ເອເຊກຽນ 21 - ພຣະຄຳພີສັກສິດາບຂອງອົງພຣະຜູ້ເປັນເຈົ້າ 1 ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ, 2 “ມະນຸດເອີຍ ຈົ່ງປະນາມນະຄອນເຢຣູຊາເລັມ. ຈົ່ງປະນາມສະຖານທີ່ຕ່າງໆທີ່ປະຊາຊົນຂາບໄຫວ້. ຈົ່ງເຕືອນດິນແດນອິດສະຣາເອນວ່າ 3 ພຣະເຈົ້າຢາເວກ່າວດັ່ງນີ້: ‘ເຮົາເປັນສັດຕູຂອງພວກເຈົ້າ. ເຮົາຈະຊັກດາບຂອງເຮົາອອກແລະສັງຫານພວກເຈົ້າທຸກຄົນ ບໍ່ວ່າຄົນດີ ຫລືຄົນຊົ່ວໂດຍບໍ່ເລືອກໜ້າ. 4 ເຮົາຈະໃຊ້ດາບຂອງເຮົາຕໍ່ສູ້ທຸກຄົນຈາກທິດເໜືອເຖິງທິດໃຕ້. 5 ທຸກຄົນຈະໄດ້ຮູ້ວ່າເຮົາຄືພຣະເຈົ້າຢາເວໄດ້ຊັກດາບອອກ ແລະຈະບໍ່ເອົາເຂົ້າຝັກອີກ.’ 6 ມະນຸດເອີຍ ຈົ່ງຄໍ່າຄວນເໝືອນຄົນທີ່ກຳລັງອົກຫັກດ້ວຍຄວາມສິ້ນຫວັງສາ. ຈົ່ງຄໍ່າຄວນດ້ວຍຄວາມທຸກໃຈໃນບ່ອນທີ່ທຸກຄົນສາມາດເຫັນເຈົ້າໄດ້. 7 ເມື່ອພວກເຂົາຖາມເຈົ້າວ່າ, ‘ເປັນຫຍັງເຈົ້າຈຶ່ງຄໍ່າຄວນ?’ ຈົ່ງບອກພວກເຂົາວ່າ, ‘ເນື່ອງຈາກຂ່າວຮ້າຍທີ່ກຳລັງມາ. ເມື່ອມັນມາຮອດ ຈິດໃຈຂອງພວກເຂົາຈະເຕັມໄປດ້ວຍຄວາມຢ້ານກົວ, ມືຂອງພວກເຂົາຈະອ່ອນເພຍລົງ, ຄວາມກ້າຫານຂອງພວກເຂົາຈະໝົດໄປ ແລະຫົວເຂົ່າຂອງພວກເຂົາກໍຈະສັ່ນເຊັນ.’ ເວລາມາຮອດແລ້ວ; ມັນຈະຢູ່ທີ່ນີ້.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. 8 ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ, 9 “ມະນຸດເອີຍ ຈົ່ງທຳນວາຍເຖີດ. ຈົ່ງບອກປະຊາຊົນວ່າ ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້: ມີດາບດວງໜຶ່ງ ມີດາບດວງໜຶ່ງເດີ ຊຶ່ງຖືກຝົນແລ້ວແລະຂັດໃຫ້ເຫລື້ອມດີດ້ວຍ. 10 ເປັນດາບທີ່ຝົນແລ້ວເພື່ອເອົາໄວ້ສັງຫານ ເປັນດາບຖືກຂັດໃຫ້ເຫລື້ອມໃສດັ່ງແສງຟ້າແມບ. ໃນທີ່ນັ້ນຈະບໍ່ມີສຽງຊົມຊື່ນຍິນດີຫຍັງເລີຍ ຍ້ອນຄົນບໍ່ໃສ່ໃຈຕໍ່ຄຳເຕືອນແລະການລົງໂທດ. 11 ດາບຖືກຂັດໃຫ້ເຫລື້ອມຕຽມລົງມືທຳງານ ຖືກຝົນໃຫ້ຄົມແວວວັບຢູ່ໃນມືນັກສັງຫານແລ້ວ. 12 ມະນຸດເອີຍ ເຈົ້າຈົ່ງຮ້ອງຢ່າງເຈັບປວດສາເຖີດ ດາບດວງນີ້ຖືກໝາຍໄວ້ເພື່ອຄົນຂອງເຮົາແລ້ວ ເພື່ອບັນດາຜູ້ນຳຂອງຊາດອິດສະຣາເອນທຸກຄົນ ພວກເຂົາຈະຕ້ອງຖືກສັງຫານໃຫ້ຈົນໝົດສິ້ນ ພ້ອມກັບປະຊາຊົນທຸກຄົນຂອງເຮົາທີ່ເຫຼືອຢູ່ ຈົ່ງຕີອົກເຈົ້າຢ່າງສິ້ນຫວັງສາ 13 ເຮົາກຳລັງທົດສອບເບິ່ງປະຊາຊົນຂອງເຮົາ ແລະຖ້າພວກເຂົາບໍ່ກັບໃຈທຸກສິ່ງເຫຼົ່ານີ້ກໍຈະເກີດຂຶ້ນ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. 14 ບັດນີ້ ມະນຸດເອີຍ ຈົ່ງທຳນວາຍເຖີດ. ຈົ່ງຕົບມືແລະດາບຈະຟັນແລ້ວຟັນອີກ. ມັນແມ່ນດາບດວງໜຶ່ງທີ່ຂ້າ ຄືດາບດວງໜຶ່ງທີ່ໜ້າຢ້ານກົວຫລາຍ ທັງໃຊ້ສັງຫານໝູ່. 15 ມັນເຮັດໃຫ້ປະຊາຊົນຂອງເຮົາສູນເສຍຄວາມກ້າຫານແລະເຕະສະດຸດ. ເຮົາກຳລັງນາບຂູ່ເມືອງຂອງພວກເຂົາດ້ວຍດາບດວງໜຶ່ງ ເຫລື້ອມດັ່ງແສງຟ້າແມບ ແລະຕຽມພ້ອມທີ່ຈະສັງຫານ. 16 ດາບດວງຄົມເອີຍ ຈົ່ງຟັນໄປທາງຂວາແລະທາງຊ້າຍ ຟັນທຸກບ່ອນທີ່ເຈົ້າຫັນໄປ. 17 ເຮົາຈະຕົບມືຂອງເຮົາຄືກັນແລະຄວາມໂກດຮ້າຍຂອງເຮົາຈະໝົດໄປ. ເຮົາຄືພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ.” ດາບຂອງກະສັດແຫ່ງບາບີໂລນ 18 ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ, 19 “ມະນຸດເອີຍ ຈົ່ງໝາຍຖະໜົນສອງສາຍໄວ້ໃນເສັ້ນທາງທີ່ກະສັດແຫ່ງບາບີໂລນໄດ້ມາດ້ວຍດາບຂອງລາວ. ທາງສອງສາຍນັ້ນໃຫ້ອອກມາຈາກປະເທດດຽວກັນ. ຈົ່ງເຮັດປ້າຍໄວ້ທີ່ທາງແຍກ. 20 ທາງສາຍທີໜຶ່ງຊີ້ໃຫ້ກະສັດມາທາງຣັບບາ ເມືອງຂອງຊາວອຳໂມນ; ແລະຖະໜົນສາຍອື່ນອີກໃຫ້ມາທາງດິນແດນຢູດາຍ ຄືມາສູ່ນະຄອນເຢຣູຊາເລັມເມືອງທີ່ມີປ້ອມລ້ອມດ້ວຍກຳແພງ. 21 ກະສັດແຫ່ງບາບີໂລນກໍຢືນຢູ່ຂ້າງປ້າຍທີ່ທາງແຍກນັ້ນ. ເພື່ອຢາກຮູ້ວ່າຈະໄປທາງໃດ ເພິ່ນຈຶ່ງສັ່ນລູກສອນ ແລະປຶກສານຳບັນດາຮູບເຄົາຣົບຂອງຕົນ; ເພິ່ນກວດເບິ່ງຕັບຂອງສັດທີ່ຂ້າຖວາຍບູຊາ. 22 ແຕ່ແລ້ວມືຂວາຂອງເພິ່ນກໍຈັບຖືກລູກສອນທີ່ໝາຍວ່າ, ‘ເຢຣູຊາເລັມ’ ມັນໄດ້ບອກເພິ່ນໃຫ້ໄປຕັ້ງເຄື່ອງທະລຸກຳແພງ, ໂຮຮ້ອງເຮັດເສິກ, ຕັ້ງເຄື່ອງທະລຸຕໍ່ສູ້ປະຕູເມືອງ, ຄູນຄັນຄູຂຶ້ນ ແລະຂຸດຮ່ອງປ້ອງກັນໄພ. 23 ປະຊາຊົນຊາວນະຄອນເຢຣູຊາເລັມບໍ່ເຊື່ອເລື່ອງນີ້ ຍ້ອນພັນທະສັນຍາທີ່ພວກເຂົາໄດ້ເຮັດໄວ້. ແຕ່ການທຳນວາຍນີ້ແມ່ນເພື່ອເຕືອນພວກເຂົາໃຫ້ລະນຶກເຖິງການບາບຂອງພວກເຂົາແລະໃຫ້ຮູ້ວ່າ ພວກເຂົາຈະຖືກຈັບໄປ. 24 ເພາະສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈຶ່ງກ່າວວ່າ ການບາບຂອງພວກເຈົ້າໄດ້ຖືກເປີດເຜີຍແລ້ວ. ຜູ້ໃດກໍຮູ້ວ່າພວກເຈົ້າຜິດສໍ່າໃດ. ການກະທຳຂອງພວກເຈົ້າຊີ້ໃຫ້ເຫັນແຕ່ການບາບທັງສິ້ນ. ພວກເຈົ້າຢູ່ໃນຖານະທີ່ຖືກກ່າວໂທດ ແລະເຮົາຈະມອບພວກເຈົ້າໃຫ້ແກ່ເຫຼົ່າສັດຕູ. 25 ເຈົ້າຄົນອະທຳ ຜູ້ປົກຄອງຊາດອິດສະຣາເອນທີ່ຂາດສິນທຳເອີຍ ວັນຂອງເຈົ້າກຳລັງມາຮອດ ຄືວັນແຫ່ງການລົງໂທດຄັ້ງສຸດທ້າຍ. 26 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ຈົ່ງປົດມົງກຸດແລະຜ້າຄຽນຫົວຂອງເຈົ້າອອກສາ. ບໍ່ມີອັນໃດຈະເປັນໄປຄືເກົ່າອີກແລ້ວ. ຈົ່ງຍົກຄົນທຸກລຳບາກໃຫ້ຂຶ້ນກຳອຳນາດສາ ຈົ່ງປົດພວກທີ່ກຳລັງປົກຄອງລົງ. 27 ຈິບຫາຍ ຈິບຫາຍສາແລ້ວ ແມ່ນແລ້ວ ເຮົາຈະເຮັດໃຫ້ເມືອງຈິບຫາຍໝົດ. ແຕ່ເຫດການນີ້ຈະບໍ່ເກີດຂຶ້ນ ຈົນກວ່າຜູ້ໜຶ່ງທີ່ເຮົາໄດ້ເລືອກໄວ້ໃຫ້ລົງໂທດເມືອງນີ້ມາ. ເຮົາຈະມອບເມືອງນີ້ໃຫ້ແກ່ລາວ.” ດາບດວງໜຶ່ງພ້ອມທີ່ຈະທຳລາຍຊາວອຳໂມນ 28 “ມະນຸດເອີຍ ຈົ່ງທຳນວຍແລະກ່າວວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກຳລັງກ່າວຕໍ່ຊາວອຳໂມນ ຄືພວກທີ່ດູຖູກຊາວອິດສະຣາເອນວ່າ: ‘ດາບດວງໜຶ່ງພ້ອມແລ້ວທີ່ຈະທຳລາຍ ຂັດເຫລື້ອມໃຫ້ສັງຫານເປັນແສງດັ່ງຟ້າແມບ. 29 ນິມິດຕ່າງໆທີ່ພວກເຈົ້າໄດ້ເຫັນນັ້ນຈອມປອມ ແລະຄຳທຳນວາຍທີ່ພວກເຈົ້າເວົ້າກໍບໍ່ຈິງ. ພວກເຈົ້າຊົ່ວຊ້າແລະອະທຳ ແລະວັນຂອງພວກເຈົ້າກຳລັງມາ ຄືວັນແຫ່ງການລົງໂທດຄັ້ງສຸດທ້າຍຂອງພວກເຈົ້າ. ດາບກຳລັງຈະຟັນຄໍພວກເຈົ້າຢູ່ແລ້ວ. 30 ເອົາດາບຂອງພວກເຈົ້າມ້ຽນສາ ເຮົາຈະຕັດສິນພວກເຈົ້າໃນບ່ອນທີ່ພວກເຈົ້າໄດ້ຖືກສ້າງຂຶ້ນມາ ຄືໃນດິນແດນທີ່ພວກເຈົ້າໄດ້ເກີດມານັ້ນ. 31 ພວກເຈົ້າຈະໄດ້ຊີມຣິດແຫ່ງຄວາມໂກດຮ້າຍຂອງເຮົາ ເມື່ອເຮົາໂມໂຫດັ່ງໄຟເຜົາຜານ. ເຮົາຈະມອບພວກເຈົ້າໃຫ້ແກ່ຄົນທີ່ໂຫດຫ້ຽມ ຄືຜູ້ຊ່ຽວຊານໃນການທຳລາຍ. 32 ພວກເຈົ້າຈະຖືກທຳລາຍດ້ວຍໄຟ. ເລືອດຈະນອງແຜ່ນດິນແລະຈະບໍ່ມີຜູ້ໃດຈົດຈຳພວກເຈົ້າອີກ. ເຮົາຄືພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ.”’ |
@ 2012 United Bible Societies. All Rights Reserved.