Biblia Todo Logo
Bìoball air-loidhne

- Sanasan -

ເອເຊກຽນ 34 - ພຣະຄຳພີສັກສິ


ພຣະເຈົ້າ​ປະນາມ​ຜູ້ດູແລ​ຊາດ​ອິດສະຣາເອນ

1 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,

2 “ມະນຸດ​ເອີຍ ຈົ່ງ​ປະນາມ​ບັນດາ​ພວກ​ຜູ້ລ້ຽງແກະ​ຂອງ​ຊາດ​ອິດສະຣາເອນ. ຈົ່ງ​ປະກາດ​ສູ່​ພວກເຂົາ​ຟັງ ແລະ​ບອກ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ແກ່​ພວກເຂົາ​ດັ່ງນີ້: ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ຜູ້ລ້ຽງແກະ​ຂອງ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ດູແລ​ຕົນເອງ​ແຕ່​ບໍ່ໄດ້​ດູແລ​ຝູງແກະ​ເລີຍ.

3 ພວກເຈົ້າ​ດື່ມ​ນໍ້ານົມ, ນຸ່ງຫົ່ມ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຂົນແກະ ແລະ​ຂ້າ​ແກະ​ໂຕ​ດີທີ່ສຸດ​ກິນ, ແຕ່​ພວກເຈົ້າ​ບໍ່ເຄີຍ​ລ້ຽງ​ຝູງແກະ​ເລີຍ.

4 ພວກເຈົ້າ​ບໍ່ໄດ້​ດູແລ​ແກະ​ໂຕ​ທີ່​ຈ່ອຍຜອມ, ບໍ່ໄດ້​ປິ່ນປົວ​ໂຕ​ທີ່​ເຈັບໂຊ, ບໍ່ໄດ້​ພັນ​ບາດແຜ​ໃຫ້​ໂຕ​ທີ່​ຖືກ​ທຳຮ້າຍ, ບໍ່ໄດ້​ນຳ​ໂຕ​ທີ່​ຫລົງ​ຝູງ​ກັບຄືນ​ມາ, ຫລື​ບໍ່ໄດ້​ຊອກຫາ​ໂຕ​ທີ່​ຫລົງເສຍ​ໄປ. ແຕ່​ພວກເຈົ້າ​ພັດ​ເຮັດ​ກັບ​ພວກເຂົາ​ຢ່າງ​ໂຫດຮ້າຍ​ທາລຸນ.

5 ຍ້ອນ​ຝູງແກະ​ບໍ່ມີ​ຜູ້ລ້ຽງ ແກະ​ຈຶ່ງ​ໄດ້​ກະຈັດ​ກະຈາຍ​ໄປ ແລະ​ຝູງ​ສັດປ່າ​ກໍ​ມາ​ກັດ​ກິນ​ເສຍ.

6 ສະນັ້ນ ແກະ​ຂອງເຮົາ​ຈຶ່ງ​ຊັດເຊ​ພະເນຈອນ​ໄປ ຕາມ​ເນີນພູ​ແລະ​ຕາມ​ເທິງ​ພູເຂົາ​ຕ່າງໆ. ຝູງແກະ​ໄດ້​ກະຈັດ​ກະຈາຍ​ໄປ​ທົ່ວໂລກ ແລະ​ບໍ່ມີ​ຜູ້ໃດ​ຊອກ​ຄົ້ນຫາ​ຫລື​ສະແຫວງ​ຫາ​ເລີຍ.

7 ເພາະສະນັ້ນ ພວກເຈົ້າ​ຜູ້ລ້ຽງແກະ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ​ເທີ້ນ

8 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່​ຢ່າງ​ແນ່ແທ້​ສັນໃດ ພວກເຈົ້າ​ຄວນ​ເຊື່ອຟັງ​ເຮົາ​ສັນນັ້ນ. ແກະ​ຂອງເຮົາ​ໄດ້​ຖືກ​ສັດປ່າ​ກັດ​ກິນ​ເພາະ​ບໍ່ມີ​ຜູ້ລ້ຽງ. ບັນດາ​ຜູ້ລ້ຽງ​ຂອງເຮົາ​ບໍ່ໄດ້​ພະຍາຍາມ​ຊອກຫາ​ແກະ. ພວກເຂົາ​ລ້ຽງດູ​ຕົນເອງ​ແຕ່​ບໍ່ໄດ້​ລ້ຽງດູ​ແກະ.

9 ດັ່ງນັ້ນ ພວກເຈົ້າ​ຜູ້ລ້ຽງແກະ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ເທີ້ນ.

10 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ປະກາດ​ວ່າ, ເຮົາ​ເປັນ​ສັດຕູ​ຂອງ​ພວກເຈົ້າ. ເຮົາ​ຈະ​ເອົາ​ຝູງແກະ​ຂອງເຮົາ​ໜີໄປ​ຈາກ​ພວກເຈົ້າ ແລະ​ຈະ​ບໍ່​ຍອມ​ໃຫ້​ພວກເຈົ້າ​ເປັນ​ຜູ້ລ້ຽງ​ພວກເຂົາ​ອີກ​ຈັກເທື່ອ; ເຮົາ​ຈະ​ບໍ່​ໃຫ້​ພວກເຈົ້າ​ລ້ຽງ​ພວກເຈົ້າ​ເອງ​ອີກ​ຕໍ່ໄປ. ເຮົາ​ຈະ​ຊ່ວຍກູ້​ເອົາ​ແກະ​ຂອງເຮົາ​ໜີໄປ​ຈາກ​ພວກເຈົ້າ ແລະ​ບໍ່​ໃຫ້​ພວກເຈົ້າ​ກິນ​ພວກເຂົາ​ອີກ.


ຜູ້ລ້ຽງແກະ​ທີ່​ດີ

11 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ເຮົາ​ຈະ​ຊອກຫາ​ແລະ​ເບິ່ງແຍງ​ລ້ຽງດູ​ແກະ​ຂອງເຮົາ​ເອງ

12 ດັ່ງ​ຜູ້ລ້ຽງ​ເອົາໃຈໃສ່​ເຕົ້າໂຮມ​ແກະ​ທີ່​ໄດ້​ແຕກຝູງ​ໄປ​ນັ້ນ ມາ​ໂຮມເຂົ້າ​ກັນ​ອີກ​ສັນໃດ; ເຮົາ​ກໍ​ຈະ​ນຳ​ເອົາ​ແກະ​ທີ່​ໄດ້​ແຕກຝູງ​ໄປ ໃນ​ຍາມ​ອັນຕະລາຍ​ແລະ​ໃນ​ຍາມ​ອັນ​ມືດມົນ​ກັບຄືນ​ມາ​ຈາກ​ທຸກບ່ອນ​ສັນນັ້ນ.

13 ເຮົາ​ຈະ​ນຳ​ເອົາ​ພວກເຂົາ​ອອກ​ມາ​ຈາກ​ຕ່າງ​ປະເທດ, ເຕົ້າໂຮມ​ເຂົ້າກັນ ແລະ​ນຳ​ກັບຄືນ​ໄປ​ສູ່​ດິນແດນ​ຂອງ​ພວກ​ເຂົາເອງ. ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ໜ່ວຍ​ພູ​ແລະ​ລຳນໍ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ຈະ​ລ້ຽງດູ​ພວກເຂົາ​ຢູ່​ຕາມ​ທົ່ງຫຍ້າ​ອັນ​ຂຽວສົດ.

14 ເຮົາ​ຈະ​ປ່ອຍ​ໃຫ້​ພວກເຂົາ​ກິນ​ຫຍ້າ​ຕາມ​ຮ່ອມພູ​ທັງຫລາຍ ແລະ​ຕາມ​ທົ່ງຫຍ້າ​ຂຽວສົດ​ຕ່າງໆ​ໃນ​ດິນແດນ​ອິດສະຣາເອນ.

15 ເຮົາ​ຈະ​ເປັນ​ຜູ້ລ້ຽງແກະ​ຂອງ​ເຮົາເອງ ແລະ​ເຮົາ​ຈະ​ຊອກຫາ​ບ່ອນ​ໃຫ້​ພວກເຂົາ​ພັກຜ່ອນ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.

16 ເຮົາ​ຈະ​ຊອກຫາ​ແກະ​ໂຕ​ທີ່​ຫລົງເສຍ​ໄປ, ຈະ​ນຳ​ແກະ​ໂຕ​ທີ່​ຊັດເຊ​ພະເນຈອນ​ໄປ​ນັ້ນ​ກັບຄືນ​ມາ, ຈະ​ພັນ​ບາດແຜ​ໂຕ​ທີ່​ໄດ້​ຖືກ​ທຳຮ້າຍ ແລະ​ຈະ​ປິ່ນປົວ​ໂຕ​ທີ່​ເຈັບໂຊ, ແຕ່​ໂຕ​ໃດ​ທີ່​ຕຸ້ຍພີ​ດີ ແລະ​ແຂງແຮງ ເຮົາ​ຈະ​ທຳລາຍ ເພາະ​ເຮົາ​ເປັນ​ຜູ້ລ້ຽງ​ທີ່​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.

17 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ຝູງແກະ​ຂອງເຮົາ​ເອີຍ ບັດນີ້ ເຮົາ​ຈະ​ຕັດສິນ​ພວກເຈົ້າ​ແຕ່ລະຄົນ ແລະ​ຈະ​ແຍກ​ໂຕ​ດີ ແລະ​ໂຕ​ບໍ່​ດີ​ອອກ​ຈາກ​ກັນ ແຍກ​ໂຕ​ແກະ​ອອກ​ຈາກ​ຝູງແບ້.

18 ມີ​ບາງ​ໂຕ​ໃນ​ພວກເຈົ້າ​ຈະ​ບໍ່​ພໍໃຈ​ກິນ​ຫຍ້າ​ຢ່າງດີ​ທີ່ສຸດ; ພວກເຈົ້າ​ຢຽບຢໍ່າ​ຫຍ້າ​ທີ່​ຕົນ​ບໍ່​ກິນ ພວກເຈົ້າ​ດື່ມ​ນໍ້າໄສ ແລ້ວ​ກໍ​ກວນ​ນໍ້າ​ທີ່​ຍັງເຫລືອ​ໃຫ້​ຂຸ່ນ

19 ແກະ​ໂຕ​ອື່ນ​ຂອງເຮົາ​ຕ້ອງ​ກິນ​ຫຍ້າ​ທີ່​ພວກເຈົ້າ​ຢຽບຢໍ່າ ແລະ​ດື່ມ​ນໍ້າ​ທີ່​ພວກເຈົ້າ​ເຮັດ​ໃຫ້​ຂຸ່ນ.

20 ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ບອກ​ພວກເຈົ້າ​ວ່າ, ເຮົາ​ຈະ​ຕັດສິນ​ພວກເຈົ້າ ຄື​ລະຫວ່າງ​ແກະ​ໂຕ​ແຂງແຮງ ແລະ​ໂຕ​ອ່ອນແຮງ.

21 ພວກເຈົ້າ​ໄດ້​ຊົນ​ແກະ​ໂຕ​ທີ່​ເຈັບໂຊ​ອອກ​ໄປ ແລະ​ໄລ່​ພວກເຂົາ​ໃຫ້​ອອກ​ໄປ​ຈາກ​ຝູງ.

22 ແຕ່​ເຮົາ​ຈະ​ຊ່ວຍກູ້​ເອົາ​ແກະ​ຂອງເຮົາ ແລະ​ຈະ​ບໍ່​ໃຫ້​ພວກເຂົາ​ຖືກ​ຂົ່ມເຫັງ​ອີກ​ຕໍ່ໄປ. ເຮົາ​ຈະ​ຕັດສິນ​ແກະ​ແຕ່ລະໂຕ​ຂອງເຮົາ ແລະ​ແຍກ​ໂຕດີ​ອອກ​ຈາກ​ໂຕ​ບໍ່​ດີ.

23 ເຮົາ​ຈະ​ມອບ​ກະສັດ​ຜູ້ໜຶ່ງ​ໃຫ້​ພວກເຂົາ ຄື​ດາວິດ​ຜູ້​ເປັນ​ຜູ້ຮັບໃຊ້​ຂອງເຮົາ ໃຫ້​ເປັນ​ຜູ້ລ້ຽງ​ແຕ່ຜູ້ດຽວ​ຂອງ​ພວກເຂົາ ແລະ​ລາວ​ຈະ​ເປັນ​ຜູ້ລ້ຽງ​ຂອງ​ພວກເຂົາ.

24 ເຮົາ​ຄື​ພຣະເຈົ້າຢາເວ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ກະສັດ​ດາວິດ​ຜູ້​ເປັນ​ຜູ້ຮັບໃຊ້​ຂອງເຮົາ​ຈະ​ເປັນ​ຜູ້ປົກຄອງ​ຂອງ​ພວກເຂົາ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.

25 ເຮົາ​ຈະ​ເຮັດ​ພັນທະສັນຍາ​ປະກັນ​ຄວາມ​ປອດໄພ​ໃຫ້​ແກ່​ພວກເຂົາ. ເຮົາ​ຈະ​ກຳຈັດ​ສັດຮ້າຍ​ທັງໝົດ​ອອກ​ໄປ​ຈາກ​ດິນແດນ ເພື່ອ​ແກະ​ຂອງເຮົາ​ຈະ​ໄດ້​ຢູ່​ຢ່າງ​ປອດໄພ​ຕາມ​ທົ່ງນາ​ຫລື​ໃນ​ປ່າ.

26 ເຮົາ​ຈະ​ອວຍພອນ​ພວກເຂົາ​ແລະ​ອະນຸຍາດ​ໃຫ້​ພວກເຂົາ ຢູ່​ອ້ອມຮອບ​ເນີນພູ​ສັກສິດ​ຂອງເຮົາ. ໃນ​ທີ່ນັ້ນ ເຮົາ​ຈະ​ອວຍພອນ​ໃຫ້​ມີ​ນໍ້າ​ຝົນ​ຕາມ​ທີ່​ພວກເຂົາ​ຕ້ອງການ.

27 ຕົ້ນໄມ້​ຈະ​ເກີດ​ໝາກ, ທົ່ງນາ​ຈະ​ໃຫ້​ຜົນລະປູກ ແລະ​ທຸກຄົນ​ຈະ​ຢູ່​ຢ່າງ​ປອດໄພ​ໃນ​ດິນແດນ​ຂອງຕົນ. ເມື່ອ​ເຮົາ​ໄດ້​ປົດ​ໂສ້​ກັບ​ປົດປ່ອຍ​ປະຊາຊົນ​ຂອງເຮົາ​ອອກ​ຈາກ​ການ​ເປັນ​ທາດ​ແລ້ວ ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.

28 ຊາດ​ອື່ນໆ​ທັງຫລາຍ​ຈະ​ບໍ່​ມາ​ປຸ້ນຈີ້​ພວກເຂົາ​ອີກ​ຕໍ່ໄປ ແລະ​ສັດປ່າ​ທັງຫລາຍ​ຈະ​ບໍ່​ກັດ​ກິນ​ພວກເຂົາ​ອີກ. ພວກເຂົາ​ຈະ​ຢູ່​ຢ່າງ​ປອດໄພ ແລະ​ຈະ​ບໍ່ມີ​ຜູ້ໃດ​ເຮັດ​ໃຫ້​ພວກເຂົາ​ສະທ້ານ​ຢ້ານກົວ.

29 ເຮົາ​ຈະ​ມອບ​ທົ່ງນາ​ອັນ​ອຸດົມສົມບູນ​ທັງຫລາຍ​ໃຫ້​ພວກເຂົາ ແລະ​ຈະ​ໃຫ້​ການອຶດຢາກ​ໃນ​ດິນແດນ​ສິ້ນສຸດໄປ. ຊົນຊາດ​ອື່ນໆ​ຈະ​ບໍ່​ດູໝິ່ນ​ປະໝາດ​ພວກເຂົາ​ອີກ​ຕໍ່ໄປ.

30 ທຸກຄົນ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ສະຖິດ​ກັບ​ພວກເຂົາ ແລະ​ພວກເຂົາ​ຄື​ຄອບຄົວ​ຊາດ​ອິດສະຣາເອນ​ເປັນ​ປະຊາຊົນ​ຂອງເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.

31 ພວກເຈົ້າ​ຜູ້​ເປັນ​ຝູງແກະ​ຂອງເຮົາ​ເອີຍ ພວກເຈົ້າ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan