Biblia Todo Logo
Bìoball air-loidhne

- Sanasan -

ເອເຊກຽນ 37 - ພຣະຄຳພີສັກສິ


ກະດູກ​ຫລ້ອນ​ຢູ່​ໃນ​ຮ່ອມພູ

1 ຂ້າພະເຈົ້າ​ໄດ້​ຕົກ​ຢູ່​ພາຍໃຕ້​ຣິດເດດ​ຂອງ​ພຣະເຈົ້າຢາເວ ແລະ​ວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ນຳ​ຂ້າພະເຈົ້າ​ລົງ​ໄປ​ໃນ​ຮ່ອມພູ​ແຫ່ງ​ໜຶ່ງ ຊຶ່ງ​ມີ​ກະດູກ​ເຕັມ​ໄປ​ໝົດ.

2 ພຣະອົງ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ທົ່ວ​ບໍລິເວນ​ຮ່ອມພູ ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ວ່າ​ຢູ່​ໃນ​ທີ່ນັ້ນ​ມີ​ກະດູກ​ຢ່າງ​ຫລວງຫລາຍ ເປັນ​ກະດູກ​ຫລ້ອນ​ທີ່​ແຫ້ງ​ຫຼາຍ.

3 ພຣະອົງ​ໄດ້​ຖາມ​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ກະດູກ​ເຫຼົ່ານີ້​ຄືນ​ມີ​ຊີວິດ​ໄດ້​ອີກ​ບໍ?” ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ພຣະອົງ​ເທົ່ານັ້ນ​ທີ່​ຕອບ​ຄຳຖາມ​ນີ້​ໄດ້.”

4 ພຣະອົງ​ໄດ້​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ປະກາດ​ພຣະທຳ​ໃຫ້​ກະດູກ​ແຫ້ງ​ທັງຫລາຍ​ນີ້ ແລະ​ກ່າວ​ຕໍ່​ພວກເຂົາ​ວ່າ: ໂອ ກະດູກ​ແຫ້ງ​ທັງຫຼາຍ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.

5 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ແກ່​ພວກ​ກະດູກ​ນີ້​ວ່າ, ‘ເຮົາ​ຈະ​ເອົາ​ລົມຫາຍໃຈ​ເຂົ້າ​ໄປ​ໃນ​ພວກເຈົ້າ ແລະ​ນຳ​ພວກເຈົ້າ​ໃຫ້​ຄືນ​ມີ​ຊີວິດ​ອີກ.

6 ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ເສັ້ນເອັນ​ກັບ​ກ້ອນຊີ້ນ ແລະ​ມີ​ໜັງ​ຫຸ້ມຫໍ່​ພວກເຈົ້າ​ໄວ້. ເຮົາ​ຈະ​ເອົາ​ລົມຫາຍໃຈ​ເຂົ້າ​ໄປ​ໃນ​ພວກເຈົ້າ ແລະ​ນຳ​ພວກເຈົ້າ​ໃຫ້​ຄືນ​ມີ​ຊີວິດ​ອີກ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”’

7 ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ປະກາດ​ພຣະທຳ​ຕາມ​ຄຳສັ່ງ​ນັ້ນ. ໃນ​ຂະນະທີ່​ກຳລັງ​ກ່າວ​ຢູ່​ນັ້ນ ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ກຸກກິກ ແລະ​ກະດູກ​ທັງຫລາຍ​ກໍ​ເລີ່ມ​ເຊື່ອມ​ເຂົ້າກັນ.

8 ໃນ​ຂະນະທີ່​ຂ້າພະເຈົ້າ​ໄດ້​ເຝົ້າເບິ່ງ​ຢູ່ນັ້ນ ເສັ້ນເອັນ​ແລະ​ກ້ອນຊີ້ນ​ກໍ​ຕິດ​ເຂົ້າ​ກັບ​ກະດູກ ແລະ​ມີ​ໜັງ​ຫຸ້ມ​ໄວ້. ແຕ່​ຮ່າງກາຍ​ຍັງ​ບໍ່ທັນ​ມີ​ລົມຫາຍໃຈ​ເທື່ອ.

9 ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ປະກາດ​ພຣະທຳ​ຕໍ່​ລົມ. ຈົ່ງ​ບອກ​ລົມ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ສັ່ງ​ວ່າ ຈົ່ງ​ມາ​ຈາກ​ທິດ​ທັງສີ່ ແລະ​ຈົ່ງ​ພັດ​ເຂົ້າ​ໄປ​ເປັນ​ລົມຫາຍໃຈ​ຢູ່​ໃນ​ຄົນ​ທີ່​ຖືກຂ້າ​ເຫຼົ່ານີ້ ເພື່ອ​ໃຫ້​ພວກເຂົາ​ມີ​ຊີວິດ​ຢູ່.”’

10 ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ປະກາດ​ພຣະທຳ​ຕາມ​ທີ່​ພຣະອົງ​ໄດ້​ບອກ. ລົມຫາຍໃຈ​ໄດ້​ເຂົ້າ​ໄປ​ໃນ​ພວກເຂົາ ແລະ​ພວກເຂົາ​ໄດ້​ມີ​ຊີວິດ​ຢູ່ ແລະ​ໄດ້​ພ້ອມກັນ​ຢືນ​ຂຶ້ນ. ພວກເຂົາ​ມີ​ຫລວງຫລາຍ​ທີ່ສຸດ ຈົນ​ລວມກັນ​ເປັນ​ກອງທັບ​ໜຶ່ງ​ໄດ້.

11 ແລ້ວ​ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ປະຊາຊົນ​ອິດສະຣາເອນ​ກໍ​ເປັນ​ດັ່ງ​ກະດູກ​ເຫຼົ່ານີ້​ແຫຼະ. ພວກເຂົາ​ເວົ້າ​ວ່າ, ຕົນເອງ​ແຫ້ງແລ້ງ, ໄຮ້​ຄວາມຫວັງ ແລະ​ບໍ່ມີ​ອະນາຄົດ.

12 ສະນັ້ນ ເຈົ້າ​ຈົ່ງ​ປະກາດ​ພຣະທຳ​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ​ຂອງເຮົາ ແລະ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ເຮົາ​ກຳລັງ​ໄຂ​ຂຸມຝັງສົບ​ຂອງ​ພວກເຂົາ​ອອກ. ເຮົາ​ກຳລັງ​ຈະ​ເອົາ​ພວກເຂົາ​ອອກ​ມາ ແລະ​ນຳ​ກັບຄືນ​ໄປ​ສູ່​ດິນແດນ​ຂອງ​ຊາດ​ອິດສະຣາເອນ.

13 ເມື່ອ​ເຮົາ​ໄຂ​ຂຸມ​ບ່ອນ​ທີ່​ປະຊາຊົນ​ຂອງເຮົາ​ຖືກ​ຝັງ​ໄວ້​ນັ້ນ ແລະ​ນຳ​ພວກເຂົາ​ອອກ​ມາ​ແລ້ວ ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.

14 ເຮົາ​ຈະ​ເປົ່າ​ລົມຫາຍໃຈ​ເຂົ້າ​ໄປ​ໃນ​ພວກເຂົາ ເພື່ອ​ຈະ​ນຳ​ພວກເຂົາ​ໃຫ້​ຄືນ​ມີ​ຊີວິດ​ອີກ ແລະ​ເຮົາ​ຈະ​ໃຫ້​ພວກເຂົາ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ຕົນເອງ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ. ເຮົາ​ຈະ​ເຮັດ​ຕາມ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ນັ້ນ​ແທ້ໆ.’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.”


ຢູດາ​ແລະ​ອິດສະຣາເອນ​ຈະ​ເປັນ​ອານາຈັກ​ດຽວ

15 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວ​ວ່າ,

16 “ມະນຸດ​ເອີຍ ຈົ່ງ​ເອົາ​ໄມ້​ທ່ອນ​ໜຶ່ງ​ມາ ແລະ​ຂຽນ​ໃສ່​ນັ້ນ​ວ່າ, ‘ອານາຈັກ​ຢູດາຍ.’ ແລ້ວ​ເອົາ​ໄມ້​ອີກ​ທ່ອນ​ໜຶ່ງ​ມາ ແລະ​ຂຽນ​ໃສ່​ນັ້ນ​ວ່າ, ‘ອານາຈັກ​ອິດສະຣາເອນ.’

17 ແລ້ວ​ຈົ່ງ​ກຳ​ໄມ້​ທັງສອງ​ທ່ອນ​ນັ້ນ​ຕໍ່​ໃສ່​ກັນ​ໃຫ້​ເບິ່ງ​ເປັນ​ຄື​ໄມ້ທ່ອນດຽວ.

18 ເມື່ອ​ປະຊາຊົນ​ຂອງ​ເຈົ້າ​ຖາມ ໃຫ້​ເຈົ້າ​ບອກ​ຄວາມໝາຍ​ໃຫ້​ພວກເຂົາ​ໄດ້​ຮູ້.

19 ໃຫ້​ເຈົ້າ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ເອົາ​ໄມ້​ທ່ອນ ທີ່​ແທນ​ອິດສະຣາເອນ​ໃສ່​ເຂົ້າ​ກັບ​ໄມ້​ທ່ອນ​ທີ່​ແທນ​ຢູດາຍ. ເຮົາ​ຈະ​ລວມ​ມັນ​ເຂົ້າກັນ ແລະ​ຖື​ມັນ​ໄວ້​ໃນ​ກຳມື​ຂອງເຮົາ​ໃຫ້​ເປັນ​ໄມ້ທ່ອນດຽວ.’

20 ຈົ່ງ​ຖື​ໄມ້​ສອງ​ທ່ອນ​ນີ້​ໄວ້​ແລະ​ໃຫ້​ປະຊາຊົນ​ເຫັນ.

21 ແລ້ວ​ຈົ່ງ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ: ເຮົາ​ຈະ​ເອົາ​ປະຊາຊົນ​ຂອງເຮົາ​ອອກ​ມາ​ຈາກ​ຊົນຊາດ​ທັງຫລາຍ ບ່ອນ​ທີ່​ພວກເຂົາ​ໄດ້​ຖືກ​ຈັບ​ໄປ, ຈະ​ທ້ອນໂຮມ​ພວກເຂົາ​ເຂົ້າກັນ ແລະ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ຂອງ​ພວກເຂົາ​ເອງ.

22 ເຮົາ​ຈະ​ທ້ອນໂຮມ​ພວກເຂົາ​ໃຫ້​ເປັນ​ຊາດ​ໜຶ່ງ​ໃນ​ດິນແດນ​ນີ້ ຄື​ຕາມ​ເທິງ​ພູເຂົາ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ. ພວກເຂົາ​ຈະ​ມີ​ກະສັດ​ຜູ້​ດຽວ​ປົກຄອງ ແລະ​ພວກເຂົາ​ຈະ​ບໍ່​ຖືກ​ແບ່ງ​ໃຫ້​ເປັນ​ສອງ​ຊົນຊາດ ຫລື​ແຍກ​ອອກ​ເປັນ​ສອງ​ອານາຈັກ​ອີກ​ຕໍ່ໄປ.

23 ພວກເຂົາ​ຈະ​ບໍ່​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ ໂດຍ​ຂາບໄຫວ້​ຮູບເຄົາຣົບ​ອັນ​ໜ້າກຽດຊັງ ຫລື​ປະພຶດ​ຕົນເອງ​ໃຫ້​ເສື່ອມເສຍ​ຍ້ອນ​ການບາບ​ອີກ. ເຮົາ​ຈະ​ໃຫ້​ພວກເຂົາ​ພົ້ນ​ຈາກ​ການ​ເຮັດຊົ່ວ ແລະ​ການ​ທໍລະຍົດ​ທຸກຢ່າງ​ທີ່​ຕໍ່ສູ້​ເຮົາ. ເຮົາ​ຈະ​ຊຳລະ​ພວກເຂົາ​ໃຫ້​ບໍຣິສຸດ; ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.

24 ຜູ້ຮັບໃຊ້​ຂອງເຮົາ​ດັ່ງ​ດາວິດ​ຈະ​ເປັນ​ກະສັດ​ຂອງ​ພວກເຂົາ. ພວກເຂົາ​ທັງໝົດ​ຈະ​ຖືກ​ລວມ​ເຂົ້າກັນ​ຢູ່​ພາຍໃຕ້​ຜູ້ປົກຄອງ​ຄົນດຽວ ແລະ​ຈະ​ເຮັດ​ຕາມ​ກົດບັນຍັດ​ຕ່າງໆ​ຂອງເຮົາ​ຢ່າງ​ສັດຊື່.

25 ພວກເຂົາ​ຈະ​ອາໄສ​ຢູ່​ໃນ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ຢາໂຄບ​ຜູ້ຮັບໃຊ້​ຂອງເຮົາ ຄື​ດິນແດນ​ບ່ອນ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ໄດ້​ອາໄສ​ຢູ່. ພວກເຂົາ​ຈະ​ອາໄສ​ຢູ່​ທີ່​ນັ້ນ​ຕະຫລອດໄປ ແລະ​ລູກ​ຂອງ​ພວກເຂົາ​ຕະຫລອດ​ທັງ​ເຊື້ອສາຍ​ທຸກຄົນ​ກໍ​ຈະ​ອາໄສ​ຢູ່​ທີ່​ນັ້ນ​ດ້ວຍ. ຜູ້ຮັບໃຊ້​ຂອງເຮົາ​ດັ່ງ​ດາວິດ​ຈະ​ເປັນ​ກະສັດ​ປົກຄອງ​ພວກເຂົາ​ຕະຫລອດໄປ.

26 ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ຢ່າງ​ໜຶ່ງ​ກັບ​ພວກເຂົາ ທີ່​ຮັບ​ຮອງ​ຄວາມ​ປອດໄພ​ຕະຫລອດໄປ. ເຮົາ​ຈະ​ໃຫ້​ພວກເຂົາ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ທີ່ນັ້ນ ແລະ​ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງ​ພວກເຂົາ​ເພີ່ມ​ຂຶ້ນ; ເຮົາ​ຈະ​ຕັ້ງ​ພຣະວິຫານ​ຂອງເຮົາ​ຢູ່​ທ່າມກາງ​ພວກເຂົາ​ຕະຫລອດໄປ.

27 ເຮົາ​ຈະ​ຢູ່​ໃນ​ທີ່ນັ້ນ​ກັບ​ພວກເຂົາ; ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.

28 ແລ້ວ​ຕໍ່ໄປ​ຊົນຊາດ​ທັງໝົດ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ ຜູ້​ໄດ້​ເຮັດ​ໃຫ້​ຊາດ​ອິດສະຣາເອນ​ເປັນ​ປະຊາຊົນ​ບໍຣິສຸດ, ເມື່ອ​ພຣະວິຫານ​ຂອງເຮົາ​ຕັ້ງຢູ່​ໃນ​ທ່າມກາງ​ພວກເຂົາ​ໃນ​ທີ່ນັ້ນ​ຕະຫລອດໄປ.”’

@ 2012 United Bible Societies. All Rights Reserved.

Lean sinn:



Sanasan