Biblia Todo Logo
Bìoball air-loidhne

- Sanasan -

ເອເຊກຽນ 38 - ພຣະຄຳພີສັກສິ


ເຈົ້າໂກກ​ເປັນ​ເຄື່ອງມື​ຂອງ​ພຣະເຈົ້າ

1 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,

2 “ມະນຸດ​ເອີຍ ຈົ່ງ​ປະນາມ​ເຈົ້າໂກກ ນາຍ​ຜູ້ປົກຄອງ​ຊົນຊາດ​ເມເຊັກ​ແລະ​ຕູບານ ຢູ່​ໃນ​ດິນແດນ​ຂອງ​ມາໂກກ.

3 ຈົ່ງ​ທຳນວາຍ​ຕໍ່ສູ້​ລາວ ແລະ​ກ່າວ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້​ວ່າ: ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ.

4 ເຮົາ​ຈະ​ປິ່ນ​ເຈົ້າ​ກັບຄືນ​ແລະ​ເອົາ​ເບັດ​ເກາະ​ທີ່​ຄາງກະໄຕ ແລະ​ລາກ​ເຈົ້າ​ໃຫ້​ໜີໄປ​ພ້ອມ​ກັບ​ກອງທັບ. ກອງທັບ​ຂອງ​ເຈົ້າ​ປະກອບ​ດ້ວຍ​ຝູງ​ມ້າ​ແລະ​ທະຫານ​ມ້າ​ທີ່​ສວມ​ເຄື່ອງແບບ; ພວກເຂົາ​ມີ​ຈຳນວນ​ຫລວງຫລາຍ ແລະ​ທະຫານ​ແຕ່ລະຄົນ​ກໍ​ຖື​ໂລ້​ແລະ​ດາບ.

5 ຊາຍ​ສະກັນ​ຈາກ​ເປີເຊຍ, ເອທີໂອເປຍ ແລະ​ລີເບຍ​ກໍ​ມາ​ກັບ​ເຈົ້າ ແລະ​ທຸກຄົນ​ກໍ​ຖື​ໂລ້​ແລະ​ໝວກເຫລັກ​ທັງນັ້ນ.

6 ນັກຮົບ​ທຸກຄົນ​ຈາກ​ດິນແດນ​ໂກເມ​ແລະ​ເບັດ​ໂຕກາມາ​ທາງ​ທິດເໜືອ ກໍ​ມາ​ກັບ​ເຈົ້າ​ຕະຫລອດ​ທັງ​ຊົນຊາດ​ອື່ນໆ​ດ້ວຍ.

7 ຈົ່ງ​ຕຽມຕົວ ແລະ​ຕຽມ​ກອງທັບ​ໃຫ້​ພ້ອມ​ເຮັດ​ຕາມ​ຄຳສັ່ງ​ຂອງເຈົ້າ.

8 ຫລັງຈາກ​ນັ້ນ​ມາ​ຫລາຍ​ປີ ເຮົາ​ຈະ​ສັ່ງ​ໃຫ້​ເຈົ້າ​ຮຸກຮານ​ປະເທດ​ໜຶ່ງ ຊຶ່ງ​ປະຊາຊົນ​ໄດ້​ຖືກ​ນຳ​ຄືນ​ມາ​ແຕ່​ປະເທດ​ຕ່າງໆ ແລະ​ໃຊ້​ຊີວິດ​ຢູ່​ໂດຍ​ບໍ່​ຢ້ານກົວ​ສົງຄາມ. ເຈົ້າ​ຈະ​ຮຸກຮານ​ພູ​ຕ່າງໆ​ຂອງ​ອິດສະຣາເອນ ທີ່​ໄດ້​ຖືກ​ປະຖິ້ມ​ໃຫ້​ຮົກຮ້າງ​ຫວ່າງເປົ່າ​ມານານ​ແລ້ວ; ແຕ່​ບັດນີ້ ເປັນ​ບ່ອນ​ທີ່​ປະຊາຊົນ​ທຸກຄົນ​ອາໄສ​ຢູ່​ຢ່າງ​ປອດໄພ.

9 ເຈົ້າ​ກັບ​ກອງທັບ​ຂອງເຈົ້າ​ຕະຫລອດ​ທັງ​ບັນດາ​ຊົນຊາດ​ທີ່​ໄດ້​ມາ​ກັບ​ເຈົ້າ​ນັ້ນ ຈະ​ໂຈມຕີ​ດັ່ງ​ພະຍຸຮ້າຍ ແລະ​ຄວບຄຸມ​ດິນແດນ​ດັ່ງ​ກ້ອນເມກ.”’

10 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຈົ້າ​ຈະ​ເລີ່ມ​ຄິດ​ແຜນການ​ອັນ​ຊົ່ວຮ້າຍ.

11 ເຈົ້າ​ຈະ​ຕັດສິນໃຈ​ຮຸກຮານ​ປະເທດ​ທີ່​ຂາດ​ບ່ອນ​ເພິ່ງ ຊຶ່ງ​ປະຊາຊົນ​ຢູ່​ຢ່າງ​ສັນຕິສຸກ​ແລະ​ປອດໄພ​ໃນ​ເມືອງ ທີ່​ບໍ່ມີ​ກຳແພງ​ອ້ອມ​ແລະ​ຂາດ​ການ​ປ້ອງກັນ.

12 ເຈົ້າ​ຈະ​ປຸ້ນຈີ້​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ ຊຶ່ງ​ຄັ້ງ​ໜຶ່ງ ເຄີຍ​ຮົກຮ້າງ​ເພພັງ. ພວກເຂົາ​ໄດ້​ມາ​ຈາກ​ຊົນຊາດ​ຕ່າງໆ​ເພື່ອ​ເຕົ້າໂຮມ​ກັນ; ບັດນີ້ ປະຊາຊົນ​ເຫຼົ່ານັ້ນ​ໄດ້​ມີ​ຝູງສັດ​ແລະ​ຊັບສົມບັດ ແລະ​ທັງ​ຕັ້ງ​ຢູ່​ທີ່​ສີ່​ແຍກ​ຂອງ​ໂລກ​ດ້ວຍ.

13 ປະຊາຊົນ​ເຊບາ ແລະ​ຊາວ​ເດດານ ຕະຫລອດ​ທັງ​ພວກ​ພໍ່ຄ້າ​ຈາກ​ເມືອງ​ຕ່າງໆ​ຂອງ​ສະເປນ ຈະ​ຖາມ​ເຈົ້າ​ວ່າ, ‘ເຈົ້າ​ໄດ້​ທ້ອນໂຮມ​ທະຫານ​ໄວ້​ເພື່ອ​ປຸ້ນຈີ້​ບໍ? ເຈົ້າ​ຕັ້ງໃຈ​ຈະ​ເອົາ​ເງິນ​ແລະ​ຄຳ, ຝູງງົວ​ກັບ​ຊັບສິນ ແລະ​ຍົກທັບ​ໜີໄປ​ພ້ອມ​ກັບ​ສິ່ງ​ທີ່​ເຈົ້າ​ປຸ້ນຈີ້​ໄດ້​ນັ້ນ​ບໍ?”’

14 ສະນັ້ນ ມະນຸດ​ເອີຍ ຈົ່ງ​ທຳນວາຍ​ແລະ​ບອກ​ເຈົ້າ​ໂກກ ວ່າ​ດັ່ງນີ້: “ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ໃນ​ຂະນະທີ່​ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ຢູ່​ຢ່າງ​ປອດໄພ ເຈົ້າ​ຈະ​ຍົກ​ອອກ​ມາ

15 ຈາກ​ທີ່​ຂອງ​ເຈົ້າ​ທາງ​ທິດເໜືອ​ສຸດ ໂດຍ​ນຳ​ກອງທັບ​ອັນ​ໃຫຍ່​ໂຕ ທັງ​ມີ​ອຳນາດ​ຈາກ​ຫລາຍ​ປະເທດ ຊຶ່ງ​ລ້ວນແຕ່​ເປັນ​ທະຫານ​ມ້າ​ທັງນັ້ນ.

16 ເຈົ້າ​ຈະ​ໂຈມຕີ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ ເໝືອນ​ດັ່ງ​ກ້ອນເມກ​ໄຫລ​ຂ້າມ​ດິນແດນ​ໄປ. ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ໃຊ້​ເຈົ້າ​ໃຫ້​ຮຸກຮານ​ດິນແດນ​ຂອງເຮົາ ເພື່ອ​ສະແດງ​ໃຫ້​ຊົນຊາດ​ທັງຫລາຍ​ຮູ້ວ່າ​ເຮົາ​ເປັນ​ຜູ້ໃດ ທັງໝົດ​ນັ້ນ​ແມ່ນ​ເພື່ອ​ສະແດງ​ຄວາມ​ບໍຣິສຸດ​ຂອງເຮົາ ໂດຍ​ສິ່ງ​ທີ່​ເຮົາ​ເຮັດ​ຜ່ານ​ທາງ​ເຈົ້າ.

17 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຈົ້າ​ແມ່ນ​ຜູ້​ທີ່​ເຮົາ​ໄດ້​ກ່າວ​ເຖິງ​ແຕ່​ດົນນານ​ມາ​ແລ້ວ ເມື່ອ​ເຮົາ​ໄດ້​ປະກາດ​ຜ່ານ​ທາງ​ບັນດາ​ຜູ້ຮັບໃຊ້​ຂອງເຮົາ ຄື​ຜູ້ທຳນວາຍ​ຂອງ​ອິດສະຣາເອນ ວ່າ​ໃນ​ມື້​ທີ່​ຈະ​ມາ​ເຖິງ​ນັ້ນ ເຮົາ​ຈະ​ນຳ​ຜູ້ໃດ​ຜູ້ໜຶ່ງ​ມາ​ໂຈມຕີ​ຊາດ​ອິດສະຣາເອນ.”


ພຣະເຈົ້າ​ລົງໂທດ​ເຈົ້າໂກກ

18 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ໃນ​ມື້​ທີ່​ໂກກ​ຮຸກຮານ​ອິດສະຣາເອນ​ນັ້ນ ເຮົາ​ຈະ​ໂກດເຄືອງໃຈ​ຫລາຍ.

19 ເຮົາ​ຂໍ​ປະກາດ​ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ວ່າ ໃນ​ມື້​ນັ້ນ​ຈະ​ເກີດ​ແຜ່ນດິນ​ໄຫວ​ຢ່າງໜັກ​ໃນ​ດິນແດນ​ອິດສະຣາເອນ.

20 ປາ​ແລະ​ນົກ​ທຸກ​ໂຕ​ຕະຫລອດ​ທັງ​ສັດ​ໃຫຍ່​ນ້ອຍ ແລະ​ມະນຸດ​ທຸກຄົນ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້​ຈະ​ຢ້ານ​ເຮົາ​ຈົນ​ຕົວ​ສັ່ນເຊັນ. ພູເຂົາ​ທັງຫລາຍ​ຈະ​ເຈື່ອນ​ລົງ, ໜ້າຜາ​ຈະ​ແຕກ​ເປັນ​ເສດເລັກ​ເສດນ້ອຍ ແລະ​ກຳແພງ​ທຸກໆ​ແຫ່ງ​ຈະ​ພັງ​ທະລາຍ​ລົງ.

21 ເຮົາ​ຈະ​ເຮັດ​ໃຫ້​ໂກກ​ສະທ້ານ​ຢ້ານກົວ​ດ້ວຍ​ໄພພິບັດ​ນາໆ​ປະການ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ. ທະຫານ​ຂອງ​ລາວ​ຈະ​ໃຊ້​ດາບ​ຫັນ​ມາ​ຕໍ່ສູ້​ຊຶ່ງກັນແລະກັນ.

22 ເຮົາ​ຈະ​ລົງໂທດ​ລາວ​ດ້ວຍ​ການ​ເຈັບໄຂ້​ໄດ້ປ່ວຍ ແລະ​ຈະ​ໃຫ້​ເລືອດ​ນອງ​ແຜ່ນດິນ. ພະຍຸຝົນ​ແລະ​ໝາກເຫັບ​ພ້ອມ​ທັງ​ໄຟ​ກັບ​ມາດ ຈະ​ຕົກລົງ​ຖືກ​ລາວ ແລະ​ກອງທັບ​ຕະຫລອດ​ຊົນຊາດ​ທັງຫລາຍ​ທີ່​ຢູ່​ຝ່າຍ​ລາວ​ດ້ວຍ.

23 ດັ່ງນັ້ນ ເຮົາ​ຈະ​ສຳແດງ​ໃຫ້​ຊົນຊາດ​ທັງໝົດ​ເຫັນ​ວ່າ ເຮົາ​ຍິ່ງໃຫຍ່ ແລະ​ບໍຣິສຸດ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan