Biblia Todo Logo
Bìoball air-loidhne

- Sanasan -

ເອເຊກຽນ 35 - ພຣະຄຳພີສັກສິ


ພຣະເຈົ້າ​ລົງໂທດ​ດິນແດນ​ເອໂດມ

1 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,

2 “ມະນຸດ​ເອີຍ ຈົ່ງ​ປະນາມ​ພູເຂົາ​ເອໂດມ ແລະ​ທຳນວາຍ​ຕໍ່ສູ້​ມັນ.

3 ຈົ່ງ​ບອກ​ປະຊາຊົນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ: ພູເຂົາ​ຕ່າງໆ​ແຫ່ງ​ເອໂດມ​ເອີຍ ເຮົາ​ເປັນ​ສັດຕູ​ຂອງເຈົ້າ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ດິນແດນ​ເປົ່າປ່ຽວ​ຮົກຮ້າງ.

4 ເຮົາ​ຈະ​ປະປ່ອຍ​ໃຫ້​ເມືອງ​ຂອງ​ເຈົ້າ​ທັງຫລາຍ ກາຍເປັນ​ດິນແດນ​ທີ່​ເພພັງ​ແລະ​ຮ້າງເປົ່າ ແລະ​ດິນແດນ​ຂອງເຈົ້າ​ຈະ​ງຽບເຫງົາ​ເປົ່າປ່ຽວ ແລ້ວ​ເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.

5 ເຈົ້າ​ເປັນ​ສັດຕູ​ສະເໝີ​ມາ​ຂອງ​ຊາດ​ອິດສະຣາເອນ ແລະ​ປ່ອຍ​ໃຫ້​ປະຊາຊົນ​ໃນ​ຊາດ​ນັ້ນ​ຖືກ​ຂ້າ​ໃນ​ຄາວ​ເກີດ​ໄພພິບັດ ຄື​ເວລາ​ທີ່​ພວກເຂົາ​ໄດ້​ຖືກ​ລົງໂທດ​ຄັ້ງ​ສຸດທ້າຍ​ເພາະ​ການບາບ​ຂອງ​ພວກເຂົາ.

6 ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ; ຄວາມຕາຍ​ແມ່ນ​ຊາຕາກຳ​ທີ່​ພວກເຈົ້າ​ປົບໜີໄປ​ບໍ່ໄດ້​ສັນນັ້ນ. ພວກເຈົ້າ​ມີ​ຄວາມຜິດ ໃນ​ຖານ​ຂ້າ​ຄົນ ແລະ​ການ​ຄາດຕະກຳ​ກໍ​ຈະ​ຕາມ​ສະໜອງ​ພວກເຈົ້າ.

7 ເຮົາ​ຈະ​ເຮັດ​ໃຫ້​ເນີນພູ​ຂອງ​ເອໂດມ​ຮ້າງເປົ່າ​ງຽບເຫງົາ ແລະ​ເຮົາ​ຈະ​ຂ້າ​ທຸກຄົນ​ທີ່​ທ່ອງທ່ຽວ​ຜ່ານ​ໄປມາ​ທາງ​ນັ້ນ.

8 ເຮົາ​ຈະ​ເຮັດ​ໃຫ້​ບັນດາ​ພູ​ຕ່າງໆ​ເຕັມ​ໄປ​ດ້ວຍ​ຊາກສົບ ຄື​ຜູ້​ທີ່​ຖືກ​ຂ້າ​ໃນ​ສະໜາມຮົບ​ກອງ​ເຕັງ​ກັນ​ເຕັມ​ເນີນພູ​ຕ່າງໆ​ແລະ​ຮ່ອມພູ.

9 ເຮົາ​ຈະ​ປະ​ໃຫ້​ເຈົ້າ​ເປົ່າປ່ຽວ​ຕະຫລອດໄປ ແລະ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ເຈົ້າ​ອີກ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.

10 ເຈົ້າ​ໄດ້​ກ່າວ​ວ່າ​ຢູດາຍ​ແລະ​ອິດສະຣາເອນ​ເປັນ​ຂອງເຈົ້າ ຕະຫລອດ​ທັງ​ດິນແດນ​ຂອງ​ສອງ​ຊົນຊາດ​ນີ້ ແລະ​ຍັງ​ເວົ້າ​ວ່າ ເຈົ້າ​ເປັນ​ກຳມະສິດ​ເໜືອ​ພວກເຂົາ; ເຖິງ​ແມ່ນ​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ເປັນ​ພຣະເຈົ້າ​ຂອງ​ພວກເຂົາ​ກໍຕາມ.

11 ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ກ່າວ​ວ່າ ເຮົາ​ຊົງ​ພຣະຊົນຢູ່​ຢ່າງ​ແນ່ແທ້​ສັນໃດ; ເຮົາ​ຈະ​ຕອບຄືນ​ເຈົ້າ ຕໍ່​ສິ່ງ​ທີ່​ເຈົ້າ​ໄດ້​ໂກດຮ້າຍ, ອິດສາ​ບັງບຽດ ແລະ​ກຽດຊັງ​ປະຊາຊົນ​ຂອງເຮົາ​ສັນນັ້ນ. ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ກຳລັງ​ລົງໂທດ​ເຈົ້າ ກໍ​ເພາະ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ຕໍ່​ພວກເຂົາ​ນັ້ນ.

12 ແລ້ວ​ເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ຄື​ພຣະເຈົ້າຢາເວ​ໄດ້ຍິນ​ເຈົ້າ​ເວົ້າ​ຫຍໍ້ຫຍັນ ໃສ່​ພູ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ​ວ່າ ມັນ​ຮ້າງເປົ່າ​ທັງ​ຕົກ​ເປັນ​ຂອງ​ເຈົ້າ ເພື່ອ​ໃຫ້​ເຈົ້າ​ທຳລາຍ​ຖິ້ມ.

13 ເຮົາ​ໄດ້ຍິນ​ຄຳເວົ້າ​ໂອ້ອວດ​ອັນ​ປ່າເຖື່ອນ​ທີ່​ເຈົ້າ​ໄດ້​ກ່າວ​ຕໍ່ສູ້​ເຮົາ.

14 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຮ້າງເປົ່າ ຈົນ​ວ່າ​ທົ່ວ​ໂລກ​ຈະ​ຍິນດີ​ໃນ​ການ​ລົ້ມລົງ​ຂອງເຈົ້າ

15 ເໝືອນກັນ​ກັບ​ເຈົ້າ​ໄດ້​ຍິນດີ ເມື່ອ​ຊາດ​ອິດສະຣາເອນ​ຄື​ກຳມະສິດ​ຂອງເຮົາ​ໄດ້​ຖືກ​ໄພພິບັດ. ພູ​ຂອງ​ເສອີ​ຄື​ດິນແດນ​ທັງໝົດ​ຂອງ​ເອໂດມ​ຈະ​ຮ້າງເປົ່າ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan