Biblia Todo Logo
Bìoball air-loidhne

- Sanasan -

ເອເຊກຽນ 17 - ພຣະຄຳພີສັກສິ


ຄຳ​ປຽບທຽບ​ເລື່ອງ​ນົກອິນຊີ​ກັບ​ເຄືອ​ອະງຸ່ນ

1 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,

2 “ມະນຸດ​ເອີຍ ຈົ່ງ​ບອກ​ຄຳ​ປຽບທຽບ​ເລື່ອງ​ໜຶ່ງ

3 ໃຫ້​ຊາວ​ອິດສະຣາເອນ​ຟັງ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ແກ່​ພວກເຂົາ​ດັ່ງນີ້: ຍັງ​ມີ​ນົກອິນຊີ​ໃຫຍ່​ໂຕໜຶ່ງ ຊຶ່ງ​ມີ​ຂົນ​ງາມ ແລະ​ປີກ​ກໍ​ໃຫຍ່​ທັງ​ພື​ອອກ​ໄດ້​ກວ້າງ​ດ້ວຍ. ມັນ​ໄດ້​ບິນ​ໄປ​ທີ່​ພູເຂົາ​ເລບານອນ ແລະ​ຫັກ​ເອົາ​ຍອດ​ຂອງ​ໄມ້​ແປກ​ຕົ້ນ​ໜຶ່ງ

4 ຊຶ່ງ​ມັນ​ຖື​ໄປ​ສູ່​ດິນແດນ​ທີ່​ມີ​ການ​ຄ້າຂາຍ ແລະ​ວາງ​ມັນ​ໄວ້​ໃນ​ເມືອງ​ໜຶ່ງ​ຂອງ​ພວກ​ພໍ່ຄ້າ.

5 ແລ້ວ​ມັນ​ກໍ​ເອົາ​ເບ້ຍ​ໄມ້​ຕົ້ນ​ໜຶ່ງ​ຈາກ​ດິນແດນ​ອິດສະຣາເອນ​ໄປ​ປູກ​ໃນ​ນາ ທີ່​ມີ​ດິນ​ດີ​ທົ່ງ​ໜຶ່ງ ຄື​ໃນ​ບ່ອນ​ທີ່​ມີ​ນໍ້າ​ຢູ່​ສະເໝີ​ເພື່ອ​ໃຫ້​ມັນ​ໃຫຍ່​ຂຶ້ນ.

6 ເບ້ຍ​ໄມ້​ຕົ້ນ​ນັ້ນ​ໄດ້​ແຕກໜໍ່​ເລືອ​ລາມ​ໄປ​ເປັນ​ເຄືອ​ອະງຸ່ນ. ງ່າ​ຕ່າງໆ​ໄດ້​ໃຫຍ່​ຂຶ້ນ ແລະ​ເດ່​ໄປ​ທາງ​ນົກອິນຊີ ແລະ​ຮາກ​ຕ່າງໆ​ກໍ​ຢັ່ງລົງ​ເລິກ​ໃນ​ດິນ. ເຄືອ​ອະງຸ່ນ​ນັ້ນ​ແຕກໜໍ່​ແໜ່ງ​ອອກ​ເປັນ​ງ່າ ແລະ​ມີ​ໃບ​ເຕັມ​ກົກ.

7 ແຕ່​ໄດ້​ມີ​ນົກອິນຊີ​ໃຫຍ່​ອີກ​ໂຕໜຶ່ງ​ທີ່​ມີ​ປີກ​ໃຫຍ່ ແລະ​ຂົນ​ໜາ. ດັ່ງນັ້ນ ເຄືອ​ອະງຸ່ນ​ຈຶ່ງ​ຢັ່ງ​ຮາກ​ທັງຫລາຍ​ຂອງຕົນ​ລົງ ພ້ອມ​ທັງ​ປິ່ນ​ໃບ​ທັງໝົດ​ໄປ​ຫາ​ນົກອິນຊີ​ໂຕ​ນີ້ ໂດຍ​ຫວັງ​ວ່າ​ມັນ​ຈະ​ໃຫ້​ນໍ້າ​ຫລາຍກວ່າ ທີ່​ມີ​ຢູ່​ໃນ​ສວນ​ບ່ອນ​ທີ່​ຕົນ​ໄດ້​ເຕີບໃຫຍ່​ຂຶ້ນ​ມາ​ນັ້ນ.

8 ແຕ່​ເຄືອ​ອະງຸ່ນ​ໄດ້​ຖືກ​ປູກ​ໄວ້​ໃນ​ບ່ອນ​ທີ່​ມີ​ດິນ​ດີ​ແລ້ວ ໃນ​ນາ​ທີ່​ມີ​ນໍ້າ​ຊຸ່ມຊື່ນ​ຢູ່​ສະເໝີ ເພື່ອ​ວ່າ​ມັນ​ຈະ​ໄດ້​ປົ່ງ​ໃບ​ທັງ​ມີ​ໝາກ​ຫລາຍ ແລະ​ເປັນ​ເຄືອ​ອະງຸ່ນ​ທີ່​ສວຍງາມ​ເຄືອ​ໜຶ່ງ.’

9 ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ຖາມ​ວ່າ, ‘ເຄືອ​ອະງຸ່ນ​ນັ້ນ​ຈະ​ມີ​ຊີວິດ​ຢູ່ ແລະ​ໃຫຍ່​ຂຶ້ນ​ໄດ້​ບໍ? ນົກອິນຊີ​ໂຕ​ທີ​ໜຶ່ງ​ຈະ​ບໍ່​ຫລົກ​ມັນ​ອອກ, ດຶງ​ໝາກ​ມັນ​ຖິ້ມ ແລະ​ຫັກ​ງ່າ​ປ່ອຍ​ໃຫ້​ມັນ​ຫ່ຽວແຫ້ງ​ບໍ? ຄົງ​ບໍ່​ຕ້ອງການ​ໃຊ້​ກຳລັງ​ຫລາຍ ຫລື​ໃຫ້​ຊົນຊາດ​ທີ່​ມີ​ອຳນາດ​ມາ​ຫລົກ​ຖິ້ມ​ດອກ.

10 ແມ່ນ​ຢູ່ ມັນ​ໄດ້​ຖືກ​ປູກ​ໄວ້ ແຕ່​ມັນ​ຈະ​ມີ​ຊີວິດ ແລະ​ໃຫຍ່​ຂຶ້ນ​ໄດ້​ບໍ? ມັນ​ຈະ​ບໍ່​ຫ່ຽວແຫ້ງ​ລົງ ເມື່ອ​ຖືກ​ລົມ​ທາງທິດ​ຕາເວັນອອກ​ພັດ​ໃສ່​ບໍ? ມັນ​ຈະ​ບໍ່​ຫ່ຽວແຫ້ງ​ໃນ​ບ່ອນ​ທີ່​ມັນ​ກຳລັງ​ໃຫຍ່​ຂຶ້ນ​ມາ​ນັ້ນ​ບໍ?”’


ພຣະເຈົ້າ​ອະທິບາຍ​ຄຳ​ປຽບທຽບ

11 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,

12 “ຈົ່ງ​ຖາມ​ຄົນ​ກະບົດ​ເຫຼົ່ານັ້ນ​ເບິ່ງດູ​ວ່າ, ‘ພວກເຈົ້າ​ຮູ້​ຄວາມໝາຍ​ຂອງ​ຄຳ​ປຽບທຽບ​ນັ້ນ​ຫລື​ບໍ?’ ຈົ່ງ​ບອກ​ພວກເຂົາ​ວ່າ, ‘ກະສັດ​ແຫ່ງ​ບາບີໂລນ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ຈັບ​ກະສັດ​ພ້ອມ​ທັງ​ບັນດາ​ຂ້າຣາຊການ​ຂອງ​ກະສັດ​ກັບຄືນ​ໄປ​ສູ່​ບາບີໂລນ​ກັບ​ຕົນ.

13 ລາວ​ໄດ້​ເອົາ​ຄົນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ກະສັດ​ເຮັດ​ຄຳໝັ້ນ​ສັນຍາ​ກັບ​ຜູ້ນັ້ນ ແລະ​ໃຫ້​ສາບານ​ວ່າ​ຈະ​ສັດຊື່​ຕໍ່​ລາວ. ລາວ​ໄດ້​ຈັບ​ເອົາ​ຄົນ​ສຳຄັນ​ໄປ​ເປັນ​ຕົວປະກັນ

14 ເພື່ອ​ບໍ່​ໃຫ້​ປະຊາຊົນ​ໃນ​ຊາດ​ນີ້​ລຸກຂຶ້ນ​ໄດ້ ແລະ​ເພື່ອ​ໃຫ້​ແນ່ໃຈ​ວ່າ​ຄຳໝັ້ນ​ສັນຍາ​ນັ້ນ​ໄດ້​ຮັບ​ການ​ຢຶດຖື.

15 ແຕ່​ກະສັດ​ແຫ່ງ​ຢູດາຍ​ໄດ້​ກໍ່​ການ​ກະບົດ ແລະ​ສົ່ງ​ຄະນະ​ຜູ້​ຕາງໜ້າ​ຂອງຕົນ​ໄປ​ປະເທດ​ເອຢິບ ເພື່ອ​ຫາ​ຝູງມ້າ ແລະ​ກອງທັບ​ອັນ​ມີ​ທະຫານ​ຫລວງຫລາຍ​ມາ. ລາວ​ຈະ​ເຮັດ​ຫລ້ອນໜ້າທີ່​ຫລື? ລາວ​ຈະ​ໄປ​ລອດ​ບໍ? ລາວ​ຝ່າຝືນ​ຄຳໝັ້ນ​ສັນຍາ​ໂດຍ​ບໍ່​ຮັບ​ໂທດ​ໄດ້​ບໍ?

16 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ກະສັດ​ຜູ້​ນີ້​ກໍ​ຈະ​ຕາຍ​ໃນ​ບາບີໂລນ​ສັນນັ້ນ; ເພາະ​ລາວ​ໄດ້​ລະເມີດ​ຄຳ​ສາບານ ແລະ​ຄຳໝັ້ນ​ສັນຍາ ທີ່​ໄດ້​ເຮັດ​ໄວ້​ກັບ​ກະສັດ​ແຫ່ງ​ບາບີໂລນ ຜູ້​ທີ່​ໄດ້​ຕັ້ງ​ລາວ​ຂຶ້ນ​ນັ່ງ​ບັນລັງ​ນັ້ນ.

17 ເຖິງ​ແມ່ນ​ວ່າ​ກອງທັບ​ອັນ​ເຂັ້ມແຂງ​ຂອງ​ກະສັດ​ແຫ່ງ​ເອຢິບ ກໍ​ຈະ​ບໍ່​ສາມາດ​ສູ້ຮົບ​ຊ່ວຍ​ລາວ​ໄດ້ ໃນ​ເມື່ອ​ຊາວ​ບາບີໂລນ​ໄດ້​ສ້າງ​ຄັນຄູ​ປ້ອງກັນ ແລະ​ຂຸດ​ຫລຸມ​ໄວ້​ເພື່ອ​ຈະ​ຂ້າ​ຫລາຍ​ຄົນ.

18 ລາວ​ໄດ້​ລະເມີດ​ຄຳ​ສາບານ​ຂອງຕົນ ຕະຫລອດ​ທັງ​ໄດ້​ລະເມີດ​ຄຳໝັ້ນ​ສັນຍາ ທີ່​ຕົນ​ໄດ້​ເຮັດ​ໄວ້​ນັ້ນ. ລາວ​ໄດ້​ຝ່າຝືນ​ສິ່ງ​ທັງໝົດ​ເຫຼົ່ານີ້​ທີ່​ລາວ​ໄດ້​ເຮັດ​ໄວ້. ສະນັ້ນ ບັດນີ້ ລາວ​ບໍ່​ຫ່ອນ​ຈະ​ປົບໜີໄປ​ໄດ້.

19 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຮົາ​ກໍ​ຈະ​ລົງໂທດ​ລາວ​ທີ່​ໄດ້​ລະເມີດ​ຄຳໝັ້ນ​ສັນຍາ​ສັນນັ້ນ ຄື​ຄຳໝັ້ນ​ສັນຍາ​ຂອງເຮົາ​ທີ່​ລາວ​ໄດ້​ສາບານ​ໄວ້​ວ່າ​ຈະ​ຢຶດຖື.

20 ເຮົາ​ຈະ​ຫວ່ານ​ຕາໜ່າງ​ຂອງ​ພວກ​ນັກໂຫ່ເນື້ອ​ຈັບ​ເອົາ​ລາວ. ເຮົາ​ຈະ​ນຳ​ລາວ​ໄປ​ສູ່​ບາບີໂລນ ແລະ​ລົງໂທດ​ລາວ​ຢູ່​ທີ່​ນັ້ນ ເພາະ​ລາວ​ບໍ່ໄດ້​ສັດຊື່​ຕໍ່​ເຮົາ.

21 ພວກ​ທະຫານ​ທີ່​ເກັ່ງກ້າ​ຂອງ​ລາວ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ຜູ້​ທີ່​ລອດຕາຍ​ມາ​ໄດ້​ຈະ​ຖືກ​ກະຈັດ​ກະຈາຍ​ໄປ​ທົ່ວ​ທຸກ​ທິດທາງ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າ​ສັນຍາ​ວ່າ​ຈະ​ໃຫ້​ຄວາມຫວັງ

22-23 ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ: ເຮົາ​ຈະ​ຈັບ​ເອົາ​ຍອດ​ຕົ້ນແປກ​ສູງ ແລະ​ຫັກ​ເອົາ​ຍອດ​ທີ່​ກຳລັງ​ແຕກໜໍ່; ເຮົາ​ຈະ​ເພາະປູກ​ມັນ​ໄວ້​ບ່ອນ​ໜຶ່ງ​ທີ່​ເທິງ​ພູເຂົາ​ສູງ ຄື​ທີ່​ເທິງ​ພູເຂົາ​ສູງສຸດ​ຂອງ​ຊາດ​ອິດສະຣາເອນ​ນັ້ນ. ໃບ​ມັນ​ຈະ​ດົກໜາ​ທັງ​ຈະ​ແຕກ​ໜໍ່​ແນວ ກາຍເປັນ​ໄມ້ແປກ​ແຂງແຮງ​ສວຍງາມ​ຕົ້ນ​ໜຶ່ງ. ຝູງນົກ​ນາໆ​ຊະນິດ​ຕ່າງ​ກໍ​ຈະ​ມາ​ພັກພາ​ອາໄສ ພົບ​ເຮືອນຮັງ​ຂອງຕົນ​ຢູ່​ຕາມ​ຮົ່ມ​ຕົ້ນໄມ້​ນັ້ນ.

24 ຕົ້ນໄມ້​ທຸກ​ຕົ້ນ​ທີ່​ນັ້ນ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ. ເຮົາ​ໄດ້​ຕັດ​ຕົ້ນ​ສູງ​ລົງ ແລະ​ເຮັດ​ໃຫ້​ຕົ້ນ​ຕໍ່າ​ສູງ​ຂຶ້ນ. ເຮົາ​ເຮັດ​ໃຫ້​ຕົ້ນໄມ້​ໃບຂຽວ​ຫ່ຽວແຫ້ງ​ຕາຍໄປ ເຮັດ​ໃຫ້​ຕົ້ນໄມ້​ຫ່ຽວແຫ້ງ​ໄປ​ມີ​ໃບຂຽວ​ຂຶ້ນໃໝ່. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ. ເຮົາ​ຈະ​ເຮັດ​ຕາມ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ​ທຸກປະການ.”’

@ 2012 United Bible Societies. All Rights Reserved.

Lean sinn:



Sanasan