ເອເຊກຽນ 19 - ພຣະຄຳພີສັກສິບົດເພງແຫ່ງຄວາມທຸກໃຈ 1 ພຣະເຈົ້າໄດ້ບອກຂ້າພະເຈົ້າໃຫ້ຮ້ອງເພງແຫ່ງຄວາມທຸກໃຈນີ້ ເຖິງກະສັດແຫ່ງຊາດອິດສະຣາເອນສອງຄົນວ່າ: 2 ມານດາເຈົ້າເປັນດັ່ງສິງແມ່ທີ່ໜ້າເບິ່ງຫລາຍ ນາງລ້ຽງລູກຂອງຕົນທ່າມກາງສິງເຖິກຮ້າຍກາດ. 3 ນາງລ້ຽງສິງນ້ອຍໂຕໜຶ່ງທັງສອນໃຫ້ລ່າເນື້ອເປັນ ຈຶ່ງກາຍເປັນສັດກັດກິນມະນຸດໂຕໜຶ່ງ. 4 ຊົນຊາດທັງຫລາຍໄດ້ຍິນຈຶ່ງດັກໃຫ້ຕົກຂຸມ ພວກເຂົາໃຊ້ຂໍເກາະລາກມັນໄປສູ່ເອຢິບພຸ້ນ. 5 ສິງແມ່ຈຶ່ງລໍຖ້າຢ່າງບາກບັ່ນອົດທົນ ແລ້ວກໍເຫັນວ່າຕົນບໍ່ມີຫວັງຫຍັງສາແລ້ວ. ສະນັ້ນ ນາງຈຶ່ງລ້ຽງລູກໂຕອື່ນຂຶ້ນມາແທນ ແລະກໍໃຫຍ່ຂຶ້ນມາເປັນສິງໂຕຮ້າຍກາດ. 6 ມັນໄດ້ໃຊ້ຊີວິດຢູ່ໃນທ່າມກາງຝູງສິງໂຕ ແລະໃຫຍ່ໂຕຂຶ້ນມາເປັນສິງໂຕຮ້າຍກາດ. ມັນໄດ້ຮຽນຮູ້ຈັກຈີກເນື້ອກິນຄືກັນ ຈຶ່ງກາຍເປັນສັດກັດກິນມະນຸດໂຕໜຶ່ງ 7 ມັນໄດ້ທຳລາຍປ້ອມ ແລະເມືອງຂອງພວກເຂົາ ຄົນໃນທີ່ນັ້ນສະທ້ານຢ້ານກົວເມື່ອມັນຮ້ອງຂຶ້ນ. 8 ຊົນຊາດທັງຫລາຍໄດ້ມາແຕ່ທຸກທິດທາງ ລວມເປັນພັນທະມິດເພື່ອຕໍ່ສູ້ກັບສິງໂຕນັ້ນ; ພວກເຂົາໄດ້ດັກສະກັດມັນແລະປິດລ້ອມໄວ້ທຸກທາງ ເພື່ອເຮັດໃຫ້ມັນຕົກໃນຕາໜ່າງທີ່ວາງໄວ້. 9 ພວກເຂົາໄດ້ຈັບມັນແລ້ວຂັງໃສ່ໄວ້ຢູ່ໃນກົງ ແລະນຳໄປຫາກະສັດແຫ່ງບາບີໂລນພຸ້ນ. ພວກເຂົາຈັບມັນຍັດໃສ່ຄຸກເພາະບໍ່ຢາກໄດ້ຍິນສຽງຂອງມັນ ຮ້ອງຄາງຢູ່ຕາມເທິງພູຂອງອິດສະຣາເອນນັ້ນ. 10 ສ່ວນແມ່ຂອງເຈົ້ານັ້ນເປັນດັ່ງເຄືອໝາກອະງຸ່ນ ທີ່ຖືກປູກໄວ້ໃກ້ແຄມລຳທານແຫ່ງໜຶ່ງ. ຍ້ອນໃນທີ່ນັ້ນມີນໍ້າຊຸ່ມຊື່ນຢ່າງຫລວງຫລາຍ ເຄືອອະງຸ່ນຈຶ່ງມີໃບດົກໜາເຕັມແຕ່ໝາກ. 11 ເຄືອອະງຸ່ນນັ້ນຈຶ່ງໄດ້ມີກິ່ງແຂງແຮງດີ ແລະໃຫຍ່ຂຶ້ນມາເປັນຄ້ອນເທົ້າແຫ່ງຣາຊາເຈົ້າ. ເຄືອອະງຸ່ນໃຫຍ່ສູງຂຶ້ນພໍຈະຈຸເມກເທິງເວຫາ ທຸກຄົນໄດ້ເຫັນມັນມີກິ່ງແຂງແຮງສູງສໍ່າໃດແທ້ 12 ແຕ່ມືຜູ້ໂກດຮ້າຍໄດ້ຫລົກຮາກມັນຖິ້ມເສຍ ທັງໄດ້ໂຍນມັນຖິ້ມລົງສູ່ພື້ນດິນດ້ວຍ. ລົມທິດຕາເວັນອອກເຮັດໃຫ້ໝາກຫ່ຽວແຫ້ງໄປ ກິ່ງກໍຫ່ຽວແຫ້ງຕາຍຖືກເຜົາໄຟຖິ້ມຈົນກ້ຽງ. 13 ບັດນີ້ ຖືກນຳໄປປູກໃນຖິ່ນແຫ້ງແລ້ງກັນດານ ໃນດິນແຫ້ມທີ່ແຂງແລະດິນແດນທີ່ຂາດນໍ້າ. 14 ໄຟໄດ້ໄໝ້ເຄືອໃຫຍ່ຂອງເຄືອອະງຸ່ນ ຈຶ່ງໄໝ້ລຸກລາມໄປເຖິງງ່າແລະໝາກດ້ວຍ ງ່າຕ່າງໆຂອງມັນນັ້ນຈະບໍ່ເຂັ້ມແຂງຕໍ່ໄປ ມັນຈະບໍ່ໄດ້ເປັນຄ້ອນເທົ້າແຫ່ງຣາຊາອີກແລ້ວ. ນີ້ແຫລະ ຄືບົດເພງລະບາຍຄວາມທຸກໃຈ; ຄົນຈະຮ້ອງເພງນີ້ຫລົບໄປຫລົບມາ. |
@ 2012 United Bible Societies. All Rights Reserved.