ເອເຊກຽນ 14 - ພຣະຄຳພີສັກສິພຣະເຈົ້າກ່າວໂທດຜູ້ຂາບໄຫວ້ຮູບເຄົາຣົບ 1 ຕໍ່ມາ ພວກຜູ້ປົກຄອງບາງຄົນຂອງຊາວອິດສະຣາເອນກໍໄດ້ມາປຶກສາກັບຂ້າພະເຈົ້າ ເຖິງຄວາມປະສົງຂອງອົງພຣະຜູ້ເປັນເຈົ້າ. 2 ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວກໍໄດ້ມາເຖິງຂ້າພະເຈົ້າວ່າ, 3 “ມະນຸດເອີຍ ຄົນເຫຼົ່ານີ້ໄດ້ມອບຈິດໃຈຂອງພວກເຂົາໃຫ້ແກ່ຮູບເຄົາຣົບ ແລະປ່ອຍຮູບເຄົາຣົບໃຫ້ນຳພວກເຂົາໄປສູ່ການກະທຳບາບ. ເຈົ້າຄິດວ່າເຮົາຈະຕອບພວກເຂົາບໍ? 4 ບັດນີ້ ຈົ່ງກ່າວແກ່ພວກເຂົາແລະບອກພວກເຂົາວ່າອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ວ່າ: ຊາວອິດສະຣາເອນທຸກໆຄົນທີ່ໄດ້ມອບຈິດໃຈຂອງຕົນໃຫ້ແກ່ຮູບເຄົາຣົບ ແລະປ່ອຍຮູບເຄົາຣົບໃຫ້ນຳຕົນໄປສູ່ການບາບ ແລ້ວຊໍ້າມາປຶກສາຫາລືນຳຜູ້ທຳນວາຍຜູ້ໜຶ່ງ ພວກເຂົາກໍຈະໄດ້ຮັບຄຳຕອບຈາກເຮົາ ຄືພຣະເຈົ້າຢາເວຈະຕອບຕາມທີ່ບັນດາຮູບເຄົາຣົບຂອງພວກເຂົາຄວນຈະໄດ້ຮັບ 5 ຮູບເຄົາຣົບທັງໝົດເຫຼົ່ານັ້ນໄດ້ເຮັດໃຫ້ຊາວອິດສະຣາເອນ ຫັນໜີໄປຈາກເຮົາ; ແຕ່ໂດຍຄຳຕອບຂອງເຮົານີ້ ເຮົາຫວັງວ່າຈະໄດ້ພວກເຂົາກັບຄືນມາສັດຊື່ຕໍ່ເຮົາ. 6 ເພາະສະນັ້ນ ‘ຈົ່ງບອກຊາວອິດສະຣາເອນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວຄື: ຈົ່ງກັບຄືນມາສາ ແລະປະຖິ້ມຮູບເຄົາຣົບອັນໜ້າກຽດຊັງຂອງພວກເຈົ້ານັ້ນເຖີດ. 7 ເມື່ອຊາວອິດສະຣາເອນ ຫລືຊາວຕ່າງດ້າວຄົນໜຶ່ງຄົນໃດທີ່ອາໄສຢູ່ໃນຊຸມນຸມປະຊາຊົນອິດສະຣາເອນ ຫັນໜີຈາກເຮົາໄປຂາບໄຫວ້ຮູບເຄົາຣົບ; ແລະຕໍ່ມາໄປປຶກສາຫາລືນຳຜູ້ທຳນວາຍຜູ້ໜຶ່ງ ເມື່ອນັ້ນເຮົາຄືພຣະເຈົ້າຢາເວຈະໃຫ້ຄຳຕອບຂອງເຮົາແກ່ພວກເຂົາເອງ. 8 ເຮົາຈະຕໍ່ສູ້ພວກເຂົາ. ເຮົາຈະເຮັດໃຫ້ເປັນໝາຍສຳຄັນ ແລະເປັນສຸພາສິດ. ເຮົາຈະຕັດພວກເຂົາອອກຈາກຊຸມນຸມປະຊາຊົນຂອງເຮົາ ເພື່ອພວກເຈົ້າຈະໄດ້ຮູ້ວ່າເຮົາແມ່ນພຣະເຈົ້າຢາເວ. 9 ຖ້າຜູ້ທຳນວາຍຜູ້ໜຶ່ງຫລອກລວງຄົນໜຶ່ງຄົນໃດ ໂດຍໃຫ້ຄຳຕອບຢ່າງຜິດພາດວ່າ ເປັນເພາະເຮົາຄືພຣະເຈົ້າຢາເວໄດ້ຫລອກລວງລາວ. ເຮົາຈະຢຽດມືຂອງເຮົາອອກຕໍ່ສູ້ລາວ ແລະເຮົາຈະທຳລາຍລາວອອກຈາກທ່າມກາງປະຊາຊົນອິດສະຣາເອນ. 10 ທັງຜູ້ທຳນວາຍ ແລະຜູ້ທີ່ໄປປຶກສາຫາລືນຳລາວນັ້ນ ຈະໄດ້ຮັບໂທດຢ່າງດຽວກັນ. 11 ເຮົາຈະເຮັດເຊັ່ນນີ້ເພື່ອປ້ອງກັນບໍ່ໃຫ້ຊາວອິດສະຣາເອນໜີໄປຈາກເຮົາ ແລະເປັນມົນທິນໂດຍການເຮັດບາບຂອງພວກເຂົາ. ພວກເຂົາຕ້ອງເປັນປະຊາຊົນຂອງເຮົາ ແລະເຮົາຈະເປັນພຣະເຈົ້າຂອງພວກເຂົາ.’ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.” ໂນອາ, ດານີເອນ ແລະໂຢບ 12 ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ, 13 “ມະນຸດເອີຍ ຖ້າປະເທດໜຶ່ງເຮັດບາບ ແລະບໍ່ສັດຊື່ຕໍ່ເຮົາ ເຮົາຈະຢຽດມືອອກໄປທຳລາຍສະບຽງອາຫານຂອງປະເທດນັ້ນ. ເຮົາຈະສົ່ງການອຶດຢາກໄປຂ້າມະນຸດຕະຫລອດສັດທັງຫລາຍດ້ວຍ. 14 ເຖິງແມ່ນວ່າສາມຄົນນີ້ ຄືໂນອາ, ດາເນນ, ແລະໂຢບອາໄສຢູ່ທີ່ນັ້ນກໍຕາມ; ຄຸນງາມຄວາມດີຂອງພວກເຂົາກໍຊ່ວຍໄດ້ແຕ່ຊີວິດຂອງພວກເຂົາເອງເທົ່ານັ້ນ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. 15 “ຫລືເຮົາອາດສົ່ງສັດປ່າໄປທຳລາຍປະຊາຊົນ ໂດຍກະທຳໃຫ້ດິນແດນເຕັມແຕ່ອັນຕະລາຍ ຈົນບໍ່ມີຜູ້ໃດທ່ອງທ່ຽວໄປມາໄດ້ 16 ເຖິງແມ່ນວ່າສາມຄົນນີ້ໄດ້ອາໄສຢູ່ທີ່ນັ້ນກໍຕາມ; ແຕ່ເຮົາຄືອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ເຮົາມີຊີວິດຢູ່ຢ່າງແນ່ແທ້ສັນໃດ; ພວກເຂົາກໍບໍ່ສາມາດຊ່ວຍແມ່ນແຕ່ລູກຂອງພວກເຂົາໄດ້ສັນນັ້ນ. ພວກເຂົາສາມາດຊ່ວຍຊີວິດຂອງພວກເຂົາເອງໄດ້ເທົ່ານັ້ນ ແລະດິນແດນກໍຈະກາຍເປັນຖິ່ນແຫ້ງແລ້ງກັນດານ. 17 ຫລືເຮົາອາດນຳສົງຄາມມາສູ່ປະເທດນັ້ນ ທັງນຳອາວຸດອັນຮ້າຍແຮງທີ່ສຸດມາທຳລາຍຊີວິດມະນຸດ ຕະຫລອດທັງສັດທັງຫລາຍໃຫ້ພິນາດໄປໝົດ 18 ແລະເຖິງແມ່ນວ່າສາມຄົນນີ້ອາໄສຢູ່ໃນທີ່ນັ້ນກໍຕາມ, ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າເຮົາມີຊີວິດຢູ່ຢ່າງແນ່ແທ້ສັນໃດ ພວກເຂົາກໍບໍ່ສາມາດຊ່ວຍລູກຂອງພວກເຂົາເອງໄດ້ສັນນັ້ນ; ຊ່ວຍໄດ້ແຕ່ພວກເຂົາເອງເທົ່ານັ້ນ. 19 ຖ້າເຮົາສົ່ງໂຣກລະບາດມາສູ່ປະເທດນັ້ນ ແລະດ້ວຍຄວາມໂກດຮ້າຍເຮົາໄດ້ເຮັດໃຫ້ຫລາຍຊີວິດສູນເສຍ ໂດຍຂ້າມະນຸດຕະຫລອດສັດທັງຫລາຍ 20 ເຖິງແມ່ນວ່າໂນອາ, ດານີເອນ ແລະໂຢບໄດ້ອາໄສຢູ່ທີ່ນັ້ນກໍຕາມ; ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າເຮົາມີຊີວິດຢູ່ຢ່າງແນ່ແທ້ສັນໃດ ພວກເຂົາກໍບໍ່ສາມາດຊ່ວຍແມ່ນແຕ່ຊີວິດລູກຂອງພວກເຂົາເອງໄດ້ສັນນັ້ນ. ຄຸນງາມຄວາມດີຂອງພວກເຂົາຈະຊ່ວຍຊີວິດຂອງພວກເຂົາເອງເທົ່ານັ້ນໄດ້.” 21 “ເຫດວ່າອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: ເຮົາຈະສົ່ງການລົງໂທດອັນຮ້າຍແຮງທີ່ສຸດສີ່ຢ່າງມາສູ່ນະຄອນເຢຣູຊາເລັມເຊັ່ນ: ສົງຄາມ, ການອຶດຢາກ, ເຫຼົ່າສັດປ່າທັງຫລາຍ ແລະການເຈັບໄຂ້ໄດ້ປ່ວຍ ເພື່ອທຳລາຍມະນຸດກັບຝູງສັດທັງຫລາຍ. 22 ຖ້າຜູ້ໃດຜູ້ໜຶ່ງລອດຊີວິດແລະຊ່ວຍລູກຂອງຕົນໄດ້ ຈົ່ງເບິ່ງພວກເຂົາໃຫ້ດີໆ ເມື່ອພວກເຂົາມາຫາພວກເຈົ້າ. ຈົ່ງເບິ່ງວ່າພວກເຂົາຊົ່ວຮ້າຍສໍ່າໃດ ແລະຈົ່ງໝັ້ນໃຈວ່າ ການລົງໂທດທີ່ເຮົາກຳລັງນຳມາສູ່ນະຄອນເຢຣູຊາເລັມນັ້ນ ເປັນການຍຸດຕິທຳ; 23 ແລ້ວພວກເຈົ້າກໍຈະຮູ້ວ່າ ທຸກສິ່ງທີ່ເຮົາໄດ້ເຮັດນັ້ນມີເຫດຜົນດີທັງໝົດ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.” |
@ 2012 United Bible Societies. All Rights Reserved.