Biblia Todo Logo
Bìoball air-loidhne

- Sanasan -

ເອເຊກຽນ 30 - ພຣະຄຳພີສັກສິ


ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງໂທດ​ປະເທດ​ເອຢິບ

1 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,

2 “ມະນຸດ​ເອີຍ ຈົ່ງ​ທຳນວາຍ ແລະ​ປະກາດ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຈົ້າ​ຈົ່ງ​ໂຮຮ້ອງ​ຂຶ້ນ​ດ້ວຍ​ຖ້ອຍຄຳ​ເຫຼົ່ານີ້​ສາ ວ່າ​ມື້​ຢ້ານກົວ​ອັນ​ໃຫຍ່ຫລວງ​ກຳລັງ​ມາຮອດ

3 ມາ​ໃກ້​ແລ້ວ​ຄື​ມື້​ທີ່​ພຣະເຈົ້າຢາເວ​ຈະ​ກະທຳການ ມື້​ໜຶ່ງ​ທີ່​ມີ​ເມກໝອກ​ໜາ ແລະ​ນາໆຊາດ​ເດືອດຮ້ອນ.

4 ເສິກ​ສົງຄາມ​ຈະ​ເກີດຂຶ້ນ​ໃນ​ປະເທດ​ເອຢິບ ແລະ​ເອທີໂອເປຍ​ກໍ​ຈະ​ເກີດ​ລຳບາກ​ໃຫຍ່. ມີ​ຫລາຍ​ຄົນ​ຈະ​ຖືກ​ຂ້າ​ຢູ່​ໃນ​ປະເທດ​ເອຢິບ ຖືກ​ປຸ້ນຈີ້ ແລະ​ປະ​ໃຫ້​ຮົກຮ້າງ​ຫວ່າງເປົ່າ.

5 ສົງຄາມ​ນັ້ນ​ຈະ​ຂ້າ​ທະຫານ​ຮັບຈ້າງ​ຈາກ​ເອທີໂອເປຍ, ລີເບຍ, ລີເດຍ, ອາຣາເບຍ, ກຸບ ແລະ​ແມ່ນແຕ່​ທະຫານ​ທີ່​ມາ​ຈາກ​ປະຊາຊົນ​ຂອງເຮົາ​ເອງ​ດ້ວຍ.”

6 ພຣະເຈົ້າຢາເວ​ຊົງ​ກ່າວ​ວ່າ, “ຈາກ​ເມືອງ​ມິກໂດນ​ທາງ​ທິດເໜືອ ເຖິງ​ເມືອງ​ອາຊວານ​ທາງ​ທິດໃຕ້ ທະຫານ​ໜ່ວຍ​ປ້ອງກັນ​ທັງໝົດ​ຂອງ​ປະເທດ​ເອຢິບ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ. ກອງທັບ​ອັນ​ອວດອົ່ງ​ທະນົງ​ຕົວ​ຂອງ​ປະເທດ​ເອຢິບ​ຈະ​ຖືກ​ທຳລາຍ​ກ້ຽງ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.

7 ດິນແດນ​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ຫວ່າງເປົ່າ​ທີ່ສຸດ​ໃນ​ໂລກ ແລະ​ເມືອງ​ຕ່າງໆ​ກໍ​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ​ລົງ.

8 ເມື່ອ​ເຮົາ​ໄດ້​ຈູດ​ໄຟ​ເຜົາ​ປະເທດ​ເອຢິບ ແລະ​ໜ່ວຍ​ປ້ອງກັນ​ຂອງ​ປະເທດ​ຖືກ​ທຳລາຍ​ໝົດ​ສິ້ນ​ແລ້ວ ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.

9 ເມື່ອ​ວັນ​ນັ້ນ​ມາ​ເຖິງ ແລະ​ເມື່ອ​ປະເທດ​ເອຢິບ​ຖືກ​ທຳລາຍ​ແລ້ວ ເຮົາ​ຈະ​ສົ່ງ​ຄະນະ​ຜູ້ນຳຂ່າວ​ລົງ​ເຮືອ​ໄປ​ປຸກປັ່ນ​ປະຊາຊົນ​ເອທີໂອເປຍ ໃຫ້​ມີ​ຄວາມ​ປອດໄພ​ອັນ​ຈອມປອມ ແລະ​ພວກເຂົາ​ກໍ​ຈະ​ສະທ້ານ​ຢ້ານກົວ​ໃຫຍ່. ວັນ​ນັ້ນ​ໃກ້​ເຂົ້າ​ມາ​ສາ​ແລ້ວ.”

10 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ໃຊ້​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ມາ​ເຮັດ​ໃຫ້​ຊັບສົມບັດ​ຂອງ​ເອຢິບ​ສູນສິ້ນ​ໄປ.

11 ລາວ​ຕະຫລອດ​ທັງ​ກອງທັບ​ອັນ​ໂຫດຫ້ຽມ​ຂອງ​ລາວ ຈະ​ທຳລາຍ​ລ້າງຜານ​ດິນແດນ. ພວກເຂົາ​ຈະ​ໃຊ້​ດາບ​ບຸກໂຈມຕີ​ປະເທດ​ເອຢິບ ແລະ​ດິນແດນ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຊາກສົບ.

12 ເຮົາ​ຈະ​ເຮັດ​ໃຫ້​ແມ່ນໍ້ານິນ​ແຫ້ງ ແລະ​ຈະ​ມອບ​ເອຢິບ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ຄົນຊົ່ວຮ້າຍ. ຊາວ​ຕ່າງດ້າວ​ຈະ​ທຳລາຍ​ລ້າງຜານ​ທັງໝົດ​ປະເທດ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.”

13 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ທຳລາຍ​ບັນດາ​ຮູບເຄົາຣົບ ແລະ​ພຣະປອມ​ທັງຫລາຍ​ທີ່​ເມືອງ​ມຳຟິດ ບໍ່ມີ​ຜູ້ໃດ​ຈະ​ຂຶ້ນ​ປົກຄອງ​ເອຢິບ ແລະ​ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ທັງໝົດ​ສະທ້ານ​ຢ້ານກົວ.

14 ເຮົາ​ຈະ​ເຮັດ​ໃຫ້​ເອຢິບ​ທາງ​ພາກໃຕ້​ຮົກຮ້າງ​ຫວ່າງເປົ່າ ທັງ​ຈະ​ຈູດ​ໄຟ​ເຜົາ​ເມືອງ​ໂຊອານ​ທາງ​ທິດເໜືອ​ດ້ວຍ. ເຮົາ​ຈະ​ລົງໂທດ​ເມືອງເອກ​ຂອງ​ເທເບ.

15 ເຮົາ​ຈະ​ປ່ອຍ​ໃຫ້​ເປລູສີອຳ ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ອັນ​ໃຫຍ່ໂຕ​ຂອງ​ປະເທດ​ເອຢິບ ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ໃຫຍ່​ຂອງເຮົາ. ເຮົາ​ຈະ​ທຳລາຍ​ຊັບສົມບັດ​ຂອງ​ເມືອງ​ເທເບ.

16 ເຮົາ​ຈະ​ຈູດ​ໄຟ​ເຜົາ​ເອຢິບ​ແລະ​ເມືອງ​ເປລູສີອຳ​ກໍ​ຈະ​ແຄ້ນໃຈ ກຳແພງ​ເມືອງ​ເທເບ​ຈະ​ພັງ​ທະລາຍ ແລະ​ນໍ້າ​ກໍ​ຈະ​ໄຫລ​ຖ້ວມ​ເມືອງ.

17 ຊາວ​ໜຸ່ມ​ໃນ​ເມືອງ​ເຮລີໂອໂປລີ​ກັບ​ເມືອງ​ບູບາຊະຕີ ​ຈະ​ຕາຍ​ໃນ​ສົງຄາມ ແລະ​ປະຊາຊົນ​ອື່ນໆ​ກໍ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.

18 ຄວາມມືດ​ຈະ​ເຂົ້າ​ປົກຄຸມ​ເມືອງ​ຕາປັນເຮັດ ເມື່ອ​ເຮົາ​ທັບມ້າງ​ອຳນາດ​ຂອງ​ປະເທດ​ເອຢິບ ແລະ​ເຮັດ​ໃຫ້​ກຳລັງ​ທີ່​ເອຢິບ​ໄດ້​ອວດອ້າງ​ຢ່າງ​ໜັກໜາ​ນັ້ນ​ສິ້ນສູນ​ໄປ. ເມກໝອກ​ຈະ​ປົກຄຸມ​ປະເທດ​ເອຢິບ ແລະ​ປະຊາຊົນ​ຕາມ​ເມືອງ​ທັງຫລາຍ​ກໍ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.

19 ເມື່ອ​ເຮົາ​ລົງໂທດ​ເອຢິບ​ດັ່ງນີ້​ແລ້ວ ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ກະສັດ​ແຫ່ງ​ເອຢິບ​ສູນເສຍ​ອຳນາດ.

20 ໃນ​ວັນ​ທີ​ເຈັດ​ຂອງ​ເດືອນ​ທີ​ໜຶ່ງ ອັນ​ກົງ​ກັບ​ປີ​ທີ​ສິບເອັດ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,

21 “ມະນຸດ​ເອີຍ ເຮົາ​ໄດ້​ເຮັດ​ໃຫ້​ແຂນ​ກະສັດ​ແຫ່ງ​ເອຢິບ​ຫັກ. ບໍ່ມີ​ຜູ້ໃດ​ເອົາ​ຜ້າ​ພັນ​ແຂນ​ໃຫ້​ຫລື​ເຮັດ​ຫ່ວງ​ຫ້ອຍ​ຄໍ​ໃຫ້ ເພື່ອ​ວ່າ​ແຂນ​ນັ້ນ​ຈະ​ດີ​ແລະ​ແຂງແຮງ​ແລະ​ຈັບ​ດາບ​ໄດ້​ອີກ.

22 ບັດນີ້ ຕໍ່ໄປ​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ: ເຮົາ​ເປັນ​ສັດຕູ​ຂອງ​ກະສັດ​ແຫ່ງ​ເອຢິບ. ເຮົາ​ກຳລັງ​ຈະ​ຫັກ​ແຂນ​ທັງສອງ​ຂອງ​ລາວ ຄື​ແຂນ​ທີ່​ຍັງ​ດີ​ແລະ​ແຂນ​ທີ່​ໄດ້​ຫັກ​ແລ້ວ​ນັ້ນ​ດ້ວຍ ແລະ​ດາບ​ກໍ​ຈະ​ຕົກລົງ​ຈາກ​ມື​ລາວ.

23 ເຮົາ​ຈະ​ເຮັດ​ໃຫ້​ຊາວ​ເອຢິບ​ກະຈັດ​ກະຈາຍ​ໄປ​ໃນ​ທ່າມກາງ​ບັນດາ​ປະຊາຊາດ ແລະ​ກະຈາຍ​ພວກເຂົາ​ໄປ​ຕາມ​ປະເທດ​ຕ່າງໆ.

24 ແລ້ວ​ເຮົາ​ຈະ​ເຮັດ​ໃຫ້​ແຂນ​ກະສັດ​ແຫ່ງ​ບາບີໂລນ​ແຂງແຮງ ແລະ​ເອົາ​ດາບ​ຂອງເຮົາ​ໃຫ້​ລາວ​ຖື. ແຕ່​ເຮົາ​ຈະ​ເຮັດ​ໃຫ້​ແຂນ​ກະສັດ​ແຫ່ງ​ເອຢິບ​ຫັກ ແລະ​ລາວ​ຈະ​ຄວນຄາງ​ດ້ວຍ​ຄວາມ​ເຈັບປວດ​ຢ່າງໜັກ ແລະ​ຕາຍ​ຕໍ່ໜ້າ​ສັດຕູ​ຂອງ​ລາວ.

25 ເຮົາ​ຈະ​ເຮັດ​ໃຫ້​ລາວ​ອ່ອນແຮງ ແລະ​ໃຫ້​ກະສັດ​ແຫ່ງ​ບາບີໂລນ​ເຂັ້ມແຂງ. ເມື່ອ​ເຮົາ​ມອບ​ດາບ​ຂອງເຮົາ​ໃຫ້​ລາວ​ແລະ​ລາວ​ຊີ້​ດາບ​ນັ້ນ​ໄປ​ສູ່​ປະເທດ​ເອຢິບ ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.

26 ເຮົາ​ຈະ​ເຮັດ​ໃຫ້​ຊາວ​ເອຢິບ​ກະຈັດ​ກະຈາຍ​ໄປ​ໃນ​ທ່າມກາງ​ບັນດາ​ປະຊາຊາດ ແລະ​ກະຈາຍ​ພວກເຂົາ​ໄປ​ຕາມ​ປະເທດ​ຕ່າງໆ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan