Biblia Todo Logo
Bìoball air-loidhne

- Sanasan -

ເອເຊກຽນ 18 - ພຣະຄຳພີສັກສິ


ຄວາມ​ຮັບຜິດຊອບ​ຂອງ​ແຕ່ລະ​ບຸກຄົນ

1 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ

2 ວ່າ, “ສຸພາສິດ​ທີ່​ຄົນ​ມັກ​ເວົ້າ​ກັນ​ໃນ​ດິນແດນ​ແຫ່ງ​ຊາດ​ອິດສະຣາເອນ​ນີ້ ມີ​ຄວາມໝາຍ​ວ່າ​ຢ່າງໃດ? ‘ພໍ່​ແມ່​ກິນ​ໝາກອະງຸ່ນ​ສົ້ມ ແຕ່​ລູກ​ຊໍ້າພັດ​ເຂັດແຂ້ວ​ນຳ.”’

3 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຈົ້າ​ຈະ​ບໍ່ໄດ້​ເວົ້າ​ຊໍ້າ​ສຸພາສິດ​ນີ້​ໃນ​ຊາດ​ອິດສະຣາເອນ​ອີກ​ຕໍ່ໄປ.

4 ຊີວິດ​ແຕ່ລະ​ບຸກຄົນ​ຂຶ້ນ​ຢູ່​ກັບ​ເຮົາ ຄື​ຊີວິດ​ຜູ້​ເປັນ​ພໍ່​ແມ່ ກໍ​ເໝືອນກັນ​ກັບ​ຊີວິດ​ຂອງ​ຜູ້​ເປັນ​ລູກ. ບຸກຄົນ​ໃດ​ທີ່​ເຮັດ​ບາບ ບຸກຄົນ​ນັ້ນ​ແຫຼະ​ທີ່​ສົມຄວນ​ຈະ​ຕ້ອງ​ຕາຍ.

5 ຖ້າ​ວ່າ​ມີ​ຄົນ​ດີ​ທີ່​ສັດຊື່ ແລະ​ຊອບທຳ​ແທ້ໆ​ຈັກ​ຄົນ​ໜຶ່ງ.

6 ລາວ​ບໍ່ໄດ້​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຂອງ​ຊາວ​ອິດສະຣາເອນ ຫລື​ບໍ່​ກິນ​ເຄື່ອງ​ທີ່​ໄດ້​ບູຊາ​ໃນ​ບ່ອນ​ສັກສິດ​ທີ່​ໄດ້​ຫວງຫ້າມ. ລາວ​ບໍ່ໄດ້​ລໍ້ລວງ​ຫລີ້ນ​ເມຍ​ຂອງ​ຄົນອື່ນ ຫລື​ສົມສູ່​ກັບ​ຍິງ​ທີ່​ກຳລັງ​ເປັນ​ປະຈຳເດືອນ.

7 ລາວ​ບໍ່​ສໍ້ໂກງ​ຫລື​ບໍ່​ປຸ້ນ​ເຈົ້າ​ເອົາ​ຂອງ​ຜູ້ໃດ. ລາວ​ຄືນ​ຂອງ​ທີ່​ລູກໜີ້​ເອົາ​ມາ​ຈຳ​ນຳ; ລາວ​ລ້ຽງ​ຄົນ​ທີ່​ອຶດຫິວ ແລະ​ໃຫ້​ເຄື່ອງນຸ່ງຫົ່ມ​ແກ່​ຄົນ​ທີ່​ຂາດເຂີນ.

8 ລາວ​ໃຫ້​ຄົນ​ຢືມ​ເງິນ​ໂດຍ​ບໍ່​ຄິດ​ດອກເບ້ຍ. ລາວ​ບໍ່​ຍອມ​ປະພຶດ​ຕົນ​ຢ່າງ​ບໍ່​ເປັນທຳ, ແຕ່​ກັບ​ໃຫ້​ຄວາມ​ເປັນທຳ​ແກ່​ຜູ້​ທີ່​ເປັນຄວາມ.

9 ຄົນ​ເຊັ່ນນີ້ ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ແລະ​ຢຶດຖື​ບັນດາ​ກົດບັນຍັດ​ຂອງເຮົາ​ຢ່າງ​ເອົາໃຈໃສ່. ລາວ​ເປັນ​ຄົນ​ຊອບທຳ​ແລະ​ຈະ​ມີ​ຊີວິດ​ຢູ່.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.

10 “ແລ້ວ​ຖ້າ​ວ່າ​ຊາຍ​ຜູ້​ນີ້​ມີ​ລູກຊາຍ​ຄົນ​ໜຶ່ງ ທີ່​ມັກ​ປຸ້ນ ແລະ​ຂ້າເຈົ້າ​ເອົາຂອງ ຄື​ຜູ້​ທີ່​ເຮັດ​ສິ່ງ​ທັງໝົດ​ເຫຼົ່ານີ້

11 ທີ່​ພໍ່​ຂອງຕົນ​ບໍ່ເຄີຍ​ເຮັດ​ມາກ່ອນ. ລາວ​ກິນ​ເຄື່ອງບູຊາ​ໃນ​ບ່ອນ​ສັກສິດ​ທີ່​ໄດ້​ຫວງຫ້າມ ແລະ​ລໍ້ລວງ​ຫລີ້ນ​ເມຍ​ຂອງ​ຄົນອື່ນ.

12 ລາວ​ສໍ້ໂກງ​ຄົນ​ຍາກຈົນ, ລາວ​ປຸ້ນ​ເຈົ້າ​ເອົາ​ຂອງ ແລະ​ບໍ່​ຄືນ​ຂອງ​ທີ່​ລູກໜີ້​ເອົາ​ມາ​ຈຳ​ນຳ. ລາວ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ອັນ​ໜ້າກຽດຊັງ​ຢູ່​ໃນ​ບ່ອນ​ສັກສິດ​ຂອງ​ຄົນຕ່າງຊາດ

13 ແລະ​ໃຫ້​ຄົນ​ຢືມ​ເງິນ​ໂດຍ​ຄິດ​ດອກເບ້ຍ. ລາວ​ຈະ​ມີ​ຊີວິດ​ຢູ່​ບໍ? ບໍ່ແມ່ນ​ດອກ ລາວ​ຈະ​ບໍ່ມີ​ຊີວິດ​ຢູ່. ລາວ​ເຮັດ​ແຕ່​ສິ່ງ​ທີ່​ໜ້າກຽດຊັງ; ສະນັ້ນ ລາວ​ຈະ​ຕ້ອງ​ຕາຍ. ລາວ​ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ການຕາຍ​ເອົາ​ເອງ.

14 ບັດນີ້ ຖ້າ​ວ່າ​ຊາຍ​ຜູ້​ທີ​ສອງ​ນີ້​ມີ​ລູກຊາຍ​ຢູ່​ຄົນ​ໜຶ່ງ. ລູກຊາຍ​ຜູ້​ນີ້​ເຫັນ​ບາບ​ທັງໝົດ​ທີ່​ພໍ່​ຂອງຕົນ​ໄດ້​ເຮັດ ແຕ່​ລາວ​ບໍ່ໄດ້​ເຮັດ​ຕາມ​ແບບຢ່າງ​ຂອງ​ພໍ່.

15 ລາວ​ບໍ່ໄດ້​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຂອງ​ຊາວ​ອິດສະຣາເອນ ຫລື​ກິນ​ເຄື່ອງບູຊາ​ໃນ​ບ່ອນ​ສັກສິດ​ທີ່​ໄດ້​ຫວງຫ້າມ. ລາວ​ບໍ່ໄດ້​ລໍ້ລວງ​ຫລີ້ນ​ເມຍ​ຂອງ​ຄົນອື່ນ

16 ຫລື​ຂົ່ມເຫັງ ຫລື​ປຸ້ນ​ເຈົ້າ​ເອົາ​ຂອງ​ຜູ້ໃດ. ລາວ​ສົ່ງ​ຄືນ​ຂອງ​ທີ່​ລູກໜີ້​ເອົາ​ມາ​ຈຳ​ນຳ. ລາວ​ລ້ຽງ​ຄົນ​ທີ່​ອຶດຫິວ ແລະ​ໃຫ້​ເຄື່ອງນຸ່ງຫົ່ມ​ແກ່​ຄົນ​ທີ່​ຂັດສົນ.

17 ລາວ​ບໍ່​ຍອມ​ເຮັດ​ຊົ່ວ ແລະ​ໃຫ້​ຄົນ​ຢືມ​ເງິນ​ໂດຍ​ບໍ່​ຄິດ​ດອກເບ້ຍ. ລາວ​ຢຶດຖື​ບັນດາ​ກົດບັນຍັດ​ຂອງເຮົາ ແລະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ. ລາວ​ຈະ​ບໍ່​ຕາຍ​ເພາະ​ບາບ​ຂອງ​ພໍ່​ລາວ ແຕ່​ລາວ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ.

18 ພໍ່​ຂອງ​ລາວ​ຕ່າງຫາກ​ທີ່​ໄດ້​ສໍ້ໂກງ ແລະ​ໄດ້​ປຸ້ນ​ເຈົ້າ​ເອົາ​ຂອງ ແລະ​ເຮັດ​ຊົ່ວ​ໃຫ້​ແກ່​ທຸກຄົນ. ສະນັ້ນ ລາວ​ຈຶ່ງ​ຕາຍ​ເພາະ​ບາບ​ທີ່​ຕົນ​ໄດ້​ເຮັດ​ນັ້ນ.

19 ແຕ່​ຖ້າ​ເຈົ້າ​ຖາມ​ວ່າ, ‘ເປັນຫຍັງ​ລູກຊາຍ​ຈຶ່ງ​ບໍ່ໄດ້​ຮັບ​ໂທດກຳ ເພາະ​ບາບ​ຂອງ​ຜູ້​ເປັນ​ພໍ່?’ ຄຳຕອບ​ກໍ​ຄື​ລູກຊາຍ​ໄດ້​ເຮັດ​ສິ່ງ​ທີ່​ດີ​ແລະ​ຖືກຕ້ອງ. ລາວ​ໄດ້​ຮັກສາ​ກົດບັນຍັດ​ຂອງເຮົາ ແລະ​ປະຕິບັດ​ຕາມ​ກົດບັນຍັດ​ນັ້ນ​ຢ່າງ​ລະມັດ​ລະວັງ; ສະນັ້ນ ລາວ​ຈຶ່ງ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ.

20 ຜູ້​ທີ່​ເຮັດ​ບາບ​ຄື​ຜູ້​ທີ່​ຈະ​ຕ້ອງ​ຕາຍ. ລູກຊາຍ​ບໍ່​ຕ້ອງ​ຮັບ​ໂທດກຳ​ເພາະ​ພໍ່​ຂອງຕົນ​ໄດ້​ເຮັດ​ບາບ; ຫລື​ພໍ່​ບໍ່​ຕ້ອງ​ຮັບ​ໂທດກຳ​ເພາະ​ລູກ​ຂອງຕົນ​ໄດ້​ເຮັດ​ບາບ. ຄົນ​ຊອບທຳ​ຈະ​ໄດ້​ຮັບ​ບຳເໜັດ​ສຳລັບ​ການດີ​ທີ່​ຕົນ​ໄດ້​ເຮັດ ແລະ​ຄົນຊົ່ວ​ກໍ​ຈະ​ໄດ້​ຮັບ​ໂທດກຳ​ສຳລັບ​ການຊົ່ວ​ທີ່​ຕົນ​ໄດ້​ເຮັດ.

21 ຖ້າ​ຄົນຊົ່ວ​ຜູ້ໜຶ່ງ​ເຊົາ​ເຮັດ​ບາບ ແລະ​ຖ້າ​ລາວ​ຢຶດຖື​ບັນດາ​ກົດບັນຍັດ​ຂອງເຮົາ ຄື​ເຮັດ​ໃນ​ສິ່ງ​ທີ່​ດີ ແລະ​ຖືກຕ້ອງ ລາວ​ກໍ​ຈະ​ບໍ່​ຕາຍ; ແຕ່​ລາວ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ.

22 ບາບ​ທັງໝົດ​ຂອງ​ລາວ​ຈະ​ໄດ້​ຮັບ​ການອະໄພ ແລະ​ລາວ​ຈະ​ມີ​ຊີວິດ​ຢູ່ ເພາະ​ລາວ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.”

23 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຖາມ​ວ່າ, “ເຈົ້າ​ຄິດ​ວ່າ​ເຮົາ​ດີໃຈ​ບໍ​ທີ່​ເຫັນ​ຄົນ​ບາບ​ຜູ້ໜຶ່ງ​ຕາຍໄປ? ບໍ່ແມ່ນ​ດອກ ເຮົາ​ຈະ​ດີໃຈ​ຫລາຍກວ່າ ທີ່​ເຫັນ​ຄົນ​ບາບ​ຜູ້ໜຶ່ງ​ກັບໃຈ​ແລະ​ມີ​ຊີວິດ​ຢູ່.

24 ແຕ່​ຖ້າ​ຄົນ​ຊອບທຳ​ຜູ້ໜຶ່ງ​ເຊົາ​ເຮັດ​ການ​ດີ ແລະ​ເລີ່ມ​ເຮັດ​ແຕ່​ການຊົ່ວ ຄື​ເຮັດ​ແຕ່​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ຄົນຊົ່ວ​ເຮັດ ລາວ​ຈະ​ມີ​ຊີວິດ​ຢູ່​ບໍ? ບໍ່ແມ່ນ​ດອກ ການດີ​ທີ່​ລາວ​ໄດ້​ເຮັດ​ມາ​ນັ້ນ ຈະ​ບໍ່ມີ​ຜູ້ໃດ​ລະນຶກເຖິງ​ເລີຍ. ລາວ​ຈະ​ຕາຍ ເພາະ​ຄວາມ​ບໍ່​ສັດຊື່​ແລະ​ການບາບ​ທີ່​ລາວ​ໄດ້​ເຮັດ.

25 ແຕ່​ເຈົ້າ​ເວົ້າ​ວ່າ, ‘ສິ່ງ​ທີ່​ພຣະເຈົ້າຢາເວ​ເຮັດ​ນັ້ນ ແມ່ນ​ບໍ່​ຖືກຕ້ອງ.’ ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ເຮົາ​ເທີ້ນ ພວກເຈົ້າ​ຄິດວ່າ​ວິທີການ​ທີ່​ເຮົາ​ເຮັດ​ບໍ່​ຖືກຕ້ອງ​ບໍ? ວິທີການ​ຂອງ​ພວກເຈົ້າ​ນັ້ນ​ແຫຼະ​ບໍ່​ຖືກຕ້ອງ.

26 ເມື່ອ​ຄົນ​ຊອບທຳ​ຜູ້ໜຶ່ງ​ເຊົາ​ເຮັດ​ດີ ແລະ​ເລີ່ມ​ເຮັດ​ຊົ່ວ​ແລ້ວ​ຕາຍໄປ ລາວ​ຕາຍ​ເພາະ​ຄວາມຊົ່ວ​ທີ່​ລາວ​ໄດ້​ເຮັດ​ນັ້ນ.

27 ເມື່ອ​ຄົນຊົ່ວ​ຜູ້ໜຶ່ງ​ເຊົາ​ເຮັດ​ບາບ​ແລະ​ເຮັດ​ສິ່ງ​ທີ່​ດີ​ແລະ​ຖືກຕ້ອງ ລາວ​ກໍ​ຊ່ວຍ​ຊີວິດ​ຂອງຕົນ​ໃຫ້​ພົ້ນ.

28 ລາວ​ສຳນຶກ​ໄດ້​ເຖິງ​ສິ່ງ​ທີ່​ຕົນ​ກຳລັງ​ເຮັດ ແລະ​ລາວ​ກໍ​ເຊົາ​ເຮັດ​ບາບ; ສະນັ້ນ ລາວ​ຈຶ່ງ​ຈະ​ບໍ່​ຕາຍ​ແຕ່​ຈະ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ.

29 ແຕ່​ພວກເຈົ້າ ຊາວ​ອິດສະຣາເອນ​ພັດ​ເວົ້າ​ວ່າ, ‘ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ເຮັດ​ນັ້ນ​ບໍ່​ຖືກຕ້ອງ.’ ພວກເຈົ້າ​ຄິດ​ວ່າ​ວິທີທາງ​ຂອງເຮົາ​ບໍ່​ຖືກຕ້ອງ​ບໍ? ວິທີທາງ​ຂອງ​ພວກເຈົ້າ​ນັ້ນ​ແຫຼະ​ບໍ່​ຖືກຕ້ອງ.

30 ແຕ່​ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ກຳລັງ​ບອກ​ຊາວ​ອິດສະຣາເອນ​ວ່າ, ເຮົາ​ຈະ​ຕັດສິນ​ພວກເຈົ້າ​ແຕ່ລະຄົນ​ຕາມ​ການກະທຳ​ຂອງ​ພວກເຈົ້າ. ຈົ່ງ​ຫັນໜີ​ຈາກ​ການ​ຊົ່ວຊ້າ​ທັງໝົດ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ນັ້ນ​ສາ ແລະ​ຢ່າ​ປ່ອຍ​ໃຫ້​ການບາບ​ທີ່​ພວກເຈົ້າ​ເຮັດ​ຢູ່​ນັ້ນ​ທຳລາຍ​ພວກເຈົ້າ.

31 ຈົ່ງ​ເລີກ​ເຮັດ​ການຊົ່ວ​ທັງໝົດ​ທີ່​ພວກເຈົ້າ​ກຳລັງ​ດຳເນີນ​ຢູ່​ນັ້ນ​ສາ ແລະ​ຈົ່ງ​ຕັ້ງ​ຄວາມຄິດ​ໃໝ່​ແລະ​ເອົາ​ຈິດໃຈ​ໃໝ່. ເປັນຫຍັງ​ຊາວ​ອິດສະຣາເອນ ພວກເຈົ້າ​ຈຶ່ງ​ຢາກ​ຕາຍ?

32 ເຮົາ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຕາຍ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ຈົ່ງ​ປະຖິ້ມ​ການບາບ​ທັງຫລາຍ​ຂອງ​ພວກເຈົ້າ​ສາ ແລະ​ມີ​ຊີວິດ​ຢູ່​ເຖີດ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan