ເອເຊກຽນ 26 - ພຣະຄຳພີສັກສິຄຳທຳນວາຍຕໍ່ສູ້ຕີເຣ 1 ໃນວັນທີໜຶ່ງຂອງເດືອນ ອັນກົງກັບປີທີສິບເອັດ ແຫ່ງການເປັນຊະເລີຍໃນຕ່າງຖິ່ນຂອງພວກເຮົານັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ, 2 “ມະນຸດເອີຍ ນີ້ແມ່ນສິ່ງທີ່ປະຊາຊົນໃນເມືອງຕີເຣກຳລັງໂຮຮ້ອງ. ພວກເຂົາຮ້ອງຂຶ້ນວ່າ, ‘ນະຄອນເຢຣູຊາເລັມພັງທະລາຍແລ້ວ ອຳນາດຂອງນະຄອນເຢຣູຊາເລັມສິ້ນສຸດລົງແລ້ວ ຄູ່ແຂ່ງຂອງພວກເຮົາບໍ່ມີຕໍ່ໄປອີກແລ້ວ.’ 3 ບັດນີ້ແມ່ນສິ່ງນີ້ແຫຼະ ທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກຳລັງກ່າວ: ນະຄອນຕີເຣເອີຍ ເຮົາເປັນສັດຕູຂອງເຈົ້າ. ເຮົາຈະນຳຊົນຊາດທັງຫລາຍມາໂຈມຕີເຈົ້າ ແລະພວກເຂົາຈະມາເໝືອນຄື້ນທະເລ. 4 ພວກເຂົາຈະທຳລາຍກຳແພງເມືອງຂອງເຈົ້າແລະທັງຮື້ຫໍຄອຍທັງຫລາຍລົງ. ແລ້ວເຮົາກໍຈະກວາດຂີ້ຝຸ່ນດິນໄປ ໃຫ້ຍັງເຫລືອແຕ່ດານຫີນ. 5 ພວກຫາປາຈະຕາກມອງຂອງພວກເຂົາເທິງນັ້ນ ອັນເປັນບ່ອນທີ່ຕັ້ງຢູ່ກາງທະເລ. ເຮົາໄດ້ບອກໄວ້ແລ້ວ, ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. ຊົນຊາດຕ່າງໆຈະປຸ້ນຈີ້ເມືອງຕີເຣ 6 ແລະພວກເຂົາຈະໃຊ້ດາບຂ້າພວກທີ່ອາໄສຢູ່ ຕາມເມືອງຕ່າງໆໃນແຜ່ນດິນໃຫຍ່ນັ້ນ. ແລ້ວຕີເຣກໍຈະໄດ້ຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.” 7 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ເຮົາກຳລັງນຳເອົາກະສັດຜູ້ຍິ່ງໃຫຍ່ທີ່ສຸດ ຄືເຈົ້າເນບູກາດເນັດຊາແຫ່ງບາບີໂລນ ມາໂຈມຕີດິນແດນຕີເຣ. ລາວຈະມາຈາກທິດເໜືອພ້ອມທັງກອງທັບອັນໃຫຍ່ໂຕ ໂດຍມີທັງມ້າກັບລົດຮົບແລະທະຫານມ້າ. 8 ພວກທີ່ອາໄສຢູ່ເມືອງຕ່າງໆໃນແຜ່ນດິນໃຫຍ່ນັ້ນຈະຖືກຂ້າໃນເວລາສູ້ຮົບກັນ. ສັດຕູຈະຂຸດຮ່ອງປ້ອງກັນຕົວແລະສ້າງຄັນຄູ ຕະຫລອດທັງສ້າງກຳແພງອັນແໜ້ນໜາ ເພື່ອປ້ອງກັນໃນການຕໍ່ສູ້ເຈົ້າ. 9 ພວກເຂົາຈະໃຊ້ເຄື່ອງທະລຸແລະພັງກຳແພງເມືອງລົງ ແລະຮື້ຫໍຄອຍທັງຫລາຍດ້ວຍທ່ອນເຫລັກ. 10 ຂີ້ຝຸ່ນດິນທີ່ຟົ້ງຂຶ້ນຍ້ອນມ້າຂອງພວກເຂົາແລ່ນນັ້ນຈະປົກຄຸມເຈົ້າ. ສຽງຕີນມ້າແກ່ກວຽນແລະແກ່ລົດຮົບ ຈະເຮັດໃຫ້ກຳແພງເມືອງຂອງເຈົ້າສັ່ນສະເທືອນ ເມື່ອພວກເຂົາຜ່ານປະຕູເມືອງທີ່ຮົກຮ້າງເພພັງໄປ. 11 ທະຫານມ້າຈະບຸກໄປຕາມທ້ອງຖະໜົນໂດຍໃຊ້ດາບຂ້າປະຊາຊົນຂອງເຈົ້າ. ເສົາຫີນອັນແຂງແກ່ນຂອງເຈົ້າຈະຖືກຖອນຖິ້ມ. 12 ເຫຼົ່າສັດຕູຈະຢຶດເອົາຊັບສົມບັດແລະສິນຄ້າຂອງເຈົ້າໄປ. ພວກເຂົາຈະຮື້ກຳແພງແລະທຳລາຍເຮືອນອັນສວຍງາມຂອງເຈົ້າ. ພວກເຂົາຈະເອົາກ້ອນຫີນກັບທ່ອນໄມ້ແລະເສດດິນຈີ່ ຖິ້ມລົງໃນທະເລ. 13 ເຮົາຈະໃຫ້ສຽງເພງສຸດສິ້ນລົງ ແລະຈະໃຫ້ສຽງພິນມິດງຽບຫາຍໄປ. 14 ເຮົາຈະປະໄວ້ແຕ່ດານຫີນທີ່ຊາວຫາປາໃຊ້ຕາກມອງຂອງພວກເຂົາ. ເມືອງຕີເຣນີ້ຈະບໍ່ໄດ້ຖືກສ້າງຂຶ້ນອີກຈັກເທື່ອ. ເຮົາຄືພຣະເຈົ້າຢາເວໄດ້ບອກໄວ້ແລ້ວ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. 15 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າມີຖ້ອຍຄຳທີ່ຈະຕ້ອງກ່າວແກ່ເມືອງຕີເຣວ່າ, “ເມື່ອເຈົ້າຖືກພວກເຂົາຕີຊະນະແລ້ວ ປະຊາຊົນທີ່ອາໄສຢູ່ຕາມແຄມທະເລຈະສະທ້ານຢ້ານກົວ ເມື່ອໄດ້ຍິນສຽງຮ້ອງຄວນຄາງຂອງພວກທີ່ຖືກຂ້າ. 16 ບັນດາກະສັດທັງໝົດຜູ້ທີ່ເປັນເຈົ້າຖິ່ນຂອງທ້ອງທະເລຈະລົງຈາກບັນລັງຂອງຕົນ. ພວກເຂົາຈະຖືກບັງຄັບໃຫ້ແກ້ເຄື່ອງຊັ້ນນອກ ແລະເຄື່ອງນຸ່ງທີ່ປັກແສ່ວຂອງຕົນອອກ ແລະປະໃຫ້ນັ່ງສັ່ນເຊັນຕາມພື້ນດິນ. ພວກເຂົາຈະສະທ້ານຢ້ານກົວຫລາຍທີ່ສຸດຍ້ອນຊາຕາກຳຂອງເຈົ້າ ຈົນພວກເຂົາບໍ່ສາມາດຢຸດສັ່ນເຊັນໄດ້. 17 ແລ້ວພວກເຂົາກໍຈະຮ້ອງເພງອາໄລອາວອນນີ້ເຖິງເຈົ້າວ່າ: ນະຄອນມີຊື່ສຽງນັ້ນຖືກທຳລາຍລົງແລ້ວເດ ເຮືອຂອງຕີເຣກໍຖືກກວາດໄປກ້ຽງ ຄົນໃນເມືອງນີ້ເຄີຍມີອຳນາດທາງທະເລ ຜູ້ທີ່ຢູ່ຕາມແຄມຝັ່ງກໍສະທ້ານຢ້ານກົວທັງນັ້ນ. 18 ບັດນີ້ ເຖິງວັນທີ່ຕີເຣຖືກທຳລາຍໃຫ້ໝຸ່ນທະລາຍ ເກາະດອນກໍຫວັ່ນໄຫວທັງຄົນກໍສະດຸ້ງຕົກໃຈດ້ວຍ.” 19 ແລ້ວອົງພຣະຜູ້ເປັນເຈົ້າ ພຣະເຈົ້າກໍກ່າວວ່າ: “ເຮົາຈະເຮັດໃຫ້ເຈົ້າກາຍເປັນດັ່ງເມືອງທີ່ເປົ່າຫວ່າງແລະຮົກຮ້າງເພພັງທີ່ບໍ່ມີຜູ້ໃດຢູ່ອາໄສ. ເຮົາຈະໃຫ້ນໍ້າຈາກມະຫາສະໝຸດເລິກໄຫລມາຖ້ວມເຈົ້າ. 20 ເຮົາຈະສົ່ງເຈົ້າລົງໄປຮ່ວມກັບຄົນທີ່ໄດ້ອາໄສຢູ່ໃນແດນມໍຣະນາແຕ່ກ່ອນກີ້. ເຮົາຈະເຮັດໃຫ້ເຈົ້າຢູ່ຮ່ວມກັບພວກຄົນຕາຍໃນໂລກໃຕ້ດິນທີ່ເປັນບ່ອນຮົກຮ້າງເພພັງຕະຫລອດໄປ. ໃນທີ່ສຸດ ເຈົ້າຈະບໍ່ມີຜູ້ໃດອາໄສຢູ່ ແລະບໍ່ມີວັນທີ່ຈະກັບຄືນໄປບ່ອນຂອງເຈົ້າ ໃນດິນແດນຂອງຄົນເປັນ. 21 ເຮົາຈະເຮັດໃຫ້ເຈົ້າເປັນຕົວຢ່າງອັນໜ້າຢ້ານກົວຫລາຍ ແລະນັ້ນແຫຼະແມ່ນຈຸດຈົບຂອງເຈົ້າ. ຄົນທັງຫລາຍຈະສະແຫວງຫາເຈົ້າ, ແຕ່ເຈົ້າຈະບໍ່ໄດ້ພົບ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. |
@ 2012 United Bible Societies. All Rights Reserved.