Biblia Todo Logo
Bìoball air-loidhne

- Sanasan -

ເອເຊກຽນ 33 - ພຣະຄຳພີສັກສິ


ພຣະເຈົ້າ​ແຕ່ງຕັ້ງ​ເອເຊກຽນ​ໃຫ້​ເປັນ​ຜູ້ເຝົ້າຍາມ

1 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,

2 “ມະນຸດ​ເອີຍ ຈົ່ງ​ບອກ​ປະຊາຊົນ​ສິ່ງ​ທີ່​ຈະ​ເກີດຂຶ້ນ ເມື່ອ​ເຮົາ​ນຳ​ສົງຄາມ​ມາ​ສູ່​ປະເທດ​ໜຶ່ງ. ປະຊາຊົນ​ໃນ​ປະເທດ​ນັ້ນ​ກໍ​ແຕ່ງຕັ້ງ​ຄົນ​ໜຶ່ງ​ໃນ​ພວກເຂົາ​ໃຫ້​ເປັນ​ຄົນເຝົ້າຍາມ.

3 ເມື່ອ​ຄົນເຝົ້າຍາມ​ເຫັນ​ສັດຕູ​ມາ​ໃກ້ ລາວ​ຈະ​ເປົ່າແກ​ປຸກ​ເຕືອນ​ທຸກໆ​ຄົນ.

4 ຖ້າ​ຄົນ​ໜຶ່ງ​ໄດ້ຍິນ​ສຽງ​ແກ ແຕ່​ບໍ່​ເອົາໃຈໃສ່​ຕໍ່​ສຽງ​ປຸກ​ເຕືອນ ສັດຕູ​ກໍ​ຈະ​ມາ​ຂ້າ​ຄົນ​ນັ້ນ​ເສຍ ແລ້ວ​ລາວ​ກໍ​ຈະ​ຖືກ​ປະນາມ​ເພາະ​ການຕາຍ​ນັ້ນ.

5 ຄວາມຜິດ​ເປັນ​ຂອງ​ຜູ້​ທີ່​ຕາຍ​ນັ້ນ​ເອງ ເພາະ​ລາວ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ສຽງ​ປຸກ​ເຕືອນ. ຖ້າ​ເອົາໃຈໃສ່​ລາວ​ກໍ​ຈະ​ປົບໜີໄປ​ໄດ້.

6 ແຕ່​ຖ້າ​ຄົນເຝົ້າຍາມ​ເຫັນ​ສັດຕູ​ກຳລັງ​ມາ ແລະ​ບໍ່​ເປົ່າແກ​ປຸກ​ເຕືອນ ສັດຕູ​ກໍ​ຈະ​ມາ​ຂ້າ​ຄົນບາບ​ທັງຫລາຍ​ຖິ້ມ; ແລ້ວ​ເຮົາ​ກໍ​ຈະ​ຖື​ວ່າ ການຕາຍ​ນັ້ນ​ເປັນ​ຄວາມຜິດ​ຂອງ​ຜູ້ເຝົ້າຍາມ.

7 ບັດນີ້​ມະນຸດ​ເອີຍ ເຮົາ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ເຝົ້າຍາມ​ຊົນຊາດ​ອິດສະຣາເອນ. ເຈົ້າ​ຕ້ອງ​ນຳ​ຄຳ​ຕັກເຕືອນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ​ໄປ​ບອກ​ພວກເຂົາ.

8 ຖ້າ​ເຮົາ​ປະກາດ​ວ່າ​ຄົນຊົ່ວ​ຜູ້ໜຶ່ງ​ກຳລັງ​ຈະ​ຕາຍ ແຕ່​ເຈົ້າ​ບໍ່ໄດ້​ຕັກເຕືອນ​ລາວ​ໃຫ້​ປ່ຽນ​ທິດທາງ​ເພື່ອ​ຊ່ວຍ​ຊີວິດ​ຂອງຕົນ​ໄວ້; ແລ້ວ​ລາວ​ກໍ​ຈະ​ຕາຍ​ເສຍ​ທັງໆ​ທີ່​ຍັງ​ເປັນ​ຄົນ​ບາບ​ຢູ່; ເຮົາ​ຈະ​ຖື​ວ່າ​ການຕາຍ​ຂອງ​ຄົນ​ນັ້ນ ເປັນ​ຄວາມ​ຮັບຜິດຊອບ​ຂອງເຈົ້າ.

9 ຖ້າ​ເຈົ້າ​ຕັກເຕືອນ​ຄົນຊົ່ວ​ຜູ້ໜຶ່ງ ແລະ​ລາວ​ບໍ່​ເຊົາ​ເຮັດ​ບາບ ລາວ​ກໍ​ຈະ​ຕາຍ​ທັງໆ​ທີ່​ລາວ​ຍັງ​ເປັນ​ຄົນບາບ​ຢູ່, ແຕ່​ເຈົ້າ​ເອງ​ຈະ​ລອດຊີວິດ.”


ແຕ່ລະ​ບຸກຄົນ​ຈະ​ຕ້ອງ​ຮັບຜິດຊອບ​ຕົນເອງ

10 “ມະນຸດ​ເອີຍ ຈົ່ງ​ກ່າວ​ຢໍ້າ​ສິ່ງ​ທີ່​ຊາວ​ອິດສະຣາເອນ​ກຳລັງ​ເວົ້າ, ‘ຜົນ​ບາບກຳ​ແລະ​ການກະທຳ​ຜິດ​ຂອງ​ພວກເຮົາ​ກໍ​ຢູ່​ເທິງ​ພວກເຮົາ. ພວກເຮົາ​ກຳລັງ​ເສື່ອມເສຍ​ໄປ. ເຮັດ​ແນວໃດ​ພວກເຮົາ​ຈຶ່ງ​ຈະ​ມີ​ຊີວິດ​ຢູ່​ໄດ້?’

11 ຈົ່ງ​ບອກ​ເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້ ເຮົາ​ຈະ​ບໍ່​ດີໃຈ​ເມື່ອ​ເຫັນ​ຄົນບາບ​ຜູ້ໜຶ່ງ​ຕາຍໄປ. ເຮົາ​ຈະ​ດີໃຈ​ຫລາຍກວ່າ​ເມື່ອ​ເຫັນ​ລາວ​ເຊົາ​ເຮັດ​ບາບ​ແລະ​ມີ​ຊີວິດ​ຢູ່. ຊາດ​ອິດສະຣາເອນ​ເອີຍ ຈົ່ງ​ເຊົາ​ເຮັດ​ການ​ຊົ່ວຮ້າຍ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ຢູ່​ນັ້ນ​ສາ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ຕາຍ?’

12 ບັດນີ້​ມະນຸດ​ເອີຍ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ວ່າ, ‘ເມື່ອ​ຄົນດີ​ຜູ້ໜຶ່ງ​ເຮັດ​ບາບ ການດີ​ທີ່​ລາວ​ໄດ້​ເຮັດ​ມາ​ນັ້ນ​ຈະ​ບໍ່​ຊ່ວຍ​ລາວ​ເລີຍ. ຖ້າ​ຄົນຊົ່ວ​ຜູ້ໜຶ່ງ​ເຊົາ​ເຮັດ​ຊົ່ວ ລາວ​ຈະ​ບໍ່ໄດ້​ຖືກ​ລົງໂທດ; ຖ້າ​ຄົນດີ​ຜູ້ໜຶ່ງ​ເລີ່ມ​ເຮັດ​ບາບ ຊີວິດ​ຂອງ​ລາວ​ຈະ​ບໍ່​ຖືກ​ຍົກເວັ້ນ.’

13 ເຮົາ​ອາດ​ສັນຍາ​ວ່າ​ຈະ​ໃຫ້​ຊີວິດ​ແກ່​ຄົນດີ​ຜູ້ໜຶ່ງ; ແຕ່​ຖ້າ​ລາວ​ເລີ່ມ​ຄິດວ່າ ການກະທຳ​ດີ​ຂອງ​ລາວ​ທີ່​ຜ່ານ​ມາ​ນັ້ນ​ພຽງພໍ​ແລ້ວ ແລະ​ເລີ່ມ​ເຮັດ​ບາບ ເຮົາ​ຈະ​ບໍ່​ລະນຶກເຖິງ​ການດີ​ໃດໆ​ທີ່​ລາວ​ໄດ້​ເຮັດ​ມາ​ນັ້ນ. ລາວ​ຈະ​ຕ້ອງ​ຕາຍ​ເພາະ​ການບາບ​ຂອງ​ລາວ.

14 ເຮົາ​ອາດ​ຈະ​ຕັກເຕືອນ​ຄົນຊົ່ວ​ຜູ້ໜຶ່ງ​ວ່າ​ລາວ​ຈະ​ຕ້ອງ​ຕາຍ; ແຕ່​ຖ້າ​ລາວ​ເຊົາ​ເຮັດ​ບາບ​ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ແລະ​ດີງາມ

15 ຖ້າ​ລາວ​ຄືນ​ຂອງ​ຈຳນຳ​ໃຫ້​ແກ່​ລູກໜີ້ ຫລື​ສົ່ງ​ຂອງ​ທີ່​ຕົນ​ໄດ້​ລັກ​ມາ​ນັ້ນ; ຖ້າ​ລາວ​ເຊົາ​ເຮັດ​ບາບ​ແລະ​ປະພຶດ​ຕາມ​ກົດບັນຍັດ​ທັງຫລາຍ​ທີ່​ໃຫ້​ຊີວິດ ລາວ​ກໍ​ຈະ​ບໍ່​ຕາຍ ແຕ່​ຈະ​ມີ​ຊີວິດ.

16 ເຮົາ​ຈະ​ອະໄພ​ການບາບ​ທີ່​ລາວ​ໄດ້​ເຮັດ​ນັ້ນ ແລະ​ລາວ​ຈະ​ມີ​ຊີວິດ ເພາະ​ລາວ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ດີງາມ.

17 ແລ້ວ​ປະຊາຊົນ​ຂອງ​ພວກເຈົ້າ​ກໍ​ເວົ້າ​ວ່າ, ‘ທາງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ​ບໍ່​ຖືກຕ້ອງ’ ແຕ່​ແມ່ນ​ຄວາມປະພືດ​ຂອງ​ພວກເຂົາ​ນັ້ນ​ແຫຼະ​ທີ່​ບໍ່​ຖືກຕ້ອງ.

18 ເມື່ອ​ຄົນ​ຊອບທຳ​ຜູ້ໜຶ່ງ​ເຊົາ​ເຮັດ​ດີ​ແລະ​ເລີ່ມ​ເຮັດ​ຊົ່ວ ລາວ​ກໍ​ຈະ​ຕາຍ​ສຳລັບ​ການ​ນັ້ນ.

19 ເມື່ອ​ຄົນຊົ່ວ​ຜູ້ໜຶ່ງ​ເຊົາ​ເຮັດ​ຊົ່ວ ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ດີງາມ ລາວ​ກໍໄດ້​ຊ່ວຍ​ຊີວິດ​ລາວ.

20 ພວກເຈົ້າ​ເວົ້າ​ວ່າ, ‘ທາງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ​ບໍ່​ຖືກຕ້ອງ’ ແຕ່​ຊາດ​ອິດສະຣາເອນ​ເອີຍ ເຮົາ​ຈະ​ຕັດສິນ​ພວກເຈົ້າ​ຕາມ​ທີ່​ພວກເຈົ້າ​ກະທຳ.”


ຊາຍ​ຜູ້ໜຶ່ງ​ໃຫ້​ຂ່າວ​ວ່າ​ນະຄອນ​ເຢຣູຊາເລັມ​ແຕກ

21 ໃນ​ວັນ​ທີ​ຫ້າ​ຂອງ​ເດືອນ​ທີ​ສິບ ອັນ​ກົງ​ກັບ​ປີ​ທີ​ສິບສອງ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ໄດ້​ປົບໜີ​ຈາກ​ນະຄອນ​ເຢຣູຊາເລັມ​ມາ​ບອກ​ຂ້າພະເຈົ້າ​ວ່າ, “ນະຄອນ​ເຢຣູຊາເລັມ​ແຕກ​ແລ້ວ.”

22 ໃນ​ຕອນຄໍ່າ​ກ່ອນ​ຊາຍ​ຄົນ​ນັ້ນ​ມາ​ເຖິງ ຂ້າພະເຈົ້າ​ຕົກ​ຢູ່​ພາຍໃຕ້​ອຳນາດ​ຂອງ​ພຣະເຈົ້າຢາເວ. ເມື່ອ​ຊາຍ​ຄົນ​ນັ້ນ​ມາຮອດ​ໃນ​ຕອນເຊົ້າ ພຣະອົງ​ຈຶ່ງ​ໄດ້​ໃຫ້​ຂ້າພະເຈົ້າ​ມີ​ຣິດ​ປາກເວົ້າ​ໄດ້​ອີກ.


ປະຊາຊົນ​ເຮັດ​ບາບ

23 ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,

24 “ມະນຸດ​ເອີຍ ປະຊາຊົນ​ທີ່​ກຳລັງ​ອາໄສ​ຢູ່​ໃນ​ບັນດາ​ເມືອງ​ຮົກຮ້າງ​ເພພັງ ຂອງ​ດິນແດນ​ອິດສະຣາເອນ​ກຳລັງ​ເວົ້າ​ວ່າ, ‘ອັບຣາຮາມ​ພຽງ​ຄົນດຽວ ກໍ​ຍັງ​ໄດ້ຮັບ​ດິນແດນ. ພວກເຮົາ​ມີ​ຕັ້ງ​ຫລວງຫລາຍ ສະນັ້ນ ແນ່ນອນ​ດິນແດນ​ຈຶ່ງ​ເປັນ​ຂອງ​ພວກເຮົາ.’

25 ຈົ່ງ​ບອກ​ພວກເຂົາ​ເຖິງ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ: ‘ພວກເຈົ້າ​ກິນ​ຊີ້ນ​ທີ່​ຍັງ​ມີ​ເລືອດ​ຢູ່. ພວກເຈົ້າ​ຂາບໄຫວ້​ບັນດາ​ຮູບເຄົາຣົບ. ພວກເຈົ້າ​ຂ້າ​ຄົນ. ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພວກເຈົ້າ​ຄິດວ່າ ດິນແດນ​ນັ້ນ​ເປັນ​ຂອງ​ພວກເຈົ້າ?

26 ພວກເຈົ້າ​ເພິ່ງ​ດາບ​ຂອງຕົນ. ການກະທຳ​ຂອງ​ພວກເຈົ້າ​ເປັນ​ທີ່​ໜ້າກຽດຊັງ. ທຸກຄົນ​ຫລີ້ນຊູ້​ສູ່ຜົວເມຍ​ເຂົາ. ແມ່ນຫຍັງ​ເຮັດ​ໃຫ້​ພວກເຈົ້າ​ຄິດວ່າ ດິນແດນ​ເປັນ​ຂອງ​ພວກເຈົ້າ?’

27 ຈົ່ງ​ບອກ​ພວກເຂົາ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ‘ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ຢ່າງ​ແນ່ແທ້ ປະຊາຊົນ​ທີ່​ກຳລັງ​ອາໄສ​ຢູ່​ໃນ​ເມືອງ​ທີ່​ຮົກຮ້າງ​ເພພັງ​ຈະ​ຖືກ​ຂ້າ. ພວກ​ທີ່​ຢູ່​ນອກ​ເມືອງ​ຈະ​ຖືກ​ສັດປ່າ​ກິນ. ພວກ​ທີ່​ລີ້​ຢູ່​ຕາມ​ພູ​ແລະ​ໃນ​ຖໍ້າ ຈະ​ຕາຍ​ຍ້ອນ​ການ​ເຈັບໄຂ້​ໄດ້ປ່ວຍ.

28 ເຮົາ​ຈະ​ເຮັດ​ໃຫ້​ປະເທດ​ຮົກຮ້າງ​ຫວ່າງເປົ່າ ແລະ​ອຳນາດ​ທີ່​ພວກເຂົາ​ແສນ​ພູມໃຈ​ນັ້ນ​ກໍ​ຈະ​ໝົດສິ້ນໄປ. ພູ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ​ຈະ​ເປັນ​ປ່າຮົກ ຈົນ​ບໍ່ມີ​ຜູ້ໃດ​ກ້າ​ທ່ອງທ່ຽວ​ຜ່ານ​ໄປ.

29 ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ ເມື່ອ​ເຮົາ​ລົງໂທດ​ປະຊາຊົນ​ຍ້ອນ​ການບາບ​ຂອງ​ພວກເຂົາ ແລະ​ເຮັດ​ໃຫ້​ປະເທດ​ຮົກຮ້າງ​ຫວ່າງເປົ່າ.”’


ປະຊາຊົນ​ບໍ່​ເຊື່ອຟັງ​ຜູ້ທຳນວາຍ

30 “ມະນຸດ​ເອີຍ ປະຊາຊົນ​ຂອງ​ເຈົ້າ​ກຳລັງ​ເວົ້າ​ເຖິງ​ເຈົ້າ ເມື່ອ​ພວກເຂົາ​ມາ​ພົບ​ກັນ​ຕາມ​ກຳແພງ​ເມືອງ ຫລື​ທີ່​ປະຕູ​ເຮືອນ​ຂອງ​ພວກເຂົາ. ພວກເຂົາ​ເວົ້າ​ຕໍ່​ກັນແລະກັນ​ວ່າ, ‘ຈົ່ງ​ໄປ​ຟັງ​ຖ້ອຍຄຳ​ທີ່​ມາ​ຈາກ​ພຣະເຈົ້າຢາເວ​ດຽວ​ນີ້​ເຖີດ.’

31 ສະນັ້ນ ປະຊາຊົນ​ຂອງເຮົາ​ຈຶ່ງ​ຫລັ່ງໄຫລ​ກັນ​ມາ​ຟັງ​ສິ່ງ​ທີ່​ເຈົ້າ​ຕ້ອງ​ກ່າວ, ແຕ່​ພວກເຂົາ​ບໍ່ໄດ້​ເຮັດ​ຕາມ. ພວກເຂົາ​ຖື​ຄຳເວົ້າ​ຂອງເຈົ້າ​ນັ້ນ​ເປັນ​ດັ່ງ​ບົດເພງ​ງ່າຍໆ ແລະ​ພວກເຂົາ​ຍັງ​ສືບຕໍ່​ໂລບມາກ​ໂລພາ.

32 ສຳລັບ​ພວກເຂົາ​ແລ້ວ ເຈົ້າ​ນັ້ນ​ເປັນ​ດັ່ງ​ນັກຮ້ອງ​ແລະ​ນັກດົນຕຼີ ທີ່​ຮ້ອງເພງ​ຮັກ ຫລື​ດີດພິນ. ພວກເຂົາ​ຟັງ​ຄຳເວົ້າ​ຂອງເຈົ້າ​ທຸກ​ຄຳ; ແຕ່​ພວກເຂົາ​ບໍ່ໄດ້​ປະຕິບັດ​ຕາມ​ແມ່ນແຕ່​ຄຳດຽວ.

33 ແຕ່​ເມື່ອ​ທຸກ​ຖ້ອຍຄຳ​ຂອງເຈົ້າ​ກາຍເປັນຈິງ ຄື​ມັນ​ຈະ​ກາຍເປັນຈິງ​ແທ້ ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ມີ​ຜູ້ທຳນວາຍ​ຜູ້ໜຶ່ງ​ຢູ່​ໃນ​ທ່າມກາງ​ພວກເຂົາ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan