ເອເຊກຽນ 15 - ພຣະຄຳພີສັກສິຄຳປຽບທຽບເລື່ອງເຄືອອະງຸ່ນ 1 ຖ້ອຍຄຳຂອງພຣະເຈົ້າຢາເວກໍໄດ້ມາເຖິງຂ້າພະເຈົ້າວ່າ, 2 “ມະນຸດເອີຍ ເຄືອອະງຸ່ນຈະປຽບທຽບກັບຕົ້ນໄມ້ໄດ້ຢ່າງໃດ? ກິ່ງຂອງເຄືອອະງຸ່ນຈະປຽບທຽບກັບງ່າໄມ້ໃນປ່າໄດ້ຫລື? 3 ເຈົ້າໃຊ້ເຄືອອະງຸ່ນເຮັດສິ່ງໜຶ່ງສິ່ງໃດໄດ້ບໍ? ເຈົ້າຈະເອົາມັນມາເຮັດຂໍເພື່ອໃຊ້ແຂວນໄດ້ບໍ? 4 ມັນດີສຳລັບໃຊ້ສຸມໄຟເທົ່ານັ້ນ. ເມື່ອສົ້ນທັງສອງຂ້າງໄໝ້ໝົດແລ້ວທາງກາງກໍເປັນຖ່ານ ເຈົ້າເອົາມັນໄປໃຊ້ການຫຍັງໄດ້ແດ່? 5 ມັນໃຊ້ປະໂຫຍດຫຍັງບໍ່ໄດ້ແມ່ນແຕ່ກ່ອນໄຟໄໝ້. ບັດນີ້ໄຟໄດ້ໄໝ້ມັນເປັນຖ່ານສາແລ້ວ ມັນຍິ່ງໃຊ້ການຫຍັງບໍ່ໄດ້.” 6 “ແຕ່ບັດນີ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຄືອອະງຸ່ນຖືກນຳຈາກປ່າມາເຜົາໄຟສັນໃດ ເຮົາກໍຈະນຳປະຊາຊົນທີ່ຢູ່ໃນນະຄອນເຢຣູຊາເລັມນັ້ນມາ 7 ແລະລົງໂທດພວກເຂົາສັນນັ້ນ. ພວກເຂົາປົບໜີຈາກໄຟ ແຕ່ບັດນີ້ໄຟຈະໄໝ້ພວກເຂົາ. ເມື່ອເຮົາລົງໂທດພວກເຂົາ ພວກເຈົ້າຈຶ່ງຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ. 8 ພວກເຂົາບໍ່ໄດ້ສັດຊື່ຕໍ່ເຮົາ; ສະນັ້ນ ເຮົາຈະເຮັດໃຫ້ປະເທດກາຍເປັນຖິ່ນແຫ້ງແລ້ງກັນດານ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. |
@ 2012 United Bible Societies. All Rights Reserved.