Biblia Todo Logo
Bìoball air-loidhne

- Sanasan -

ເອເຊກຽນ 24 - ພຣະຄຳພີສັກສິ


ໝໍ້ຂາງ​ຂີ້ໝ້ຽງ

1 ມື້​ທີ​ສິບ​ຂອງ​ເດືອນ​ທີ​ສິບ​ໃນ​ປີ​ທີ​ເກົ້າ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,

2 “ມະນຸດ​ເອີຍ ຈົ່ງ​ຂຽນ​ວັນ​ທີ​ຂອງ​ວັນ​ນີ້​ໄວ້ ເພາະ​ແມ່ນ​ມື້​ທີ່​ກະສັດ​ແຫ່ງ​ບາບີໂລນ ເລີ່ມຕົ້ນ​ປິດລ້ອມ​ນະຄອນ​ເຢຣູຊາເລັມ.

3 ຈົ່ງ​ບອກ​ເລື່ອງ​ປຽບທຽບ​ນີ້​ແກ່​ປະຊາຊົນ​ຂອງເຮົາ​ຜູ້​ມັກ​ກະບົດ​ວ່າ, ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຕໍ່​ພວກເຂົາ​ດັ່ງນີ້: ຈົ່ງ​ຕັ້ງ​ໝໍ້ຂາງ​ໃສ່​ທີ່​ເທິງ​ເຕົາ​ໄຟ ແລະ​ຖອກ​ນໍ້າ​ລົງ​ໃສ່​ເຕັມ​ໝໍ້ຂາງ​ນັ້ນ.

4 ຈົ່ງ​ເອົາ​ຊີ້ນ​ດີທີ່ສຸດ​ໃສ່​ລົງ​ໃນ​ໝໍ້ຂາງ ຊີ້ນ​ຂາໂຕ້ ຊີ້ນ​ສັນຂາ ເລືອກ​ກະດູກ​ແນວ​ດີໆ​ດ້ວຍ.

5 ຈົ່ງ​ໃຊ້​ຕ່ອນ​ຊີ້ນ​ຂອງ​ແກະ​ໂຕ​ດີທີ່ສຸດ ແລະ​ກອງ​ຟືນ ໃສ່​ລຸ່ມ​ໝໍ້ຂາງ​ນັ້ນ. ຈົ່ງ​ປະ​ໃຫ້​ນໍ້າ​ຟົດ​ເດືອດ​ຂຶ້ນ​ມາ ຕົ້ມ​ກະດູກ​ແລະ​ຕ່ອນ​ຊີ້ນ​ດ້ວຍ.”

6 ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ວິບັດ​ເປັນ​ຂອງ​ເມືອງ​ແຫ່ງ​ພວກ​ຄາດຕະກອນ​ສາ​ແລ້ວ ມັນ​ເປັນ​ດັ່ງ​ໝໍ້ຂາງ​ຂີ້ໝ້ຽງ​ທີ່​ລ້າງ​ໃຫ້​ສະອາດ​ບໍ່ໄດ້. ພວກເຂົາ​ໄດ້​ຢິບ​ເອົາ​ຊີ້ນ​ອອກ​ເທື່ອແລ້ວ​ເທື່ອອີກ ຈົນ​ມັນ​ບໍ່ມີ​ເຫຼືອ​ຢູ່​ເລີຍ.

7 ໃນ​ເມືອງ​ກໍ​ມີ​ແຕ່​ຄາດຕະກຳ; ສ່ວນ​ເລືອດ​ນັ້ນ ພວກເຂົາ​ກໍ​ບໍ່ໄດ້​ປ່ອຍ​ໃຫ້​ໄຫລ​ລົງ​ໃສ່​ພື້ນດິນ ຊຶ່ງ​ຂີ້ຝຸ່ນ​ດິນ​ສາມາດ​ຈະ​ປິດບັງ​ມັນ​ໄດ້; ແຕ່​ຊໍ້າພັດ​ປ່ອຍ​ໃຫ້​ມັນ​ຢົດ​ລົງ​ເທິງ​ຫີນດານ.

8 ເຮົາ​ໄດ້​ປະ​ເລືອດ​ໄວ້​ຢູ່​ທີ່​ນັ້ນ ຊຶ່ງ​ເປັນ​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ຈະ​ເຊື່ອງ​ໄວ້​ໄດ້ ຄື​ບ່ອນ​ທີ່​ມັນ​ຮ້ອງຂໍ​ແກ້ແຄ້ນ​ຄືນ​ຢ່າງ​ຮ້າຍກາດ.”

9 ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ວິບັດ​ເປັນ​ຂອງ​ເມືອງ​ແຫ່ງ​ພວກ​ຄາດຕະກອນ​ສາ​ແລ້ວ ເຮົາ​ເອງ​ຈະ​ກອງ​ຟືນ​ຂຶ້ນ.

10 ເອົາ​ຟືນ​ມາ​ຕື່ມ ເປົ່າ​ໄຟ​ຂຶ້ນ ເອົາ​ຊີ້ນ​ມາ​ຕົ້ມ ຕົ້ມ​ໃຫ້​ເປື່ອຍ ຈົນ​ນໍ້າ​ຕົ້ມ​ແຫ້ງ

11 ບັດນີ້ ຈົ່ງ​ຕັ້ງ​ໝໍ້ຂາງ​ທອງສຳຣິດ​ໃສ່​ເທິງ​ຖ່ານໄຟ ແລະ​ໃຫ້​ໝໍ້ຂາງ​ຮ້ອນ​ຈົນ​ມັນ​ແດງ. ແລ້ວ​ໝໍ້​ນັ້ນ​ກໍ​ຈະ​ສະອາດ​ອີກ ຫລັງຈາກ​ທີ່​ຂີ້ໝ້ຽງ​ໄດ້​ໄໝ້​ໝົດ​ແລ້ວ

12 ເຖິງ​ແມ່ນ​ວ່າ​ຂີ້ໝ້ຽງ​ຈະ​ບໍ່​ສູນຫາຍ​ໄປ​ໃນ​ໄຟ​ໝົດ​ກໍດີ.

13 ນະຄອນ​ເຢຣູຊາເລັມ​ເອີຍ ການກະທຳ​ອັນ​ຜິດ​ສິນທຳ​ຕ່າງໆ​ຂອງເຈົ້າ​ນັ້ນ ໄດ້​ເຮັດ​ໃຫ້​ເຈົ້າ​ເປັນ​ມົນທິນ. ແມ່ນ​ວ່າ​ເຮົາ​ພະຍາຍາມ​ຊຳລະ​ເຈົ້າ​ໃຫ້​ບໍຣິສຸດ​ກໍດີ ເຈົ້າ​ກໍ​ຍັງ​ມີ​ມົນທິນ​ຢູ່. ເຈົ້າ​ຈະ​ບໍ່​ສະອາດ​ແທ້ ຈົນກວ່າ​ເຈົ້າ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ເຕັມ​ຂະໜາດ​ຂອງເຮົາ.

14 ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ. ເວລາ​ທີ່​ເຮົາ​ຈະ​ລົງມື​ດຳເນີນການ​ນັ້ນ​ມາ​ເຖິງ​ແລ້ວ. ເຮົາ​ຈະ​ບໍ່​ເມີນເສີຍ​ຕໍ່​ບາບ​ນາໆ​ປະການ​ຂອງເຈົ້າ ຫລື​ສະແດງ​ຄວາມ​ເມດຕາ​ຕໍ່​ເຈົ້າ. ເຈົ້າ​ຈະ​ຖືກ​ລົງໂທດ​ເພາະ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ເມຍ​ຂອງ​ຜູ້ທຳນວາຍ​ຕາຍ

15 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,

16 “ມະນຸດ​ເອີຍ ພຽງແຕ່​ອືດ​ລົມຫາຍໃຈ​ດຽວ​ເທົ່ານັ້ນ ເຮົາ​ກໍ​ຈະ​ພັດ​ຄົນ​ທີ່​ເຈົ້າ​ຮັກ​ທີ່ສຸດ​ໃຫ້​ໜີໄປ. ເຈົ້າ​ບໍ່​ຕ້ອງ​ຈົ່ມ ຫລື​ຮ້ອງໄຫ້​ຮໍ່າໄຮ ຫລື​ຫລັ່ງ​ນໍ້າຕາ​ນຳ​ດອກ.

17 ຢ່າ​ໃຫ້​ຜູ້ໃດ​ໄດ້ຍິນ​ສຽງ​ເຈົ້າ​ສະອຶກ​ສະອື້ນ. ຢ່າ​ໄວ້ທຸກ​ໂດຍ​ໄປມາ​ບໍ່ມີ​ຜ້າປົກ​ຫົວ ຫລື​ຍ່າງ​ຕີນ​ເປົ່າ. ຢ່າ​ປົກ​ໜ້າ ຫລື​ກິນ​ອາຫານ​ທີ່​ຄົນ​ໄວ້ທຸກ​ກິນ.”

18 ແຕ່​ເຊົ້າໆ​ຂອງ​ວັນ​ນັ້ນ ຂ້າພະເຈົ້າ​ກຳລັງ​ໂອ້ລົມ​ຢູ່​ກັບ​ຄົນ. ໃນ​ແລງ​ຂອງ​ວັນ​ນັ້ນ​ເມຍ​ຂອງ​ຂ້າພະເຈົ້າ​ກໍ​ຕາຍ ແລະ​ໃນ​ວັນ​ຕໍ່ມາ ຂ້າພະເຈົ້າ​ກໍ​ເຮັດ​ຕາມ​ທີ່​ພຣະເຈົ້າ​ໄດ້​ບອກ.

19 ປະຊາຊົນ​ໄດ້​ຖາມ​ຂ້າພະເຈົ້າ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ເຊັ່ນນີ້?”

20 ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ໃຫ້​ກ່າວ

21 ແກ່​ພວກເຈົ້າ​ຊາວ​ອິດສະຣາເອນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ: ‘ເຮົາ​ຈະ​ເຮັດ​ໃຫ້​ພຣະວິຫານ​ຂອງເຮົາ​ເປັນ​ມົນທິນ ຍ້ອນ​ພວກເຈົ້າ​ພາກພູມ​ໃຈ​ເຖິງ​ຄວາມ​ໝັ້ນຄົງ​ຂອງ​ພຣະວິຫານ. ພວກເຈົ້າ​ມັກ​ຈະ​ແນມເບິ່ງ​ພຣະວິຫານ​ນັ້ນ ແລະ​ມັກ​ຈະ​ເຂົ້າ​ໄປ​ໃນ​ທີ່ນັ້ນ; ພວກ​ລູກ​ຊາຍ​ຍິງ​ຂອງ​ພວກເຈົ້າ​ທີ່​ເຫຼືອ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຈະ​ຖືກ​ຂ້າ​ໃນ​ສົງຄາມ.

22 ແລ້ວ​ພວກເຈົ້າ​ກໍ​ຈະ​ເຮັດ​ຕາມ​ທີ່​ຂ້ອຍ​ໄດ້​ເຮັດ. ພວກເຈົ້າ​ຈະ​ບໍ່​ປົກ​ໜ້າ ຫລື​ບໍ່​ກິນ​ຂອງ​ທີ່​ຄົນ​ໄວ້ທຸກ​ກິນ.

23 ພວກເຈົ້າ​ຈະ​ບໍ່​ໄປມາ​ໂດຍ​ບໍ່ມີ​ຜ້າປົກ​ຫົວ ແລະ​ຈະ​ບໍ່​ຍ່າງ​ຕີນ​ເປົ່າ ຫລື​ໄວ້ທຸກ ຫລື​ຮ້ອງໄຫ້. ພວກເຈົ້າ​ຈະ​ຈ່ອຍຜອມ​ຍ້ອນ​ການບາບ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ຄໍ່າຄວນ​ຕໍ່​ກັນແລະກັນ.

24 ແລ້ວ​ເອເຊກຽນ​ກໍ​ຈະ​ເປັນ​ໝາຍສຳຄັນ​ໃຫ້​ແກ່​ພວກເຈົ້າ; ພວກເຈົ້າ​ຈະ​ເຮັດ​ຕາມ​ທຸກສິ່ງ​ທີ່​ລາວ​ໄດ້​ເຮັດ. ເມື່ອ​ເຫດການ​ນີ້​ເກີດຂຶ້ນ ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ.”’

25 “ບັດນີ້​ມະນຸດ​ເອີຍ ເຮົາ​ຈະ​ເອົາ​ພຣະວິຫານ​ອັນ​ໝັ້ນຄົງ​ແຂງແຮງ ທີ່​ພວກເຂົາ​ພາກພູມ​ໃຈ​ແລະ​ຍິນດີ​ນຳ​ນັ້ນ​ໜີໄປ​ຈາກ​ພວກເຂົາ ຄື​ພຣະວິຫານ​ທີ່​ພວກເຂົາ​ມັກ​ແນມເບິ່ງ​ແລະ​ມັກ​ໄປ​ຢ້ຽມຢາມ. ເຮົາ​ຈະ​ເອົາ​ລູກ​ຊາຍ​ຍິງ​ຂອງ​ພວກເຂົາ​ໜີໄປ​ດ້ວຍ.

26 ໃນ​ມື້​ທີ່​ເຮົາ​ລົງ​ມາ​ດຳເນີນການ​ນັ້ນ ຄົນ​ໜຶ່ງ​ທີ່​ປົບໜີ​ຈາກ​ການທຳລາຍ​ໄດ້ ຈະ​ມາ​ບອກ​ເລື່ອງ​ນີ້​ສູ່​ເຈົ້າ​ຟັງ.

27 ໃນ​ວັນ​ດຽວກັນ​ນັ້ນ​ເອງ ເຈົ້າ​ຈະ​ໄດ້​ຣິດ​ແຫ່ງ​ການ​ປາກເວົ້າ​ຊຶ່ງ​ເຈົ້າ​ໄດ້​ເສຍໄປ​ນັ້ນ​ຄືນ​ມາ ແລະ​ເຈົ້າ​ຈະ​ເວົ້າ​ກັບ​ພວກເຂົາ​ດ້ວຍ​ວິທີ​ດັ່ງ​ກ່າວ​ນີ້ ເຈົ້າ​ຈະ​ເປັນ​ໝາຍສຳຄັນ​ໃຫ້​ແກ່​ປະຊາຊົນ ແລະ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan