ເອເຊກຽນ 13 - ພຣະຄຳພີສັກສິຄຳທຳນວາຍຕໍ່ສູ້ຜູ້ທຳນວາຍປອມ 1 ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ, 2 “ມະນຸດເອີຍ ຈົ່ງປະນາມພວກຜູ້ທຳນວາຍຂອງຊາດອິດສະຣາເອນ ຜູ້ທີ່ທຳນວາຍໄປຕາມຄວາມຄິດຂອງຕົນເອງ. ຈົ່ງບອກພວກເຂົາວ່າ, ‘ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ 3 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: ເຄາະກຳເປັນຂອງບັນດາຜູ້ທຳນວາຍໂງ່ຈ້າເຫຼົ່ານີ້ສາແລ້ວ ພວກເຂົາກຳນົດການດົນໃຈເອົາເອງ ແລະຄິດແຕ່ງການນິມິດຂອງພວກເຂົາຂຶ້ນເອງ. 4 ປະຊາຊົນອິດສະຣາເອນເອີຍ ພວກຜູ້ທຳນວາຍຂອງພວກເຈົ້າບໍ່ມີປະໂຫຍດຫຍັງ ເປັນດັ່ງໝາຈອກທີ່ອາໄສຢູ່ໃນທ່າມກາງສິ່ງຮົກຮ້າງເພພັງໃນເມືອງໜຶ່ງ. 5 ພວກເຂົາບໍ່ໄດ້ເຝົ້າເບິ່ງບ່ອນທີ່ກຳແພງຫລຸ ແລະບໍ່ໄດ້ສ້າງກຳແພງເມືອງຂຶ້ນໃໝ່; ສະນັ້ນ ຊາດອິດສະຣາເອນ ຈຶ່ງບໍ່ສາມາດປ້ອງກັນ ເມື່ອເສິກມາເຖິງໃນວັນຂອງພຣະເຈົ້າຢາເວ. 6 ນິມິດຂອງພວກເຂົາຈອມປອມ ແລະຄຳທຳນວາຍຂອງພວກເຂົາກໍບໍ່ຈິງ. ພວກເຂົາອ້າງວ່າພວກເຂົາກຳລັງເວົ້າຖ້ອຍຄຳຂອງພຣະເຈົ້າຢາເວ ແຕ່ພຣະເຈົ້າຢາເວບໍ່ໄດ້ໃຊ້ພວກເຂົາໃຫ້ເວົ້າ. ແຕ່ປານນັ້ນ ພວກເຂົາກໍຍັງຫວັງໃຫ້ຄຳເວົ້າຂອງພວກເຂົາກາຍເປັນຈິງ. 7 ເຮົາບອກພວກເຂົາດັ່ງນີ້: ນິມິດຕ່າງໆທີ່ພວກເຈົ້າເຫັນນັ້ນ ແມ່ນນິມິດທີ່ຈອມປອມ ແລະຄຳທີ່ພວກເຈົ້າທຳນວາຍນັ້ນກໍບໍ່ຈິງ. ພວກເຈົ້າເວົ້າວ່າ ສິ່ງນັ້ນເປັນຄຳເວົ້າຂອງເຮົາ ແຕ່ເຮົາບໍ່ເຄີຍໄດ້ກ່າວແກ່ພວກເຈົ້າເລີຍ.’ 8 ສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈຶ່ງກ່າວຕໍ່ພວກເຂົາວ່າ, ‘ຄຳເວົ້າຂອງພວກເຈົ້າຈອມປອມ ແລະນິມິດຕ່າງໆຂອງພວກເຈົ້າກໍບໍ່ຈິງ. ເຮົາຕໍ່ສູ້ພວກເຈົ້າ, ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. 9 ເຮົາໃກ້ຈະລົງໂທດພວກເຈົ້າ ຄືພວກຜູ້ທຳນວາຍທີ່ມີນິມິດຈອມປອມ ແລະເວົ້າຄຳທຳນວາຍທີ່ນຳໄປສູ່ທາງຜິດ. ພວກເຈົ້າຈະບໍ່ໄດ້ຢູ່ໃນທີ່ນັ້ນ ເມື່ອປະຊາຊົນຂອງເຮົາມາປະຊຸມກັນ; ຊື່ພວກເຈົ້າຈະບໍ່ໄດ້ລວມເຂົ້າ ໃນບັນຊີລາຍຊື່ຂອງພົນລະເມືອງຂອງຊາດອິດສະຣາເອນ; ພວກເຈົ້າຈະບໍ່ໄດ້ກັບຄືນເມືອສູ່ດິນແດນຂອງພວກເຈົ້າອີກ. ແລ້ວພວກເຈົ້າກໍຈະຮູ້ວ່າເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າ. 10 ເພາະພວກເຂົາໄດ້ນຳປະຊາຊົນຂອງເຮົາໄປໃນທາງຜິດ ໂດຍກ່າວວ່າ, “ສະຫງົບສຸກ.” ເມື່ອທຸກສິ່ງບໍ່ໄດ້ສະຫງົບສຸກ ປະຊາຊົນຂອງເຮົາໄດ້ເອົາຫີນມາວາງຢອງເປັນກຳແພງ ແລະຕໍ່ມາພວກຜູ້ທຳນວາຍກໍເອົາປູນຂາວທາໂອບ. 11 ຈົ່ງບອກພວກຜູ້ທຳນວາຍວ່າ ກຳແພງຂອງພວກເຂົາຈະລົ້ມທະລາຍລົງ. ເຮົາຈະສົ່ງຝົນເທລົງມາ. ໝາກເຫັບຈະຕົກເທິງກຳແພງນັ້ນ ແລະລົມພະຍຸກໍຈະພັດໃສ່. 12 ກຳແພງຈະລົ້ມທະລາຍລົງ ແລະທຸກຄົນກໍຈະຖາມພວກເຈົ້າວ່າ, “ການທີ່ໃຊ້ປູນຂາວທາໂອບນັ້ນດີຫຍັງແດ່?” 13 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: ດ້ວຍຄວາມໂກດຮ້າຍ ເຮົາຈະສົ່ງລົມພະຍຸ, ຫ່າຝົນ ແລະໝາກເຫັບມາທຳລາຍກຳແພງ. 14 ເຮົາຕັ້ງໃຈທີ່ຈະພັງກຳແພງ ຊຶ່ງພວກເຂົາໄດ້ໃຊ້ປູນຂາວທາໂອບນັ້ນ ໃຫ້ແຕກເປັນປ່ຽງໆ ແລະໃຫ້ເຫຼືອໄວ້ແຕ່ຮາກຖານ. ມັນຈະລົ້ມທະລາຍລົງທັບພວກເຈົ້າຕາຍໝົດ. ແລ້ວທຸກໆຄົນກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ. 15 ກຳແພງແລະພວກທີ່ໃຊ້ປູນຂາວທາໂອບກຳແພງນັ້ນ ກໍຈະໄດ້ຊີມຣິດແຫ່ງຄວາມໂກດຮ້າຍຂອງເຮົາ. ແລ້ວເຮົາກໍຈະບອກພວກເຈົ້າວ່າກຳແພງຖືກທຳລາຍໄປສັນໃດ ພວກທີ່ໃຊ້ປູນຂາວທາໂອບກໍຈະຖືກທຳລາຍໄປສັນນັ້ນ 16 ຄືບັນດາຜູ້ທຳນວາຍທີ່ຮັບຮອງວ່ານະຄອນເຢຣູຊາເລັມສະຫງົບສຸກ ທັງໆທີ່ບໍ່ໄດ້ເປັນໄປດັ່ງນັ້ນ.’ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.” ຄຳທຳນວາຍຕໍ່ສູ້ຜູ້ຍິງທີ່ທຳນວາຍບໍ່ຈິງ 17 “ມະນຸດເອີຍ ບັດນີ້ຈົ່ງແນມເບິ່ງພວກແມ່ຍິງ ໃນທ່າມກາງປະຊາຊົນຂອງເຈົ້າທີ່ທຳນວາຍໄປຕາມຄວາມຄິດຂອງຕົນເອງ. ຈົ່ງປະນາມພວກເຂົາ 18 ແລະຈົ່ງບອກພວກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: ເຄາະກຳເປັນຂອງພວກຜູ້ຍິງສາແລ້ວ ພວກເຈົ້າໄດ້ຫຍິບຜ້າຍັນມັດແຂນໃຫ້ທຸກໆຄົນ ແລະເຮັດຜ້າຍັນພັນຄໍເພື່ອໃຊ້ຄຽນຫົວໃຫ້ທຸກໆຄົນ ທັງນີ້ກໍເພື່ອພວກເຂົາຈະມີອຳນາດເໜືອຊີວິດຂອງຄົນອື່ນ. ພວກເຈົ້າຢາກຈະມີອຳນາດແຫ່ງຊີວິດ ແລະຄວາມຕາຍເໜືອປະຊາຊົນຂອງເຮົາ ແລະຈະໃຊ້ສິ່ງນັ້ນເພື່ອຜົນປະໂຫຍດຂອງພວກເຈົ້າເອງ. 19 ພວກເຈົ້າລຶບກຽດຂອງເຮົາຕໍ່ໜ້າປະຊາຊົນຂອງເຮົາ ເພື່ອຈະໄດ້ເຂົ້າເດືອຍບາງກຳ ແລະເຂົ້າຈີ່ບາງກ້ອນ. ພວກເຈົ້າຂ້າປະຊາຊົນທີ່ບໍ່ສົມຄວນຈະຕາຍເລີຍ ແລະພວກເຈົ້າປ່ອຍປະຊາຊົນທີ່ບໍ່ສົມຄວນຈະມີຊີວິດໃຫ້ມີຊີວິດຢູ່. ດັ່ງນັ້ນ ພວກເຈົ້າຈຶ່ງເວົ້າຕົວະຕໍ່ປະຊາຊົນຂອງເຮົາ ແລະພວກເຂົາກໍເຊື່ອພວກເຈົ້າ.’ 20 ເພາະສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈຶ່ງກ່າວວ່າ, ‘ເຮົາກຽດຊັງຜ້າຍັນຜູກຂໍ້ມືທີ່ພວກເຈົ້າໃຊ້ເພື່ອຄວບຄຸມຊີວິດຂອງຄົນອື່ນ. ເຮົາຈະຕັດມັນອອກຈາກແຂນພວກເຈົ້າ ແລະປົດປ່ອຍປະຊາຊົນທີ່ຢູ່ໃຕ້ການຄວບຄຸມຂອງພວກເຈົ້າ ໃຫ້ເປັນອິດສະຫລະ. 21 ເຮົາຈະຈີກຜ້າຍັນທີ່ໃຊ້ຄຽນຫົວຂອງພວກເຈົ້າອອກ ແລະປ່ອຍໃຫ້ປະຊາຊົນຂອງເຮົາຫລຸດພົ້ນຈາກອຳນາດທີ່ພວກເຈົ້າມີນັ້ນຕະຫລອດໄປ. ແລ້ວພວກເຈົ້າກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ. 22 ດ້ວຍການຕົວະຂອງພວກເຈົ້ານັ້ນ ພວກເຈົ້າເຮັດໃຫ້ຄົນຊອບທຳໝົດກຳລັງໃຈ ຄືຄົນທີ່ເຮົາບໍ່ຕ້ອງການທຳຮ້າຍ. ພວກເຈົ້າປ້ອງກັນຄົນຊົ່ວໄວ້ບໍ່ໃຫ້ພວກເຂົາປະຖິ້ມຄວາມຊົ່ວ ແລະຊ່ວຍເອົາຊີວິດຂອງພວກເຂົາໄວ້. 23 ເພາະສະນັ້ນ ບັດນີ້ນິມິດອັນຈອມປອມ ແລະຄຳທຳນວາຍທີ່ນຳໄປສູ່ທາງຜິດທັງຫລາຍນັ້ນສິ້ນສຸດສາແລ້ວ. ເຮົາກຳລັງຊ່ວຍເອົາປະຊາຊົນຂອງເຮົາໃຫ້ພົ້ນຈາກອຳນາດຂອງພວກເຈົ້າ ເພື່ອພວກເຈົ້າຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”’ |
@ 2012 United Bible Societies. All Rights Reserved.