Biblia Todo Logo
Bìoball air-loidhne

- Sanasan -

ເອເຊກຽນ 12 - ພຣະຄຳພີສັກສິ


ເອເຊກຽນ​ບອກ​ລາງ​ຂອງ​ການ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ

1 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,

2 “ມະນຸດ​ເອີຍ ເຈົ້າ​ກຳລັງ​ຢູ່​ທ່າມກາງ​ປະຊາຊົນ​ທີ່​ກະບົດ. ພວກເຂົາ​ມີ​ຕາ ແຕ່​ພວກເຂົາ​ເບິ່ງ​ບໍ່​ເຫັນ​ຫຍັງ ພວກເຂົາ​ມີ​ຫູ ແຕ່​ພວກເຂົາ​ຟັງ​ບໍ່ໄດ້ຍິນ​ຫຍັງ ເພາະ​ພວກເຂົາ​ເປັນ​ຄົນ​ກະບົດ.”

3 “ມະນຸດ​ເອີຍ ບັດນີ້ ຈົ່ງ​ຈັດແຈ່ງ​ຫໍ່​ເອົາ​ເຂົ້າຂອງ​ເໝືອນ​ອົບພະຍົບ​ຄົນ​ໜຶ່ງ ແລະ​ເລີ່ມ​ອອກ​ເດີນທາງ​ກ່ອນ​ຕາເວັນ​ຕົກ​ດິນ. ຈົ່ງ​ໃຫ້​ທຸກຄົນ​ເຫັນ​ເຈົ້າ​ໜີໄປ​ບ່ອນ​ອື່ນ. ບາງທີ​ຄົນ​ກະບົດ​ເຫຼົ່ານັ້ນ​ຈະ​ສັງເກດ​ເຫັນ​ເຈົ້າ​ກໍໄດ້.

4 ໃນ​ຂະນະທີ່​ຍັງ​ເວັນ​ຢູ່ ຈົ່ງ​ຫໍ່​ເອົາ​ເຂົ້າຂອງ​ສຳລັບ​ໜີໄປ​ຕ່າງຖິ່ນ ເພື່ອ​ວ່າ​ພວກເຂົາ​ຈະ​ເຫັນ​ເຈົ້າ​ໄດ້, ແຕ່​ແລ້ວ​ໃຫ້​ພວກເຂົາ​ເຝົ້າເບິ່ງ​ເຈົ້າ​ໃນ​ຕອນແລງ ເໝືອນ​ກັບ​ວ່າ​ເຈົ້າ​ກຳລັງ​ຖືກ​ກວາດໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.

5 ໃນ​ຂະນະທີ່​ພວກເຂົາ​ກຳລັງ​ເຝົ້າເບິ່ງ​ຢູ່​ນັ້ນ ຈົ່ງ​ເຈາະ​ຝາເຮືອນ​ຂອງເຈົ້າ​ໃຫ້​ເປັນ​ຮູ ແລະ​ຫໍ່​ເອົາ​ພົກ​ເຄື່ອງຂອງ​ອອກ​ໄປ​ທາງ​ຮູ​ນີ້.

6 ຈົ່ງ​ໃຫ້​ພວກເຂົາ​ເບິ່ງ​ເຈົ້າ​ຍົກ​ພົກ​ໃສ່​ບ່າ ແລະ​ອອກ​ໄປ​ໃນ​ຕອນມືດ ໂດຍ​ເອົາ​ຜ້າ​ບັງ​ຕາ​ໄວ້​ເພື່ອ​ເຈົ້າ​ຈະ​ບໍ່​ສາມາດ​ເຫັນ​ໄດ້​ວ່າ ເຈົ້າ​ກຳລັງ​ຈະ​ເດີນທາງ​ໄປ​ໃສ. ສິ່ງ​ທີ່​ເຈົ້າ​ເຮັດ​ນັ້ນ​ຈະ​ເປັນ​ໝາຍສຳຄັນ​ໃຫ້​ແກ່​ຊົນຊາດ​ອິດສະຣາເອນ.”

7 ຂ້າພະເຈົ້າ​ໄດ້​ເຮັດ​ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ບອກ. ໃນ​ວັນ​ນັ້ນ ຂ້າພະເຈົ້າ​ໄດ້​ພົກ​ເອົາ​ເຄື່ອງຂອງ​ດັ່ງ​ອົບພະຍົບ​ຜູ້ໜຶ່ງ ແລະ​ໃນ​ຕອນແລງ​ໃນ​ຂະນະທີ່​ມືດ​ຢູ່​ນັ້ນ ຂ້າພະເຈົ້າ​ໄດ້​ເຈາະ​ຝາເຮືອນ​ດ້ວຍ​ມື​ເປົ່າ ແລະ​ອອກ​ໄປ. ຂະນະທີ່​ທຸກຄົນ​ເຝົ້າເບິ່ງ​ຢູ່​ນັ້ນ ຂ້າພະເຈົ້າ​ກໍ​ຍົກ​ພົກ​ຂຶ້ນ​ໃສ່​ບ່າ​ແລະ​ຈາກ​ໄປ.

8 ເຊົ້າ​ມື້​ໃໝ່​ມາ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,

9 “ບັດນີ້​ມະນຸດ​ເອີຍ ເມື່ອ​ພວກ​ອິດສະຣາເອນ​ຜູ້​ທີ່​ກະບົດ​ເຫຼົ່ານັ້ນ​ຖາມ​ເຈົ້າ​ວ່າ, ‘ເຈົ້າ​ກຳລັງ​ເຮັດ​ຫຍັງ?’

10 ຈົ່ງ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ຖ້ອຍຄຳ​ນີ້​ແມ່ນ​ສຳລັບ​ເຈົ້າຊາຍ​ທີ່​ກຳລັງ​ປົກຄອງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ສຳລັບ​ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ທີ່ນັ້ນ.’

11 ຈົ່ງ​ບອກ​ພວກເຂົາ​ວ່າ, ‘ສິ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ນັ້ນ​ຈະ​ເປັນ​ໝາຍສຳຄັນ​ຂອງ​ເຫດການ​ທີ່​ຈະ​ເກີດຂຶ້ນ​ກັບ​ພວກເຂົາ ຄື​ພວກເຂົາ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.’

12 ເຈົ້າຊາຍ​ທີ່​ປົກຄອງ​ພວກເຂົາ​ນັ້ນ​ຈະ​ແບກ​ພົກ​ເຄື່ອງຂອງ​ໃສ່​ບ່າ​ຂອງຕົນ ແລະ​ປົບໜີໄປ​ໃນ​ກາງຄືນ​ໂດຍ​ຜ່ານ​ທາງ​ຮູ​ທີ່​ພວກເຂົາ​ໄດ້​ເຈາະ​ເອງ​ທີ່​ກຳແພງ​ເມືອງ. ພວກເຂົາ​ຈະ​ເອົາ​ຜ້າ​ບັງ​ໜ້າ​ຕົນເອງ​ໄວ້ ແລະ​ຈະ​ບໍ່​ເຫັນ​ວ່າ​ຕົນ​ກຳລັງ​ໄປ​ໃສ.

13 ແຕ່​ເຮົາ​ຈະ​ກາງ​ຕາໜ່າງ​ດັກຈັບ​ເອົາ​ລາວ. ແລ້ວ​ເຮົາ​ຈະ​ນຳ​ລາວ​ໄປ​ສູ່​ນະຄອນ​ບາບີໂລນ ຄື​ບ່ອນ​ທີ່​ລາວ​ຈະ​ຕາຍ​ໂດຍ​ບໍ່ໄດ້​ເຫັນ​ນະຄອນ​ນີ້.

14 ເຮົາ​ຈະ​ກະຈັດ​ກະຈາຍ​ພວກ​ບໍລິວານ​ທັງໝົດ​ໃນ​ສຳນັກ​ຂອງ​ລາວ ຕະຫລອດ​ທັງ​ບັນດາ​ທີ່ປຶກສາ ແລະ​ພວກ​ຜູ້​ປ້ອງກັນ​ຕົວ​ຂອງ​ລາວ​ໄປ​ທຸກທິດ​ທຸກທາງ ແລະ​ຄົນ​ກໍ​ຈະ​ຊອກ​ຫາ​ເພື່ອ​ສັງຫານ​ພວກເຂົາ.

15 ເມື່ອ​ເຮົາ​ກະຈັດ​ກະຈາຍ​ພວກເຂົາ​ໄປ​ໃນ​ທ່າມກາງ​ຊົນຊາດ​ອື່ນໆ ແລະ​ໃນ​ຕ່າງ​ປະເທດ​ນັ້ນ ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.

16 ເຮົາ​ຈະ​ໃຫ້​ມີ​ໜ້ອຍຄົນ​ໃນ​ພວກເຂົາ​ລອດຕາຍ​ຈາກ​ເສິກ​ສົງຄາມ, ຈາກ​ການ​ຕາຍອຶດ​ຕາຍຢາກ ແລະ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ ເພື່ອ​ວ່າ​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ​ນັ້ນ ພວກເຂົາ​ຈະ​ສຳນຶກ​ເຖິງ​ການກະທຳ​ອັນ​ໜ້າກຽດຊັງ​ຕ່າງໆ​ຂອງ​ພວກເຂົາ ແລະ​ທັງ​ຈະ​ຮັບ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ຜູ້ທຳນວາຍ​ສັ່ນເຊັນ​ເປັນ​ສັນຍານ

17 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,

18 “ມະນຸດ​ເອີຍ ຈົ່ງ​ສັ່ນເຊັນ​ເມື່ອ​ເຈົ້າ​ກິນ​ເຂົ້າ ແລະ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ​ເມື່ອ​ເຈົ້າ​ດື່ມ​ນໍ້າ.

19 ຈົ່ງ​ບອກ​ຊົນຊາດ​ທັງໝົດ​ວ່າ, ‘ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ທີ່​ກ່າວ​ແກ່​ປະຊາຊົນ​ເຢຣູຊາເລັມ​ຜູ້​ທີ່​ຍັງ​ອາໄສ​ຢູ່​ໃນ​ດິນແດນ​ຂອງຕົນ ຄື​ພວກເຂົາ​ຈະ​ສັ່ນເຊັນ​ເມື່ອ​ພວກເຂົາ​ກິນ​ເຂົ້າ ແລະ​ຈະ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ​ເມື່ອ​ພວກເຂົາ​ດື່ມ​ນໍ້າ. ດິນແດນ​ຂອງ​ພວກເຂົາ​ຈະ​ຖືກ​ຢຶດເອົາ​ເຂົ້າຂອງ​ໄປ​ໝົດ ເພາະ​ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ​ບໍ່ໄດ້​ນັບຖື​ກົດໝາຍ.

20 ບັດນີ້ ເມືອງ​ຕ່າງໆ​ທີ່​ເຕັມ​ໄປ​ດ້ວຍ​ປະຊາຊົນ​ຈະ​ຖືກ​ທຳລາຍ​ຖິ້ມ ແລະ​ປະເທດ​ກໍ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”’


ສຸພາສິດ​ທີ່​ເລົ່າລື​ກັບ​ຖ້ອຍຄຳ​ທີ່​ບໍ່ເຄີຍ​ຮູ້

21 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,

22 “ມະນຸດ​ເອີຍ ເປັນຫຍັງ​ປະຊາຊົນ​ອິດສະຣາເອນ​ຈຶ່ງ​ເວົ້າ​ສຸພາສິດ​ນີ້ ຊໍ້າແລ້ວຊໍ້າ​ອີກ​ວ່າ, ‘ເວລາ​ຜ່ານ​ໄປ ຄຳທຳນວາຍ​ບໍ່​ເຫັນ​ກາຍເປັນຈິງ​ຈັກເທື່ອ?’

23 ຈົ່ງ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ເຮົາ​ຈະ​ເຮັດ​ໃຫ້​ສຸພາສິດ​ນີ້​ສຸດສິ້ນ​ໄປ. ຈະ​ບໍ່ມີ​ຜູ້ໃດ​ເວົ້າ​ຊໍ້າໄປ​ຊໍ້າ​ມາ​ອີກ​ຕໍ່ໄປ​ໃນ​ຊາດ​ອິດສະຣາເອນ.’ ຈົ່ງ​ກ່າວ​ແກ່​ພວກເຂົາ​ວ່າ, ‘ເວລາ​ມາເຖິງ​ແລ້ວ ແລະ​ຄຳທຳນວາຍ​ກໍ​ກຳລັງ​ກາຍເປັນຈິງ.

24 ໃນ​ທ່າມກາງ​ປະຊາຊົນ​ອິດສະຣາເອນ​ຈະ​ບໍ່ມີ​ນິມິດ​ປອມ ຫລື​ຄຳທຳນວາຍ​ທີ່​ນຳ​ໄປ​ສູ່​ທາງ​ຜິດ.

25 ແຕ່​ພຣະເຈົ້າຢາເວ​ຈະ​ກ່າວ​ແກ່​ພວກເຂົາ​ວ່າ ເຮົາ​ຈະ​ກ່າວ​ແລະ​ສິ່ງ​ທີ່​ເຮົາ​ກ່າວ​ກໍ​ຈະ​ເກີດຂຶ້ນ. ມັນ​ຈະ​ບໍ່​ຊັກຊ້າ​ອີກ​ຕໍ່ໄປ. ຄົນ​ກະບົດ​ເອີຍ ໃນ​ຄາວ​ທີ່​ພວກເຈົ້າ​ຍັງ​ມີ​ຊີວິດ​ຢູ່ນີ້ ເຮົາ​ຈະ​ເຮັດ​ຕາມ​ຖ້ອຍຄຳ​ທີ່​ເຮົາ​ໄດ້​ເຕືອນ​ພວກເຈົ້າ​ແລ້ວ.’ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”

26 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,

27 “ມະນຸດ​ເອີຍ ຊາວ​ອິດສະຣາເອນ​ກ່າວ​ວ່າ, ‘ນິມິດ​ກັບ​ການ​ທຳນວາຍ​ຕ່າງໆ​ຂອງ​ເຈົ້າ ແມ່ນ​ເວົ້າ​ເຖິງ​ອະນາຄົດ​ອັນ​ຫ່າງໄກ.’

28 ສະນັ້ນ ຈົ່ງ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ມັນ​ຈະ​ບໍ່​ຊັກຊ້າ​ອີກ​ຕໍ່ໄປ. ຖ້ອຍຄຳ​ທີ່​ເຮົາ​ໄດ້​ເວົ້າ​ນັ້ນ​ຈະ​ເກີດຂຶ້ນ.’ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan