ເອເຊກຽນ 28 - ພຣະຄຳພີສັກສິຄຳທຳນວາຍຕໍ່ສູ້ກະສັດຕີເຣ 1 ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ, 2 “ມະນຸດເອີຍ ຈົ່ງບອກຜູ້ປົກຄອງນະຄອນຕີເຣ ສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວຕໍ່ລາວວ່າ, ‘ເພາະເຈົ້າອວດຕົວຂຶ້ນ ເຈົ້າຈຶ່ງອ້າງຕົນເອງວ່າເປັນພະ. ເຈົ້າກ່າວວ່າເຈົ້າເປັນດັ່ງພະຕົນໜຶ່ງທີ່ນັ່ງເທິງບັນລັງ ຊຶ່ງມີທະເລທັງຫລາຍອ້ອມລ້ອມເຈົ້າໄວ້. ເຈົ້າທຳຕົນເປັນພະບໍ່ໄດ້ດອກ ເພາະເຈົ້າເປັນມະນຸດແຕ່ບໍ່ແມ່ນພະ. 3 ເຈົ້າຄິດວ່າເຈົ້າສະຫລາດກວ່າດາເນນ ຈົນບໍ່ມີຄວາມລັບໃດໆປິດບັງເຈົ້າໄວ້ໄດ້. 4 ສະຕິປັນຍາກັບຄວາມຊຳນິຊຳນານຂອງເຈົ້ານັ້ນໄດ້ເຮັດໃຫ້ເຈົ້າຮັ່ງມີ ດ້ວຍຊັບສົມບັດທີ່ເປັນຄຳແລະເງິນ. 5 ເຈົ້າໄດ້ເຮັດທຸລະກິດຢ່າງຫລັກແຫລມແລະສືບຕໍ່ໄດ້ກຳໄລ. ເຈົ້າຊ່າງອວດອົ່ງທະນົງຕົວກັບຊັບສົມບັດຂອງເຈົ້າແທ້ໆນໍ. 6 ບັດນີ້ຕໍ່ໄປນີ້ ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວ: ຍ້ອນເຈົ້າຄິດວ່າເຈົ້າສະຫລາດເໝືອນພະຕົນໜຶ່ງ 7 ເຮົາຈະນຳເຫຼົ່າສັດຕູຜູ້ຫ້ຽມໂຫດມາໂຈມຕີເຈົ້າ. ພວກເຂົາຈະທຳລາຍສິ່ງອັນສວຍງາມທັງໝົດທີ່ເຈົ້າໄດ້ມາ ໂດຍຄວາມຊຳນິຊຳນານແລະສະຕິປັນຍາຂອງເຈົ້ານັ້ນ. 8 ພວກເຂົາຈະສັງຫານເຈົ້າແລະໂຍນເຈົ້າລົງໄປສູ່ຂຸມທີ່ພື້ນທະເລ. 9 ເມື່ອພວກເຂົາມາສັງຫານເຈົ້ານັ້ນ ເຈົ້າຍັງຈະອ້າງເຈົ້າເອງວ່າ, ເຈົ້າເປັນພຣະຕົນໜຶ່ງຢູ່ບໍ? ເມື່ອປະເຊີນໜ້າກັບຜູ້ມາສັງຫານເຈົ້ານັ້ນ ເຈົ້າຈະເປັນມະນຸດແລະບໍ່ແມ່ນພຣະຫຍັງເລີຍ. 10 ເຈົ້າຈະຕາຍດັ່ງໝາໂຕໜຶ່ງໃນເງື້ອມມືຂອງຄົນຕ່າງດ້າວ ຜູ້ທີ່ບໍ່ນັບຖືພຣະເຈົ້າ. ເຮົາໄດ້ບອກໄວ້ແລ້ວ.”’ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. ກະສັດແຫ່ງຕີເຣຖືກປົດຈາກອຳນາດ 11 ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ, 12 “ມະນຸດເອີຍ ຈົ່ງຄໍ່າຄວນເຖິງຊາຕາກຳທີ່ກຳລັງລໍຄອຍກະສັດແຫ່ງຕີເຣຢູ່. ຈົ່ງບອກສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກຳລັງກ່າວຕໍ່ລາວວ່າ, ‘ຄັ້ງໜຶ່ງ ເຈົ້າເຄີຍເປັນແບບຢ່າງເຖິງຄວາມຄົບຖ້ວນບໍຣິບູນ. ເຈົ້າເປັນຄົນສະຫລາດຫລັກແຫລມ ແລະຮູບຮ່າງກໍສະຫງ່າງາມແທ້ໆ 13 ເຈົ້າເຄີຍໄດ້ຢູ່ໃນເອເດນສວນຂອງພຣະເຈົ້າ ທັງປະດັບກາຍດ້ວຍເພັດພອຍນາໆຊະນິດເຊັ່ນ: ທັບທີມແລະເພັດນິນຈິນດາ; ພອຍເຫລືອງ, ນິນ, ມະນີໂຊດ ແລະໂມລາ; ນິນສີຄາມ, ມໍຣະກົດ ແລະໂກເມນ. ເຈົ້າມີເຄື່ອງເອ້ເປັນຄຳຢ່າງຫລວງຫລາຍ. ສິ່ງເຫຼົ່ານີ້ໄດ້ເຮັດໄວ້ສຳລັບເຈົ້າ ຕັ້ງແຕ່ມື້ທີ່ ເຈົ້າໄດ້ຖືກສ້າງຂຶ້ນມາ. 14 ເຮົາໄດ້ຕັ້ງເທວະດາຕົນໜຶ່ງທີ່ໜ້າຢ້ານກົວຍິ່ງໄວ້ໃນທີ່ນັ້ນ ເພື່ອໃຫ້ເຝົ້າປົກປ້ອງຄຸ້ມຄອງເຈົ້າ. ເຈົ້າໄດ້ອາໄສຢູ່ເທິງພູສັກສິດຂອງເຮົາ ແລະຍ່າງໄປມາທ່າມກາງເພັດພອຍຕ່າງໆທີ່ເຫລືອງເຫລື້ອມແວວວາວ. 15 ການປະພຶດຂອງເຈົ້າຄົບຖ້ວນບໍຣິບູນທຸກຢ່າງ ແຕ່ມື້ທີ່ເຈົ້າໄດ້ຖືກສ້າງຂຶ້ນມາ ຈົນກວ່າການຊົ່ວຊ້າໄດ້ປາກົດໃນຕົວເຈົ້າ. 16 ເຈົ້າໄດ້ຫຍຸ້ງຢູ່ນຳແຕ່ການຊື້ຂາຍ ແລະມັນໄດ້ນຳເຈົ້າໄປສູ່ການຮຸນແຮງແລະການກະທຳບາບ. ສະນັ້ນ ເຮົາຈຶ່ງບັງຄັບເຈົ້າໃຫ້ໜີໄປຈາກພູເຂົາຂອງພຣະເຈົ້າ ແລະປົດເຈົ້າລົງສູ່ຖັນແຖວທຳມະດາຂອງມະນຸດທີ່ຕາຍເປັນ ແລະຂັບໄລ່ເຈົ້າໃຫ້ໜີຈາກເພັດພອຍຕ່າງໆອັນເຫລືອງເຫລື້ອມແວວວາວນັ້ນ. 17 ເຈົ້າອວດອົ່ງທະນົງຕົວເພາະຮູບຮ່າງອັນສະຫງ່າງາມຂອງເຈົ້າ ແລະຊື່ສຽງຂອງເຈົ້າກໍໄດ້ພາໃຫ້ເຈົ້າປະພຶດຕົນດັ່ງຄົນໂງ່ຈ້າ. ຍ້ອນເລື່ອງນີ້ ເຮົາຈຶ່ງໂຍນເຈົ້າລົງໄປສູ່ພື້ນດິນ ແລະປ່ອຍປະເຈົ້າໃຫ້ເປັນສິ່ງເຕືອນໃຈແກ່ກະສັດຄົນອື່ນໆ. 18 ເຈົ້າໄດ້ທຳມາຄ້າຂາຍຢ່າງຊົ່ວຊ້າ ຈົນບ່ອນນະມັດສະການຂອງເຈົ້າໄດ້ຮັບການເສື່ອມເສຍໝົດ. ສະນັ້ນ ເຮົາຈຶ່ງຈູດໄຟເຜົາຕົວເມືອງຈົນໄໝ້ໝົດກ້ຽງເປັນຂີ້ເຖົ່າ. ບັດນີ້ ທຸກຄົນທີ່ແນມເບິ່ງເຈົ້າກໍຈະເຫັນເຈົ້າເປັນຂີ້ເຖົ່າໄປ. 19 ເຈົ້າໄດ້ຈາກໄປສາແລ້ວ ແລະຈາກໄປເລີຍ ແລະຊົນຊາດທັງໝົດທີ່ໄດ້ຮູ້ຈັກເຈົ້າຕ່າງກໍສະທ້ານຢ້ານກົວໃຫຍ່ ເພາະຢ້ານວ່າພວກຕົນຈະໄດ້ຮັບສ່ວນໃນຊາຕາກຳຂອງເຈົ້າ.”’ ຄຳທຳນວາຍຕໍ່ສູ້ຊີໂດນ 20 ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ, 21 “ມະນຸດເອີຍ ຈົ່ງປະນາມເມືອງຊີໂດນ. 22 ຈົ່ງບອກປະຊາຊົນໃນທີ່ນັ້ນ ເຖິງສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ກ່າວກ່ຽວກັບພວກເຂົາວ່າ, ‘ເມືອງຊີໂດນເອີຍ ເຮົາເປັນສັດຕູຂອງເຈົ້າ; ປະຊາຊົນຈະສັນລະເສີນເຮົາ ຍ້ອນສິ່ງທີ່ເຮົາໄດ້ເຮັດຕໍ່ເຈົ້າ. ພວກເຂົາຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວເມື່ອເຮົາສະແດງໃຫ້ເຫັນວ່າ ເຮົາບໍຣິສຸດສໍ່າໃດໂດຍລົງໂທດຊາວເມືອງຂອງເຈົ້າ. 23 ເຮົາຈະສົ່ງການເຈັບໄຂ້ໄດ້ປ່ວຍມາສູ່ເຈົ້າ ແລະເຮັດໃຫ້ເລືອດໄຫລນອງຕາມທ້ອງຖະໜົນຫົນທາງ. ເຈົ້າຈະຖືກໂຈມຕີທຸກດ້ານແລະປະຊາຊົນຈະຖືກຂ້າ. ແລ້ວເຈົ້າກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ. ຊາດອິດສະຣາເອນຈະໄດ້ຮັບພຣະພອນ 24 ບໍ່ມີຊາດໃກ້ຄຽງຊາດໃດທີ່ໄດ້ດູຖູກຊາດອິດສະຣາເອນນັ້ນ ຈະເປັນສ້ຽນໜາມ ເໝືອນໜາມຍອກອົກຂອງຊາດອິດສະຣາເອນອີກຕໍ່ໄປ. ແລ້ວພວກເຂົາຈະຮູ້ວ່າເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າ.’ 25 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, ‘ເຮົາຈະນຳປະຊາຊົນອິດສະຣາເອນ ກັບຄືນມາຈາກຊົນຊາດຕ່າງໆທີ່ພວກເຂົາໄດ້ຖືກກະຈັດກະຈາຍໄປນັ້ນ ແລະຊົນຊາດທັງປວງຈະຮູ້ວ່າເຮົາບໍຣິສຸດ. ປະຊາຊົນອິດສະຣາເອນຈະອາໄສຢູ່ໃນດິນແດນຂອງຕົນເອງ ຄືດິນແດນທີ່ເຮົາໄດ້ມອບໃຫ້ຢາໂຄບ ຜູ້ຮັບໃຊ້ຂອງເຮົາ. 26 ພວກເຂົາຈະຢູ່ທີ່ນັ້ນຢ່າງປອດໄພ. ພວກເຂົາຈະປຸກບ້ານເຮືອນແລະເຮັດສວນອະງຸ່ນ. ເຮົາຈະລົງໂທດບັນດາປະເທດໃກ້ຄຽງທີ່ໄດ້ດູຖູກພວກເຂົາ ແລະຊາດອິດສະຣາເອນຈະປອດໄພ. ແລ້ວພວກເຂົາກໍຈະຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ.”’ |
@ 2012 United Bible Societies. All Rights Reserved.