ເອເຊກຽນ 16 - ພຣະຄຳພີສັກສິນະຄອນເຢຣູຊາເລັມທີ່ບໍ່ສັດຊື່ 1 ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ, 2 “ມະນຸດເອີຍ ຈົ່ງຊີ້ໃຫ້ນະຄອນເຢຣູຊາເລັມເຫັນສິ່ງອັນໜ້າກຽດຊັງທີ່ນາງໄດ້ເຮັດ. 3 ຈົ່ງບອກນະຄອນເຢຣູຊາເລັມ ສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວຕໍ່ນາງ: ເຈົ້າໄດ້ເກີດໃນດິນແດນການາອານ. ພໍ່ຂອງເຈົ້າເປັນຊາວອາໂມ ແລະແມ່ຂອງເຈົ້າເປັນຊາວຮິດຕີ. 4 ເມື່ອເຈົ້າໄດ້ເກີດມາ ບໍ່ມີຜູ້ໃດຕັດສາຍແຮ່ຂອງເຈົ້າ ຫລືລ້າງເຈົ້າ ຫລືຖູເຈົ້າດ້ວຍເກືອ ຫລືຫໍ່ເຈົ້າໄວ້ໃນຜ້າອ້ອມ. 5 ບໍ່ມີຜູ້ໃດເມດຕາເຈົ້າ ພໍທີ່ຈະເຮັດສິ່ງເຫຼົ່ານີ້ໃຫ້ແກ່ເຈົ້າ. ເມື່ອເຈົ້າເກີດມາ ບໍ່ມີຜູ້ໃດຮັກເຈົ້າ. ເຈົ້າຖືກເຂົາຖິ້ມໄວ້ທີ່ກາງທົ່ງນາ. 6 ແລ້ວເຮົາໄດ້ຍ່າງກາຍໄປ ແລະເຫັນເຈົ້ານອນແຊ່ຢູ່ໃນກອງເລືອດເຈົ້າເອງ. ເຈົ້າເຕັມໄປດ້ວຍເລືອດແຕ່ເຮົາບໍ່ຢາກປ່ອຍໃຫ້ເຈົ້າຕາຍ. 7 ເຮົາໄດ້ລ້ຽງເຈົ້າໃຫ້ໃຫຍ່ຂຶ້ນເໝືອນຕົ້ນພືດທີ່ແຂງແຮງດີ. ເຈົ້າມີສຸຂະພາບດີ ແລະສູງແລະຈົນໃຫຍ່ເປັນສາວ. ໜ້າເອິກຂອງເຈົ້າຮູບຊົງງາມດີ ແລະຜົມຂອງເຈົ້າກໍປົ່ງງາມ ແຕ່ເຈົ້າພັດເປືອຍຕົວ. 8 ແລ້ວເຮົາກໍໄດ້ຍ່າງກາຍໄປອີກ ເຮົາໄດ້ເຫັນວ່າເຖິງເວລາແລ້ວທີ່ເຈົ້າຈະມີຄວາມຮັກ. ເຮົາໄດ້ເອົາເສື້ອຄຸມຂອງເຮົາປົກຮ່າງທີ່ເປືອຍກາຍນັ້ນ ແລະສັນຍາວ່າຈະຮັກເຈົ້າ. ແມ່ນແທ້ ເຮົາໄດ້ເຮັດພັນທະສັນຍາແຕ່ງງານກັບເຈົ້າ ແລະເຈົ້າກໍເປັນຂອງເຮົາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. 9 ແລ້ວເຮົາໄດ້ເອົານໍ້າມາລ້າງເລືອດອອກຈາກຕົວເຈົ້າ. ເຮົາໄດ້ເອົານໍ້າມັນໝາກກອກເທດທາເຈົ້າ. 10 ເຮົາໄດ້ນຸ່ງເຄື່ອງທີ່ປັກແສ່ວຢ່າງດີໃຫ້ເຈົ້າ ແລະສຸບເກີບທີ່ເຮັດດ້ວຍໜັງຢ່າງດີທີ່ສຸດໃຫ້ເຈົ້າ ມັດຜ້າຄຽນຫົວທີ່ເປັນປ່ານ ແລະໃສ່ເສື້ອຄຸມທີ່ເປັນໄໝໃຫ້ເຈົ້າ. 11 ເຮົາໄດ້ເອົາເຄື່ອງເອ້ໃສ່ໃຫ້ເຈົ້າ ຄືປອກແຂນ ແລະສາຍຄໍ. 12 ເຮົາໄດ້ເອົາແຫວນເກາະດັງກັບໃສ່ຕ້າງຫູໃຫ້ເຈົ້າ ແລະສວມມົງກຸດໃສ່ຫົວໃຫ້ເຈົ້າ. 13 ເຈົ້າມີເຄື່ອງເອ້ເປັນຄຳແລະເປັນເງິນ ແລະເຈົ້າໄດ້ນຸ່ງຜ້າປ່ານເນື້ອລະອຽດ ແລະຜ້າໄໝທີ່ປັກແສ່ວຢູ່ສະເໝີ. ເຈົ້າໄດ້ກິນເຂົ້າຈີ່ທີ່ເຮັດດ້ວຍແປ້ງຢ່າງດີທີ່ສຸດ ມີນໍ້າເຜິ້ງແລະນໍ້າມັນໝາກກອກເທດກິນ. ຄວາມງາມຂອງເຈົ້າບາດຕາບາດໃຈ ແລະເຈົ້າກໍກາຍເປັນຣາຊີນີ. 14 ເຈົ້າມີຊື່ສຽງໂດ່ງດັງໃນທຸກໆຊົນຊາດ ຍ້ອນຄວາມງາມອັນບໍ່ມີທີ່ຕິຂອງເຈົ້າ ເພາະເຮົາເປັນຜູ້ໄດ້ເຮັດໃຫ້ເຈົ້າໜ້າຮັກຫລາຍທີ່ສຸດ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. 15 ແຕ່ເຈົ້າໄດ້ສວຍໃຊ້ຄວາມງາມກັບຊື່ສຽງຂອງເຈົ້ານັ້ນ ຫາຜົນປະໂຫຍດໂດຍນອນກັບທຸກຄົນທີ່ໄດ້ຜ່ານມາ. 16 ເຈົ້າໄດ້ໃຊ້ເຄື່ອງນຸ່ງບາງຢ່າງຂອງເຈົ້າ ຕົບແຕ່ງບ່ອນຂາບໄຫວ້ທັງຫລາຍຂອງເຈົ້າ ແລະເຈົ້າໄດ້ມອບຕົວເຈົ້າໃຫ້ແກ່ທຸກຄົນດັ່ງຍິງແມ່ຈ້າງ. 17 ເຈົ້າໄດ້ເອົາເຄື່ອງເອ້ທີ່ເປັນເງິນແລະຄຳ ຊຶ່ງເຮົາໄດ້ມອບໃຫ້ເຈົ້ານັ້ນໃຊ້ເຮັດຮູບຂອງຜູ້ຊາຍ ແລະເຈົ້າໄດ້ຫລີ້ນຊູ້ກັບມັນ. 18 ເຈົ້າຍັງໄດ້ເອົາເຄື່ອງປັກແສ່ວທີ່ເຮົາໄດ້ມອບໃຫ້ເຈົ້າໄປວາງໄວ້ເທິງຮູບນັ້ນ ແລະຖວາຍນໍ້າມັນໝາກກອກເທດກັບເຄື່ອງຫອມທີ່ເຮົາມອບໃຫ້ເຈົ້າແກ່ມັນ. 19 ເຮົາໄດ້ໃຫ້ອາຫານແກ່ເຈົ້າເຊັ່ນ: ແປ້ງເຂົ້າຢ່າງດີທີ່ສຸດ, ນໍ້າມັນໝາກກອກເທດ ແລະນໍ້າເຜິ້ງ, ແຕ່ເຈົ້າໄດ້ຖວາຍສິ່ງເຫຼົ່ານີ້ແກ່ບັນດາຮູບເຄົາຣົບເພື່ອໃຫ້ມັນເຂົ້າຂ້າງເຈົ້າ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. 20 ແລ້ວເຈົ້າກໍເອົາບັນດາລູກຊາຍແລະລູກສາວທີ່ເກີດໃຫ້ເຮົານັ້ນ ໄປຖວາຍແກ່ບັນດາຮູບເຄົາຣົບເພື່ອເປັນເຄື່ອງບູຊາ. ການທີ່ເຈົ້າບໍ່ສັດຊື່ຕໍ່ເຮົານັ້ນຍັງບໍ່ເປັນການພຽງພໍບໍ? 21 ເຈົ້າຕ້ອງເອົາລູກຂອງເຮົາໄປຖວາຍແກ່ບັນດາຮູບເຄົາຣົບອີກຫລື? 22 ຕະຫລອດຊີວິດການເປັນແມ່ຈ້າງອັນໜ້າກຽດຊັງຂອງເຈົ້ານັ້ນ ເຈົ້າບໍ່ເຄີຍຄິດເຖິງຊີວິດແຕ່ຄາວຍັງໜຸ່ມຂອງເຈົ້າເລີຍ ຄືເມື່ອຄາວເຈົ້ານອນເປືອຍກາຍແຊ່ເລືອດຂອງເຈົ້າເອງຢູ່ນັ້ນ. ນະຄອນເຢຣູຊາເລັມໃຊ້ຊີວິດຢ່າງຍິງໂສເພນີ 23 ແລ້ວອົງພຣະຜູ້ເປັນເຈົ້າ ພຣະເຈົ້າກໍກ່າວວ່າ ວິບັດເປັນຂອງເຈົ້າສາແລ້ວ ຊ່າງເຄາະກຳແທ້ໆ ເຈົ້າໄດ້ເຮັດສິ່ງທີ່ຊົ່ວຊ້າເຫຼົ່ານັ້ນທັງໝົດ 24 ແລະຕໍ່ມາ ເຈົ້າໄດ້ສ້າງບ່ອນຂາບໄຫວ້ບັນດາຮູບເຄົາຣົບ ແລະບ່ອນຝຶກຫັດເປັນຍິງໂສເພນີໄວ້ຕາມແຈຖະໜົນຫົນທາງ. 25 ເຈົ້າໄດ້ເອົາຄວາມງາມຂອງເຈົ້າໄປເກືອກກົ້ວກັບຂີ້ຕົມ. ເຈົ້າໄດ້ມອບເຈົ້າເອງໃຫ້ແກ່ທຸກໆຄົນທີ່ຜ່ານໄປມາ ແລະເຈົ້າກໍໄດ້ປະພຶດຕົນເປັນແມ່ຈ້າງຫລາຍຂຶ້ນທຸກໆວັນ. 26 ເຈົ້າຍອມໃຫ້ຊາວເອຢິບນອນນຳເຈົ້າ ຄືເພື່ອນບ້ານຂອງເຈົ້າທີ່ມີຕັນຫາຫລາຍ ແລະເຈົ້າໄດ້ໃຊ້ຄວາມເປັນໂສເພນີຂອງເຈົ້ານັ້ນເຮັດໃຫ້ເຮົາໂກດຮ້າຍ. 27 ບັດນີ້ ເຮົາໄດ້ຍົກມືຂຶ້ນເພື່ອຈະລົງໂທດເຈົ້າ ແລະນຳຄວາມພອນຂອງເຮົາທີ່ເປັນສ່ວນແບ່ງຂອງເຈົ້ານັ້ນໜີໄປ. ເຮົາໄດ້ມອບເຈົ້າໃຫ້ພວກຟີລິດສະຕິນຜູ້ທີ່ກຽດຊັງເຈົ້າ ແລະຜູ້ທີ່ເບື່ອໜ່າຍການກະທຳອັນບໍ່ມີສິນທຳຂອງເຈົ້າ. 28 ຍ້ອນຄົນອື່ນໆບໍ່ສາມາດເຮັດໃຫ້ເຈົ້າອີ່ມໜຳສຳລານໃຈໄດ້ ເຈົ້າຈຶ່ງໄດ້ແລ່ນໄປຕາມຊາວອັດຊີເຣຍ. ເຈົ້າເປັນແມ່ຈ້າງຂອງພວກເຂົາ; ແຕ່ເຈົ້າຍັງບໍ່ອີ່ມໜຳສຳລານໃຈເຊັ່ນກັນ. 29 ເຈົ້າຍັງໄດ້ເປັນແມ່ຈ້າງໃຫ້ແກ່ຊາວບາບີໂລນອີກ ຄືຊົນຊາດແຫ່ງນັກທຸລະກິດ; ແຕ່ພວກເຂົາກໍບໍ່ໄດ້ເຮັດໃຫ້ເຈົ້າອີ່ມໜຳສຳລານໃຈເຊັ່ນກັນ. 30 ອັນນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກຳລັງກ່າວ. ເຈົ້າໄດ້ເຮັດສິ່ງທັງໝົດເຫຼົ່ານັ້ນ ດັ່ງແມ່ຈ້າງທີ່ບໍ່ມີຢ່າງອາຍ. 31 ຕາມຖະໜົນທຸກສາຍເຈົ້າໄດ້ສ້າງບ່ອນຂາບໄຫວ້ຮູບເຄົາຣົບ. ແຕ່ເຈົ້າພັດບໍ່ໄດ້ເງິນດັ່ງຍິງແມ່ຈ້າງທົ່ວໆໄປໄດ້. 32 ເຈົ້າເປັນດັ່ງຍິງຜູ້ໜຶ່ງທີ່ຫລີ້ນຊູ້ກັບຊາຍແປກໜ້າອື່ນໆ ແທນທີ່ຈະຮັກຜົວຂອງຕົນ. 33 ຍິງໂສເພນີໄດ້ຮັບເງິນ ແຕ່ເຈົ້ານັ້ນພັດໃຫ້ຂອງຂວັນແກ່ທຸກຄົນທີ່ເຈົ້າຮັກ ແລະໃຫ້ສິນບົນແກ່ພວກເຂົາ ໃຫ້ພວກເຂົາມາຈາກທຸກບ່ອນເພື່ອນອນນຳເຈົ້າ. 34 ເຈົ້າເປັນແມ່ຈ້າງແບບພິເສດ; ບໍ່ມີຜູ້ໃດບັງຄັບເຈົ້າໃຫ້ເປັນ. ເຈົ້າບໍ່ໄດ້ຮັບເງິນ, ແຕ່ເຈົ້າພັດຈ່າຍເງິນໃຫ້ພວກເຂົາ ແມ່ນແລ້ວ ເຈົ້າເຮັດແບບກົງກັນຂ້າມແທ້ໆ. ພຣະເຈົ້າລົງໂທດນະຄອນເຢຣູຊາເລັມ 35 ບັດນີ້ ນະຄອນເຢຣູຊາເລັມ ຍິງໂສເພນີເອີຍ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກຳລັງກ່າວ. 36 ນີ້ແຫລະ ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວ: ເຈົ້າແກ້ເຄື່ອງນຸ່ງອອກເໝືອນແມ່ຈ້າງ ເຈົ້າມອບຕົວໃຫ້ແກ່ບັນດາຄູ່ຮັກຂອງເຈົ້າ ແລະໃຫ້ແກ່ຮູບເຄົາຣົບອັນໜ້າກຽດຊັງທັງໝົດຂອງເຈົ້າ ແລະເຈົ້າໄດ້ຂ້າລູກເຈົ້າເອງ ເປັນເຄື່ອງບູຊາຖວາຍແກ່ບັນດາຮູບເຄົາຣົບ. 37 ຍ້ອນການກະທຳເຊັ່ນນີ້ແຫລະ ເຮົາຈະນຳພວກຄົນຮັກແຕ່ກ່ອນຂອງເຈົ້າທັງໝົດມາໂຮມກັນ ຄືທັງຜູ້ທີ່ເຈົ້າຮັກ ແລະຜູ້ທີ່ເຈົ້າກຽດຊັງ. ເຮົາຈະນຳພວກເຂົາມາໂຮມກັນເປັນວົງມົນອ້ອມເຈົ້າໄວ້ ແລ້ວເຮົາກໍຈະແກ້ເຄື່ອງນຸ່ງຂອງເຈົ້າອອກ ແລະໃຫ້ພວກເຂົາເຫັນເຈົ້າເປືອຍກາຍ. 38 ເຮົາຈະກ່າວໂທດເຈົ້າໃນຖານຫລີ້ນຊູ້ ແລະຂ້າຄົນ ແລະດ້ວຍຄວາມໂກດຮ້າຍທັງໂມໂຫນັ້ນ ເຮົາຈະລົງໂທດເຈົ້າໃຫ້ເຖິງຕາຍ. 39 ເຮົາຈະມອບເຈົ້າໃຫ້ຢູ່ໃຕ້ອຳນາດຂອງພວກເຂົາ ແລະພວກເຂົາຈະຮື້ລົງໝົດ ສະຖານທີ່ຊຶ່ງເຈົ້າໄດ້ເຮັດເປັນບ່ອນຫລີ້ນຊູ້ ແລະຂາບໄຫວ້ບັນດາຮູບເຄົາຣົບ. ພວກເຂົາຈະເອົາເຄື່ອງນຸ່ງແລະເຄື່ອງເອ້ຂອງເຈົ້າໄປໝົດ ແລະປ່ອຍໃຫ້ເຈົ້າເປືອຍກາຍ. 40 ພວກເຂົາຈະປຸກປັ່ນປວງຊົນໃຫ້ແກວ່ງກ້ອນຫີນໃສ່ເຈົ້າ ແລະພວກເຂົາຈະໃຊ້ດາບຕັດເຈົ້າເປັນຕ່ອນໆ. 41 ພວກເຂົາຈະຈູດເຮືອນຂອງເຈົ້າຖິ້ມ ແລະປ່ອຍໃຫ້ພວກຜູ້ຍິງເຫັນໂທດກຳຂອງເຈົ້າ. ເຮົາຈະເຮັດໃຫ້ເຈົ້າເຊົາເປັນຍິງໂສເພນີ ແລະເຊົາໃຫ້ຂອງຂວັນແກ່ທຸກຄົນທີ່ເຈົ້າຮັກ. 42 ແລ້ວເຮົາກໍຈະສະຫງົບອາຣົມ ແລະເຊົາໂກດຮ້າຍເຈົ້າ. ເຮົາຈະບໍ່ໂກດຮ້າຍຫລືຫວງແຫນເຈົ້າອີກຕໍ່ໄປ. 43 ເຈົ້າລືມໄລໄປວ່າເຮົາໄດ້ປະຕິບັດຕໍ່ເຈົ້າຢ່າງໃດ ເມື່ອເຈົ້າຍັງໜຸ່ມນ້ອຍຢູ່ນັ້ນ ແລະເຈົ້າຍັງໄດ້ເຮັດໃຫ້ເຮົາໂກດຮ້າຍດ້ວຍສິ່ງທັງໝົດທີ່ເຈົ້າໄດ້ເຮັດ. ສະນັ້ນ ເຮົາຈຶ່ງເຮັດໃຫ້ເຈົ້າທົດແທນທຸກສິ່ງທີ່ເຈົ້າໄດ້ເຮັດ. ເປັນຫຍັງເຈົ້າຈຶ່ງເຮັດຜິດສິນທຳທາງເພດ ຕື່ມເຂົ້າກັບສິ່ງອັນໜ້າກຽດຊັງທີ່ເຈົ້າໄດ້ເຮັດ? ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. ແມ່ເປັນແບບໃດລູກສາວກໍເປັນແບບນັ້ນ 44 ນະຄອນເຢຣູຊາເລັມເອີຍ ເມື່ອເວົ້າເຖິງເຈົ້າ ຄົນຈະໃຊ້ສຸພາສິດນີ້: ‘ແມ່ເປັນແບບໃດ ລູກສາວກໍເປັນແບບນັ້ນ.’ 45 ເຈົ້າແມ່ນລູກສາວຂອງແມ່ແທ້ຈິງ. ນາງກຽດຊັງຜົວ ແລະລູກຂອງຕົນ. ເຈົ້າກໍເປັນດັ່ງເອື້ອຍນ້ອງຂອງເຈົ້າຜູ້ທີ່ກຽດຊັງຜົວກັບລູກຂອງຕົນເອງ. ເຈົ້າແລະເອື້ອຍນ້ອງຂອງເຈົ້າມີແມ່ເປັນຊາວຮິດຕີ ແລະມີພໍ່ເປັນຊາວອາໂມ. 46 ເອື້ອຍກົກຂອງເຈົ້າແມ່ນຊາມາເຣຍຄືຢູ່ທາງທິດເໜືອ ໄດ້ມີໝູ່ບ້ານຂອງຕົນເອງ. ສ່ວນນ້ອງສາວຂອງເຈົ້າແມ່ນໂຊໂດມຄືຢູ່ທາງທິດໃຕ້ ກໍມີໝູ່ບ້ານຂອງຕົນເອງ. 47 ເຈົ້າພໍໃຈເຮັດຕາມບາດຍ່າງຂອງພວກເຂົາ ແລະລອກແບບອັນໜ້າກຽດຊັງທີ່ພວກເຂົາໄດ້ເຮັດ ອີກບໍ່ເທົ່າໃດເຈົ້າກໍເຮັດຊົ່ວ ລື່ນກວ່າຄວາມຊົ່ວທຸກຢ່າງທີ່ພວກເຂົາໄດ້ເຮັດຊໍ້າ. 48 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, ເຮົາມີຊີວິດຢູ່ຢ່າງແນ່ແທ້ສັນໃດ; ໂຊໂດມ ນ້ອງສາວຂອງເຈົ້າກັບໝູ່ບ້ານຂອງນາງກໍຈະບໍ່ເຮັດຊົ່ວ ດັ່ງທີ່ເຈົ້າແລະໝູ່ບ້ານຂອງເຈົ້າໄດ້ເຮັດຈັກເທື່ອສັນນັ້ນ. 49 ນາງກັບພວກນ້ອງສາວຂອງນາງຕ່າງກໍອວດຕົວ ຍ້ອນພວກເຂົາມີຢູ່ມີກິນຢ່າງຫລວງຫລາຍແລະສະໜຸກສຸກສະບາຍທັງຢູ່ຢ່າງສະຫງົບສຸກ ແຕ່ພວກເຂົາບໍ່ໄດ້ເບິ່ງແຍງຄົນຍາກຈົນແລະຄົນຂັດສົນ. 50 ພວກເຂົາອວດອົ່ງທະນົງຕົວ ແລະດື້ດຶງ ຕະຫລອດທັງໄດ້ເຮັດສິ່ງທີ່ເຮົາກຽດຊັງ; ສະນັ້ນ ເຮົາຈຶ່ງໄດ້ທຳລາຍພວກເຂົາດັ່ງທີ່ພວກເຈົ້າໄດ້ຮູ້ນັ້ນ. 51 ຊາມາເຣຍບໍ່ໄດ້ເຮັດບາບຮອດເຄິ່ງໜຶ່ງທີ່ເຈົ້າໄດ້ເຮັດ. ເຈົ້າໄດ້ເຮັດສິ່ງທີ່ໜ້າກຽດຊັງຫລາຍກວ່ານາງໄດ້ເຮັດ. ເມື່ອປຽບທຽບໃສ່ກັນແລ້ວ ການກະທຳອັນໜ້າກຽດຊັງຂອງເຈົ້ານັ້ນເຮັດໃຫ້ນ້ອງສາວຂອງເຈົ້າເບິ່ງຄືບໍຣິສຸດ. 52 ບັດນີ້ ເຈົ້າຈະຕ້ອງທົນຕໍ່ຄວາມອັບອາຍຂອງເຈົ້າ. ບາບກຳຂອງເຈົ້າມີຫລາຍກວ່າບາບກຳຂອງເອື້ອຍນ້ອງຂອງເຈົ້າ. ເມື່ອມາທຽບໃສ່ກັນແລ້ວພວກເຂົາເບິ່ງຄືບໍຣິສຸດ. ບັດນີ້ ຈົ່ງໜ້າແດງ ແລະຮັບເອົາຄວາມອັບອາຍຂອງເຈົ້າສາ ເພາະເຈົ້າເຮັດໃຫ້ເອື້ອຍນ້ອງຂອງເຈົ້າເບິ່ງຄືບໍຣິສຸດ. ໂຊໂດມກັບຊາມາເຣຍຈະໄດ້ຮັບການປົວແປງຂຶ້ນໃໝ່ 53 ເຮົາຈະເຮັດໃຫ້ພວກເຂົາຈະເລີນຮຸ່ງເຮືອງຂຶ້ນອີກ ຄືເມືອງໂຊໂດມກັບໝູ່ບ້ານຕ່າງໆ ແລະເມືອງຊາມາເຣຍກັບໝູ່ບ້ານຕ່າງໆ. ແມ່ນແທ້ ເຮົາຈະເຮັດໃຫ້ເຈົ້າຈະເລີນຮຸ່ງເຮືອງເຊັ່ນດຽວກັນ. 54 ເຈົ້າຈະອັບອາຍໃນຈິດໃຈ ແລະຄວາມອັບອາຍຂອງເຈົ້ານັ້ນຈະສະແດງໃຫ້ເຫັນວ່າ ເອື້ອຍນ້ອງຂອງເຈົ້າດີສໍ່າໃດ. 55 ພວກເຂົາຈະຈະເລີນຮຸ່ງເຮືອງຂຶ້ນອີກ ແລະເຈົ້າພ້ອມກັບໝູ່ບ້ານຂອງເຈົ້າກໍຈະໄດ້ຮັບການປົວແປງຂຶ້ນໃໝ່ຄືກັນ. 56 ໃນຄາວທີ່ເຈົ້າອວດອົ່ງທະນົງຕົວ ແລະກ່ອນຄວາມຊົ່ວທີ່ເຈົ້າໄດ້ເຮັດຖືກເປີດເຜີຍນັ້ນ 57 ເຈົ້າບໍ່ໄດ້ເວົ້າເຍາະເຍີ້ຍໃຫ້ໂຊໂດມບໍ? ບັດນີ້ ເຈົ້າກໍເປັນດັ່ງໂຊໂດມນັ້ນແຫຼະ ຄືໄດ້ຮັບການເຍາະເຍີ້ຍຈາກຊາວເອໂດມ, ຊາວຟີລິດສະຕິນ ແລະພວກເພື່ອນບ້ານອື່ນໆທີ່ກຽດຊັງເຈົ້າ. 58 ເຈົ້າຕ້ອງໄດ້ຮັບຜົນກຳຂອງຄວາມຕໍ່າຊ້າຂອງເຈົ້າ ຄືສິ່ງອັນໜ້າກຽດຊັງທີ່ເຈົ້າໄດ້ເຮັດ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. ພັນທະສັນຍາທີ່ຍືນຍົງຕະຫລອດໄປ 59 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຮົາຈະເຮັດກັບເຈົ້າຕາມທີ່ເຈົ້າສົມຄວນໄດ້ຮັບ ເພາະເຈົ້າໄດ້ເມີນເສີຍຕໍ່ຄຳສັນຍາຕ່າງໆຂອງເຈົ້າ ແລະໄດ້ຝ່າຝືນພັນທະສັນຍາດ້ວຍ. 60 ແຕ່ເຮົາຈະເຮັດຕາມພັນທະສັນຍາ ທີ່ເຮົາໄດ້ມີໄວ້ກັບເຈົ້າເມື່ອຄາວເຈົ້າຍັງໜຸ່ມນ້ອຍ ແລະເຮົາຈະເຮັດພັນທະສັນຍາອັນຍືນຍົງຕະຫລອດໄປກັບເຈົ້າ. 61 ເຈົ້າຈະລະນຶກໄດ້ວ່າເຈົ້າໄດ້ເຮັດຫຍັງແດ່ ແລະເຈົ້າກໍຈະລະອາຍໃຈ ເມື່ອເຈົ້າໄດ້ເອື້ອຍນ້ອງຂອງເຈົ້າຄືນມາ. ເຮົາຈະໃຫ້ພວກເຂົາເປັນດັ່ງລູກສາວຂອງເຈົ້າ ເຖິງແມ່ນວ່າບໍ່ຢູ່ໃນສ່ວນພັນທະສັນຍາຂອງເຮົາກັບເຈົ້າກໍຕາມ. 62 ເຮົາຈະເຮັດພັນທະສັນຍາກັບເຈົ້າໃໝ່ ແລະເຈົ້າກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ. 63 ເຮົາຈະຍົກຄວາມຜິດທຸກຢ່າງທີ່ເຈົ້າໄດ້ເຮັດ, ແຕ່ເຈົ້າຈະຈົດຈຳມັນໄວ້ ແລະລະອາຍໃຈ ຈົນບໍ່ກ້າອ້າປາກເວົ້າເຖິງມັນເລີຍ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.” |
@ 2012 United Bible Societies. All Rights Reserved.