ເອເຊກຽນ 11 - ພຣະຄຳພີສັກສິນະຄອນເຢຣູຊາເລັມຖືກກ່າວໂທດ 1 ແລ້ວພຣະວິນຍານຂອງພຣະເຈົ້າກໍຍົກຂ້າພະເຈົ້າຂຶ້ນ ທັງໄດ້ນຳຂ້າພະເຈົ້າໄປທີ່ປະຕູທາງທິດຕາເວັນອອກຂອງວິຫານຂອງພຣະເຈົ້າຢາເວ. ໃກ້ປະຕູນັ້ນ ຂ້າພະເຈົ້າໄດ້ເຫັນຊາຍຊາວຫ້າຄົນ ໂດຍມີຢາອາຊານີຢາລູກຊາຍຂອງອັດຊູຣະ ແລະເປລາຕີຢາລູກຊາຍຂອງເບນາອີຢາ ຮ່ວມຢູ່ດ້ວຍ. 2 ພຣະເຈົ້າໄດ້ກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ຄົນເຫຼົ່ານີ້ວາງແຜນການຊົ່ວຮ້າຍ ແລະໃຫ້ຄຳແນະນຳແນວບໍ່ດີໃນເມືອງນີ້. 3 ພວກເຂົາເວົ້າວ່າ, ‘ພວກເຮົາຈະປຸກເຮືອນຂຶ້ນອີກ ໃນໄວໆນີ້. ເມືອງນີ້ເປັນດັ່ງໝໍ້ຄົວກິນແລະພວກເຮົາກໍເປັນດັ່ງຊີ້ນໃນໝໍ້.’ 4 ເພາະສະນັ້ນ ບັດນີ້ມະນຸດເອີຍ ຈົ່ງກ່າວໂທດພວກເຂົາສາ.” 5 ແລ້ວພຣະວິນຍານຂອງພຣະເຈົ້າຢາເວກໍເຂົ້າຄວບຄຸມຂ້າພະເຈົ້າ ແລະພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າ ໃຫ້ກ່າວຖ້ອຍຄຳນີ້ສູ່ປະຊາຊົນຟັງວ່າ: “ປະຊາຊົນອິດສະຣາເອນເອີຍ ເຮົາຮູ້ສິ່ງທີ່ພວກເຈົ້າກຳລັງເວົ້າ ແລະສິ່ງທີ່ພວກເຈົ້າກຳລັງວາງແຜນການ. 6 ພວກເຈົ້າໄດ້ຂ້າປະຊາຊົນຢ່າງຫລວງຫລາຍໃນເມືອງນີ້ ຈົນວ່າຕາມທ້ອງຖະໜົນຫົນທາງເຕັມໄປດ້ວຍຊາກສົບ. 7 ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວແກ່ພວກເຈົ້າວ່າ: ເມືອງນີ້ເປັນໝໍ້ຄົວກິນຖືກຕ້ອງແລ້ວ ແຕ່ຊີ້ນຢູ່ໃສ? ກໍແມ່ນຊາກສົບຂອງຄົນທີ່ພວກເຈົ້າໄດ້ຂ້ານັ້ນເອງ ພວກເຈົ້າຈະບໍ່ໄດ້ຢູ່ທີ່ນີ້ ເຮົາຈະໂຍນພວກເຈົ້າອອກໄປຈາກເມືອງນີ້ 8 ພວກເຈົ້າຢ້ານດາບບໍ? ເຮົາຈະນຳນັກຟັນດາບມາໂຈມຕີພວກເຈົ້າ, ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. 9 ເຮົາຈະໄລ່ພວກເຈົ້າອອກໄປຈາກເມືອງນີ້ ແລະຈະມອບພວກເຈົ້າໃຫ້ຢູ່ໃຕ້ອຳນາດຂອງຊາວຕ່າງດ້າວ. ເຮົາຈະລົງໂທດພວກເຈົ້າໃຫ້ເຖິງຕາຍ 10 ແລະພວກເຈົ້າກໍຈະຖືກຂ້າໃນສົງຄາມທີ່ປະເທດຂອງພວກເຈົ້າເອງ. ແລ້ວທຸກຄົນກໍຈະໄດ້ຮູ້ວ່າເຮົາແມ່ນພຣະເຈົ້າຢາເວ. 11 ເມືອງນີ້ຈະບໍ່ປ້ອງກັນພວກເຈົ້າໄວ້ ດັ່ງໝໍ້ປ້ອງກັນຊີ້ນທີ່ຢູ່ໃນໝໍ້ນັ້ນເລີຍ. ເຮົາຈະລົງໂທດພວກເຈົ້າ ບໍ່ວ່າພວກເຈົ້າຈະຢູ່ບ່ອນໃດກໍຕາມໃນດິນແດນອິດສະຣາເອນ. 12 ພວກເຈົ້າຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ ແລະທັງຈະຮູ້ວ່າ ໃນຂະນະທີ່ພວກເຈົ້າຢຶດຖືກົດໝາຍຕ່າງໆຂອງຊົນຊາດໃກ້ຄຽງນັ້ນ ພວກເຈົ້າໄດ້ລະເມີດກົດບັນຍັດທັງຫລາຍຂອງເຮົາ ແລະບໍ່ຍອມເຊື່ອຟັງຂໍ້ຄຳສັ່ງຂອງເຮົາ.” 13 ໃນຂະນະທີ່ຂ້າພະເຈົ້າກຳລັງປະກາດພຣະທຳຢູ່ນັ້ນ ເປລາຕີຢາກໍລົ້ມລົງສິ້ນໃຈຕາຍ. ຂ້າພະເຈົ້າຈຶ່ງໝູບໜ້າລົງກັບພື້ນດິນແລະຮ້ອງຂຶ້ນວ່າ, “ຂໍນຳ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ! ພຣະອົງຈະຂ້າທຸກໆຄົນທີ່ຍັງເຫລືອຢູ່ໃນຊາດອິດສະຣາເອນບໍ?” ພຣະເຈົ້າສັນຍາຕໍ່ພວກທີ່ເປັນຊະເລີຍໃນຕ່າງຖິ່ນ 14 ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ, 15 “ມະນຸດເອີຍ ປະຊາຊົນທີ່ອາໄສຢູ່ໃນນະຄອນເຢຣູຊາເລັມກຳລັງເວົ້າເຖິງເຈົ້າ ແລະເຖິງພີ່ນ້ອງຊາວອິດສະຣາເອນທີ່ຕົກເປັນຊະເລີຍຢູ່ຕ່າງຖິ່ນ. ພວກເຂົາເວົ້າວ່າ, ‘ພວກທີ່ຕົກເປັນຊະເລີຍໃນຕ່າງຖິ່ນນັ້ນ ຢູ່ໄກຫຼາຍຈຶ່ງນະມັດສະການພຣະເຈົ້າຢາເວບໍ່ໄດ້. ພຣະອົງໄດ້ມອບດິນແດນນີ້ໃຫ້ພວກເຮົາເປັນກຳມະສິດ.’ 16 ບັດນີ້ ຈົ່ງບອກພີ່ນ້ອງຂອງພວກເຈົ້າຜູ້ຕົກເປັນຊະເລີຍໃນຕ່າງຖິ່ນວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: ເຮົາເປັນຜູ້ສົ່ງພວກເຂົາໄປຢູ່ໃນທ່າມກາງຊົນຊາດທີ່ຫ່າງໄກ ແລະໄດ້ກະຈັດກະຈາຍພວກເຂົາໄປໃນປະເທດຕ່າງໆ. ເຖິງຢ່າງໃດກໍຕາມ ເຮົາຈະຢູ່ນຳພວກເຂົາຊົ່ວໄລຍະໜຶ່ງໃນດິນແດນບ່ອນທີ່ພວກເຂົາໄປຢູ່ນັ້ນ.’ 17 ສະນັ້ນ ຈົ່ງບອກພວກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກຳລັງກ່າວດັ່ງນີ້: ເຮົາຈະເຕົ້າໂຮມພວກເຂົາໃຫ້ອອກຈາກປະເທດຕ່າງໆ ທີ່ເຮົາໄດ້ກະຈັດກະຈາຍພວກເຂົາໄປນັ້ນ; ແລະເຮົາຈະມອບດິນແດນອິດສະຣາເອນຄືນໃຫ້ແກ່ພວກເຂົາ.’ 18 ເມື່ອພວກເຂົາກັບຄືນມາ ພວກເຂົາຈະກຳຈັດຮູບເຄົາຣົບອັນເປິເປື້ອນ ແລະໜ້າກຽດຊັງທັງໝົດທີ່ພວກເຂົາພົບເຫັນນັ້ນໃຫ້ສິ້ນໄປ. 19 ເຮົາຈະໃຫ້ພວກເຂົາມີຄວາມຄິດແລະຈິດໃຈໃໝ່. ເຮົາຈະເອົາຈິດໃຈດື້ດ້ານທີ່ແຂງດັ່ງຫີນນັ້ນໜີໄປ ແລະຈະເອົາຈິດໃຈເປັນເນື້ອໜັງທີ່ເຊື່ອຟັງໃຫ້ພວກເຂົາ. 20 ແລ້ວພວກເຂົາກໍຈະໄດ້ຮັກສາກົດບັນຍັດທັງຫລາຍຂອງເຮົາ ແລະເຊື່ອຟັງຂໍ້ຄຳສັ່ງທັງໝົດຂອງເຮົາຢ່າງສັດຊື່. ພວກເຂົາຈະເປັນປະຊາຊົນຂອງເຮົາແລະເຮົາຈະເປັນພຣະເຈົ້າຂອງພວກເຂົາ. 21 ແຕ່ເຮົາຈະລົງໂທດປະຊາຊົນຜູ້ມັກຂາບໄຫວ້ຮູບເຄົາຣົບຕ່າງໆ ອັນເປິເປື້ອນແລະໜ້າກຽດຊັງ. ເຮົາຈະລົງໂທດພວກເຂົາສຳລັບສິ່ງທີ່ພວກເຂົາໄດ້ເຮັດ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. ສະຫງ່າຣາສີຂອງອົງພຣະຜູ້ເປັນເຈົ້າໜີໄປຈາກເຢຣູຊາເລັມ 22 ແລ້ວເຄຣຸບເຫຼົ່ານັ້ນໄດ້ເລີ່ມບິນຂຶ້ນໄປ ແລະລໍ້ທັງຫລາຍກໍໄປນຳດ້ວຍ. ສະຫງ່າຣາສີຂອງພຣະເຈົ້າແຫ່ງຊາດອິດສະຣາເອນໄດ້ປົກຄຸມພວກເພິ່ນ. 23 ແລ້ວສະຫງ່າຣາສີຂອງພຣະເຈົ້າຢາເວກໍຈາກນະຄອນໄປ ແລະເຄື່ອນຍ້າຍໄປສູ່ພູເຂົາທາງທິດຕາເວັນອອກ. 24 ໃນນິມິດນັ້ນ ພຣະວິນຍານຂອງພຣະເຈົ້າໄດ້ຍົກຂ້າພະເຈົ້າຂຶ້ນ ແລະນຳຂ້າພະເຈົ້າກັບຄືນມາສູ່ບ່ອນທີ່ຕົກເປັນຊະເລີຍໃນຕ່າງຖິ່ນທີ່ບາບີໂລນ ແລ້ວນິມິດກໍຫາຍໄປ 25 ແລະຂ້າພະເຈົ້າກໍໄດ້ບອກທຸກໆສິ່ງ ທີ່ພຣະເຈົ້າຢາເວໄດ້ສຳແດງຕໍ່ຂ້າພະເຈົ້ານັ້ນ ສູ່ພວກທີ່ຕົກເປັນຊະເລີຍໃນຕ່າງຖິ່ນຟັງ. |
@ 2012 United Bible Societies. All Rights Reserved.