Biblia Todo Logo
Bìoball air-loidhne

- Sanasan -

ເອເຊກຽນ 22 - ພຣະຄຳພີສັກສິ


ຄວາມຜິດ​ອັນ​ຮ້າຍແຮງ​ຂອງ​ນະຄອນ​ເຢຣູຊາເລັມ

1 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,

2 “ມະນຸດ​ເອີຍ ເຈົ້າ​ຕຽມພ້ອມ​ແລ້ວ​ບໍ​ທີ່​ຈະ​ຕັດສິນ​ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ຄາດຕະກຳ? ຈົ່ງ​ບອກ​ໃຫ້​ເມືອງ​ນີ້​ຟັງ​ຢ່າງ​ແຈ່ມແຈ້ງ​ເຖິງ​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ນາງ​ໄດ້​ເຮັດ.

3 ຈົ່ງ​ບອກ​ເມືອງ​ນີ້​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ຍ້ອນ​ເຈົ້າ​ໄດ້​ຂ້າ​ຄົນ​ຂອງ​ເຈົ້າ​ເອງ​ຢ່າງ​ຫລວງຫລາຍ ແລະ​ໄດ້​ປະພຶດ​ຕົນ​ເປັນ​ມົນທິນ ໂດຍ​ຂາບໄຫວ້​ບັນດາ​ຮູບເຄົາຣົບ ເວລາ​ຂອງ​ເຈົ້າ​ກຳລັງ​ມາ​ເຖິງ.

4 ເຈົ້າ​ມີ​ຄວາມຜິດ​ຍ້ອນ​ການ​ຄາດຕະກຳ​ເຫຼົ່ານັ້ນ ແລະ​ການ​ເປັນ​ມົນທິນ​ຍ້ອນ​ບັນດາ​ຮູບເຄົາຣົບ​ທີ່​ເຈົ້າ​ໄດ້​ເຮັດ​ຂຶ້ນ​ເອງ; ດັ່ງນັ້ນ ມື້​ຂອງ​ເຈົ້າ​ຈຶ່ງ​ກຳລັງ​ມາ ເວລາ​ຂອງ​ເຈົ້າ​ໝົດ​ສາ​ແລ້ວ ເພາະສະນັ້ນ ເຮົາ​ຈຶ່ງ​ໄດ້​ໃຫ້​ຊົນຊາດ​ທັງຫລາຍ​ດູຖູກ​ເຈົ້າ ແລະ​ໃຫ້​ທຸກ​ປະເທດ​ເວົ້າ​ເຍາະເຍີ້ຍ​ເຈົ້າ.

5 ປະເທດ​ຕ່າງໆ​ທັງ​ໃກ້​ແລະ​ໄກ​ເວົ້າ​ເຍາະເຍີ້ຍ​ເຈົ້າ ຍ້ອນ​ເຈົ້າ​ບໍ່​ປະຕິບັດ​ຕາມ​ກົດໝາຍ.

6 ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ຕ່າງ​ກໍ​ເພິ່ງ​ໃນ​ກຳລັງ​ຂອງ​ຕົນເອງ ແລະ​ກໍ່​ການຄາດຕະກຳ.

7 ໃນ​ເມືອງ​ບໍ່ມີ​ຜູ້ໃດ​ທີ່​ນັບຖື​ພໍ່​ແມ່​ຂອງຕົນ. ເຈົ້າ​ສໍ້ໂກງ​ຄົນຕ່າງດ້າວ ແລະ​ເອົາລັດ​ເອົາປຽບ​ພວກ​ແມ່ໝ້າຍ ແລະ​ເດັກ​ກຳພ້າ.

8 ເຈົ້າ​ບໍ່ໄດ້​ເຄົາຣົບ​ສະຖານທີ່​ສັກສິດ​ຂອງເຮົາ ແລະ​ເຈົ້າ​ບໍ່ໄດ້​ຢຶດຖື​ວັນ​ຊະບາໂຕ​ທັງຫລາຍ​ຂອງເຮົາ.

9 ບາງຄົນ​ໃສ່​ຮ້າຍ​ຄົນອື່ນ​ເພື່ອ​ໃຫ້​ຖືກ​ປະຫານ. ບາງຄົນ​ກິນ​ເຄື່ອງ​ທີ່​ໄດ້​ຖວາຍບູຊາ​ໃຫ້​ບັນດາ​ຮູບເຄົາຣົບ​ແລ້ວ. ບາງຄົນ​ກໍ​ມີ​ແຕ່​ພໍໃຈ​ຢູ່​ກັບ​ຣາຄະ​ຕັນຫາ.

10 ບາງຄົນ​ນອນ​ນຳ​ເມຍ​ຂອງ​ພໍ່​ຕົນ. ບາງຄົນ​ຂົ່ມເຫັງ​ພວກ​ແມ່ຍິງ​ໃຫ້​ສົມສູ່​ກັບ​ຕົນ​ໃນ​ເວລາ​ນາງ​ເປັນ​ປະຈຳເດືອນ.

11 ບາງຄົນ​ກໍ​ຫລີ້ນຊູ້​ສູ່​ຜົວ​ເມຍ​ເຂົາ ແລະ​ຄົນອື່ນໆ​ອີກ​ກໍ​ລໍ້ລວງ​ຫລີ້ນ​ລູກໃພ້ ຫລື​ລູກສາວ​ຕ່າງ​ແມ່​ຂອງຕົນ.

12 ບາງຄົນ​ຮັບຈ້າງ​ຂ້າ​ຄົນ. ບາງຄົນ​ໃຫ້​ກູ້ຢືມ​ເອົາ​ກຳໄລ​ນຳ​ພີ່ນ້ອງ​ຮ່ວມ​ຊາດ​ຊາວ​ອິດສະຣາເອນ ແລະ​ສ້າງຮັ່ງ​ຄູນມີ​ໂດຍ​ເອົາລັດ​ເອົາປຽບ​ພວກເຂົາ. ພວກເຂົາ​ໄດ້​ລືມໄລ​ເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.

13 ເຮົາ​ຈະ​ຍົກ​ກຳປັ້ນ​ຕີ​ພວກ​ທີ່​ກໍ່​ການ​ປຸ້ນສະດົມ​ກັບ​ກໍ່​ການຄາດຕະກຳ.

14 ເຈົ້າ​ຄິດ​ວ່າ​ເຈົ້າ​ຍັງ​ຈະ​ມີ​ຄວາມ​ກ້າຫານ​ເຫຼືອ​ຢູ່ ຫລື​ມີ​ກຳລັງ​ພໍ​ທີ່​ຈະ​ຍົກ​ມື​ເຈົ້າ​ຂຶ້ນ​ບໍ ເມື່ອ​ເຮົາ​ຈັດການ​ກັບ​ເຈົ້າ​ແລ້ວ? ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ ແລະ​ເຮົາ​ຈະ​ກະທຳ.

15 ເຮົາ​ຈະ​ກະຈັດ​ກະຈາຍ​ປະຊາຊົນ​ຂອງເຈົ້າ​ໄປ​ທົ່ວ​ທຸກໆ​ປະເທດ​ແລະ​ທຸກໆ​ຊາດ; ເຮົາ​ຈະ​ດັບສູນ​ການກະທຳ​ອັນ​ຊົ່ວຮ້າຍ​ທັງໝົດ​ຂອງເຈົ້າ.

16 ສະນັ້ນ ຊົນຊາດ​ອື່ນ​ຈະ​ລຶບກຽດ​ເຈົ້າ; ແລະ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”’


ຊາວ​ອິດສະຣາເອນ​ຈະ​ຖືກ​ຫລໍ່ຫລອມ

17 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,

18 “ມະນຸດ​ເອີຍ ສຳລັບ​ເຮົາ​ແລ້ວ ຊາວ​ອິດສະຣາເອນ​ແມ່ນ​ໃຊ້​ການ​ບໍ່ໄດ້. ພວກເຂົາ​ເປັນ​ດັ່ງ​ຂອງ​ຖິ້ມແລ້ວ ເສດ​ໂລຫະ​ເຊັ່ນ: ທອງແດງ, ຂີ້ກົ່ວ, ເຫຼັກ ແລະ​ຊືນ ຄື​ສິ່ງ​ເສດເຫລືອ​ຂອງ​ເງິນ ຫລັງຈາກ​ຖືກ​ຫລອມ​ໃນ​ເຕົາ​ໃຫ້​ບໍຣິສຸດ.

19 ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ພວກເຂົາ​ໃຊ້​ການ​ບໍ່ໄດ້​ເໝືອນ​ສິ່ງ​ເຫຼົ່ານັ້ນ​ແຫຼະ. ເຮົາ​ຈະ​ນຳ​ພວກເຂົາ​ທັງໝົດ​ໄປ​ເຕົ້າໂຮມ​ກັນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ

20 ຕາມ​ວິທີ​ດຽວກັນ​ກັບ​ແຮ່​ເງິນ, ທອງແດງ, ເຫຼັກ, ຊືນ ແລະ​ກົ່ວ ຖືກ​ນຳ​ເຂົ້າ​ໄປ​ໃນ​ເຕົາ​ຫລອມ. ຄວາມ​ໂກດຮ້າຍ​ແລະ​ຄວາມ​ໂມໂຫ​ຂອງເຮົາ​ຈະ​ຫລອມ​ພວກເຂົາ ເໝືອນ​ໄຟ​ຫລອມ​ແຮ່​ຂອງ​ໂລຫະ.

21 ແມ່ນແລ້ວ ເຮົາ​ຈະ​ເຕົ້າໂຮມ​ພວກເຂົາ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລ້ວ​ຈູດ​ໄຟ​ຫລອມ​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງເຮົາ.

22 ພວກເຂົາ​ຈະ​ຖືກ​ຫລອມ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຕາມ​ວິທີ​ທີ່​ເງິນ​ຖືກ​ຫລອມ​ໃນ​ເຕົາໄຟ; ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ ພວກເຂົາ​ກຳລັງ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ຄື​ພຣະເຈົ້າຢາເວ.”


ບັນດາ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ເຮັດ​ບາບ

23 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,

24 “ມະນຸດ​ເອີຍ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ວ່າ ດິນແດນ​ຂອງ​ພວກເຂົາ​ເປັນ​ຄື​ດິນແດນ​ທີ່​ບໍ່​ຮັບ​ນໍ້າ​ຝົນ; ສະນັ້ນ ເຮົາ​ຈຶ່ງ​ລົງໂທດ​ດິນແດນ​ນີ້​ດ້ວຍ​ຄວາມ​ໂກດຮ້າຍ.

25 ບັນດາ​ຜູ້ນຳ ເປັນ​ດັ່ງ​ໂຕສິງ​ທີ່​ຮ້ອງ​ຄຳຣາມ​ເທິງ​ສັດ​ທີ່​ມັນ​ໄດ້​ຂ້າ. ພວກເຂົາ​ຂ້າ​ປະຊາຊົນ​ຢຶດເອົາ​ເງິນຄຳ ແລະ​ຊັບສົມບັດ​ທັງໝົດ​ທີ່​ພວກເຂົາ​ສາມາດ​ເອົາ​ໄດ້ ແລະ​ເຮັດ​ໃຫ້​ຍິງ​ຫລາຍ​ຄົນ​ເປັນ​ໝ້າຍ​ເພາະ​ການ​ຄາດຕະກຳ​ທີ່​ພວກເຂົາ​ໄດ້​ກໍ່​ຂຶ້ນ.

26 ບັນດາ​ປະໂຣຫິດ​ຝ່າຝືນ​ກົດບັນຍັດ​ຂອງເຮົາ ແລະ​ບໍ່​ໃຫ້​ຄວາມນັບຖື​ແກ່​ສິ່ງ​ບໍຣິສຸດ. ພວກເຂົາ​ບໍ່​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ສິ່ງ​ບໍຣິສຸດ ແລະ​ສິ່ງ​ບໍ່​ບໍຣິສຸດ. ພວກເຂົາ​ບໍ່​ສັ່ງສອນ​ໃຫ້​ຮູ້​ເຖິງ​ຄວາມ​ແຕກຕ່າງ ລະຫວ່າງ​ສິ່ງ​ທີ່​ບໍ່​ເປັນ​ມົນທິນ​ແລະ​ສິ່ງ​ທີ່​ເປັນ​ມົນທິນ ແລະ​ພວກເຂົາ​ກໍ​ບໍ່​ເອົາໃຈໃສ່​ຕໍ່​ວັນ​ຊະບາໂຕ​ດ້ວຍ. ຜົນ​ກໍ​ຄື​ປະຊາຊົນ​ອິດສະຣາເອນ​ບໍ່ໄດ້​ນັບຖື​ເຮົາ.

27 ບັນດາ​ເຈົ້ານາຍ​ຂອງ​ອິດສະຣາເອນ​ເປັນ​ດັ່ງ​ໝາປ່າ​ທີ່​ກຳລັງ​ຈີກ​ສັດ ຊຶ່ງ​ພວກ​ຕົນ​ໄດ້​ຂ້າ​ນັ້ນ​ເປັນ​ຕ່ອນໆ. ພວກເຂົາ​ກໍ່​ການ​ຄາດຕະກຳ​ເພື່ອ​ສ້າງຮັ່ງ​ຄູນມີ​ໃຫ້​ແກ່​ຕົນ.

28 ພວກ​ຜູ້ທຳນວາຍ​ໄດ້​ເຊື່ອງ​ບາບ​ເຫຼົ່ານີ້​ໄວ້ ເໝືອນ​ຄົນ​ໜຶ່ງ​ທີ່​ໃຊ້​ປູນຂາວ​ໂອບ​ບ່ອນ​ທີ່​ກຳແພງ​ແຕກ. ພວກເຂົາ​ເຫັນ​ນິມິດ​ແລະ​ການ​ທຳນວາຍ​ອັນ​ຈອມປອມ. ພວກເຂົາ​ອ້າງ​ວ່າ ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້’ ໃນ​ເມື່ອ​ພຣະເຈົ້າຢາເວ​ບໍ່ໄດ້​ກ່າວ​ຫຍັງ​ເລີຍ.

29 ຄົນ​ຮັ່ງມີ​ສໍ້ໂກງ​ແລະ​ປຸ້ນຈີ້. ພວກເຂົາ​ຂົ່ມເຫັງ​ຄົນ​ຍາກຈົນ​ແລະ​ຕ່າງ​ກໍ​ເອົາລັດ​ເອົາປຽບ​ຄົນ​ຕ່າງດ້າວ.

30 ເຮົາ​ໄດ້​ຊອກ​ຫາ​ບາງຄົນ​ທີ່​ສາມາດ​ກໍ່​ກຳແພງ​ຂຶ້ນ ຄື​ຜູ້​ທີ່​ສາມາດ​ຢືນ​ຢູ່​ໃນ​ບ່ອນ​ກຳແພງ​ເພພັງ ແລະ​ປ້ອງກັນ​ດິນແດນ ເມື່ອ​ຄວາມ​ໂກດຮ້າຍ​ຂອງເຮົາ​ມາ​ທຳລາຍ​ເມືອງ ແຕ່​ເຮົາ​ກໍ​ຫາ​ບໍ່ໄດ້.

31 ສະນັ້ນ ເຮົາ​ຈຶ່ງ​ຈະ​ປ່ອຍ​ໃຫ້​ຄວາມ​ໂກດຮ້າຍ​ຂອງເຮົາ​ດັ່ງ​ໄຟ​ທີ່​ເຜົາຜານ ອອກ​ໄປ​ທຳລາຍ​ພວກເຂົາ ເພາະ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫລະ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan