Biblia Todo Logo
Bìoball air-loidhne

- Sanasan -

ເອເຊກຽນ 31 - ພຣະຄຳພີສັກສິ


ປະເທດ​ເອຢິບ​ຖືກ​ປຽບທຽບ​ໃສ່​ຕົ້ນແປກ

1 ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສາມ ອັນ​ກົງ​ກັບ​ປີ​ທີ​ສິບເອັດ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ຖ້ອຍຄຳ​ຊອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,

2 “ມະນຸດ​ເອີຍ ຈົ່ງ​ບອກ​ກະສັດ​ແຫ່ງ​ເອຢິບ​ແລະ​ປະຊາຊົນ​ທັງໝົດ​ຂອງ​ລາວ​ວ່າ ເຈົ້າ​ນັ້ນ​ມີ​ອຳນາດ​ສໍ່າໃດ​ກັນ​ນໍ ເຮົາ​ຈະ​ປຽບ​ເຈົ້າ​ໃສ່​ຫຍັງ​ຈຶ່ງ​ຈະ​ເໝາະ​ໄດ້?

3 ເຈົ້າ​ນັ້ນ​ເປັນ​ດັ່ງ ຕົ້ນແປກ​ທີ່​ເລບານອນ ມີ​ງ່າ​ໃບ​ດົກງາມ​ເປັນ​ຕົ້ນໄມ້​ສູງ​ຈົນ​ວ່າ​ຈຸ​ເມກ.

4 ບ່ອນ​ນັ້ນ​ມີ​ນໍ້າ​ທີ່​ເຮັດ​ໃຫ້​ມັນ​ເຕີບໃຫຍ່​ຂຶ້ນ​ມາ ມີ​ລຳນໍ້າ​ຕ່າງໆ​ທີ່​ພື້ນດິນ​ຄອຍ​ລໍ່ລ້ຽງ. ມັນ​ໃຫ້​ຄວາມ​ຊຸ່ມຊື່ນ​ບ່ອນ​ທີ່​ຕົ້ນໄມ້​ໃຫຍ່​ຂຶ້ນ​ມາ ແລະ​ລໍ່ລ້ຽງ​ຕົ້ນໄມ້​ທຸກ​ຕົ້ນ​ໃນ​ປ່າ.

5 ມັນ​ສູງ​ກວ່າ​ຕົ້ນໄມ້​ອື່ນໆ ເພາະ​ມີ​ນໍ້າ​ລໍ່ລ້ຽງ​ຢ່າງດີ ຕົ້ນໄມ້​ນັ້ນ​ຕ່າງ​ກໍ​ມີ​ງ່າ​ທັງ​ໃຫຍ່​ແລະ​ຍາວ​ດ້ວຍ;

6 ນົກ​ທຸກ​ຊະນິດ​ຕ່າງ​ກໍໄດ້​ເຮັດ​ເຮືອນຮັງ ໃສ່​ເທິງ​ງ່າ​ທັງຫລາຍ​ຂອງ​ຕົ້ນໄມ້​ນັ້ນ; ສັດປ່າ​ທັງຫລາຍ​ໄດ້​ເກີດ​ລູກ​ໃນ​ທີ່​ກຳບັງ​ຂອງ​ມັນ ຊົນຊາດ​ໃນ​ໂລກ​ພັກຜ່ອນ​ຢູ່​ໃຕ້​ຮົ່ມ​ຂອງ​ມັນ​ດ້ວຍ.

7 ມັນ​ແມ່ນ​ຕົ້ນໄມ້​ທີ່​ສວຍສົດ​ງົດງາມ​ຫລາຍ ລຳຕົ້ນ​ສູງ​ດີ​ແລະ​ງ່າ​ທັງຫລາຍ​ກໍ​ຍາວ​ດ້ວຍ. ຮາກ​ທັງຫລາຍ​ຕ່າງ​ກໍ​ຢັ່ງລົງ​ເລິກ​ສູ່​ພື້ນດິນ ບ່ອນ​ທີ່​ມີ​ລຳທານ​ໄຫລລິນ​ບໍ່​ຂາດ.

8 ໃນ​ສວນ​ຂອງ​ພຣະເຈົ້າ​ບໍ່ມີ​ຕົ້ນແປກ​ໃດ​ຈະ​ປຽບ​ທັນ ບໍ່ມີ​ຕົ້ນ​ແປກເທດ​ໃດ ເຄີຍ​ມີ​ງ່າ​ຍາວ​ເຊັ່ນນີ້ ແລະ​ບໍ່ມີ​ກົກໂພ​ໃດ ທີ່​ມີ​ກິ່ງກ້ານ​ເຊັ່ນນີ້​ເລີຍ ແມ່ນແຕ່​ຕົ້ນໄມ້​ໃນ​ສວນ​ຂອງ​ພຣະເຈົ້າ​ກໍ​ບໍ່​ງາມ​ເທົ່າ.

9 ເຮົາ​ໄດ້​ເຮັດ​ໃຫ້​ມັນ​ງາມ​ຂຶ້ນ​ທັງ​ມີ​ງ່າ​ແພ່​ໄປ ຕົ້ນໄມ້​ທຸກຕົ້ນ​ໃນ​ເອເດນ​ສວນ​ຂອງ​ພຣະເຈົ້າ​ກໍ​ອິດສາ​ມັນ.

10 ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ບອກ​ເຈົ້າ ເຖິງ​ສິ່ງ​ທີ່​ກຳລັງ​ຈະ​ເກີດຂຶ້ນ​ກັບ​ຕົ້ນໄມ້​ທີ່​ສູງ​ຈົນ​ຈຸເມກ​ນັ້ນ. ມັນ​ສູງ​ຫລາຍ​ເທົ່າໃດ ມັນ​ກໍ​ອວດອົ່ງ​ທະນົງ​ຕົວ​ຫລາຍ​ເທົ່ານັ້ນ;

11 ສະນັ້ນ ເຮົາ​ຈຶ່ງ​ໄດ້​ປະຖິ້ມ​ມັນ ແລະ​ປ່ອຍ​ໃຫ້​ຜູ້ປົກຄອງ​ຊາວ​ຕ່າງດ້າວ​ເອົາ​ມັນ​ໄປ. ຜູ້ປົກຄອງ​ຈະ​ໃຫ້​ຕົ້ນໄມ້​ນັ້ນ​ໄດ້​ຮັບ​ຕາມ​ຄວາມ​ຊົ່ວຊ້າ​ທີ່​ມັນ​ໄດ້​ເຮັດ.

12 ຊາວ​ຕ່າງດ້າວ​ຜູ້​ທີ່​ໂຫດຫ້ຽມ​ຈະ​ປໍ້າ​ມັນ​ລົງ ແລະ​ປະ​ມັນ​ໄວ້. ງ່າ​ແລະ​ກິ່ງກ້ານ​ຕ່າງໆ​ຂອງ​ມັນ​ຈະ​ຕົກລົງ​ໃສ່​ພູ​ທຸກໜ່ວຍ ແລະ​ຮ່ອມພູ​ທຸກບ່ອນ​ໃນ​ປະເທດ. ບັນດາ​ຊົນຊາດ​ທັງໝົດ​ທີ່​ອາໄສ​ຮົ່ມ​ຂອງ​ມັນ​ນັ້ນ​ຈະ​ໜີໄປ​ໝົດ.

13 ຝູງນົກ​ຈະ​ມາ​ງອຍ​ຢູ່​ເທິງ​ຕົ້ນໄມ້​ທີ່​ຕາຍ​ນັ້ນ ແລະ​ຝູງ​ສັດປ່າ​ກໍ​ຈະ​ຢຽບ​ງ່າ​ຂອງ​ມັນ​ໄປ.

14 ເພາະສະນັ້ນ ແຕ່​ນີ້​ໄປ​ຈະ​ບໍ່ມີ​ຕົ້ນໄມ້​ໃດໆ ບໍ່​ວ່າ​ຈະ​ມີ​ນໍ້າ​ລໍ່ລ້ຽງ​ດີ​ປານໃດ​ກໍຕາມ ມີ​ຍອດ​ຢຽດ​ສູງ​ຈົນ​ຈຸເມກ ຫລື​ຈະ​ໃຫຍ່ ແລະ​ສູງ​ຂຶ້ນ​ເຊັ່ນນີ້​ອີກ. ພວກມັນ​ທັງໝົດ​ຈະ​ຕາຍ​ເພາະ​ເຄາະກຳ​ຢ່າງ​ມະນຸດ​ທຳມະດາ ຄື​ໄດ້​ຮັບ​ເຄາະກຳ​ເພື່ອ​ຈະ​ລົງ​ໄປ​ຮ່ວມ​ກັບ​ພວກ​ທີ່​ຢູ່​ແດນ​ມໍຣະນາ.

15 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ໃນ​ມື້​ທີ່​ຕົ້ນໄມ້​ນັ້ນ​ໄດ້​ລົງ​ໄປ​ສູ່​ແດນ​ມໍຣະນາ ເຮົາ​ຈະ​ເຮັດ​ໃຫ້​ລຳນໍ້າ​ຕ່າງໆ​ໃຕ້​ພື້ນດິນ ປົກຄຸມ​ມັນ​ເພື່ອ​ເປັນ​ການ​ໄວ້ທຸກ​ໃຫ້. ເຮົາ​ຈະ​ໃຫ້​ແມ່ນໍ້າ​ທັງຫລາຍ​ຢຸດ​ໄຫລ ແລະ​ລຳນໍ້າ​ຫລາຍ​ສາຍ​ກໍ​ຈະ​ບໍ່​ຫລັ່ງໄຫລ​ອອກ. ເພາະ​ຕົ້ນໄມ້​ນັ້ນ​ໄດ້​ຕາຍ​ສາ​ແລ້ວ; ສະນັ້ນ ເຮົາ​ຈຶ່ງ​ຈະ​ນຳ​ເອົາ​ຄວາມມືດ​ມາ​ທີ່​ເທິງ​ພູເຂົາ​ຂອງ​ເລບານອນ ແລະ​ເຮັດ​ໃຫ້​ຕົ້ນໄມ້​ທັງໝົດ​ໃນ​ປ່າ​ຫ່ຽວແຫ້ງ​ໄປ.

16 ເມື່ອ​ເຮົາ​ສົ່ງ​ມັນ​ລົງ​ໄປ​ສູ່​ແດນ​ມໍຣະນາ​ນັ້ນ ສຽງ​ແຫ່ງ​ການ​ລົ້ມລົງ​ຂອງ​ມັນ​ຈະ​ເຮັດ​ໃຫ້​ຫລາຍ​ຊາດ​ສັ່ນສະເທືອນ. ຕົ້ນໄມ້​ທຸກ​ຕົ້ນ​ໃນ​ສວນ​ເອເດນ​ແລະ​ຕົ້ນໄມ້​ທີ່​ຖືກ​ເລືອກ​ຢ່າງດີ​ທີ່ສຸດ ຄື​ຕົ້ນໄມ້​ທີ່​ມີ​ນໍ້າ​ລໍ່ລ້ຽງ​ຢ່າງດີ​ຂອງ​ເລບານອນ ກໍ​ຈະ​ພໍໃຈ​ໃນ​ການ​ລົ້ມລົງ​ຂອງ​ມັນ.

17 ພວກມັນ​ຈະ​ລົງ​ໄປ​ສູ່​ແດນ​ມໍຣະນາ​ຮ່ວມ​ກັບ​ພວກ​ທີ່​ໄດ້​ລົ້ມລົງ. ແລ້ວ​ທຸກຄົນ​ທີ່​ອາໄສ​ຢູ່​ໃຕ້​ຮົ່ມ​ກໍ​ຈະ​ຖືກ​ກະຈັດ​ກະຈາຍ​ໄປ ໃນ​ທ່າມກາງ​ຊົນຊາດ​ຕ່າງໆ.

18 ຕົ້ນໄມ້​ນັ້ນ​ແມ່ນ​ກະສັດ​ແຫ່ງ​ເອຢິບ​ແລະ​ປະຊາຊົນ​ທັງໝົດ​ຂອງ​ລາວ. ບໍ່ມີ​ຕົ້ນໄມ້​ກົກໃດ​ໃນ​ສວນ​ເອເດນ​ຈະ​ສູງ ແລະ​ປະທັບ​ໃຈ​ເທົ່າກັບ​ມັນ. ແຕ່​ບັດນີ້ ມັນ​ຈະ​ລົງ​ໄປ​ສູ່​ແດນ​ມໍຣະນາ​ດັ່ງ​ຕົ້ນໄມ້​ຕ່າງໆ​ໃນ​ສວນ​ເອເດນ​ຮ່ວມ​ກັບ​ພວກ​ທີ່​ບໍ່​ນັບຖື​ພຣະເຈົ້າ ແລະ​ພວກ​ທີ່​ໄດ້​ຖືກ​ຂ້າ​ໃນ​ສະໜາມຮົບ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນັ້ນແຫຼະ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan