Biblia Todo Logo
Bìoball air-loidhne

- Sanasan -

ເອເຊກຽນ 3 - ພຣະຄຳພີສັກສິ

1 ແລ້ວ​ພຣະອົງ​ກໍ​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ກິນ​ໜັງສື​ມ້ວນ​ນີ້ ແລະ​ໄປ​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ເຖີດ.”

2 ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ອ້າ​ປາກ ແລະ​ພຣະອົງ​ກໍ​ປ້ອນ​ໜັງສື​ມ້ວນ​ໃສ່​ປາກ​ຂ້າພະເຈົ້າ.

3 ພຣະອົງ​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ກິນ​ໜັງສື​ມ້ວນ​ທີ່​ເຮົາ​ໃຫ້​ເຈົ້າ​ຈົນ​ອີ່ມ​ເຖີດ.” ຂ້າພະເຈົ້າ​ກິນ​ໜັງສື​ມ້ວນ​ນັ້ນ ແລະ​ມີ​ຣົດ​ຫວານ​ເໝືອນດັ່ງ​ນໍ້າເຜິ້ງ.

4 ແລ້ວ​ພຣະອົງ​ບອກ​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ໄປ​ຫາ​ປະຊາຊົນ​ອິດສະຣາເອນ ແລະ​ກ່າວ​ແກ່​ພວກເຂົາ​ເຖິງ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ​ໃຫ້​ກ່າວ.

5 ເຮົາ​ບໍ່ໄດ້​ສົ່ງ​ເຈົ້າ​ໄປ​ຫາ​ຊົນຊາດ​ທີ່​ເວົ້າ​ພາສາ​ຕ່າງ​ປະເທດ​ທີ່ຍາກ ແຕ່​ໄປ​ຫາ​ຊາວ​ອິດສະຣາເອນ.

6 ຖ້າ​ເຮົາ​ສົ່ງ​ເຈົ້າ​ໄປ​ຫາ​ປະເທດ​ທີ່​ມີ​ປະຊາຊົນ​ຫລາຍ ທັງ​ເວົ້າ​ພາສາ​ຍາກ​ທີ່​ເຈົ້າ​ບໍ່​ເຂົ້າໃຈ ພວກເຂົາ​ກໍ​ຈະ​ຟັງ​ເຈົ້າ​ເປັນແນ່.

7 ແຕ່​ຈະ​ບໍ່ມີ​ປະຊາຊົນ​ອິດສະຣາເອນ​ຄົນ​ໃດ​ມີ​ນໍ້າໃຈ​ຢາກ​ຟັງ​ເຈົ້າ; ແມ່ນແຕ່​ເຮົາ ພວກເຂົາ​ກໍ​ຍັງ​ບໍ່​ຟັງ. ພວກເຂົາ​ທັງໝົດ​ດື້ດ້ານ ແລະ​ໃຈ​ແຂງ.

8 ບັດນີ້​ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຄົນ​ດື້ດ້ານ ແລະ​ໃຈ​ແຂງ​ດັ່ງ​ພວກເຂົາ.

9 ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ໜັກແໜ້ນ​ດັ່ງ​ຫີນ ແຂງແກ່ນ​ດັ່ງ​ເພັດ; ສະນັ້ນ ເຈົ້າ​ຢ່າ​ສູ່​ຢ້ານ​ຄົນ​ກະບົດ​ເຫຼົ່ານີ້​ເລີຍ.”

10 ພຣະອົງ​ໄດ້​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ຈົດຈຳ​ແລະ​ເອົາໃຈໃສ່​ຢ່າງ​ແທ້ຈິງ​ໃນ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ.

11 ຈົ່ງ​ໄປ​ຫາ​ເພື່ອນ​ຮ່ວມ​ຊາດ​ຂອງ​ເຈົ້າ​ທີ່​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ແລະ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້.’ ບໍ່​ວ່າ​ພວກເຂົາ​ຈະ​ຟັງ​ເຈົ້າ​ຫລື​ບໍ່​ກໍຕາມ.”

12 ຕໍ່ມາ ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ດັງ​ກ້ອງ​ຂຶ້ນ​ທາງຫລັງ​ຂອງ​ຂ້າພະເຈົ້າ​ວ່າ, “ຈົ່ງ​ສັນລະເສີນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ທີ່​ເທິງ​ຟ້າສະຫວັນ.”

13 ຂ້າພະເຈົ້າ​ໄດ້ຍິນ​ສຽງ​ປີກ​ຂອງ​ສິ່ງທີ່ມີ​ຊີວິດ​ດັງ​ກະທົບ​ກັນ​ໃນ​ອາກາດ ແລະ​ສຽງ​ຂອງ​ລໍ້​ກໍ​ດັງ​ກ້ອງ​ເໝືອນດັ່ງ​ແຜ່ນດິນ​ໄຫວ.

14 ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ສູ່​ຂ້າພະເຈົ້າ​ເຕັມ​ກຳລັງ ແລະ​ຂະນະທີ່​ພຣະວິນຍານ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ​ນັ້ນ ຂ້າພະເຈົ້າ​ກໍ​ຮູ້ສຶກ​ວ່າ​ຂົມຂື່ນ ແລະ​ຄຽດແຄ້ນ​ຫລາຍ.

15 ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄປ​ທີ່​ເທນ-ອາບີບ ທີ່​ແຄມ​ແມ່ນໍ້າ​ເກບາກ ບ່ອນ​ທີ່​ພວກ​ຊະເລີຍ​ອາໄສ​ຢູ່​ນັ້ນ ແລະ​ພັກ​ຢູ່​ທີ່​ນັ້ນ​ຢ່າງ​ຕົກ​ຕະລຶງ​ເປັນ​ເວລາ​ເຈັດ​ວັນ.


ພຣະເຈົ້າຢາເວ​ຕັ້ງ​ເອເຊກຽນ​ເປັນ​ຜູ້ເຝົ້າຍາມ
( ອຊກ 33:1-9 )

16 ພໍ​ຄົບ​ເຈັດ​ວັນ​ແລ້ວ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,

17 “ມະນຸດ​ເອີຍ ເຮົາ​ຈະ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ເຝົ້າຍາມ​ຊົນຊາດ​ອິດສະຣາເອນ. ເຈົ້າ​ຈະ​ຖ່າຍທອດ​ຄຳ​ຕັກເຕືອນ​ທີ່​ເຮົາ​ໃຫ້​ເຈົ້າ​ສູ່​ພວກເຂົາ​ຟັງ.

18 ຖ້າ​ເຮົາ​ປະກາດ​ວ່າ​ຄົນຊົ່ວ​ຜູ້ໜຶ່ງ​ຈະ​ຕ້ອງ​ຕາຍ, ແຕ່​ເຈົ້າ​ບໍ່​ໄດ້​ຕັກເຕືອນ​ລາວ​ໃຫ້​ປ່ຽນ​ຈາກ​ທາງ​ຊົ່ວ​ຂອງ​ລາວ​ເພື່ອ​ຈະ​ໄດ້​ຊີວິດ, ລາວ​ກໍ​ຈະ​ຕາຍໄປ​ຍ້ອນ​ບາບກຳ​ຂອງ​ລາວ ແລະ​ເຮົາ​ຈະ​ຖື​ວ່າ​ເຈົ້າ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ການຕາຍ​ຂອງ​ຄົນ​ນັ້ນ.

19 ຖ້າ​ເຈົ້າ​ຕັກເຕືອນ​ຄົນຊົ່ວ​ແລ້ວ ແລະ​ລາວ​ບໍ່​ເຊົາ​ເຮັດ​ບາບ ລາວ​ກໍ​ຈະ​ຕາຍ​ຍ້ອນ​ການບາບ​ຂອງ​ລາວເອງ, ແຕ່​ເຈົ້າ​ຈະ​ຊ່ວຍ​ຊີວິດ​ຂອງ​ເຈົ້າ​ໄວ້​ໄດ້.

20 ຖ້າ​ຄົນ​ດີ​ມີ​ສິນທຳ​ຜູ້ໜຶ່ງ​ເລີ່ມ​ເຮັດ​ຊົ່ວ ແລະ​ເຮົາ​ໄດ້​ໃຫ້​ລາວ​ຕົກ​ໃນ​ສະພາບ​ອັນຕະລາຍ ລາວ​ກໍ​ຈະ​ຕາຍ​ຍ້ອນ​ການ​ເຮັດ​ບາບ​ນັ້ນ ຖ້າ​ເຈົ້າ​ບໍ່​ຕັກເຕືອນ​ລາວ; ເຮົາ​ຈະ​ບໍ່​ລະນຶກ​ເຖິງ​ຄຸນງາມ​ຄວາມດີ​ທີ່​ລາວ​ໄດ້​ເຮັດ​ມາ​ນັ້ນ ແລະ​ເຮົາ​ຈະ​ຖື​ວ່າ​ເຈົ້າ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ການຕາຍ​ຂອງ​ຄົນ​ນັ້ນ.

21 ຖ້າ​ເຈົ້າ​ຕັກເຕືອນ​ຄົນ​ດີ​ມີ​ສິນທຳ​ຜູ້ໜຶ່ງ​ບໍ່​ໃຫ້​ເຮັດ​ບາບ ແລະ​ລາວ​ເຊື່ອຟັງ​ເຈົ້າ​ໂດຍ​ບໍ່​ເຮັດ​ບາບ​ນັ້ນ ລາວ​ຈະ​ມີ​ຊີວິດ​ຢູ່ ແລະ​ເຈົ້າ​ກໍ​ໄດ້​ຊ່ວຍ​ຊີວິດ​ຂອງ​ເຈົ້າ​ໄວ້.”


ເອເຊກຽນ​ຈະ​ເປັນ​ໃບ້

22 ແລ້ວ​ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ກໍ​ມາ​ຄວບຄຸມ​ຂ້າພະເຈົ້າ​ອີກ. ພຣະອົງ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ລຸກຂຶ້ນ ແລະ​ອອກ​ໄປ​ທີ່​ຮ່ອມພູ. ເຮົາ​ຈະ​ກ່າວ​ແກ່​ເຈົ້າ​ຢູ່​ທີ່ນັ້ນ.”

23 ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ອອກ​ໄປ​ທີ່​ຮ່ອມພູ ແລະ​ຢູ່​ໃນ​ທີ່ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ດັ່ງ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ທີ່​ແຄມ​ແມ່ນໍ້າ​ເກບາກ. ຂ້າພະເຈົ້າ​ໝູບ​ໜ້າ​ລົງ​ກັບ​ພື້ນດິນ

24 ແຕ່​ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ລົງ​ມາ​ສະຖິດ​ຂ້າພະເຈົ້າ ແລະ​ເຮັດ​ໃຫ້​ຂ້າພະເຈົ້າ​ຢືນ​ຂຶ້ນ. ພຣະອົງ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ກັບ​ເມືອ ແລະ​ລີ້​ຢູ່​ໃນ​ເຮືອນ​ສາ.

25 ເຈົ້າ​ຈະ​ຖືກ​ມັດ​ດ້ວຍ​ເຊືອກ ແລະ​ເຈົ້າ​ຈະ​ອອກ​ໄປ​ຂ້າງ​ນອກ​ບໍ່ໄດ້.

26 ເຮົາ​ຈະ​ເຮັດ​ໃຫ້​ລີ້ນ​ຂອງ​ເຈົ້າ​ແຂງ ເພື່ອ​ວ່າ​ເຈົ້າ​ຈະ​ບໍ່​ສາມາດ​ຕັກເຕືອນ​ຄົນ​ກະບົດ​ເຫຼົ່ານີ້​ໄດ້.

27 ຄັນ​ເມື່ອ​ເຮົາ​ກ່າວ​ແກ່​ເຈົ້າ​ອີກ ເຮົາ​ຈຶ່ງ​ຈະ​ໃຫ້​ເຈົ້າ​ສາມາດ​ເວົ້າ​ໄດ້​ອີກ. ເຈົ້າ​ຈະ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້.’ ບາງຄົນ​ໃນ​ພວກເຂົາ​ຈະ​ຟັງ​ແຕ່​ບາງຄົນ​ຈະ​ເມີນເສີຍ​ຕໍ່​ເຈົ້າ ເພາະ​ພວກເຂົາ​ເປັນ​ຊົນຊາດ​ຂອງ​ຄົນ​ກະບົດ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan