Biblia Todo Logo
Bìoball air-loidhne

- Sanasan -

ເອເຊກຽນ 20 - ພຣະຄຳພີສັກສິ


ພຣະປະສົງ​ກັບ​ການ​ທ້າທາຍ​ຂອງ​ມະນຸດ

1 ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ທີ​ຫ້າ ອັນ​ກົງ​ກັບ​ປີ​ທີ​ເຈັດ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ ບັນດາ​ຜູ້ປົກຄອງ​ບາງຄົນ​ຂອງ​ຊຸມນຸມ​ປະຊາຊົນ​ອິດສະຣາເອນ​ໄດ້​ມາ​ປຶກສາ​ກັບ​ຂ້າພະເຈົ້າ ເຖິງ​ຄວາມປະສົງ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ມາ​ນັ່ງ​ລົງ​ຕໍ່ໜ້າ​ຂ້າພະເຈົ້າ.

2 ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,

3 “ມະນຸດ​ເອີຍ ຈົ່ງ​ກ່າວ​ແກ່​ຄົນ​ເຫຼົ່ານີ້​ແລະ​ບອກ​ພວກເຂົາ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ຖາມ​ວ່າ: ພວກເຈົ້າ​ມາ​ຖາມ​ເຖິງ​ຄວາມປະສົງ​ຂອງເຮົາ​ແມ່ນ​ບໍ? ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຮົາ​ຈະ​ບໍ່​ອະນຸຍາດ​ໃຫ້​ພວກເຈົ້າ​ຖາມ​ເຮົາ​ເຖິງ​ສິ່ງ​ໃດໆ​ໝົດ​ສັນນັ້ນ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.

4 ມະນຸດ​ເອີຍ ເຈົ້າ​ພ້ອມ​ແລ້ວ​ຫລື ທີ່​ຈະ​ຕັດສິນ​ລົງໂທດ​ພວກເຂົາ? ຖ້າດັ່ງນັ້ນ ລົງໂທດ​ພວກເຂົາ​ສາ. ຈົ່ງ​ເຕືອນ​ພວກເຂົາ​ໃຫ້​ລະນຶກເຖິງ ສິ່ງ​ອັນ​ໜ້າກຽດຊັງ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດ.

5 ຈົ່ງ​ບອກ​ພວກເຂົາ​ເຖິງ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ. ເມື່ອ​ເຮົາ​ໄດ້​ເລືອກເອົາ​ຊາດ​ອິດສະຣາເອນ​ນັ້ນ ເຮົາ​ໄດ້​ເຮັດ​ຄຳສັນຍາ​ກັບ​ພວກເຂົາ. ເຮົາ​ໄດ້​ປາກົດ​ເຮົາ​ເອງ​ຕໍ່​ພວກເຂົາ​ໃນ​ເອຢິບ​ແລະ​ໄດ້​ບອກ​ພວກເຂົາ​ວ່າ: ‘ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ.’

6 ໃນ​ເວລາ​ນັ້ນ ເຮົາ​ໄດ້​ສັນຍາ​ກັບ​ພວກເຂົາ​ວ່າ​ເຮົາ​ຈະ​ເອົາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ນຳ​ພວກເຂົາ​ໄປ​ສູ່​ດິນແດນ​ໜຶ່ງ​ທີ່​ເຮົາ​ໄດ້​ເລືອກໄວ້​ໃຫ້​ພວກເຂົາ ເປັນ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ທັງ​ເປັນ​ດິນແດນ​ດີທີ່ສຸດ​ໃນ​ດິນແດນ​ທັງໝົດ​ດ້ວຍ.

7 ເຮົາ​ບອກ​ພວກເຂົາ​ໃຫ້​ໂຍນ​ຮູບເຄົາຣົບ​ອັນ​ໜ້າກຽດຊັງ ຊຶ່ງ​ພວກເຂົາ​ຮັກ​ນັ້ນ​ຖິ້ມ ແລະ​ຢ່າ​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ​ກັບ​ພະປອມ​ຂອງ​ເອຢິບ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.

8 ແຕ່​ພວກເຂົາ​ໄດ້​ທ້າທາຍ​ເຮົາ​ແລະ​ບໍ່​ຍອມ​ເຊື່ອຟັງ​ເຮົາ. ພວກເຂົາ​ບໍ່ໄດ້​ໂຍນ​ບັນດາ​ຮູບເຄົາຣົບ​ອັນ​ໜ້າກຽດຊັງ​ຂອງ​ພວກເຂົາ​ຖິ້ມ ຫລື​ບໍ່ໄດ້​ຍອມ​ປະຖິ້ມ​ພະຕ່າງໆ​ຂອງ​ຊາວ​ເອຢິບ. ເຮົາ​ຈຶ່ງ​ພ້ອມ​ແລ້ວ​ທີ່​ຈະ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ ອັນ​ເຕັມ​ຂະໜາດ​ຂອງເຮົາ​ໃນ​ເອຢິບ.

9 ແຕ່​ເຮົາ​ບໍ່ໄດ້​ເຮັດ ເພາະ​ການ​ເຮັດ​ເຊັ່ນນັ້ນ ອາດ​ລົດກຽດ​ໃຫ້​ແກ່​ນາມ​ຂອງເຮົາ ໃນ​ເມື່ອ​ເຮົາ​ໄດ້​ປະກາດ​ຕໍ່​ຊາດ​ອິດສະຣາເອນ​ໃນ​ທ່າມກາງ​ປະຊາຊົນ ທີ່​ພວກເຂົາ​ໄດ້​ອາໄສ​ຢູ່​ນັ້ນ​ວ່າ ເຮົາ​ຈະ​ນຳ​ພວກເຂົາ​ອອກ​ໄປ​ຈາກ​ປະເທດ​ເອຢິບ.

10 ດັ່ງນັ້ນ ເຮົາ​ຈຶ່ງ​ໄດ້​ນຳ​ພວກເຂົາ​ອອກ​ຈາກ​ປະເທດ​ເອຢິບ ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ.

11 ເຮົາ​ໄດ້​ມອບ​ຂໍ້ຄຳສັ່ງ​ຂອງເຮົາ​ໃຫ້​ແກ່​ພວກເຂົາ ແລະ​ໄດ້​ສັ່ງສອນ​ພວກເຂົາ​ເຖິງ​ບັນດາ​ກົດບັນຍັດ​ຂອງເຮົາ ຊຶ່ງ​ນຳ​ຊີວິດ​ມາ​ສູ່​ທຸກໆຄົນ​ທີ່​ປະຕິບັດ​ຕາມ.

12 ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ຮັກສາ​ວັນ​ຊະບາໂຕ ເປັນ​ໝາຍສຳຄັນ​ແຫ່ງ​ການ​ຕົກລົງ​ລະຫວ່າງ​ສອງ​ຝ່າຍ ກໍ​ເພື່ອ​ຕັກເຕືອນ​ພວກເຂົາ​ໃຫ້​ລະນຶກເຖິງ​ວ່າ ເຮົາ​ຄື​ພຣະເຈົ້າຢາເວ​ທີ່​ເຮັດ​ໃຫ້​ພວກເຂົາ​ບໍຣິສຸດ.

13 ແຕ່​ປະຊາຊົນ​ອິດສະຣາເອນ​ຊໍ້າພັດ​ທ້າທາຍ​ເຮົາ​ແມ່ນແຕ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ພວກເຂົາ​ໄດ້​ຝ່າຝືນ​ບັນດາ​ກົດບັນຍັດ​ຂອງເຮົາ ແລະ​ປະຖິ້ມ​ຂໍ້ຄຳສັ່ງ​ຂອງເຮົາ ຊຶ່ງ​ນຳ​ຊີວິດ​ມາ​ສູ່​ທຸກໆຄົນ​ທີ່​ປະຕິບັດ​ຕາມ. ພວກເຂົາ​ໄດ້​ເຮັດ​ໃຫ້​ວັນ​ຊະບາໂຕ​ເປັນ​ມົນທິນ. ສະນັ້ນ ເຮົາ​ຈຶ່ງ​ພ້ອມ​ແລ້ວ ທີ່​ຈະ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ເຕັມ​ຂະໜາດ​ຂອງເຮົາ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ​ແລະ​ທຳລາຍ​ພວກເຂົາ​ຖິ້ມ.

14 ແຕ່​ເຮົາ​ບໍ່ໄດ້​ກະທຳ ເພາະ​ມັນ​ອາດ​ລົດກຽດ​ໃຫ້​ແກ່​ນາມ​ຂອງເຮົາ ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ​ທີ່​ໄດ້​ເຫັນ​ເຮົາ ນຳພາ​ຊາດ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ.

15 ສະນັ້ນ ເຮົາ​ຈຶ່ງ​ໄດ້​ສັນຍາ​ໄວ້​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ວ່າ ເຮົາ​ຈະ​ບໍ່​ນຳ​ພວກເຂົາ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ ຄື​ດິນແດນ​ໜຶ່ງ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ​ແລະ​ດີເລີດ.

16 ເຮົາ​ໄດ້​ເຮັດ​ຄຳສັນຍາ​ໄວ້​ກໍ​ເພາະ​ພວກເຂົາ​ໄດ້​ປະຖິ້ມ​ຂໍ້ຄຳສັ່ງ​ຂອງເຮົາ, ໄດ້​ຝ່າຝືນ​ບັນດາ​ກົດບັນຍັດ​ຂອງເຮົາ ແລະ​ໄດ້​ເຮັດ​ໃຫ້​ວັນ​ຊະບາໂຕ​ເປັນ​ມົນທິນ ຄື​ພວກເຂົາ​ມັກ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຂອງ​ພວກເຂົາ​ຫລາຍກວ່າ.

17 ແຕ່​ແລ້ວ​ເຮົາ​ກໍ​ເມດຕາ​ພວກເຂົາ. ເຮົາ​ໄດ້​ຕັດສິນໃຈ​ບໍ່​ປະຫານ​ພວກເຂົາ​ໃນ​ທີ່ນັ້ນ ຄື​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ.

18 ແຕ່​ເຮົາ​ກັບ​ໄດ້​ເຕືອນ​ພວກ​ຊາວໜຸ່ມ​ໃນ​ທ່າມກາງ​ພວກເຂົາ​ວ່າ: ຢ່າ​ຢຶດຖື​ບັນດາ​ກົດບັນຍັດ​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ເຮັດ​ຂຶ້ນ; ຢ່າ​ເຮັດ​ຕາມ​ປະເພນີ​ຂອງ​ເຂົາ ຫລື​ຢ່າ​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ ເພາະ​ບັນດາ​ຮູບເຄົາຣົບ​ຂອງ​ພວກເຂົາ.

19 ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຈົ່ງ​ເຊື່ອຟັງ​ບັນດາ​ກົດບັນຍັດ​ແລະ​ຂໍ້ຄຳສັ່ງ​ຂອງເຮົາ.

20 ຈົ່ງ​ເຮັດ​ໃຫ້​ວັນ​ຊະບາໂຕ​ເປັນ​ວັນ​ສັກສິດ ເພື່ອ​ວ່າ​ວັນ​ນັ້ນ​ຈະ​ເປັນ​ໝາຍສຳຄັນ​ແຫ່ງ​ພັນທະສັນຍາ​ທີ່​ສອງ​ຝ່າຍ​ໄດ້​ເຮັດ​ຕໍ່ກັນ ແລະ​ວັນ​ນັ້ນ​ຈະ​ເຕືອນ​ພວກເຈົ້າ​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.

21 ແຕ່​ຄົນ​ລຸ້ນນີ້​ໄດ້​ທ້າທາຍ​ເຮົາ​ຄືກັນ. ພວກເຂົາ​ໄດ້​ຝ່າຝືນ​ບັນດາ​ກົດບັນຍັດ​ຂອງເຮົາ ແລະ​ບໍ່ໄດ້​ຢຶດຖື​ຂໍ້ຄຳສັ່ງ​ຂອງເຮົາ ຊຶ່ງ​ໃຫ້​ຊີວິດ​ແກ່​ທຸກໆຄົນ​ທີ່​ປະຕິບັດ​ຕາມ. ພວກເຂົາ​ໄດ້​ເຮັດ​ໃຫ້​ວັນ​ຊະບາໂຕ​ເປັນ​ມົນທິນ. ສະນັ້ນ ເຮົາ​ຈຶ່ງ​ພ້ອມແລ້ວ​ທີ່​ຈະ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ເຕັມ​ຂະໜາດ​ຂອງເຮົາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ແລະ​ສັງຫານ​ພວກເຂົາ​ທັງໝົດ​ຖິ້ມ.

22 ແຕ່​ເຮົາ​ບໍ່ໄດ້​ເຮັດ ເພາະ​ການ​ເຮັດ​ເຊັ່ນນັ້ນ​ອາດ​ເປັນ​ການ​ລົດກຽດ​ໃຫ້​ແກ່​ນາມ​ຂອງເຮົາ ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ທີ່​ໄດ້​ເຫັນ​ເຮົາ​ນຳ​ຊາດ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ.

23 ສະນັ້ນ ເຮົາ​ຈຶ່ງ​ໄດ້​ເຮັດ​ຄຳສັນຍາ​ຢ່າງ​ອື່ນ​ອີກ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ເຮົາ​ໄດ້​ສາບານ​ວ່າ​ເຮົາ​ຈະ​ກະຈັດ​ກະຈາຍ​ພວກເຂົາ​ໄປ​ທົ່ວ​ໂລກ.

24 ເຮົາ​ໄດ້​ເຮັດ​ເຊັ່ນນີ້ ກໍ​ເພາະ​ພວກເຂົາ​ໄດ້​ປະຖິ້ມ​ຂໍ້ຄຳສັ່ງ​ຂອງເຮົາ, ໄດ້​ຝ່າຝືນ​ບັນດາ​ກົດບັນຍັດ​ຂອງເຮົາ, ໄດ້​ເຮັດ​ໃຫ້​ວັນ​ຊະບາໂຕ​ເປັນ​ມົນທິນ ແລະ​ໄດ້​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຢ່າງ​ດຽວ​ກັບ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ຮັບໃຊ້​ມາ​ນັ້ນ.

25 ແລ້ວ​ເຮົາ​ກໍໄດ້​ໃຫ້​ບັນດາ​ກົດບັນຍັດ​ທີ່​ບໍ່​ດີ ແລະ​ຂໍ້ຄຳສັ່ງ​ທີ່​ບໍ່​ໃຫ້​ຊີວິດ​ແກ່​ພວກເຂົາ.

26 ເຮົາ​ໄດ້​ປ່ອຍ​ໃຫ້​ພວກເຂົາ​ເປັນ​ມົນທິນ​ກັບ​ເຄື່ອງຖວາຍ​ຕ່າງໆ​ຂອງ​ພວກເຂົາ​ເອງ; ແລະ​ເຮົາ​ໄດ້​ປ່ອຍ​ໃຫ້​ພວກເຂົາ​ຖວາຍບູຊາ​ລູກຊາຍກົກ​ຂອງ​ພວກເຂົາ. ອັນນີ້​ແມ່ນ​ເພື່ອ​ລົງໂທດ​ພວກເຂົາ ແລະ​ສະແດງ​ໃຫ້​ພວກເຂົາ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.

27 ບັດນີ້​ມະນຸດ​ເອີຍ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ແກ່​ພວກເຂົາ. ນີ້​ເປັນ​ວິທີ​ໜຶ່ງ​ອີກ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ດູຖູກ​ເຮົາ ຍ້ອນ​ການ​ບໍ່​ສັດຊື່​ຂອງ​ພວກເຂົາ.

28 ເຮົາ​ໄດ້​ນຳ​ພວກເຂົາ​ໄປ​ສູ່​ດິນແດນ ຊຶ່ງ​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້. ເມື່ອ​ພວກເຂົາ​ໄດ້​ເຫັນ​ເນີນພູ​ສູງ ແລະ​ຕົ້ນໄມ້​ໃບຂຽວ ພວກເຂົາ​ໄດ້​ຖວາຍ​ເຄື່ອງບູຊາ​ແກ່​ສິ່ງ​ເຫຼົ່ານັ້ນ. ພວກເຂົາ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ດ້ວຍ​ເຄື່ອງບູຊາ​ຕ່າງໆ​ທີ່​ພວກເຂົາ​ໄດ້​ເຜົາ ແລະ​ດ້ວຍ​ເຫຼົ້າ​ອະງຸ່ນ​ທີ່​ພວກເຂົາ​ໄດ້​ເທ​ລົງ​ເປັນ​ເຄື່ອງບູຊາ.

29 ເຮົາ​ໄດ້​ຖາມ​ພວກເຂົາ​ວ່າ: ສະຖານທີ່​ສູງ​ເຫຼົ່ານີ້​ທີ່​ພວກເຈົ້າ​ໄປ​ນັ້ນ​ແມ່ນ​ຫຍັງ? ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ເອີ້ນ​ບ່ອນ​ນັ້ນ​ວ່າ ‘ສະຖານທີ່​ສູງ’ ຕະຫລອດ​ມາ.

30 ບັດນີ້ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ: ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ບາບ​ຢ່າງ​ດຽວກັນ​ກັບ​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ເຮັດ ໂດຍ​ແລ່ນ​ໄປ​ຕາມ​ບັນດາ​ຮູບເຄົາຣົບ​ຂອງ​ພວກເຂົາ?

31 ແມ່ນແຕ່​ທຸກ​ວັນ​ນີ້ ພວກເຈົ້າ​ກໍ​ຍັງ​ໄດ້​ຖວາຍ​ເຄື່ອງ​ບູຊາ​ແບບ​ດຽວ​ກັນ ແລະ​ພວກເຈົ້າ​ເອງ​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນ​ມົນທິນ ໂດຍ​ຖວາຍ​ລູກ​ຂອງ​ພວກເຈົ້າ​ເຜົາ​ໄຟ​ໃຫ້​ແກ່​ພວກ​ມັນ. ແຕ່​ບັດນີ້ ພວກເຈົ້າ​ຊາວ​ອິດສະຣາເອນ​ຍັງ​ຖາມ​ວ່າ ຄວາມປະສົງ​ຂອງເຮົາ​ແມ່ນ​ຫຍັງ? ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຮົາ​ຈະ​ບໍ່​ໃຫ້​ພວກເຈົ້າ​ຖາມ​ເຮົາ​ສິ່ງໃດໆ​ສັນນັ້ນ.

32 ພວກເຈົ້າ​ຕັ້ງໃຈ​ໂດຍ​ຕົນເອງ​ທີ່​ຢາກ​ຈະ​ເປັນ​ດັ່ງ​ຊົນຊາດ​ອື່ນໆ ຄື​ດັ່ງ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ປະເທດ​ອື່ນ​ທີ່​ຂາບໄຫວ້​ຕົ້ນໄມ້ ແລະ​ໂງ່ນຫີນ, ແຕ່​ຈະ​ເປັນ​ເຊັ່ນນັ້ນ​ບໍ່ໄດ້​ຈັກເທື່ອ.”


ພຣະເຈົ້າ​ລົງໂທດ​ແລະ​ຍົກໂທດ​ໃຫ້

33 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ, “ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຮົາ​ຂໍ​ເຕືອນ​ວ່າ ເມື່ອ​ເຮົາ​ໂກດຮ້າຍ​ພວກເຈົ້າ ເຮົາ​ຈະ​ປົກຄອງ​ພວກເຈົ້າ​ດ້ວຍ​ມື​ອັນ​ເຂັ້ມແຂງ ແລະ​ດ້ວຍ​ຣິດອຳນາດ​ທຸກຢ່າງ​ຂອງເຮົາ​ສັນນັ້ນ.

34 ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ເຫັນ​ຣິດອຳນາດ ແລະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ ເມື່ອ​ເຮົາ​ໂຮມ​ພວກເຈົ້າ​ເຂົ້າກັນ ແລະ​ນຳ​ກັບຄືນ​ມາ​ຈາກ​ປະເທດ​ທັງຫລາຍ ທີ່​ເຮົາ​ໄດ້​ກະຈັດ​ກະຈາຍ​ພວກເຈົ້າ​ໄປ​ນັ້ນ.

35 ເຮົາ​ຈະ​ນຳ​ພວກເຈົ້າ​ໄປ​ໃນ ຖິ່ນ​ແຫ້ງແລ້ງ​ກັນດານ​ຂອງ​ຊົນຊາດ​ທັງຫລາຍ ແລະ​ໃນ​ບ່ອນ​ນັ້ນ​ເຮົາ​ຈະ​ກ່າວໂທດ​ພວກເຈົ້າ​ຕໍ່ໜ້າຕໍ່ຕາ.

36 ບັດນີ້ ເຮົາ​ຈະ​ກ່າວໂທດ​ພວກເຈົ້າ ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ບັນພະບຸລຸດ​ຂອງ​ພວກເຈົ້າ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.

37 “ເຮົາ​ຈະ​ຄວບຄຸມ​ພວກເຈົ້າ​ຢ່າງ​ເຂັ້ມງວດ ແລະ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເຊື່ອຟັງ​ພັນທະສັນຍາ​ຂອງເຮົາ.

38 ເຮົາ​ຈະ​ນຳ​ຄົນ​ທີ່​ກະບົດ ແລະ​ເຮັດ​ບາບ​ໃນ​ທ່າມກາງ​ພວກເຈົ້າ​ໜີໄປ. ເຮົາ​ຈະ​ນຳ​ພວກເຂົາ​ອອກ​ໄປ​ຈາກ​ດິນແດນ​ຕ່າງໆ​ທີ່​ພວກເຂົາ​ກຳລັງ​ຢູ່​ດຽວ​ນີ້; ແຕ່​ເຮົາ​ຈະ​ບໍ່​ໃຫ້​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ອິດສະຣາເອນ​ອີກ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”

39 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ບັດນີ້ ຊາວ​ອິດສະຣາເອນ​ທັງໝົດ​ເອີຍ ຈົ່ງ​ປະພຶດ​ຕົນ​ໃຫ້​ເໝາະສົມ​ສາ ຈົ່ງ​ຮັບໃຊ້​ບັນດາ​ຮູບເຄົາຣົບ​ຂອງ​ພວກເຈົ້າ​ຕໍ່ໄປ ແຕ່​ເຮົາ​ຂໍ​ເຕືອນ​ພວກເຈົ້າ​ວ່າ ຫລັງຈາກ​ນີ້​ແລ້ວ​ພວກເຈົ້າ​ຈະ​ຕ້ອງ​ເຊື່ອຟັງ​ເຮົາ ແລະ​ເຊົາ​ລົບຫລູ່​ນາມ​ອັນ​ສັກສິດ​ຂອງເຮົາ ໂດຍ​ຢຸດ​ຖວາຍບູຊາ​ແກ່​ບັນດາ​ຮູບເຄົາຣົບ​ຂອງ​ພວກເຈົ້າ.

40 ໃນ​ດິນແດນ​ນັ້ນ ຄື​ທີ່​ເທິງ​ພູເຂົາ​ສັກສິດ​ຂອງເຮົາ ທີ່​ເທິງ​ພູເຂົາ​ສູງ​ຂອງ​ຊາດ​ອິດສະຣາເອນ ຊາວ​ອິດສະຣາເອນ​ທຸກ​ທົ່ວໜ້າ​ຕ່າງ​ກໍ​ຈະ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ. ເຮົາ​ຈະ​ພໍໃຈ​ກັບ​ພວກເຈົ້າ​ແລະ​ຫວັງວ່າ ຈະ​ໃຫ້​ພວກເຈົ້າ​ນຳ​ເຄື່ອງບູຊາ​ມາ​ຖວາຍ​ແກ່​ເຮົາ ຄື​ເຄື່ອງ​ອັນ​ດີທີ່ສຸດ​ແລະ​ເຄື່ອງ​ອັນ​ສັກສິດ​ຂອງ​ພວກເຈົ້າ.

41 ຫລັງຈາກ​ເຮົາ​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ທັງຫລາຍ ທີ່​ພວກເຈົ້າ​ຖືກ​ກະຈັດ​ກະຈາຍ​ໄປ​ນັ້ນ ແລະ​ໂຮມ​ພວກເຈົ້າ​ເຂົ້າກັນ​ແລ້ວ; ເຮົາ​ຈະ​ຮັບ​ເຄື່ອງ​ຖວາຍບູຊາ​ຕ່າງໆ​ທີ່​ພວກເຈົ້າ​ນຳ​ມາ​ເຜົາ ແລະ​ຊົນຊາດ​ທັງຫລາຍ​ຈະ​ເຫັນ​ວ່າ​ເຮົາ​ບໍຣິສຸດ.

42 ເມື່ອ​ເຮົາ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ອິດສະຣາເອນ ຄື​ດິນແດນ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ​ນັ້ນ ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.

43 ແລ້ວ​ພວກເຈົ້າ​ກໍ​ຈະ​ລະນຶກເຖິງ​ສິ່ງ​ອັນ​ໜ້າລະອາຍ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ​ການ​ທີ່​ພວກເຈົ້າ​ໄດ້​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ. ພວກເຈົ້າ​ຈະ​ກຽດຊັງ​ພວກ​ເຈົ້າເອງ​ຍ້ອນ​ສິ່ງ​ຊົ່ວຊ້າ​ທີ່​ພວກເຈົ້າ​ໄດ້​ເຮັດ.

44 ເມື່ອ​ເຮົາ​ລົງມື​ປ້ອງກັນ​ກຽດ​ຂອງເຮົາ ພວກເຈົ້າ​ຊາວ​ອິດສະຣາເອນ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ ຍ້ອນ​ເຮົາ​ບໍ່ໄດ້​ຈັດການ​ກັບ​ພວກເຈົ້າ​ໃຫ້​ສົມ​ກັບ​ການ​ຊົ່ວຮ້າຍ​ຕ່າງໆ ທີ່​ພວກເຈົ້າ​ໄດ້​ເຮັດ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ໄຟ​ໃນ​ທິດໃຕ້

45 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,

46 “ມະນຸດ​ເອີຍ ເບິ່ງ​ໄປ​ທາງໃຕ້​ພຸ້ນ​ແມ.

47 ຈົ່ງ​ບອກ​ປ່າ​ທາງ​ທິດໃຕ້​ໃຫ້​ຟັງ​ຖ້ອຍຄຳ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ: ເບິ່ງແມ! ເຮົາ​ກຳລັງ​ກໍ່​ໄຟ​ຂຶ້ນ ແລະ​ມັນ​ຈະ​ໄໝ້​ຕົ້ນໄມ້​ທຸກ​ຕົ້ນ​ໃນ​ປ່າ ບໍ່​ວ່າ​ຕົ້ນ​ເປັນ​ຫລື​ຕົ້ນຕາຍ. ບໍ່ມີ​ສິ່ງໃດ​ຈະ​ສາມາດ​ມອດ​ມັນ​ໄດ້. ມັນ​ຈະ​ລຸກ​ລາມ​ແຕ່​ທິດໃຕ້​ຂຶ້ນ​ໄປ​ຫາ​ທິດເໜືອ ແລະ​ທຸກຄົນ​ຈະ​ຮູ້ສຶກ​ເຖິງ​ຄວາມຮ້ອນ​ຂອງ​ໄຟ​ນີ້.

48 ພວກເຂົາ​ທຸກຄົນ​ຈະ​ຮູ້ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ຜູ້​ກໍ່ໄຟ​ຂຶ້ນ​ແລະ​ບໍ່ມີ​ຜູ້ໃດ​ມອດ​ມັນ​ໄດ້.”

49 ແຕ່​ຂ້າພະເຈົ້າ​ໄດ້​ຂັດຄ້ານ​ຂຶ້ນ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຢ່າ​ສູ່​ບັງຄັບ​ໃຫ້​ຂ້ານ້ອຍ​ຕ້ອງ​ເຮັດ​ສິ່ງ​ນີ້​ເລີຍ ຜູ້ໃດ​ກໍ​ພາກັນ​ຈົ່ມ​ວ່າ ຂ້ານ້ອຍ​ມັກ​ເວົ້າ​ເປັນ​ຄຳ​ປິດສະໜາ​ສະເໝີ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan