Biblia Todo Logo
Bìoball air-loidhne

- Sanasan -

ເອເຊກຽນ 25 - ພຣະຄຳພີສັກສິ


ຄຳທຳນວາຍ​ຕໍ່ສູ້​ອຳໂມນ

1 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,

2 “ມະນຸດ​ເອີຍ ຈົ່ງ​ກ່າວ​ປະນາມ​ຊາວ​ອຳໂມນ.

3 ຈົ່ງ​ບອກ​ພວກເຂົາ​ວ່າ, ‘ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ເທີ້ນ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ພວກເຈົ້າ​ໄດ້​ມີ​ຄວາມ​ປິຕິ​ຍິນດີ​ທີ່​ເຫັນ​ວິຫານ​ຂອງເຮົາ​ເປັນ​ມົນທິນ​ທີ່​ເຫັນ​ດິນແດນ​ຂອງ​ຊາດ​ອິດສະຣາເອນ​ຖືກ​ລ້າງຜານ ແລະ​ທີ່​ເຫັນ​ປະຊາຊົນ​ຢູດາ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.

4 ຍ້ອນ​ພວກເຈົ້າ​ໄດ້​ມີ​ຄວາມ​ປິຕິ​ຍິນດີ ເຮົາ​ຈຶ່ງ​ຈະ​ປ່ອຍ​ໃຫ້​ເຜົ່າ​ຕ່າງໆ ທາງທິດ​ຕາເວັນອອກ​ຂອງ​ຖິ່ນ​ແຫ້ງແລ້ງ​ກັນດານ ຕີ​ຊະນະ​ພວກເຈົ້າ. ພວກເຂົາ​ຈະ​ຕັ້ງ​ຄ້າຍ​ໃສ່​ໃນ​ດິນແດນ​ຂອງ​ພວກເຈົ້າ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ທີ່​ນັ້ນ. ພວກເຂົາ​ຈະ​ກິນ​ໝາກໄມ້ ແລະ​ດື່ມ​ນໍ້ານົມ​ທີ່​ຄວນ​ເປັນ​ຂອງ​ພວກເຈົ້າ.

5 ເຮົາ​ຈະ​ປ່ຽນ​ເມືອງ​ຣັບບາ​ໃຫ້​ກາຍເປັນ​ບ່ອນ​ຮັກສາ​ຝູງ​ອູດ ແລະ​ທົ່ວ​ດິນແດນ​ອຳໂມນ​ໃຫ້​ກາຍເປັນ​ບ່ອນ​ຮັກສາ​ຝູງແກະ ກໍ​ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.

6 ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ: ພວກເຈົ້າ​ໄດ້​ຕົບ​ມື​ແລະ​ເຕັ້ນ​ຢ່າງ​ປິຕິ​ຍິນດີ. ພວກເຈົ້າ​ໄດ້​ດູຖູກ​ດິນແດນ​ຂອງ​ຊາດ​ອິດສະຣາເອນ.

7 ເພາະ​ພວກເຈົ້າ​ໄດ້​ເຮັດ​ເຊັ່ນນັ້ນ ເຮົາ​ຈະ​ມອບ​ພວກເຈົ້າ​ໃຫ້​ແກ່​ຊົນຊາດ​ອື່ນ ທີ່​ຈະ​ມາ​ລັກ​ແລະ​ປຸ້ນ​ພວກເຈົ້າ. ເຮົາ​ຈະ​ທຳລາຍ​ພວກເຈົ້າ​ໃຫ້​ຈົນກ້ຽງ ເພື່ອ​ພວກເຈົ້າ​ຈະ​ບໍ່ໄດ້​ເປັນ​ຊົນຊາດ​ໜຶ່ງ​ອີກ​ຕໍ່ໄປ ຫລື​ມີ​ດິນແດນ​ເປັນ​ຂອງ​ຕົນເອງ. ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”’


ຄຳທຳນວາຍ​ຕໍ່ສູ້​ໂມອາບ

8 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ເພາະ​ດິນແດນ​ໂມອາບ ໄດ້​ກ່າວ​ວ່າ, ຢູດາຍ​ເປັນ​ດັ່ງ​ຊົນຊາດ​ອື່ນໆ​ທັງໝົດ

9 ເຮົາ​ຈະ​ປະ​ໃຫ້​ເມືອງ​ທັງຫລາຍ​ທີ່​ປ້ອງກັນ​ຊາຍແດນ​ຂອງ​ໂມອາບ ຖືກ​ໂຈມຕີ​ລວມທັງ​ເມືອງ​ທີ່​ສວຍງາມ​ດ້ວຍ ເຊັ່ນ: ເບັດ​ເຢຊີໂມດ, ບາອານ​ເມໂອນ ແລະ​ກີຣິອາດທາອິມ.

10 ເຮົາ​ຈະ​ປ່ອຍ​ໃຫ້​ເຜົ່າ​ທາງທິດ​ຕາເວັນອອກ​ຂອງ​ຖິ່ນ​ແຫ້ງແລ້ງ​ກັນດານ ຕີ​ຊະນະ​ໂມອາບ, ພ້ອມ​ດ້ວຍ​ອຳໂມນ, ເພື່ອ​ວ່າ​ໂມອາບ ຈະ​ບໍ່​ເປັນ​ປະເທດ​ໜຶ່ງ​ອີກ​ຕໍ່ໄປ.

11 ເຮົາ​ຈະ​ລົງໂທດ​ໂມອາບ ແລະ​ພວກເຂົາ​ກໍ​ຈະ​ໄດ້​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ຄຳທຳນວາຍ​ຕໍ່ສູ້​ເອໂດມ

12 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ປະຊາຊົນ​ເອໂດມ​ໄດ້​ທຳ​ການ​ແກ້ແຄ້ນ​ຢູດາຍ​ຢ່າງ​ໂຫດຫ້ຽມ ແລະ​ການ​ແກ້ແຄ້ນ​ນີ້​ໄດ້​ນຳ​ຄວາມຜິດ​ມາ​ໃຫ້​ເອໂດມ ເປັນ​ເວລາ​ອັນ​ຢຶດເຍື້ອ​ຍາວນານ.

13 ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ປະກາດ​ວ່າ ເຮົາ​ຈະ​ລົງໂທດ​ເອໂດມ ແລະ​ຂ້າ​ທຸກຄົນ​ແລະ​ສັດ​ທຸກ​ໂຕ​ຢູ່​ໃນ​ທີ່ນັ້ນ. ຕັ້ງແຕ່​ເມືອງ​ເຕມານ ຫາ​ເມືອງ​ເດດານ ເຮົາ​ຈະ​ເຮັດ​ໃຫ້​ເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ ແລະ​ປະຊາຊົນ​ກໍ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ.

14 ຊາດ​ອິດສະຣາເອນ​ປະຊາຊົນ​ຂອງເຮົາ ຈະ​ແກ້ແຄ້ນ​ດິນແດນ​ເອໂດມ​ໃຫ້​ເຮົາ; ແລະ​ພວກເຂົາ​ຈະ​ເຮັດ​ໃຫ້​ເອໂດມ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ຫ້ຽມໂຫດ​ຂອງເຮົາ. ເອໂດມ​ຈະ​ຮູ້ວ່າ​ການ​ຕົກ​ເປັນ​ເປົ້າ​ແຫ່ງ​ການ​ແກ້ແຄ້ນ​ຂອງເຮົາ​ນັ້ນ ໝາຍຄວາມວ່າ​ຢ່າງໃດ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ຄຳທຳນວາຍ​ຕໍ່ສູ້​ຟີລິດສະຕິນ

15 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ຊາວ​ຟີລິດສະຕິນ​ໄດ້​ແກ້ແຄ້ນ​ຢ່າງ​ໂຫດຫ້ຽມ​ເຫຼົ່າ​ສັດຕູ​ແຕ່​ກ່ອນກີ້​ຂອງຕົນ ແລະ​ໄດ້​ທຳລາຍ​ພວກເຂົາ​ດ້ວຍ​ຄວາມ​ກຽດຊັງ.

16 ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ກຳລັງ​ປະກາດ​ວ່າ​ເຮົາ​ຈະ​ໂຈມຕີ​ຊາວ​ຟີລິດສະຕິນ ແລະ​ກວາດລ້າງ​ພວກ​ເກເຣັດ​ໃຫ້​ໝົດໄປ. ເຮົາ​ຈະ​ທຳລາຍ​ທຸກຄົນ​ທີ່​ເຫຼືອ​ຢູ່​ໃນ​ທົ່ງພຽງ​ຟີລິດສະຕິນ.

17 ເຮົາ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ໜັກ ແລະ​ຈະ​ແກ້ແຄ້ນ​ພວກເຂົາ​ຢ່າງ​ເຕັມທີ່. ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan