Biblia Todo Logo
Bìoball air-loidhne

- Sanasan -

ເອເຊກຽນ 2 - ພຣະຄຳພີສັກສິ


ພຣະເຈົ້າ​ເອີ້ນ​ເອເຊກຽນ​ໃຫ້​ເປັນ​ຜູ້ທຳນວາຍ

1 ພຣະອົງ​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ລຸກ​ຂຶ້ນ ເຮົາ​ຕ້ອງການ​ເວົ້າ​ກັບ​ເຈົ້າ.”

2 ໃນ​ຂະນະທີ່​ສຽງ​ນັ້ນ​ກຳລັງ​ກ່າວ​ຢູ່ ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ລົງ​ມາ​ສະຖິດ ແລະ​ຍົກ​ຂ້າພະເຈົ້າ​ຂຶ້ນ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ພຣະອົງ​ກ່າວ​ຕໍ່ໄປ​ວ່າ,

3 “ມະນຸດ​ເອີຍ ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ຫາ​ປະຊາຊົນ​ອິດສະຣາເອນ. ພວກເຂົາ​ກະບົດ​ຕໍ່ສູ້​ເຮົາ ແລະ​ຍັງ​ສືບຕໍ່​ກະບົດ​ຢູ່​ດັ່ງ​ບັນພະບຸລຸດ​ຂອງ​ພວກເຂົາ.

4 ພວກເຂົາ​ດື້ດ້ານ​ແລະ​ບໍ່​ນັບຖື​ເຮົາ; ສະນັ້ນ ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້.’

5 ເຖິງ​ແມ່ນ​ວ່າ​ຄົນ​ກະບົດ​ເຫຼົ່ານັ້ນ​ຈະ​ຟັງ​ເຈົ້າ​ຫລື​ບໍ່​ກໍຕາມ ພວກເຂົາ​ກໍ​ຈະ​ຮູ້​ວ່າ​ຍັງ​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ໃນ​ທ່າມກາງ​ພວກເຂົາ.

6 ແຕ່​ມະນຸດ​ເອີຍ ເຈົ້າ​ບໍ່​ຕ້ອງ​ຢ້ານ​ພວກເຂົາ ຫລື​ຢ້ານ​ສິ່ງ​ທີ່​ພວກເຂົາ​ເວົ້າ​ນັ້ນ​ເລີຍ. ພວກເຂົາ​ຈະ​ທ້າທາຍ ແລະ​ດູຖູກ​ຢຽບຫຍາມ​ເຈົ້າ ດັ່ງ​ກັບ​ວ່າ​ເຈົ້າ​ຢູ່​ທ່າມກາງ​ແມງງອດ. ເຖິງ​ປານນັ້ນ​ກໍຕາມ ຢ່າສູ່ຢ້ານ​ຄົນ​ກະບົດ​ເຫຼົ່ານັ້ນ ຫລື​ຢ້ານ​ສິ່ງ​ທີ່​ພວກເຂົາ​ເວົ້າ​ເລີຍ.

7 ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ຟັງ​ເຈົ້າ​ຫລື​ບໍ່​ກໍຕາມ ເຈົ້າ​ຈະ​ຕ້ອງ​ບອກ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ​ໃຫ້​ກ່າວ. ຈົ່ງ​ຈຳ​ໄວ້​ວ່າ​ພວກເຂົາ​ກະບົດ​ຕໍ່ສູ້​ເຮົາ.

8 ມະນຸດ​ເອີຍ ຈົ່ງ​ຟັງ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ. ຢ່າ​ເປັນ​ຄົນ​ກະບົດ​ເໝືອນດັ່ງ​ພວກເຂົາ. ຈົ່ງ​ອ້າ​ປາກ ແລະ​ກິນ​ສິ່ງ​ທີ່​ເຮົາ​ຈະ​ໃຫ້​ເຈົ້າ.”

9 ແລ້ວ​ຂ້າພະເຈົ້າ​ກໍ​ເຫັນ​ມື​ເບື້ອງໜຶ່ງ ຖື​ໜັງສື​ມ້ວນ​ເດ່​ອອກ​ມາ​ທາງ​ຂ້າພະເຈົ້າ.

10 ມື​ນັ້ນ​ພື​ໜັງສື​ມ້ວນ​ອອກ ແລະ​ຂ້າພະເຈົ້າ​ກໍໄດ້​ເຫັນ​ຄຳ​ຂຽນ​ໄວ້​ທັງສອງ​ໜ້າ ເປັນ​ບົດ​ຮ້ອງໄຫ້​ອາໄລ​ອາວອນ ແລະ​ຄໍ່າຄວນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan