Biblia Todo Logo
Bìoball air-loidhne

- Sanasan -

ເອເຊກຽນ 23 - ພຣະຄຳພີສັກສິ


ສອງ​ເອື້ອຍ​ນ້ອງ​ທີ່​ເຮັດ​ບາບ

1 ຖ້ອຍຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,

2 “ມະນຸດ​ເອີຍ ໃນ​ຄັ້ງ​ໜຶ່ງ​ນັ້ນ​ມີ​ເອື້ອຍ​ນ້ອງ​ຢູ່​ສອງ​ຄົນ.

3 ເມື່ອ​ພວກເຂົາ​ຍັງ​ເປັນ​ສາວ​ຢູ່​ໃນ​ເອຢິບ​ນັ້ນ ພວກເຂົາ​ໄດ້​ເສຍຕົວ​ຈົນ​ກາຍເປັນ​ຍິງໂສເພນີ.

4 ເອື້ອຍ​ກົກ​ຊື່​ວ່າ ໂອໂຮລາ (ນາງ​ເປັນ​ຕົວແທນ​ໃຫ້​ຊາມາເຣຍ) ແລະ​ນ້ອງສາວ​ຊື່​ວ່າ​ໂອໂຮລີບາ (ນາງ​ເປັນ​ຕົວແທນ​ໃຫ້​ນະຄອນ​ເຢຣູຊາເລັມ). ເຮົາ​ໄດ້​ແຕ່ງງານ​ກັບ​ພວກເຂົາ​ທັງສອງ ແລະ​ພວກເຂົາ​ກໍໄດ້​ເກີດ​ລູກ​ໃຫ້​ແກ່​ເຮົາ.

5 ເຖິງ​ແມ່ນ​ວ່າ ໂອໂຮລາ​ເປັນ​ຂອງເຮົາ​ກໍຕາມ ແຕ່​ນາງ​ຍັງ​ໄດ້​ສືບຕໍ່​ເປັນ​ຍິງໂສເພນີ ບ້າ​ຕັນຫາ ໄຝ່​ຫາ​ແຕ່​ບັນດາ​ຄູ່ຮັກ​ຂອງ​ນາງ​ທີ່​ມາ​ຈາກ​ປະເທດ​ອັດຊີເຣຍ.

6 ພວກເຂົາ​ນຸ່ງ​ເຄື່ອງແບບ​ສີມ່ວງ ເປັນ​ພວກ​ເຈົ້ານາຍ​ຂຸນນາງ ແລະ​ນາຍ​ທະຫານ​ຊັ້ນ​ຜູ້ໃຫຍ່; ພວກເຂົາ​ລ້ວນແຕ່​ເປັນ​ຊາຍໜຸ່ມ​ທີ່​ໜຸ່ມແໜ້ນ​ຮູບຮ່າງ​ງາມ​ຂີ່​ມ້າ.

7 ນາງ​ຫຼິ້ນຊູ້​ກັບ​ຄົນ​ເຫຼົ່ານີ້ ຊຶ່ງ​ເປັນ​ບຸກຄົນ​ທີ່​ຄັດເລືອກ​ແລ້ວ​ຂອງ​ອັດຊີເຣຍ​ທຸກຄົນ ແລະ​ນາງ​ກໍໄດ້​ເຮັດ​ໃຫ້​ນາງ​ເປັນ​ມົນທິນ ໂດຍ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຂອງ​ຊາວ​ອັດຊີເຣຍ.

8 ນາງ​ຍັງ​ບໍ່​ເລີກ​ການ​ຫຼິ້ນຊູ້​ທີ່​ນາງ​ເຄີຍ​ເປັນ​ມາ​ແລ້ວ​ໃນ​ປະເທດ​ເອຢິບ ບ່ອນ​ທີ່​ນາງ​ໄດ້​ເສຍຕົວ​ນັ້ນ. ນັບ​ຕັ້ງແຕ່​ນາງ​ໄດ້​ເປັນ​ສາວ ຜູ້ຊາຍ​ໄດ້​ຫລັບ​ນອນ​ນຳ​ນາງ​ທັງ​ເຮັດ​ກັບ​ນາງ​ດັ່ງ​ຍິງໂສເພນີ​ຜູ້ໜຶ່ງ.

9 ສະນັ້ນ ເຮົາ​ຈຶ່ງ​ມອບ​ນາງ​ໃຫ້​ແກ່​ຄູ່ຮັກ​ຂອງ​ນາງ ຄື​ຊາວ​ອັດຊີເຣຍ ທີ່​ນາງ​ຕ້ອງການ​ຫລາຍ​ທີ່ສຸດ​ນັ້ນ.

10 ພວກເຂົາ​ໄດ້​ແກ້​ເຄື່ອງນຸ່ງ​ຂອງ​ນາງ​ອອກ, ຈັບ​ເອົາ​ລູກ​ຊາຍ​ຍິງ​ຂອງ​ນາງ​ໄປ ແລະ​ໃຊ້​ດາບ​ຂ້າ​ນາງ​ຖິ້ມ. ພວກຜູ້ຍິງ​ທົ່ວໄປ​ຊຸບຊິບ​ກັນ​ເຖິງ​ຊາຕາກຳ​ຂອງ​ນາງ.

11 ເຖິງ​ແມ່ນ​ວ່າ ໂອໂຮລີບາ ຜູ້​ເປັນ​ນ້ອງສາວ​ໄດ້​ເຫັນ​ເຫດການ​ນີ້​ແລ້ວ ນາງ​ກໍ​ຍິ່ງ​ຊົ່ວຊ້າ​ແລະ​ຫຼິ້ນຊູ້​ຫລາຍກວ່າ​ເອື້ອຍ​ຂອງນາງ​ອີກ.

12 ນາງ​ກໍ​ເໝືອນກັນ ນາງ​ເປັນ​ບ້າ​ຕັນຫາ​ນຳ​ພວກ​ເຈົ້ານາຍ​ຂຸນນາງ​ຊາວ​ອັດຊີເຣຍ ແລະ​ພວກ​ນາຍ​ທະຫານ ຄື​ພວກ​ທີ່​ໃສ່​ເຄື່ອງແບບ​ອັນ​ສະຫງ່າງາມ ແລະ​ນຳ​ບັນດາ​ນາຍ​ທະຫານ​ມ້າ ຕະຫລອດ​ທັງ​ຊາຍໜຸ່ມ​ທີ່​ມີ​ຮູບຮ່າງ​ສະຫງ່າ​ງາມ​ທຸກຄົນ.

13 ເຮົາ​ໄດ້​ເຫັນ​ວ່າ​ນາງ​ບໍ່ມີ​ສິນທຳ​ໝົດສິ້ນ ແລະ​ນ້ອງສາວ​ຂອງ​ນາງ​ກໍ​ຊົ່ວຊ້າ​ພໍໆກັນ​ກັບ​ເອື້ອຍ.

14 ແຕ່​ນາງ​ໄດ້​ເຮັດ​ຜິດ​ສິນທຳ​ເລິກລົງ​ໄປ​ທຸກ​ເທື່ອ. ນາງ​ຫລົງ​ໄຫລ​ໄປ​ນຳ​ຮູບ​ຊົງ​ຂອງ​ບັນດາ​ຂ້າຣາຊການ​ຊັ້ນສູງ​ຊາວ​ບາບີໂລນ ທີ່​ໄດ້​ແກະສະຫລັກ​ໄວ້​ຕາມ​ຝາ​ແລະ​ທາ​ສີແດງ​ແຈດ

15 ທັງ​ມີ​ສາຍ​ຮັດ​ແອວ​ແລະ​ຜ້າ​ຄຽນ​ຫົວ​ແບບ​ແປກໆ​ດ້ວຍ.

16 ພໍ​ແຕ່​ໄດ້​ເຫັນ​ພວກເຂົາ ນາງ​ກໍ​ເຕັມ​ໄປ​ດ້ວຍ​ຕັນຫາ ແລະ​ໄດ້​ສົ່ງ​ພວກ​ນຳຂ່າວ​ໄປ​ຫາ​ພວກເຂົາ​ໃນ​ບາບີໂລນ.

17 ຊາວ​ບາບີໂລນ​ໄດ້​ອອກ​ມາ​ສົມສູ່​ກັບ​ນາງ. ພວກເຂົາ​ໄດ້​ໃຊ້​ນາງ​ແລະ​ເຮັດ​ໃຫ້​ນາງ​ເປັນ​ມົນທິນ ຈົນ​ໃນທີ່ສຸດ ນາງ​ຈຶ່ງ​ເກີດ​ເບື່ອໜ່າຍ​ພວກເຂົາ.

18 ນາງ​ເປືອຍກາຍ​ໃນ​ທີ່​ສາທາ​ລະນະ ໃຫ້​ທຸກຄົນ​ຮູ້​ວ່າ​ນາງ​ເປັນ​ຍິງໂສເພນີ. ເຮົາ​ກຽດຊັງ​ນາງ​ເຊັ່ນດຽວ​ກັບ​ເອື້ອຍ​ຂອງ​ນາງ.

19 ນາງ​ໄດ້​ກາຍເປັນ​ຍິງໂສເພນີ​ຫລາຍກວ່າ​ແຕ່​ກ່ອນ ໂດຍ​ປະພຶດ​ຕົນ​ດັ່ງ​ສະໄໝ​ຍັງ​ເປັນ​ສາວ​ຢູ່ ຄື​ເມື່ອ​ຄາວ​ທີ່​ນາງ​ໄດ້​ເປັນ​ຍິງໂສເພນີ​ຢູ່​ໃນ​ປະເທດ​ເອຢິບ​ນັ້ນ.

20 ນາງ​ຢາກ​ສົມສູ່​ກັບ​ຜູ້ຊາຍ​ທີ່​ມີ​ຣາຄະ​ຕັນຫາ​ຫລາຍ ຄື​ຜູ້ຊາຍ​ທີ່​ມີ​ຣາຄະ​ຕັນຫາ​ດັ່ງ​ລໍ​ແລະ​ມ້າເຖິກ.” (

21 ນາງ​ໂອໂຮລີບາ​ເອີຍ ເຈົ້າ​ຢາກ​ເຮັດ​ຜິດ​ສິນທຳ​ຊໍ້າແລ້ວ​ຊໍ້າອີກ ດັ່ງ​ຄາວ​ທີ່​ເຈົ້າ​ເປັນ​ສາວ​ໃນ​ປະເທດ​ເອຢິບ​ບ່ອນ​ທີ່​ພວກ​ຜູ້ຊາຍ​ຄັ້ນ​ນົມ​ເຈົ້າ ຈົນ​ເຈົ້າ​ສູນເສຍ​ຄວາມ​ເປັນສາວ.)


ພຣະເຈົ້າ​ຕັດສິນ​ຜູ້​ເປັນ​ນ້ອງສາວ

22 ບັດນີ້​ໂອໂຮລີບາ​ເອີຍ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເຈົ້າ​ໄດ້​ເບື່ອໜ່າຍ​ຕໍ່​ຄູ່ຮັກ​ເຫຼົ່ານີ້​ຂອງ​ເຈົ້າ ແຕ່​ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ໂກດຮ້າຍ​ເຈົ້າ ແລະ​ນຳ​ພວກເຂົາ​ໄປ​ປິດລ້ອມ​ເຈົ້າ​ໄວ້.

23 ເຮົາ​ຈະ​ນຳ​ຊາວ​ບາບີໂລນ​ແລະ​ຊາວ​ກັນດາ​ທັງໝົດ​ມາ ຄື​ບັນດາ​ຜູ້ຊາຍ​ຈາກ​ເມືອງ​ເປໂກດ, ໂຊອາ, ໂກອາ ແລະ​ອັດຊີເຣຍ​ທັງໝົດ. ເຮົາ​ຈະ​ເຕົ້າໂຮມ​ພວກ​ເຈົ້ານາຍ​ຂຸນນາງ​ທີ່​ໜຸ່ມແໜ້ນ ແລະ​ຮູບຮ່າງ​ສະຫງ່າງາມ​ມາ ພ້ອມ​ພວກ​ນາຍ​ທະຫານ, ບັນດາ​ຂ້າຣາຊການ​ຜູ້​ສຳຄັນ ແລະ​ນາຍ​ທະຫານ​ມ້າ​ຊັ້ນ​ຜູ້ໃຫຍ່​ທັງໝົດ.

24 ພວກເຂົາ​ຈະ​ໂຈມຕີ​ເຈົ້າ​ຈາກ​ທາງ​ທິດເໜືອ ໂດຍ​ນຳ​ກອງທັບ​ໃຫຍ່ ພ້ອມ​ທັງ​ລົດຮົບ​ກັບ​ກອງກວຽນ​ສະບຽງ​ອາຫານ​ມາ​ດ້ວຍ. ທະຫານ​ເຫຼົ່ານີ້​ມີ​ທັງ​ໂລ້​ແລະ​ໝວກ​ເຫຼັກ​ປ້ອງກັນ ພວກເຂົາ​ຈະ​ປິດລ້ອມ​ເຈົ້າ​ໄວ້. ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ພວກເຂົາ ແລະ​ພວກເຂົາ​ຈະ​ຕັດສິນ​ເຈົ້າ​ຕາມ​ກົດໝາຍ​ຂອງ​ພວກເຂົາ​ເອງ.

25 ຍ້ອນ​ເຮົາ​ໂກດຮ້າຍ​ເຈົ້າ ເຮົາ​ຈະ​ປ່ອຍ​ໃຫ້​ພວກເຂົາ​ຈັດການ​ກັບ​ເຈົ້າ​ຕາມ​ຄວາມ​ໂກດຮ້າຍ​ຂອງ​ພວກເຂົາ. ພວກເຂົາ​ຈະ​ຕັດ​ດັງ​ແລະ​ຫູ​ເຈົ້າ​ຖິ້ມ ແລະ​ສັງຫານ​ພວກ​ລູກ​ຂອງເຈົ້າ. ແມ່ນແລ້ວ ພວກເຂົາ​ຈະ​ເອົາ​ບັນດາ​ລູກ​ຊາຍ​ຍິງ​ຂອງ​ເຈົ້າ​ໄປ​ຈາກ​ເຈົ້າ ແລະ​ເຜົາ​ພວກເຂົາ​ທັງເປັນ.

26 ພວກເຂົາ​ຈະ​ຈີກ​ເຄື່ອງນຸ່ງ ແລະ​ຢຶດ​ເຄື່ອງ​ເພັດພອຍ​ຂອງ​ເຈົ້າ​ໄປ.

27 ເຮົາ​ຈະ​ເຮັດ​ໃຫ້​ຣາຄະ​ຕັນຫາ​ກັບ​ການ​ຊົ່ວຊ້າ​ຕ່າງໆ​ທີ່​ເຈົ້າ​ໄດ້​ເຮັດ ແຕ່​ຄາວ​ເຈົ້າ​ຢູ່​ປະເທດ​ເອຢິບ​ນັ້ນ​ສິ້ນສຸດ​ໄປ. ເຈົ້າ​ຈະ​ບໍ່ໄດ້​ແນມເບິ່ງ​ຮູບເຄົາຣົບ ຫລື​ຄິດເຖິງ​ປະເທດ​ເອຢິບ​ອີກ​ຕໍ່ໄປ.”

28 ອັນ​ນີ້​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ: “ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ຜູ້​ທີ່​ເຈົ້າ​ກຽດຊັງ​ແລະ​ລັງກຽດ.

29 ຍ້ອນ​ພວກເຂົາ​ກຽດຊັງ​ເຈົ້າ ພວກເຂົາ​ຈະ​ເອົາ​ທຸກສິ່ງ​ທີ່​ເຈົ້າ​ຫາ​ມາ​ໄດ້​ນັ້ນ​ໄປ ແລະ​ປ່ອຍ​ໃຫ້​ເຈົ້າ​ເປືອຍກາຍ​ຢູ່​ດັ່ງ​ຍິງໂສເພນີ.

30 ຣາຄະ​ຕັນຫາ​ແລະ​ການ​ເປັນ​ຍິງໂສເພນີ​ຂອງ​ເຈົ້າ​ນັ້ນ ໄດ້​ນຳ​ສິ່ງ​ເຫຼົ່ານີ້​ມາ​ສູ່​ເຈົ້າ. ເຈົ້າ​ເຄີຍ​ເປັນ​ຍິງໂສເພນີ​ໃຫ້​ຊົນຊາດ​ທັງຫລາຍ ແລະ​ເຈົ້າເອງ​ປະພຶດ​ໃຫ້​ເປັນ​ມົນທິນ​ເພາະ​ຮູບເຄົາຣົບ​ຂອງ​ພວກເຂົາ.

31 ເຈົ້າ​ໄດ້​ກະທຳ​ຕາມ​ແບບຢ່າງ​ຂອງ​ເອື້ອຍ​ເຈົ້າ; ເພາະສະນັ້ນ ເຮົາ​ຈຶ່ງ​ຈະ​ມອບ​ຈອກ​ແຫ່ງ​ການລົງໂທດ​ຢ່າງ​ດຽວກັນ​ນັ້ນ​ໃຫ້​ເຈົ້າ​ໄດ້​ດື່ມ.”

32 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເຈົ້າ​ຈະ​ດື່ມ​ຈາກ​ຈອກ​ຂອງ​ເອື້ອຍ​ເຈົ້າ​ຄືກັນ​ໃດ ເປັນ​ຈອກ​ໃຫຍ່​ທັງ​ກົ້ນ​ເລິກ​ແລະ​ໂກນ​ດ້ວຍ. ທຸກໆຄົນ​ຈະ​ດູຖູກ​ແລະ​ເຍາະເຍີ້ຍ​ເຈົ້າ​ເດີ ເພາະ​ຈອກ​ນັ້ນ​ເຕັມ​ຈົນ​ວ່າ​ມັນ​ລົ້ນ​ອອກ.

33 ມັນ​ຈະ​ເຮັດ​ໃຫ້​ເຈົ້າ​ທຸກໂສກ​ແລະ​ມືນເມົາ ເປັນ​ຈອກ​ຄວາມ​ຢ້ານກົວ​ແລະ​ການ​ຈິບຫາຍ​ດ້ວຍ ແລະ​ຈອກ​ນັ້ນ​ເປັນ​ຈອກ​ຂອງ​ຊາມາເຣຍ ຄື​ຜູ້​ທີ່​ເປັນ​ເອື້ອຍ​ເຈົ້າເອງ​ນັ້ນ.

34 ເຈົ້າ​ຈະ​ດື່ມ​ຈາກ​ຈອກ​ຈົນກ້ຽງ​ບໍ່​ເຫຼືອ​ຫຍັງ ແລະ​ປ່ຽງ​ແຕກ​ຈະ​ເຮັດ​ໃຫ້​ນົມ​ເຈົ້າ​ເປັນ​ບາດ. ເພາະ​ເຮົາ​ໄດ້ກ່າວ​ໄວ້​ແລ້ວ, ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ກ່າວ​ດັ່ງນີ້ແຫຼະ.”

35 ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເພາະ​ເຈົ້າ​ໄດ້​ລືມໄລ​ເຮົາ​ແລະ​ຫັນຫລັງ​ໃຫ້​ເຮົາ ເຈົ້າ​ຈະ​ທົນທຸກ​ຍ້ອນ​ຣາຄະ​ຕັນຫາ​ແລະ​ການ​ເປັນ​ແມ່ຈ້າງ​ຂອງເຈົ້າ.”


ພຣະເຈົ້າ​ຕັດສິນ​ສອງ​ເອື້ອຍ​ນ້ອງ

36 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ເຈົ້າ​ພ້ອມ​ທີ່​ຈະ​ຕັດສິນ​ໂອໂຮລາ ແລະ​ໂອໂຮລີບາ​ແລ້ວ​ຫລື? ຈົ່ງ​ກ່າວໂທດ​ພວກເຂົາ​ຍ້ອນ​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.

37 ພວກເຂົາ​ໄດ້​ຫລີ້ນຊູ້​ແລະ​ໄດ້​ຂ້າ​ຄົນ ຄື​ຫລີ້ນຊູ້​ກັບ​ບັນດາ​ຮູບເຄົາຣົບ ແລະ​ຂ້າ​ລູກຊາຍ​ທັງຫລາຍ​ທີ່​ພວກເຂົາ​ໄດ້​ເກີດ​ໃຫ້​ເຮົາ. ພວກເຂົາ​ໄດ້​ເຜົາບູຊາ​ບັນດາ​ລູກຊາຍ​ຂອງເຮົາ​ໃຫ້​ບັນດາ​ຮູບເຄົາຣົບ.

38 ບໍ່​ແລ້ວ​ເທົ່ານັ້ນ ພວກເຂົາ​ຍັງ​ໄດ້​ເຮັດ​ໃຫ້​ພຣະວິຫານ​ຂອງເຮົາ​ເປັນ​ມົນທິນ ທັງ​ໄດ້​ຝ່າຝືນ​ວັນ​ຊະບາໂຕ ຊຶ່ງ​ເຮົາ​ໄດ້​ຕັ້ງ​ໄວ້​ດ້ວຍ.

39 ໃນ​ມື້​ດຽວກັນ​ທີ່​ພວກເຂົາ​ໄດ້​ຂ້າ​ພວກ​ລູກ​ຂອງເຮົາ​ບູຊາ​ໃຫ້​ແກ່​ບັນດາ​ຮູບເຄົາຣົບ​ນັ້ນ ພວກເຂົາ​ໄດ້​ເຂົ້າ​ມາ​ໃນ​ພຣະວິຫານ​ຂອງເຮົາ ແລະ​ເຮັດ​ໃຫ້​ພຣະວິຫານ​ເປັນ​ມົນທິນ.

40 ຊໍ້າແລ້ວ​ຊໍ້າອີກ ພວກເຂົາ​ໄດ້​ສົ່ງ​ບັນດາ​ຜູ້ນຳຂ່າວ​ໄປ​ເຊີນ​ຜູ້ຊາຍ​ມາ​ຈາກ​ແດນ​ໄກແສນໄກ ແລະ​ພວກເຂົາ​ກໍ​ມາ. ສອງ​ເອື້ອຍ​ນ້ອງ​ຈະ​ອາບນໍ້າ, ທາ​ຂົນ​ຕາ ແລະ​ໃສ່​ເຄື່ອງເອ້.

41 ພວກເຂົາ​ເຄີຍ​ນັ່ງ​ຕັ່ງອີ້​ນວມ​ອັນ​ສວຍງາມ ແລະ​ເທິງ​ໂຕະ​ຕໍ່ໜ້າ​ພວກເຂົາ​ກໍ​ມີ​ແຕ່​ສິ່ງ​ທີ່​ດີໆ ລວມທັງ​ເຄື່ອງຫອມ​ແລະ​ນໍ້າມັນ​ໝາກກອກເທດ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຂົາ.

42 ສຽງ​ຜູ້ຄົນ​ທີ່​ປ່ອຍຕົວ​ກໍ​ດັງ​ຢູ່​ກັບ​ພວກເຂົາ ເປັນ​ສຽງ​ຂອງ​ຊາຍ​ໝວດ​ໜຶ່ງ​ທີ່​ຖືກ​ນຳ​ມາ​ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ. ພວກເຂົາ​ໄດ້​ໃສ່​ປອກແຂນ​ໃຫ້​ພວກຜູ້ຍິງ ແລະ​ສວມ​ມົງກຸດ​ໃສ່​ຫົວ​ຂອງ​ພວກເຂົາ.

43 ແລະ​ເຮົາ​ກໍ​ຄິດ​ໃນໃຈ​ວ່າ​ພວກເຂົາ​ກຳລັງ​ສວຍ​ໃຊ້​ຍິງ​ທີ່​ມັກ​ຫລີ້ນຊູ້​ໃຫ້​ເປັນ​ແມ່ຈ້າງ.

44 ພວກເຂົາ​ໄດ້​ກັບຄືນ​ມາ​ຫາ​ແມ່ຈ້າງ​ເຫຼົ່ານີ້​ເທື່ອແລ້ວ​ເທື່ອອີກ. ພວກເຂົາ​ໄດ້​ກັບຄືນ​ມາ​ຫາ​ໂອໂຮລາ ແລະ ໂອໂຮລີບາ ຍິງ​ບໍ່ມີ​ສິນທຳ​ເຫຼົ່ານັ້ນ.

45 ບັນດາ​ຄົນ​ຊອບທຳ​ຈະ​ກ່າວໂທດ​ພວກເຂົາ ຖານ​ຫລີ້ນຊູ້​ແລະ​ຖານ​ເປັນ​ຄາດຕະກອນ​ຍ້ອນ​ພວກເຂົາ​ຫລີ້ນຊູ້ ແລະ​ມື​ພວກເຂົາ​ກໍ​ເປິເປື້ອນ​ໄປ​ດ້ວຍ​ເລືອດ.”

46 ນີ້​ແຫຼະ​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ: “ຈົ່ງ​ນຳ​ປະຊາຊົນ​ມາ​ເຮັດ​ໃຫ້​ພວກເຂົາ​ສະທ້ານ​ຢ້ານກົວ​ແລະ​ປຸ້ນ​ພວກເຂົາ​ສາ.

47 ຈົ່ງ​ໃຫ້​ປະຊາຊົນ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ພວກເຂົາ​ແລະ​ໃຊ້​ດາບ​ຟັນ​ພວກເຂົາ, ຂ້າ​ບັນດາ​ລູກ​ຊາຍ​ຍິງ​ຂອງ​ພວກເຂົາ ແລະ​ຈູດ​ເຮືອນ​ຂອງ​ພວກເຂົາ​ຖິ້ມ.

48 ເຮົາ​ຈະ​ເຮັດ​ໃຫ້​ການ​ຜິດ​ສິນທຳ​ນີ້​ສິ້ນສຸດ​ຢູ່​ໃນ​ທົ່ວ​ດິນແດນ; ເປັນ​ການເຕືອນ​ຜູ້ຍິງ​ທຸກຄົນ​ບໍ່​ໃຫ້​ຫລີ້ນຊູ້ ແລະ​ບໍ່​ປະຕິບັດ​ດັ່ງທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.

49 ສ່ວນ​ສອງ​ເອື້ອຍ​ນ້ອງ​ພວກເຈົ້າ ເຮົາ​ຈະ​ລົງໂທດ​ເນື່ອງ​ຈາກ​ພວກເຈົ້າ​ໄດ້​ເຮັດ​ຜິດ​ສິນທຳ ແລະ​ເຮັດ​ບາບ​ໂດຍ​ຂາບໄຫວ້​ບັນດາ​ຮູບເຄົາຣົບ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ ເຮົາ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan