮ້ອຍສາມສິບກຼາມຕໍ່ມື້ ແລະໃຫ້ກຸ້ມຈົນຮອດມື້ໜ້າ. 11 ເຈົ້າຍັງຈະໄດ້ດື່ມນໍ້າໃນອັດຕາຈຳກັດ ຄືສອງຈອກຕໍ່ມື້. 12 ເຈົ້າຈະຕ້ອງດັງໄຟ ໂດຍໃຊ້ອາຈົມຂອງມະນຸດທີ່ແຫ້ງແລ້ວປີ້ງເຂົ້າຈີ່ ແລະກິນໃນບ່ອນທີ່ທຸກຄົນເຫັນເຈົ້າໄດ້.” 13 ແລ້ວພຣະເຈົ້າຢາເວກໍໄດ້ກ່າວວ່າ, “ປະຊາຊົນອິດສະຣາເອນຈະໄດ້ກິນອາຫານທີ່ເປັນມົນທິນ ເມື່ອເຮົາເຮັດໃຫ້ພວກເຂົາກະຈັດກະຈາຍໄປຢູ່ຕ່າງປະເທດ.” 14 ແຕ່ຂ້າພະເຈົ້າໄດ້ຕອບວ່າ, “ຢ່າເລີຍ ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າເອີຍ ຂ້ານ້ອຍບໍ່ເຄີຍປະພຶດຕົນໃຫ້ເປັນມົນທິນຈັກເທື່ອ. ຕັ້ງແຕ່ສະໄໝເປັນເດັກນ້ອຍ ຂ້ານ້ອຍບໍ່ເຄີຍກິນຊີ້ນສັດໃດໆເລີຍທີ່ຕາຍຢ່າງທຳມະດາ ຫລືຖືກສັດປ່າກັດຕາຍ. ຂ້ານ້ອຍບໍ່ເຄີຍກິນອາຫານໃດໆທີ່ຖືວ່າເປັນມົນທິນ.” 15 ດັ່ງນັ້ນ ພຣະອົງຈຶ່ງກ່າວຕໍ່ຂ້າພະເຈົ້າວ່າ, “ດີແລ້ວ ຖ້າດັ່ງນັ້ນ ເຮົາຈະໃຫ້ເຈົ້າໃຊ້ຂີ້ງົວແທນ ແລະໃຫ້ເຈົ້າເອົາຂີ້ງົວນັ້ນເຜົາເປັນຖ່ານປີ້ງເຂົ້າຈີ່.” 16 ແລ້ວພຣະອົງກໍກ່າວຕື່ມວ່າ, “ມະນຸດເອີຍ ເຮົາຈະຕັດສະບຽງອາຫານຢູ່ໃນນະຄອນເຢຣູຊາເລັມລົງ. ປະຊາຊົນໃນທີ່ນັ້ນຈະທຸກທໍລະມານໃຈ ແລະອຸກອັ່ງ ເມື່ອພວກເຂົາຕວງອັດຕາອາຫານທີ່ພວກເຂົາກິນ ແລະນໍ້າທີ່ພວກເຂົາດື່ມ. 17 ເຂົ້າຈີ່ແລະນໍ້າຂອງພວກເຂົາຈະໝົດໄປ ພວກເຂົາຈະສິ້ນຫວັງ ແລະພວກເຂົາຈະຊຸດໂຊມລົງເພາະການບາບຂອງພວກເຂົານັ້ນ.” |
@ 2012 United Bible Societies. All Rights Reserved.