ເອເຊກຽນ 39 - ພຣະຄຳພີສັກສິໂກກພ່າຍແພ້ 1 “ເພາະສະນັ້ນ ມະນຸດເອີຍ ຈົ່ງທຳນວາຍຕໍ່ສູ້ໂກກ ນາຍຜູ້ປົກຄອງຊົນຊາດເມເຊັກ ແລະຕູບານ ແລະບອກລາວວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ກ່າວວ່າ ເຮົາເປັນສັດຕູຂອງເຈົ້າ. 2 ເຮົາຈະປິ່ນເຈົ້າໄປສູ່ທິດທາງໃໝ່ ແລະຈະນຳເຈົ້າອອກຈາກທິດເໜືອສຸດ ມາສູ່ພູເຂົາທັງຫລາຍຂອງອິດສະຣາເອນ. 3 ແລ້ວເຮົາກໍຈະຕີຄັນທະນູຂອງເຈົ້າໃຫ້ຫລຸດອອກຈາກມືຊ້າຍ ແລະຈະຕີລູກທະນູຂອງລາວໃຫ້ຫລຸດອອກຈາກມືຂວາ. 4 ເຈົ້າກັບກອງທັບພ້ອມທັງພັນທະມິດຂອງເຈົ້າ ຈະລົ້ມລົງຕາຍເທິງພູເຂົາຕ່າງໆຂອງອິດສະຣາເອນ ແລະເຮົາຈະປະຊາກສົບຂອງເຈົ້າ ໃຫ້ເປັນອາຫານຂອງຝູງນົກກັບສັດປ່າທັງຫລາຍ. 5 ເຈົ້າຈະລົ້ມລົງຕາຍຕາມທົ່ງນາ. ເຮົາໄດ້ກ່າວໄວ້ແລ້ວ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. 6 ເຮົາຈະກໍ່ໄຟຂຶ້ນໃນດິນແດນມາໂກກ ແລະຕາມຝັ່ງທະເລທັງຫລາຍ ບ່ອນທີ່ປະຊາຊົນຢູ່ຢ່າງສຸກສະບາຍ ແລະທຸກຄົນກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ. 7 ເຮົາຈະເຮັດໃຫ້ປະຊາຊົນອິດສະຣາເອນຂອງເຮົາ ຮູ້ຈັກຢ່າງຄັກແນ່ວ່ານາມຂອງເຮົາບໍຣິສູດ ແລະຈະບໍ່ໃຫ້ເຮົາຕ້ອງເສຍຊື່ສຽງອີກຕໍ່ໄປ. ແລ້ວຊົນຊາດທັງຫລາຍກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ອົງຊົງບໍຣິສຸດຂອງຊາດອິດສະຣາເອນ.”’ 8 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ກ່າວວ່າ, “ມື້ທີ່ເຮົາໄດ້ກ່າວເຖິງນັ້ນຈະມາເຖິງຢ່າງແນ່ນອນ. 9 ປະຊາຊົນທີ່ອາໄສຢູ່ຕາມເມືອງຕ່າງໆຂອງອິດສະຣາເອນ ຈະອອກໄປຮວບຮວມເອົາອາວຸດມາເຮັດຟືນດັງ. ພວກເຂົາຈະເອົາໂລ້, ໜ້າທະນູ, ລູກທະນູ, ຫອກ ແລະໄມ້ຄ້ອນມາດັງໄຟ ແລະມີພຽງພໍໄວ້ດັງເຖິງເຈັດປີ. 10 ພວກເຂົາບໍ່ຈຳເປັນຕ້ອງໄປຫາຊອກຟືນຕາມທົ່ງນາ ຫລືຕັດຕົ້ນໄມ້ໃນປ່າ ເພາະພວກເຂົາຈະມີອາວຸດທີ່ບໍ່ໃຊ້ແລ້ວນັ້ນໄວ້ດັງໄຟ. ພວກເຂົາຈະປຸ້ນຈີ້ພວກທີ່ໄດ້ປຸ້ນຈີ້ພວກເຂົາ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. ການຝັງສົບຂອງໂກກ 11 “ໃນວັນນັ້ນ ເຮົາຈະໃຫ້ທີ່ດິນຝັງສົບບ່ອນໜຶ່ງໃນອິດສະຣາເອນແກ່ໂກກ ໃນຮ່ອມພູຂອງພວກຜູ້ເດີນທາງ ຊຶ່ງຢູ່ທາງທິດຕາເວັນອອກຂອງທະເລຕາຍ. ໂກກກັບກອງທັບທັງໝົດຂອງຕົນຈະຖືກຝັງຢູ່ທີ່ນັ້ນ ແລະຮ່ອມພູນັ້ນຈະມີຊື່ວ່າ, ‘ຮ່ອມພູກອງທັບໂກກ.’ 12 ຊາວອິດສະຣາເອນຈະໃຊ້ເວລາເຖິງເຈັດເດືອນ ເພື່ອຝັງຊາກສົບທັງໝົດນັ້ນ ແລະເຮັດໃຫ້ດິນແດນສະອາດອີກ. 13 ທຸກຄົນໃນດິນແດນຈະຊ່ວຍກັນຝັງຊາກສົບ ແລະໃນວັນນັ້ນ ພວກເຂົາຈະໄດ້ຮັບກຽດເມື່ອເຮົາສຳແດງສະຫງ່າຣາສີຂອງເຮົາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. 14 ຫລັງຈາກສິ້ນສຸດເຈັດເດືອນແລ້ວ ພວກເຂົາກໍຈະເລືອກເອົາຄົນ ໃຫ້ເດີນທາງຜ່ານໄປໃນດິນແດນ ເພື່ອຈະຊອກຫາ ແລະຝັງຊາກສົບເຫຼົ່ານັ້ນ ທີ່ຍັງເຫລືອຢູ່ຕາມໜ້າດິນ ເພື່ອວ່າພວກເຂົາຈະໄດ້ເຮັດໃຫ້ດິນແດນສະອາດ. 15 ໃນຂະນະທີ່ພວກເຂົາຂຶ້ນແລະລົງພູ ໄປທົ່ວດິນແດນນັ້ນ ທຸກເທື່ອທີ່ພວກເຂົາໄດ້ພົບກະດູກຂອງຄົນ ພວກເຂົາຈະປັກຫລັກເປັນເຄື່ອງໝາຍໄວ້ຢູ່ໃກ້ໆ ເພື່ອວ່າພວກທີ່ຂຸດຂຸມຝັງຈະໄດ້ມານຳເອົາກະດູກນັ້ນ ໄປຝັງໄວ້ໃນຮ່ອມພູຂອງກອງທັບໂກກ. 16 (ໃນທີ່ນັ້ນມີເມືອງໜຶ່ງໃກ້ຄຽງທີ່ໃສ່ຊື່ເມືອງຕາມຊື່ກອງທັບນີ້.) ດັ່ງນັ້ນ ພວກເຂົາຈຶ່ງໄດ້ເຮັດໃຫ້ດິນແດນສະອາດອີກ.” 17 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງເອີ້ນເອົາຝູງນົກແລະຝູງສັດທັງໝົດຈາກທີ່ອ້ອມແອ້ມນີ້ ມາກິນເຄື່ອງບູຊາທີ່ເຮົາກຳລັງຈັດຕຽມໄວ້ສຳລັບພວກມັນ. ນີ້ແມ່ນງານກິນລ້ຽງອັນໃຫຍ່ໂຕ ທີ່ເທິງພູຕ່າງໆຂອງອິດສະຣາເອນ ຄືບ່ອນທີ່ພວກມັນກິນຊີ້ນ ແລະດື່ມເລືອດໄດ້. 18 ຈົ່ງໃຫ້ພວກມັນກິນຊາກສົບຂອງບັນດາທະຫານ ແລະດື່ມເລືອດຂອງບັນດາຜູ້ປົກຄອງແຜ່ນດິນໂລກ ຄືທັງໝົດຈະຖືກຂ້າເໝືອນແກະເຖິກ ຫລືລູກແກະ ຫລືແບ້ ຫລືງົວເຖິກໂຕທີ່ຕຸ້ຍພີດີ. 19 ເມື່ອເຮົາຂ້າຄົນເຫຼົ່ານີ້ເປັນເຄື່ອງບູຊານັ້ນ ຈົ່ງໃຫ້ຝູງນົກກັບຝູງສັດທັງໝົດກິນໄຂມັນເທົ່າທີ່ພວກມັນກິນໄດ້ ແລະດື່ມເລືອດໄດ້ຈົນເມົາ. 20 ທີ່ໂຕະຂອງເຮົາ ພວກມັນຈະກິນຊີ້ນຂອງຝູງມ້າ ແລະບັນດາທະຫານມ້າ ຕະຫລອດທັງເຫຼົ່າທະຫານແລະນັກຮົບ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. ຊາດອິດສະຣາເອນໄດ້ຮັບການປົວແປງຂຶ້ນໃໝ່ 21 “ເຮົາຈະໃຫ້ຊົນຊາດທັງຫລາຍໄດ້ເຫັນສະຫງ່າຣາສີຂອງເຮົາ ແລະທັງຈະໃຫ້ພວກເຂົາໄດ້ເຫັນເຮົາໃຊ້ຣິດອຳນາດ ເຮັດຕາມການຕັດສິນໃຈອັນຊອບທຳຂອງເຮົາ. 22 ຕັ້ງແຕ່ນີ້ເປັນຕົ້ນໄປ ຊາວອິດສະຣາເອນກໍຈະຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ. 23 ແລ້ວຊົນຊາດທັງຫລາຍກໍຈະຮູ້ວ່າ ການທີ່ຊາວອິດສະຣາເອນໄດ້ຕົກເປັນຊະເລີຍໃນຕ່າງຖິ່ນນັ້ນ ກໍຍ້ອນພວກເຂົາໄດ້ເຮັດບາບຕໍ່ສູ້ເຮົາ. ເຮົາໄດ້ຫັນໜີຈາກພວກເຂົາ ແລະປ່ອຍໃຫ້ເຫຼົ່າສັດຕູຂອງພວກເຂົາເອົາຊະນະພວກເຂົາ ແລະຂ້າພວກເຂົາຖິ້ມໃນສະໜາມຮົບ. 24 ເຮົາໃຫ້ພວກເຂົາໄດ້ຮັບສິ່ງທີ່ພວກເຂົາສົມຄວນໄດ້ຮັບ ເພາະຄວາມບໍ່ສະອາດ ແລະການຊົ່ວຊ້າຂອງພວກເຂົາ; ສະນັ້ນ ເຮົາຈຶ່ງຫັນໜີຈາກພວກເຂົາ.” 25 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ແຕ່ບັດນີ້ ເຮົາຈະເມດຕາເຊື້ອສາຍຂອງຢາໂຄບ ຄືປະຊາຊົນອິດສະຣາເອນ ແລະເຮັດໃຫ້ພວກເຂົາຮຸ່ງເຮືອງຂຶ້ນໃໝ່. ເຮົາຈະຫວງແຫນນາມອັນບໍຣິສຸດຂອງເຮົາ. 26 ພວກເຂົາຈະຢູ່ຢ່າງປອດໄພໃນດິນແດນຂອງຕົນເອງອີກເທື່ອໜຶ່ງ ໂດຍບໍ່ມີຜູ້ໃດນາບຂູ່ພວກເຂົາອີກ ພວກເຂົາກໍຈະສາມາດລືມການທີ່ພວກເຂົາຖືກອັບອາຍຂາຍໜ້າ ເພາະການທໍລະຍົດຕໍ່ເຮົານັ້ນ. 27 ເພື່ອສຳແດງໃຫ້ຊົນຊາດທັງຫລາຍເຫັນວ່າເຮົາບໍຣິສຸດ ເຮົາຈະນຳປະຊາຊົນຂອງເຮົາກັບຄືນມາຈາກທຸກປະເທດ ບ່ອນທີ່ພວກສັດຕູຂອງພວກເຂົາຢູ່. 28 ແລ້ວພວກເຂົາກໍຈະຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ. ພວກເຂົາຈະຮູ້ສິ່ງນີ້ເພາະເຮົາໄດ້ສົ່ງພວກເຂົາໄປເປັນຊະເລີຍໃນຕ່າງຖິ່ນ; ບັດນີ້ ເຮົາໄດ້ເຕົ້າໂຮມພວກເຂົາ ແລະນຳພວກເຂົາກັບຄືນມາສູ່ດິນແດນຂອງພວກເຂົາເອງ ໂດຍບໍ່ໄດ້ປະແມ່ນແຕ່ຜູ້ໜຶ່ງໄວ້ທາງຫລັງ. 29 ເຮົາຈະເທພຣະວິນຍານຂອງເຮົາລົງມາເທິງປະຊາຊົນອິດສະຣາເອນ ແລະເຮົາກໍຈະບໍ່ຫັນໜີໄປຈາກພວກເຂົາຈັກເທື່ອ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. |
@ 2012 United Bible Societies. All Rights Reserved.